ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ວີນາ ສະຫວັນ: "ຄົນກາງຄືນ"


ວີນາ ສະຫວັນ ນັກຮ້ອງລາວທີ່ການາດາ
ວີນາ ສະຫວັນ ນັກຮ້ອງລາວທີ່ການາດາ

ທາງເຮົາໄດ້ນຳສະເນີເພງຕາມຄຳຂໍທີ່ທ່ານຜູ້ຟັງຂຽນ
ເຂົ້າມາຊຶ່ງເພງທຳອິດເປັນເພງຂອງອ້າຍ ກ. ວິເສດ
ຊຶ່ງເປັນນຶ່ງໃນບັນດານັກສິລະປິນອຳມະຕະຂອງລາວ
ຈັດໃຫ້ນ້ອງ Joy ຈາກ Jacksonville ລັດ FLorida
ໃນບົດເພງໄທດຳລຳພັນ ແລະເພງນີ້ກໍເປັນເພງທີ່ເຄີຍ
ໂດງດັງໃນອະດີດແລະຍັງມີຫຼາຍໆຄົນນິຄົມຊົມຊອບຢູ່
ຕະລອດມາ ແມ້ນກະທັງໄດ້ມີນັກຮ້ອງໄທຫຼາຍທ່ານນຳ
ຂຶ້ນມາຂັບຮ້ອງເຊັ່ນກັນ.

ເພງ "ບໍ່ອາດຈະລືມ" ຂອງອ້າຍ ວັງເງິນ ຈາກ ຝຣັງນີ້
ວັນນະສອນຕັ້ງໃຈຈັດມອບແທນຄຳຂອບໃຈຂອງອ້າຍຄຳຫວັນ ມາລາ ຈາກ ການາດາ
ທີ່ email ເຂົ້າມາແລະວ່າຄອຍຕິດຕາມຟັງລາຍການສະເໝີແລະວ່າ website ທີ່ເປັນ
ພາສາລາວນີ້ດີແລ້ວ.

ເພງສຸດທ້າຍນີ້ມີຊື່ວ່າ "ຄົນກາງຄືນ" ເປັນຂອງນັກຮ້ອງສາວສຽງແຫບແຕ່ມີສະເໜ
ເອື້ອຍວີນາ ສະຫວັນສິນລະປິນລາວຈາກ ການາດາ ທີ່ມີຜົນງານເພງລາວ-ສາກົນ
ໃຫ້ພວກເຮົາໄດ້ຟັງກັນຢູ່ສະເໝີ.

ຂໍເຊີນທ່ານຮວ່ມມ່ວນຊື່ນກັບລາຍການຂອງເຮົາໄດ້ເລີຍ ໂດຍການກົດທີ່ຮູບ ໂທລະໂຂ່ງ
ເພື່ອຮັບຟັງເພງທັງໝົດເລີຍ ແລະຫວັງວ່າຄົງຈະໄດ້ເຫັນ email ຫຼື ຈ. ມ.
ຈາກທ່ານຜູ້ຟັງອີກ.

XS
SM
MD
LG