ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ວີໂອເອ ຂໍອ່ວຍພອນໄຊ ປີໃໝ່ລາວ ແດ່ທຸກໆທ່ານ ຜ່ານຜົນງານເພງປີໃໝ່ລາວ


ພອນປີໃໝ່ລາວ 2556 ແຕ່ງໂດຍອາຈານ ສ. ແສງສິຣິວັນ
ພອນປີໃໝ່ລາວ 2556 ແຕ່ງໂດຍອາຈານ ສ. ແສງສິຣິວັນ
ທ່ານຜູ້​ຟັງທີ່​ເຄົາລົບ ຮອດ​ເວລາ​ພັກຜ່ອນກັບລາຍການ​ສຽງ​ເພງ
​ຈາກແດນ​ໄກ​ຂອງ​ເຮົາ​ແລ້ວ. ມື້​ນີ້ ຍາ​ເອື້ອຍ​ດາຣາຈະ​ມາ​ອ່ວຍ​
ພອນ​ປີ​ໃໝ່​ລາວ ​ແກ່​ບັນດາ​ທ່ານ ດ້ວຍ​ເພງ​ມ່ວນໆ. ​ຂ້າພະ​ເຈົ້າ
ກະຂໍຖື​ໂອກາດ​ນີ້ ອ່ວຍ​ພອນ​ໃຫ້​ບັນດາ​ທ່ານ ຈົ່ງ​ມີ​ແຕ່​ຄວາມສຸກ
ສົດ​ຊື່ນ​ສົມ​ຫວັງ ​ເຊ່ນ​ກັນ. ເຊີນ​ເຂົ້າ​ສູ່​ລາຍການ​ໄດ້​ເລີຍ.

ຂອບ​ໃຈ​ກິ່ງ​ສະຫວັນ. ທ່ານ​ຜູ້​ຟັງທີ່​ເຄົາລົບ ເພື່ອ​ບໍ່​ໃຫ້​ເສຍ​ເວລາ
ຂ້າພະ​ເຈົ້າ​ແລະ​ວີ​ໂອ​ເອ ຂໍ​ຖາມ​ສະບາຍດີ​ປີ​ໃໝ່ແລະ​ອ່ວນພອນ
ໄຊ​ແກ່​ບັນດາ​ທ່ານດ້ວຍ​ເພງ​ນີ້ເປັນ​ເພງ​ທໍາ​ອິດ ສະບາຍດີ​ປີ​ໃໝ່
ຂອງ​ວັນ​ເພັງ ວົງ​ທອງ​ຄໍາ. ເຊີນທ່ານຕິດຕາມຮັບຟັງໄດ້ເລີຍ.



ເປັນ​ແນວ​ໃດ​ທ່ານ​ຜູ້​ຟັງ ມື້ວານ​ນີ້​ຄົງ​ໄດ້​ສະຫລອງ​ປີ​ໃໝ່​ຢ່າງ​ມ່ວນຊື່ນ​ໄປ​ໝົດ​ທຸກ​ຄົນ
ກັນເນາະ? ຢ່າງ​ນ້ອຍ​ກໍ​ຄົງ​ໄດ້​ໄປ​ສົງ​ພະລະ ​ເພາະເປັນ​ກິດຈະ​ກໍາ​ທີ່ຈະ​ພາດ​ບໍ່​ໄດ້​ໃນ
​ຍາມ​ປີ​ໃໝ່ ​ແລະ​ກໍ​ຄົງ​ໄດ້​ມ່ວນ​ຊື່ນ​ກັບ​ການ ຫລິ້ນ​ຫົດ​ນໍ້າ ຄາຍ​ຮ້ອນກັນ. ບາງ​ທ່ານ​ກໍ​
ຄົງ​ຈະ​ຫລີ້ນ​ເມື່ອຍ​ສົມຄວນ ບໍ່​ເປັນ​ຫຍັງ​ ມາ​ພັກຜ່ອນ​ກັບເພງ​ປີ​ໃໝ່​ອີກ​ມ່ວນໆ​ເພງ​ນຶ່ງ
ປີ​ໃໝ່​ແລ້ວ​ແກ້ວຕາ ຂອງສອງ​ນັກ​ຮ້ອງ​ທີ່ຊື່ວ່າ ຢູ​ໂກະກັບ​ແຊມ ສົງ​ໄສ​ວ່າ​ຈະ​ເປັນ​ນັກ
​ຮ້ອງ​ລາວ ທີ່​ປະ​ເທດຝຣັ່ງ. ​ເຊີນທ່ານ​ຮັບ​ຟັງ​ຜົນງານ​ຂອງ​ເຂົາ​ເຈົ້າ​ໄດ້​ເລີຍ.



ຂ້າພະ​ເຈົ້າ​ຂໍ​ມອບ​ເພງ​ສຸດ​ທ້າ​ຍຂອງ​ຄືນ​ນີ້ ​ໃຫ້​ທຸກໆທ່ານ​ທີ່​ກໍາລັງ​ຟັງ​ຢູ່ ພິ​ເສດ​ຫລານ​
ອານຸລັກ​ກັບ​ຄອບຄົວ​ແກ້ວມະນີ ຫລານ​ພຸດທະ​ສິນ ຫລານ​ລັດຕະນະກັບ​ຍາ​ລຸງບົວ​ຫອມ
ດໍາລົງ ​ແລະ​ຫລານ​ຄົນອື່ນໆ ທັງ​ຢູ່ລາວ​ ແລະ​ອາ​ເມຣິກາ ຝຣັ່ງ ສະ​ວິສ ​ໄທ ຂໍ​ບໍ່​ໄລ່​ຊື່ດອກ​
ເພາະມັນ​ຫລາຍ​ໂພດ ຂໍໃຫ້​ທຸກໆຄົນ ​ແລະທ່ານ​ຜູ້​ຟັງ​ທຸກໆ​ທ່ານ ຈົ່ງ​ໂຊກ​ດີ​ມີ​ສຸກ ມີສຸຂະ
ພາບ​ແຂງ​ແຮງ ຂໍ​ໃຫ້​ສົມ​ຫວັງ​ໃນ​ທຸກ​ສິ່ງ​ທີ່ປາດຖະໜາ ດັ່ງຄໍາ​ອວຍພອນ​ໃນ​ເພງ​ນີ້
ສະຫວັດດີ​ປີ​ໃໝ່ ຂອງ​ອູ່​ແກ້ວ ​ໄຊ​ຍະ​ວົງ. ຂ້າພະ​ເຈົ້າ​ຂໍ​ອໍາ​ລາ ທ່ານ​ແຟນລາຍການ​ໄປ​
ພ້ອມ​ນີ້​ເລີຍ ອາທິດ​ໜ້າ ພົບ​ກັບ​ວັນນະ​ສອນ ພິທີ​ກອນ​ສຽງ​ຫວານ​ຄົນ​ເກົ່າ ທີ່​ຈະ​ກັບ​ຄືນ​
ມາ​ເຮັດ​ວຽກ​ແລ້ວ. ຂໍ​ບອກ​ວ່າ ຂ້າພະ​ເຈົ້າ​ມີ​ຄວາມສຸກ ​ທີ່​ໄດ້​ມາ​ຈັດ​ເພງ ແລະຟັງເພງ ​
ມ່ວນໆກັບບັນດາທ່ານ ​ເຖິງ​ແມ່ນມີ​ວຽກເພີ້​ມຂຶ້ນ​ກໍ​ຕາມ. ຂອບ​ໃຈ​ທຸກໆ​ທ່ານ​ທີ່​ຕິດຕາມ​
ຟັງ​ມາ​ຕະຫລອດ​ໄລ​ຍະ 4 ​ເດືອນ​ຜ່ານ​ມາ​ນີ້. ລາຕີ​ສະ​ວັດ....

XS
SM
MD
LG