ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ສຸລີຈັນ ເລື່ອນວິໄລວົງ: “ອ້ອມອົກແມ່ຂອງ”


ອັລບັ້ມຊຸດ ຫລົງຮັກຮອຍຍິ້ມ ຂອງສຸລີຈັນ ເລື່ອນວິໄລວົງ ຈາກເມືອງ Fairfield West, ລັດ New South Wales, ປະເທດ Australia.
ອັລບັ້ມຊຸດ ຫລົງຮັກຮອຍຍິ້ມ ຂອງສຸລີຈັນ ເລື່ອນວິໄລວົງ ຈາກເມືອງ Fairfield West, ລັດ New South Wales, ປະເທດ Australia.

ສະບາຍດີ ທ່ານຜູ້ຟັງທີ່ເຄົາລົບ ສໍາລັບລາຍການເພງລາວ
ຈາກແດນໄກຂອງວີໂອເອຄືນນີ້ ຂ້າພະເຈົ້າໄດ້ມາເປັນພິທີ
ກອນ ຈັດລາຍການແທນວັນນະສອນ ທີ່ລາໄປພັກຮ້ອນ.
ພໍດີຂ້າພະເຈົ້າເອງຫາກໍກັບຈາກໄປພັກຮ້ອນທີ່ປະເທດອອສ
ເຕຣເລຍ ແລະໄດ້ເພງມ່ວນໆມາ ກໍເລີຍຢາກໃຫ້ທ່ານຜູ້
ຟັງ ໄດ້ຟັງນໍາ ຈຶ່ງຈັດມາສະເໜີທ່ານໃນຄືນນີ້. ເປັນຜົນ
ງານຂອງສຸລີຈັນ ເລື່ອນວິໄລຫົງ ໃນຊຸດທີ່ຊື່ວ່າ ຫລົງຮັກ ຮອຍຍີ້ມ.

ເພງທໍາອິດໃຫ້ຊື່ວ່າ ອ້ອມອົກແມ່ຂອງ ກະຂໍມອບໃຫ້
ຄົນລາວທຸກໆທ່ານ ທັງຢູ່ພາຍໃນປະເທດ ແລະຜູ້ທີ່ຢູ່
ນອກປະເທດ ທີ່ພູມໃຈໃນຄວາມເປັນລາວ ແລະຍັງບໍ່ລືມບ້ານເກີດເມືອງນອນ ແລະແມ່ນໍ້າ
ຂອງ ສາຍນໍ້າທີ່ຫລໍ່ລ້ຽງ ຊີວິດຂອງຄົນລາວຫລາຍລ້ານຄົນ.

ສ່ວນເພງທີສອງ ທີ່ຊຶ່ວ່າ ຄ່າໂທລະສັບ ຂໍມອບໃຫ້ທ່ານຊາຍທຸກໆຄົນທີ່ຕົກຢູ່ໃນສະຖານ
ນະການທີ່ຕ້ອງອະທິບາຍກັບເມຍວ່າ ເປັນຫຍັງຄ່າໂທລະສັບຈຶ່ງແພງຫລາຍແທ້ ພິເສດກໍ
ມອບໃຫ້ທ່ານບຸນທໍາ ພະນັກງານຄູຢູ່ຫລວງພະບາງ ແທນເພງ ເຢັນສະບາຍຊາວນາ ທີ່
ຂໍຟັງມາ ຊຶ່ງຂ້າພະເຈົ້າຈະຈັດໃຫ້ຟັງໃນອາທິດໜ້າ ຖ້າຊອກເຫັນ.

ເພງທີສາມ ອັດທ້າຍລາຍການ ເປັນຜົນງານຂອງນັກຮ້ອງຍິງ ພອນທິບ ແສງໂຍທິນ
ໃນເພງທີ່ຊື່ວ່າ ລົມຮັກ ຢູ່ໃນຜົນງານດຽວກັນກັບສຸລິຈັນ ເລື່ອນວິໄລວົງ. ຂໍມອບໃຫ້
ນ້ອງດອນມາລາແລະນ້ອງມີໄຊ ທີ່ວຽງຈັນ ພ້ອມກັບທ່ານທີ່ໃຊ້ອັກສອນຫຍໍ້ວ່າ byppc ແທນເພງຫລົງຮັກສາວຫົວພັນ.

ເຊິນບັນດາທ່ານຮັບຟັງລາຍການໂດຍຄລິກບ່ອນ MP3. ຫວັງວ່າຄົງມີຄວາມມ່ວນຊື່ນ
ກັບເພງທີ່ຂ້າພະເຈົ້າຈັດມາໃຫ້ຟັງ.

XS
SM
MD
LG