ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ສຸດທະລິດ ກີຕ້າຊ້າຍ:​ ໃຜຢຸດຝົນໄດ້ (ຄາຣາໂອເກະ)


ສຸດທະລິດ ກີຕ້າຊ້າຍ
ສຸດທະລິດ ກີຕ້າຊ້າຍ
ສະບາຍດີ ທ່ານຜູ້ຟັງທີ່ເຄົາລົບ. ຍັງ​ມີຫລາຍໆ​ທ່ານ​ຂໍ​ຟັງ​ເພງ
​ມາຢູ່ ​ແຕ່​ຂ້າພະ​ເຈົ້າ​ຂໍ​ໂຈະ​ໄວ້ ເພື່ອ​ຂໍ​ເວລາ​ຊອກ​ກ່ອນ​. ອາທິດ
ໜ້າ​ຈຶ່ງ​ຈະຈັດໃຫ້ຟັງ. ​ມື້​ນີ້ຂ້າພະເຈົ້າຂໍສະເໜີຜົນງານເພງຂອງ
ສຸດທະລິດ ກີຕ້າຊ້າຍ ສິນລະປີນຈາກ ສປປ ລາວ ຊຶ່ງເປັນເພງ
ລາວທໍານອງສາກົນ ຂອງເພງອັງກິດດັງໆ ໃນສະໄໝ ຊຸມປີ
1980 ພຸ້ນແຫລະ ຫລືອາດຈະດົນກ່ວາກໍບໍ່ຮູ້. ເພື່ອບໍ່ໃຫ້ເສຍ
ເວລາ ມາຟັງເພງທໍາອິດກັນເລີຍ ຊື່ເພງ ໃຜຢຸດຝົນໄດ້ ຊຶ່ງ
ສຸດທະລິດລຽບລຽງທໍານອງມາຈາກ ເພງ Who Stopped
the Rain.


ລິງໂດຍກົງ



ເປັນແນວໃດທ່ານຜູ້ຟັງ ເພງລາວທໍານອງ​ເພງ Who Stopped the Rain ຂອງສຸດທະລິດ ກີຕ້າຊ້າຍ? ຂ້າພະເຈົ້າວ່າຜູ້ກ່ຽວເອົາມາດັດແປງ ເນື້ອຮ້ອງໃຫ້
ເໝາະກັບສະພາບການໃນປັດຈຸບັນໄດ້ດີ ເພາະວ່າອາກາດ​ຂອງ​ໂລກເຮົາ ​ເວລາ​ນີ້
ແມ່ນປັ່ນ​ປ່ວນ​ຫລາຍ ແຫ້ງແລ້ງແລະຮ້ອນເອົ້າຂຶ້ນຫລາຍ ແຕ່ໃນບາງບ່ອນ ​ກໍຝົນຕົກ
ຫລາຍຈົນນໍ້າຖ້ວມ ຕາຍ​ເປັນສິບ. ​ແນວ​ໃດ​ກໍ​ຕາມ ຫວັງ​ວ່າມື້​ນີ້​ຄົງ​ເປັນ​ວັນ​ອາທິດ​ທີ່
ແຈ່​ມໃສ​ສວຍ​ງາມ​ ສໍາລັບ​ບັນດາ​ທ່ານ ດັ່ງ​ໃນ​ເພງ​ຕໍ່​ໄປ​ນີ້ Beautiful Sunday ທີ່​ສຸດ
​ທະ​ລິດ​ເອົາມາຮ້ອງ​ເປັນ​ເພງ​ລາວ ​ໃສ່​ຊື່ວ່າ ບ່າວປາກເຊ ກໍຄືຜູ້ກ່ຽວເອງ. ຂໍມອບໃຫ້
ທຸກໆທ່ານທີ່ກໍາລັງຟັງຢູ່ ພິເສດຫລານອານຸລັກ ​ແກ້ວມະນີ ນັ່ງ​ກິນ​ເຂົ້າ​ຟັງ​ຢູ່​ບໍ່​ນໍ້? ປ້າ​ຂໍ​ໂທດຫລາຍໆ ​ທີ່​ບໍ່​ໄດ້​ຕອບ​ອີ​ເມລ. ຫວັງວ່າ ຄົງໄດ້ພົບກັນຢູ່ວຽງຈັນ ໃນໄວໆນີ້.

ລິງໂດຍກົງ



ເວລາຂອງເຮົາຍັງເຫລືອບໍ່ຫລາຍ ສະນັ້ນ ມາຟັງເພງສຸດທ້າຍກັນເລີຍ ຊື່ເພງ Hello ທີ່ຮັກ ຈາກທໍານອງເພງອໍາມະຕະ Hello ຂອງ Lionel Ritchie. ຂໍມອບເພງນີ້ໃຫ້ ທຸກໆທ່ານທີ່ກໍາລັງຟັງຢູ່ ພິເສດນ້ອງໃໝ່ ນິດທະກອນ ຣໍາບັນດິດ ທີ່ເມືອງ Alber-querque ລັດ New Mexico ຜູ້ຟັງທາງເຟສບຸກ. ຂອບໃຈຫລາຍໆ ສໍາລັບພອນ ວັນແມ່ຍິງສາກົນ. ຫວັງວ່າຈະໄດ້ພໍ້ນ້ອງໃນອະນາຄົດເຊ່ນກັນ. ຂໍໃຫ້ທຸກໆທ່ານຈົ່ງ ມ່ວນຊື່ນກັບເພງນີ້ ພົບ​ກັນ​ໃໝ່ອາທິດ​ໜ້າ ຈົນ​ກ່ວາວັນນະ​ສອນ​ຈະ​ກັບ​ມາ. ລາຕີສະຫວັດ.

ລິງໂດຍກົງ
XS
SM
MD
LG