ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ສັກກີ ມໍຣະກົດ: ສະເນ່ຄົນງາມ (ເບິ່ງຄາຣາໂອເກະ)


Sarky Morakot
Sarky Morakot

ລາຍການສຽງເພງຈາກແດນໄກຂອງວີໂອເອ ສໍາລັບຄືນວັນອາທິດທີ 27 ພະຈິກ ຜ່ານມານີ້ ນໍາສະເໜີເພງຕາມຄໍາຂໍຂອງທ່ານຜູ້ຟັງ. ເຊີນຕິດຕາມຮັບຟັງຈາກດາຣາໄດ້ເລີຍ.

ຟັງລາຍການດົນຕີໂດຍເຕັມ:

ສະບາຍດີ ທ່ານຜູ້ຟັງທີ່ເຄົາລົບ. ຄືນນີ້ ຂ້າພະເຈົ້າມີເພງຕາມຄໍາຂໍມາຈັດໃຫ້ຟັງ ຕາມທີ່
ໄດ້ສັນຍາໄວ້ໃນອາທິດແລ້ວນີ້. ເພື່ອບໍ່ໃຫ້ເສຍເວລາ ໄປຟັງເພງທໍາອິດກັນເລີຍ ສາວນາ
ແກ ຈັດໃຫ້ຕາມຄໍາຂໍຂອງຫລານ ຄໍາ ນີລະໄສ ທີ່ສະຫວັນນະເຂດ ທີ່ຂຽນເຂົ້າມາຂໍຟັງ
ທາງເຟສບຸກ ຕັ້ງແຕ່ອາທິດກ່ອນ. ປ້າຫາກໍຊອກໄດ້ຈາກຢູທູບ ເປັນຜົນງານຂອງສິດ
ສາຍລຸ້ງ ຫວັງວ່າຫລານຄົງມັກ. ປ້າຂໍຂອບໃຈ ທີ່ຕິດຕາມຟັງວີໂອເອມາຫລາຍປີແລ້ວ.
ເສຍດາຍຢູ່ທີ່ໄປສະຫວັນ ເທື່ອກ່ອນໆບໍ່ໄດ້ພົບຫລານ. ໄປເທື່ອນີ້ຫວັງວ່າຄົງໄດ້ພົບ
ເອົາເຊີນຮັບຟັງໄດ້ເລີຍ ເພງສາວນາແກ ຂອງສິດ ສາຍລຸ້ງ.

ຫວັງວ່າຄົງຖືກໃຈ ຫລານຄໍາ ນີລະໄສ ເພງສາວນາແກທີ່ຈົບລົງໄປນັ້ນ. ເພງຕໍ່ໄປຂໍມອບ
ໃຫ້ທ່ານຍົມມະນາ ສີຫາຄັງ ທີ່ອີເມລມາຂໍຟັງເພງນັກຮ້ອງລາວທີ່ອາເມຣິກາ ບົ່ງຊື່ມາຫລາຍ
ຄົນຢູ່ ແຕ່ຂ້າພະເຈົ້າຊອກເຫັນເພງຂອງ ສາກກີ ມໍລະກົດ ກ່ອນ ກໍເລີຍເລືອກເອົາຂອງຜູ້
ກ່ຽວມາຈັດໃຫ້ຟັງ ເປັນເພງເກົ່າ ຊືເພງສະເນ່ຄົນງາມ ຫວັງວ່າຄົງຖືກໃຈທ່ານຍົມມະນາ.
ຖ້າບໍ່ຖືກໃຈ ກໍຂຽນມາຂໍຟັງໃໝ່ໄດ້ ຈາກວັນນະສອນ ເຈົ້າຂອງລາຍງານສຽງເຊັກຊີ ທີ່ທ່ານ
ມັກ. ອີກສອງອາທິດ ກໍຄົງກັບມາເຮັດການແລ້ວ ຖ້າວ່າບໍ່ເຮັດວຽກຢູ່ລາວເລີຍ. ພ້ອມນີ້ ຂ້າພະເຈົ້າຂໍຂອບໃຈສໍາລັບຄໍາຊົມ. ດົນໆຈັ່ງມີຄົນຂຽນມາຍ້ອງກົງໆກໍອົດດີໃຈບໍ່ໄດ້ ຂໍຂອບ
ໃຈອີກເທື່ອນຶ່ງ. ເອົາ ເຊີນພົບກັບສາກກີໄດ້ເລີຍ.

ເພງສຸດທ້າຍຂອງເຮົາຄືນນີ້ ຈັດໃຫ້ຕາມຄໍາຂໍຂອງຜູ້ຟັງທ່ານນຶ່ງ ທີ່ຂຽນເຂົ້າມາທາງເວັບໄຊ້
ອາທິດແລ້ວນີ້ວ່າ ຂໍຟັງເພງບໍ່ລືມວຽງຈັນແດ່ເດີ້. ເອົາ ຈັດໃຫ້ແລ້ວເດີ້ນີ້ ເປັນຜົນງານຂອງ
ກຸຫລາບ ເມືອງເພຍ. ຫວັງວ່າທ່ານທີ່ຂໍຟັງມາ ກໍາລັງນັ່ງຟັງຢູ່ ແຕ່ຖ້າພາດ ກໍເຂົ້າໄປຟັງ
ທາງເວັບໄຊ້ຂອງເຮົາໄດ້ voanews.com/lao ພ້ອມກັບເບິ່ງວີດີໂອ ຮ້ອງຄາຣາໂອເກະ
ໄປພ້ອມ.ສໍາລັບທ່ານທີ່ບໍ່ໄດ້ຟັງເພງທີ່ຂໍມາໃນຄືນນີ້ ກໍຂໍໃຫ້ອົດໃຈລໍຖ້າໄປຕື່ມກ່ອນ. ຮັບ
ຮອງວ່າໄດ້ຟັງແນ່ນອນ. ຂໍໃຫ້ທຸກໆທ່ານຈົ່ງນອນຫລັບຝັນດີ ລາຕີສະຫວັດ.

XS
SM
MD
LG