ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

Jonny Olsen - “ຂ້ອຍ​ມັກ​ແຄນ.”


Jonny Olsen ເປົ່າແຄນ
Jonny Olsen ເປົ່າແຄນ

ສະບາຍ​ດີ​ແຟນລາຍການ​ທຸກໆ​ທ່ານ ວັນນະ​ສອນ​ຫັວງວ່າ
ຫຼັງ​ຈາກ​ທີ່​ໄດ້​ຟັງ​ການ​ສຳພາດ​ຂອງ​ຫມໍ​ລະ​ຫມໍ​ແຄນ
ຊາວ​ອະ​ເມຣິກັນ​ໃຈຢ່າງ Jonny Olsen ​ແລ້ວຫຼາຍໆ
ທ່ານ​ຄົງ​ຢາກ​ຈະ​ຟັງ​ເພງ ລຳ Hip Hopຂອງ​ຜູ້ກ່ຽວວ່າ
ເປັນ​ແນວ​ໃດ ສະ​ນັ້ນ ກໍ​ມາ​ຟັງ​ເພງ​ນຳ​ກັນ​ເລີຍ ຂໍ​ມອບ​ແດ່​
ແຟນ​ເພງ​ຂອງJonnyທຸກທທ່ານ ທຸກໆມູມ​ໂລກ ​
ນ​ບົດ​ເພງ “ຂ້ອຍ​ມັກ​ແຄນ.”


ສ່ວນ​ເພງ​ສາວ Lycee ທີ່​ຈະ​ເປີດ​ໃຫ້​ຟັງ​ຕໍ່​ໄປ​ນີ້​ເປັນ
ເພງ​ເກົ່າ​ຂອງ​ສິນລະປິນ​ທີ່ໂດ​ງດັງ​ໃນ​ອະດີດ​ທີ່​ທຸກໆ​ຄົນ​ຍັງ​ມັກໃນ​ນ້ຳ​ສຽງ​ແລະ​ລີລາ
ອ້າຍວໍ​ຣະ​ເດດ ດິດທະ​ວົງ ຊຶ່ງຕອບ​ສະຫນອງໃຫ້ ສົມ​ໃຈ ​ເລງ​ສະ​ຫວັດທີ່​ຝາກ​
ຂໍ້ຄວາມ​ໃນ website ວ່າ ຊື່ນ​ຊົມ​ຜົນງານ​ເພງລາວ​ໃນ​ອະດີດ ​ໂດຍ​ສະ​ເພາະຂອງ
ອ້າຍວໍ​ຣະ​ເດດ ດິດທະ​ວົງ​ແລະ​ວ່າ ​ເພິ່ນ​ເປັນ​ຄູ​ເພງ​ທີ່​ດີ ​ແລະ​ວ່າ​ຢາກ​ຕິດ​ຕໍ່ ເພາະ​ມີ
ເພງ​ໃຫມ່​ຈະ​ສະ​ເຫ​ນີ ພ້ອມ​ນີ້​ຍັງ​ຝາກ​ຂອບ​ໃຈວິທະຍຸ VOA ທີ່​ຄອຍ​ນຳ​ສະ​ເຫ​ນີແຕ່​ສິ່ງ
ທີ່​ດີໆ ຫນ້າ​ຮຽນ​ຮູ້ ຫນ້າ​ສົນ​ໃຈ ພ້ອມ​ທັງ​ໄດ້​ຟັງ​ເພງ​ມວ່ນໆ​ນຳ​ອີກ ​ເອົາ​ເຊີນ​ຟັງ​ເພງ
ສາວ Lycee ​ໄດ້​ເລີຍ

ຂໍ້ຄວາມ​ຕໍ່​ໄປ​ນີ້​ມາ​ຈາກ​ນ້ອງພົນອາສາ ນັກ​ສຶກສາລາ​ວທີ່ Rome ປະ​ເທດ Italy
ທີ່​ຂຽນ​ຂໍ້ຄວາມ​ໄວ້​ໃນ Website ກຽວ​ກັບບົ​ດເພງ ​“ເຮົາ​ເປັນ​ຄົນ​ລາວ” ຂອງ ສັກກີ
ແກ້ວ​ມໍຣະກົດ ບອກ​ວ່າ ຟັງ​ແລ້ວ​ຊ່າງ​ເປັນ​ກຳ​ລັງ​ໃຈ​ໃຫ້​ຕໍ່ສູ້ ສຳ​ຫຼັບ​ຄົນ​ລາວໃນ​
ຕ່າງ​ແດນ ​ໂດຍ​ສະ​ເພາະ ທີ່​ກຳລັງ​ສຶກສາ​ຢູ່​ເຊັ່ນ​ນ້ອງ​ພົນ ອາສາ ນີ້​ລະ ພາ​ໃຫ້
ຄິດ​ຮອດ​ບ້ານ ​ແລະ​ເພງ​ “ວຽງ​ຈັນ​ທີ່​ຝັງ​ໃຈ” ຂອງ​ສິນລະປິນລາວ​ໃນ​ຝຣັ່ງ
ອ້າຍ ຄຳ​ເຜີຍ ຈັນທະ​ລັງສີ​ທີ່​ຈະ​ຫຼີ້ນ​ໃຫ້​ຟັງ​ຕ່ໍ​ໄ​ປນີ້ ຄົງ​ຈະ​ພາ​ໃຫ້​ນ້ອງ​ພົນ ອາສາ
ຕັ້ງຫນ້າ​ຕັ້ງ​ຕາ​ສຶກສາ​ເຫຼົ່າຮຽນຈະ​ໄດ້​ຈົບ​ໄວໆ​ແລະ​ກັບ​ໄປພັດທະນາສັງຄົມ​ລາວ​ໃຫ້
ຈະ​ເລີນກ້າວຫນ້າ​ຕໍ່ໆ​ໄປ ແລະກະລຸນາ click ບ່ອນ​ສຽງ​ເພື່ອ​ຮັບ​ຟັງ​ການ​ເພງທັງສາມ​
ທີ່ຈັດໃຫ້ ພົບ​ກັນ​ໃຫມ່​ໃນ​ສັບປະດາ

XS
SM
MD
LG