ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຕ້ອມ ເຣນໂບ: ຊຽງຂວາງແດນງາມ (ຄາຣາໂອເກະ)


ຕ້ອມ ເຣນໂບ
ຕ້ອມ ເຣນໂບ
ສະບາ​ຍດີ ທ່ານຜູ້​ຟັງທຸກໆ​ທ່ານ ​ເພື່ອ​ບໍ່​ໃຫ້​ເສຍ​ເວລາ ຂ້າພະ​ເຈົ້າ​ຂໍ​ສະ​ເໜີ​ເພງ​ທໍາ​ອິດ​ເລີຍ ຊຽງ​ຂວາງ​ແດນງາມ ຂອງ​ຕ້ອມ ​ເຮ​ນ​ໂບ. ຍາ​ລຸງ​ບົວ​ຫອມ ດໍາລົງ ​ຂໍ​ຟັງມາ ຕັ້ງ​ແຕ່​ຕົ້ນ​ເດືອນ​ 12 ​ພຸ້ນ ​ແຕ່​ຈົດໝາຍ​ຫາ​ກໍ​ມາ​ຮອດ ຂຽນ​ຫາ​ວັນນະ​ສອນ ​ແຕ່​ຂະ​ນ້ອຍ​ຖື​ວິ​ສາສະ​ເປີດ​ອ່ານ ຄິດ ວ່າ​ຍາ​ລຸງ​ຄົງ​ຂໍ​ຟັງ​ເພງ​ມາ​ແນ່​ນອນ ​ເພາະ​ກ່ວາ​ວັນນະ​ສອນ​ຈະ​ກັບ​ມາ​ເຮັດ​ວຽກ ກໍ​ຄົງ​ທ້າຍ​ເດືອນ​ສາມ​ພຸ້ນ. ​ເອົາ​ກະ​ຂໍ​ມອບ​ໃຫ້​ຍາ​ລຸງ​ບົວ​ຫອມ​ເລີຍ ພ້ອມ​ກັບ​ຫລານ​ລັດຕະນະ ຄົນ​ເກ່ງ​ແລະ​ໜ້າ​ຮັກ ທີ່​ເຮັດ​ວຽກ​ສອງ​ຈອ໊ບ​ແລ້ວ ​ຍັງ​ໄປຮຽນພ້ອ​ມ. ຂໍໃຫ້​ຈົບ​ໄວ​ໆ​ເດີ້​.



​ເອົາ ຊົມ​ຄວາ​ມງາມ​ຂອງ​ພາກ​ເໜືອ​ຂອງ​ປະ​ເທດ​ລາວ​ແລ້ວ ບັດ​ນີ້​ໄປ​ຟັງສຽງ​ອອນຊອນ​ຂອງ​ລໍາ​ຄອນ​ສະຫວັນ ທາງ​ພາກ​ກາງຂອງ​ລາວ​ກັນ​ເນາະ. ຜູ້​ຟັງຈາກ​ປະ​ເທດ​ໄທ ຍາລຸງ​ສະ​ວ່າງ ທອງ​ບໍ່ ທີ່ຈັງ​ຫວັດ​ໜອງ​ບົວ​ລໍາ​ພູ ຂຽນ​ມາ​ແຕ່​ເດືອນ​ທັນວາ​ຄື​ກັນ ຂໍ​ຟັງ​ລໍາພອນ​ສະຫວັນ​ ວ່າ​ຊັ້ນ ຄິດ​ວ່າ​ຄົງ​ໝາຍ​ເຖີງ​ຄອນ​ສະຫວັນ​ ກໍ​ຂໍ​ຈັດ​ໃຫ້​ເລີຍ ຫວັງ​ວ່າ​ຍາ​ລຸງ​ຄົງ​ກໍາລັງ​ຟັງ​ຢູ່. ເຊີນຍາ​ລຸງ​ກັບ​ບັນດາ​ທ່ານຮັບ​ຟັງ​ໄດ້​ເລີຍ ລໍາ​ຄອນ​ສະຫວັນ ຜົນງານ​ຂອງໝໍລໍາ​ຍິງ ວົງ​ພະຈັນ ​ເພັດ​ໜູ​ພັນ.



ຈັ່ງ​ໃດ​ຄືນ​ນີ້ ຂ້າພະ​ເຈົ້າ​ກໍ​ພາ​ທ່ານ​ລ່ອງ​ລົງມາ​ ຕັ້ງ​ແຕ່​ເໜືອ​ຫາ​ພາກ​ກາງ ຂອງ​ລາວ​ແລ້ວ ກະ​ໄປ​ຮອດ​ພາກ​ໃຕ້​ເລີຍ​ຊະ​ເນາະ ພ້ອມ​ກັບ​ເພງ​ນີ້​ເລີຍ ກຸຫລາບ​ປາກ​ເຊ ຂອງ​ອານຸສອນ ຈັດ​ໃຫ້​ຕາມ​ຄໍາ​ຂໍ​ຂອງ​ອາຈານ​ອົງ​ນຶ່ງ​ທີ່​ຈັງຫວັດຊຽງຣາຍ ປະ​ເທດ​ໄທ. ຂ້າພະ​ເຈົ້າ​ເອງ​ກໍ​ບໍ່​ແນ່​ໃຈ​ວ່າ ຈະ​ຜິດ​ສິນ​ຫລື​ບໍ່ ​ແຕ່​ເພິ່ນ​ກໍ​ຄົງ​ຈະ​ຮູ້​ດີ​ເນາະ. ຈັ່ງ​ໃດ​ກໍ​ຕາມ ຂອບ​ໃຈຂະ​ນ້ອຍ​ທີ່​ຕິດຕາມຟັງ​ວີ​ໂອ​ເອ ຈົນ​ໄລ່​ຊື່​ພະນັກງານ​ໄດ້​ໝົດ​ທຸກ​ຄົນ. ພ້ອມ​ນີ້ ຂ້າພະ​ເຈົ້າ​ຂໍ​ມອບ​ໃຫ້ທ່ານ​ແຟນລາຍການ​ທຸກ​ທ່ານໆ​ ພິ​ເສດ​ຄອບຄົວ​ແກ້ວມະນີ ທີ່​ກໍາລັງ​ກິນເຂົ້າຢູ່. ພົບ​ກັນ​ໃໝ່ ​ແລງ​ວັນ​ອາທິດ​ໜ້າ. ລາຕີ​ສະຫວັດ.

XS
SM
MD
LG