ສະບາຍດີທຸກໆທ່ານ ບໍ່ໄດ້ຕອບ ຈມ ຂອງທ່ານຜູ້ຟັງໄດ້ຕັ້ງຫຼາຍ
ອາທິດແລ້ວ ຄໍ່າຄືນນີ້ ວັນນະສອນກໍເລີຍຕັ້ງໃຈມາຈັດເພງໃຫ້
ຕາມຄໍາຂໍ ເພງ ມະຍຸຣີ ກໍເປັນນຶ່ງເພງເດັ່ນຂອງຫຼາຍໆເພງດັງ
ຂອງ ວໍຣະເດດ ດິດທະວົງ ທີ່ຂໍຟັງມາຈາກ ແຟນປະຈໍາລາຍການ
ຄໍາເດີນ ທອງສະຫວັນ ຈາກ ສປປລາວ ເພາະຄໍາເດີນ ເອງກໍເປັນ
ຄົນມັກຮັກໃນສຽງເພງເຊັ່ນກັນແລະຄັ້ງຕໍ່ໄປ ວັນນະສອນຈະນໍາ
ຜົນງານຂອງຜູ້ກ່ຽວມາໃຫ້ພວກເຮົາໄດ້ຟັງຮ່ວມກັນ…ເອົາວັນນະ
ສອນວ່າເຮົາໄປຟັງເພງ ມະຍຸຣີ ຂອງ ວໍຣະເດດ ດິດທະວົງ
ພ້ອມໆກັນເລີຍ…ລໍຖ້ານານແລ້ວ.
ສ່ວນເພງ ດອກບົວທອງນີ້ ຈັດໃຫ້ ສະໝານ ວົງກະເສີມ ຜູ້ຟັງ
ຈາກຝຣັ່ງ ທີ່ຂໍຟັງມາຜ່ານທາງ facebook ວັນນະສອນວ່າອ້າຍ
ສະໝານຄົງຢູ່ຝຣັ່ງນານ ແລະຄົງຈະຄິດເຖິງອະດີດ ຄິດເຖິງມະຕຸ
ພູມບ້ານເກີດ ເມື່ອຄັ້ງທີ່ເຄີຍເນົາ ເພງ ດອກບົວທອງ ນີ້ ມີຫຼາຍ
ສິນລະປິນນໍາມາຂັບຮ້ອງແລະຄັ້ງນີ້ ວັນນະສອນໄດ້ນໍ້າສຽງເພງ
ຫວານໆຂອງນັກຮ້ອງສາວສຽງໃສຈາກ ອອສເຕຣເລຍແດງ
ຈໍາພອນ ມາຫຼິ້ນໃຫ້ຟັງແລະວ່າຄົງຖືກໃຈ.
ເພງ: “ດອກບົວທອງ” ໂດຍ ແດງ ຈໍາພອນ
ກອນອຳລາທານຜູຟັງໄປໃນຄຄືນນ ວັນນະສອນຂໍມອບຂັບລຳ
ລາວໃຫຟັງ ຈັດໃຫ້ຜູ້ຟັງທີ່ຂຽນຂໍ້ຄວາມໄວ້ໃນ website ຂອງ
VOA ໃນນາມແຝງ “Born Free” ທີ່ບອກມາວ່າ ມັກ ຕ້ອມ ເຣນ
ໂບວ໌ທີ່ຮ້ອງເພງລາວ ວັນນະສອນກໍເລີຍຈັດເພງຂອງຕ້ອມ ເຣນ
ໂບວ໌ ໃຫ້ຟັງແລະຄັ້ງນີ້ ຕ້ອມ ຈະມາໃນແບບຂັບລໍາລາວ ທີ່
ວັນນະສອນ ວ່າ ຕ້ອມຂັບລໍາລາວໄດ້ດີຫຼາຍ,ບໍ່ເຊື່ອ ກໍຕ້ອງໄປ
ຟັງພ້ອມໆກັນເລີຍ ໃນລໍາ ສີພັນດອນ…ຂໍໃຫ້ທຸກໆທ່ານ
ຈົ່ງນອນຫຼັບຝັນດີ.