ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ມາລາວັນ ດວງພູມີ: “ສຽງເອີ້ນຈາກແມ່“


ອັລບັ້ມ ຊຸດ “ສຽງເອີ້ນຈາກແມ່“ ຂອງມາລາວັນ ດວງພູມີ
ອັລບັ້ມ ຊຸດ “ສຽງເອີ້ນຈາກແມ່“ ຂອງມາລາວັນ ດວງພູມີ

ສະບາຍດີ ທຸກໆທ່ານ ເນື່ອງຈາກວັນອາທິດ ທີ 8 ພຶດສະ
ພາ ມື້ນີ້ ເປັນວັນແມ່ຫລື Mother's Day ຢູ່ໃນສະຫະລັດ
ຂ້າພະເຈົ້າຈຶ່ງຂໍບັນເທີງທ່ານ ດ້ວຍເພງສະດຸດີບັນດາແມ່ທັງ
ຫລາຍ ເລີ້ມຕົ້ນດ້ວຍຜົນງານຂອງມາລາວັນ ດວງພູມີ ໃນ
ເພງທີ່ຊື່ວ່າ “ສຽງເອີ້ນຈາກແມ່.” ຂໍມອບໃຫ້ຜູ້ເປັນມານດາ ທຸກໆທ່ານ ທີ່ກໍາລັງຟັງຢູ່.

// ເພງ //

ບຸນຄຸນຂອງແມ່ນັ້ນ ມາກມາຍເຫລືອທີ່ຈະພັນລະນາ.
ຂ້າພະເຈົ້າເອງ ຊຶ່ງເວົ້າບໍ່ແກ່ງຢູ່ແລ້ວ ກໍແຮ່ງພັນລະນາ
ບໍ່ເປັນ ຈຶ່ງຢາກຂໍຝາກບົດກອນຕໍ່ໄປນີ້ ໃຫ້ບັນດາລູກໆທັງຫລາຍຈື່ຈໍາໄວ້ເປັນອຸທາຫອນ.
ພ້ອມນີ້ ຂ້າພະເຈົ້າຂໍຂອບໃຈທ່ານສຸຣິຍາ ສີຫາຣາຊ ຈາກນະຄອນມົງເຣອາລ ປະເທດ
ການາດາ ທີ່ສົ່ງບົດກະວີນີ້ມາປະກອບສ່ວນໃນລາຍການຂອງເຮົາ. ເປັນບົດກະວີທີ່ມີຄວາມ
ໝາຍດີຫລາຍ ອ່ານແລ້ວພາໃຫ້ຊຶ້ງແລະຕື້ນຕັນໃຈເປັນທີ່ສຸດ.

ເຂົາວ່າ ລູກຊົ່ວຮ້າຍ....ໄຮ້ຄ່າມີຣາຄີ
ກາຣຸນາປານີ....ແມ່ມີບໍ່ໜີໜ້າ
ຕິດພະນັນ,ເມົາຢາບ້າ....ຫຼົງທາງຫຼົງທີບ
ແມ່..ຂໍທົນທຸກຮ້ອນ....ຮຽງຂ້າງບໍ່ຕິ

ຜົວເມັຽເປັນດັ່ງນີ້....ສັນຍາຮັກອຳມະຕະ
ຍັງນອກໃຈໜີປະ....ປ່ອຍກັນເປັນຮ້າງ
ປຣິນຍາບໍ່ມີອ້າງ....ຮຽນບໍ່ສູງສັກບໍ່ໃຫຍ່
ແມ່..ຍິນດີຮັບໄດ້....ຫົວຍິ້ມບໍ່ຝືນ

ແມ່..ຜູ່ຕື່ນແຕ່ເຊົ້າ....ຕັກບາດຄາວຫວານ
ຫ້ອຍລົດເມໄປການ....ແດດຝົນຫຼົກກ້າ
ນັ່ງອອຟຟິສ ຫຼື ຂາຍຄ້າ....ຫວັດໄອບໍ່ຢຸດພັກ
ແມ່..ແຊ່ຊັກຜ້າອ້ອມ....ອອຍອູ້ມກອດດົມ

ແມ່..ຜູ່ຈົ່ມຈູ້ຈີ້....ເດິກດື່ນວົນວາຍ
ຈັກວ່າເປັນຫຼືຕາຍ....ລູກບໍ່ຄືນເຮືອນຢ້າວ
ແມ່..ຜູ່ຕຽມພາເຂົ້າ.....ຂອງດີໆລູກກິນກ່ອນ
ແມ່..ຜູ່ເລັມຕ່ອນກ້າງ.....ອວນເຈົ້າຄຶດເຫັນ...ບໍ່ນໍ
(ສຸຣິຍາ ສີຫາຣາຊ, Montreal Canada)

ເອົ໋າ ມາຟັງເພງສະດຸດີແມ່ອີກເພງນຶ່ງກັນເນາະ ເປັນຜົນງານຂອງນັກຮ້ອງສາວ ທີ່ຊື່ວ່າ
ຫະໄທລັດ ໃນເພງ “ຄິດເຖິງແມ່.”

// ເພງ //

ສໍາລັບເພງອັດທ້າຍລາຍການຄືນນີ້ “ອ້າຍຂໍເວລາສອງປີ” ຂ້າພະເຈົ້າຂໍມອບໃຫ້ທຸກໆທ່ານ
ທີ່ກໍາລັງຟັງຢູ່ ເປັນຜົນງານຂອງສຸດທະລິດ ກີຕ້າຊ້າຍ ຈາກປະເທດລາວ. ຂໍໃຫ້ທຸກໆທ່ານ ຈົ່ງນອນຫລັບຝັນດີ. Happy Mother's Day!

// ເພງ //

XS
SM
MD
LG