ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ອາລູນ້າ ຖາວອນສຸກ: ລະດູການ ທີ່ບໍ່ມີເຈົ້າ (ຄາຣາໂອເກະ)


ອາລູນ້າ ຖາວອນສຸກ
ອາລູນ້າ ຖາວອນສຸກ
ສະບາ​ຍດີທຸກໆ​ທ່ານ ຄືນ​ນີ້ມາ​ປ່ຽນ​ບັນຍາກາດ​ກັນໜ້ອຍ​ນຶ່ງ​ເນາະ
ຄືມາຟັງເພງລາວທໍານອງ​ແບບສາກົນ​ໆ ສະ​ໄໝນິຍົມ​ກັນເບິ່ງ​
ເພາະວ່າ​ສິນລະປິນ​ລາວ​ຊາວ​ໜຸ່ມ​ກໍ​ມີ​ຫລາຍ​ຄົນ ທີ່​ຮ້ອງ​ໄດ້​ເກ່ງ
ແລະ​ມ່ວນ​ບໍ່​ແພ້ສິນລະປິນໃນ​ປະ​ເທດ​ຂ້າງຄຽງ. ນຶ່ງ​ໃນ​ນັ້ນ​ກໍ​ຄື
​ອາລູນ້າ ຖາວອນ​ສຸກ ຊຶ່ງ​ ຂ້າພະ​ເຈົ້າ​ຈະ​ໃຫ້​ມາ​ກ່ອມອາລົມທ່ານ
​ໃນ​ເພງ ລະດູ​ການ​ທີ່​ບໍ່​ມີ​ເຈົ້າ​. ເພື່ອ​ບໍ່​ໃຫ້​ເສຍ​ເວລາ ເຊີນ​ບັນ​ດາ​
ທ່ານ​ພົບ​ກັບ​ອາ​ລຸ​ນາ​ໄດ້​ເລີຍ.




ຜ່ານ​ໄປ​ນັ້ນ ​ແມ່ນເພງ ລະດູ​ການ​ທີ່​ບໍ່​ມີ​ເຈົ້າ ຂອງ​ອາລູນ້າ ຖາວອນ​ສຸກ ສິນລະປິນ​ລາ​ວ
ທີ່​ຮຽນ​ຈົບ​ຈາກ​ນອກ​ ແລະ​ມາກ​ຄວາມ​ສາມາດເປັນ​ທັງນັກ​ຮ້ອງ​ແລະ​ນັກທຸລະກິດ ທີ່ທໍາ​ໜ້າທີ່ບໍລິຫານ​ທຸລະ​ກິດ​ໃຫ້​ພໍ່ ​ເຈົ້າ​ຂອງ​ໂຮງ​ແຮມ​ວິລລ່າ​ຖາວອນ​ສຸກ ຢູ່​ແຄມນໍ້າຊອງ ​
ເມືອງ​ວັງ​ວຽງ. ສິນລະ​ປິນລາວ​ອີກ​ຄົນ​ນຶ່ງ​ທີ່​ຮຽນ​ຈົບ​ຈາກນອກ ກໍ​ຄື ​ແຊມ ອິນທະຣະພິ
ທັກ ສຽງ​ດີ​ຄື​ກັນ. ລອງ​ຟັງ​ເພງ​ນີ້​ຂອງລາວ​ເບິ່ງ I’m Sorry ຫລື​ຖ້າ​ເວົ້າ​ເຕັມ​ປະ​ໂຫຍ​ກ
ກໍວ່າ I am Sorry ​ແປ​ວ່າ​ຂ້ອຍ​ເສຍ​ໃຈ ຫລື​ຂໍ​ໂທດ​ກໍ​ວ່າ​ໄດ້ ແຕ່ຕ່າງ​ຈາກ​ຄໍາ​ວ່າ I
apologize
ທີ່​ແປ​ວ່າ ຂ້ອຍຂໍ​ໂທດ ​ແຕ່​ຜູ້​ເວົ້າ​ອາດ​ບໍ່​ມີ​ຄວາມ​ເສຍ​ໃຈ​ກໍ​ໄດ້ ແຕ່​ຂໍ​ໂທດໄປ
ເພື່ອ​ມາລະຍາດຊື່ໆ​ກໍ​ມີ. ​ເຊີ​ນທ່ານ​ພົບ​ກັບ​ແຊມ​ໄດ້ ​ໃນ​ເພງ I’m Sorry ຕິດຕາມດ້ວຍ​
ເພງ ຄົນ​ດີ​ທີ່​ເຈົ້າ​ບໍ່​ຮັກ ຂອງ​ສິນລະປິນ​ໜຸ່ມ ທີ່​ຊື່ວ່າ​ກະຕ່າຍ. ຂໍ​ມອບ​ໃຫ້​ທຸກໆ​ທ່ານ​ທີ່​
ກໍາລັງຟັງ​ຢູ່ ພິ​ເສດ​ຫລານ​ອານຸລັກ ​ແກ້ວມະນີ ​ແທນ​ຄໍາ​ຂອບ​ໃຈ​ທີ່ອຸດ​ສາ​ສະລະ​ເວລາ
ອີ​ເມລມາ​ລົມ​ນໍາ​ປ້າເລື້ອຍໆ ​ແລະ​ຂ້າພະ​ເຈົ້າ​ຂໍ​ອໍາ​ລາ​ໄປ​ພ້ອມກັບ​ສອງ​ເພງ​ນີ້​ເລີຍ. ຂໍໃຫ້
​ທ່ານ​ຈົ່ງນອນ​ຫລັບ​ຝັນ​ດີ. ພົບ​ກັນໃໝ່ອາທິດໜ້າ ລາ​ຕີ​ສະຫວັດ....

ລິງໂດຍກົງ



ລິງໂດຍກົງ
XS
SM
MD
LG