ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ເມສາ ໒໐໒໔

ປິມ - "ກໍເພາະຮັກເຈົ້າ"


ປິມ - "ກໍເພາະຮັກເຈົ້າ"
ປິມ - "ກໍເພາະຮັກເຈົ້າ"

ສບາຍດີ​ແຟນ​ລາຍການ​ທີ່​ໜ້າ​ຮັກ​ທຸກໆ​ທ່ານ​ ໃນ​ຊ່ວງນີ້
ບັນຍາກາດໃນ​ນະ​ຫຼວງ ວໍ​ຊິງ​ຕັນ​ດີ​ຊີ ກໍ​ສວຍ​ງາມ​ເຕັມ​ປ່ຽມ
ໄປ​ດ້ວຍ​ໃບໄມ້ຫຼາກ​ຫຼາຍ​ສີ ທັງ​ແດງ​ເຫຼືອງ​ແສດ ​ແລ້ວ​ກໍ​
ຈະ​ຮ່ວງ​ລົ່ນຕາມ​ການ​ເວລາ ​ເພື່ອ​ຕ້ອນຮັບໜ້າ​ໜາວ ທີ່​ກໍາ
ລັງ​ຈະ​ມາ​ເຖິງ​ໃນ​ໄວໆ​ນີ້. ວັນນະສອນຂໍເເນະ​ນໍາເພງ​ໃໝ່ໆ​
ຂອງ​ນັກ​ຮ້ອງ​ສາວ ລາວ-ອະ​ເມຣິກັນ ລີນາ ລັດຕະນະ
ຈາກ​ລັດ ​ເຄນ​ຊັ​ດ ເພງ “ບ້ານ​ນາ​ຜາ​ສຸກ” ນີ້​ເປັນ​ຜົນງານ​
ເພງດັງໃນ​ອະດີດ ທີ່ລີນານໍາຂຶ້ນມາຂັບຮ້ອງໃນຊຸດນີ້
ຊຶ່ງເປັນ​ຊຸດ​ທໍ​າອິດ ທີ່​ມີ​ຊື່​ຊຸດ​ວ່າ “ສາວ​ແກ່” ວັນນະ​ສອນ​ຂໍ
ຝາກ​ຜົນງານ​ເພງ​ຊຸດນີ້ແລະ​ຝາກ ລີນາ ລັດຕະນະ​ ​ໄວ້​ກັບ​
ທ່ານ​ຜູ້ຟັງອີກ​ຕື່ມ​ຄົນ​ນຶ່ງ. ໄປຟັງ​ເພງ “ບ້ານ​ນາ​ຜາ​ສຸກ”
ຮ່ວມ​ກັນ​ເລີຍ.

ເພງ “ກໍ​ເພາະ​ຮັກ​ເຈົ້າ” ຂອງ​ສາວ​ນ້ອຍ​ສຽງ​ໃສ ນ້ອງ ປິ​ມ ສິນລະປິນ​ສາວ​ຈາກ​ສປປລາວ
ຈັດ​ໃຫ້​ທ່ານ​ຜູ້​ຟັງ​ທີ່​ກຣຸງ​ເທບ ປະ​ເທດໄທ ທີ່​ຂໍ​ຟັງ​ເພງ​ນັກ​ຮ້ອງ​ໄວຣຸ້ນ​ແຕ່​ບໍ່​ໄດ້​ບອກ​ວ່າ
ເປັນ​ຂອງສິນລະປິນທ່ານ​ໃດ ​ແລະ​ຫວັງ​ວ່າ ​ເພງ​ຂອງ​ນ້ອງ​ປິ​ມ ຄົງ​ຈະ​ພາ​ໃຫ້ທ່ານ​ຄົ​ມສັນ
ເມືອງ​ສວຍຄົງຈະ ຂຽນ​ເຂົ້າມາ​ຫາ​ທາງ​ເຮົາອີກ​ແລະຖ້າມີ​ນັກ​ຮ້ອງ​ຄົນ​ໂປດ​ໃນ​ດວງ​ໃຈ ​
ກໍ​ບອກ​ມາດ້ວຍ​ແລ້ວ​ຈະ​ຈັດ​ໃຫ້ຖືກ​ໃຈ.

ສ່ວນຜູ້​ຟັງ ນ້ອງ ດອນ​ມາລາ ຈາກ ອອ໊ສ​ເຕ​ເລຍ​ ​ຂຽນ email ​ເຂົ້າ​ມາຂໍ​ຟັງ​ເພງ​ຂອງ
ນ້ອງ ອາເລັກ​ຊານ​ດຣາ ຫຼາຍ​ຄັ້ງ​ແລ້ວ ​ແຕ່​ຍັງ​ບໍ່​ທັນ​ໄດ້​ມີ​ໂອກາດ​ຕອບ ຫັວງວ່າ​ຄົງ​ຈະ
ບໍ່​ນ້ອຍ​ໃຈແລະ​ບໍ່ວ່າກັນ ແລະຍັງ​ຈະ​ຄອຍ​ຕິດຕາມ​ລາຍການ​ຂອງ VOA ຕະລອດໄປ.
ວັນນະສອນ ຂໍມອບເພງ “ວັນທີ່ເຈົ້າມາຫາ” ໃຫ້ນ້ອງ ດອນ​ມາລາແລະທຸກໆທ່ານຟັງ
ພ້ອມໆກັນເລີຍ. ຟັງເພງໃນລາຍການສຽງເພງຈາກແດນໄກຂອງ VOA ກໍຈະທັນສະໄໝ
ທັນເຫດການ.

XS
SM
MD
LG