ສະບາຍດີທຸກໆທ່ານ ຊ່ວງນີ້ອາກາດໃນນະຄອນຫຼວງ Washington DC ອົບເອົ້າ
ຮ້ອນເປັນພິເສດ, ຮ້ອນກ່ວາປົກກະຕິ ແຕ່ຈະຮ້ອນແຮງໄປກວ່າເພງທີ່ວັນນະສອນຈະ
ຈັດໃຫ້ຟັງຕໍ່ໄປນີ້ ຄົງເປັນໄປບໍ່ໄດ້ ເອົາໄປຟັງພ້ອມໆກັນເລີຍ.
ເພງ "ອາການຂອງຄົນຖືກຖີ້ມ" ໂດຍ ສັກ-Cells
ເຫັນບໍ່ບອກແລ້ວວ່າເພງນີ້ຮ້ອນແຮງທັງນໍ້າສຽງລີລາແລະຄວາມໝາຍຂອງເພງນີ້
"ອາການຂອງຄົນຖືກຖີ້ມ" ເປັນຜົນງານເພງຂອງໜຸ່ມສັກ ວົງ Cells ຈາກ
ສປປລາວ ຜູ້ທີ່ມີຫຼາກຫຼາຍຄວາມສາມາດ ທັງຮ້ອງທັງແຕ່ເພງເອງ ກໍຂໍບອກໃຫ້
ນ້ອງໆໃຫ້ເຂົ້າໃຈວ່າ ເອົາໃຈຄົນອື່ນມາໃສ່ໃຈຕົນດ້ວຍ ກໍຕ້ອງຫາທາງອອກທີ່
ສວຍງາມ ແລະຈົບລົງດ້ວຍດີທັງສອງຝ່າຍ ແລະເພງ "ສາວພັນໄຊ" ນີ້ ຈັດມອບ
ໃຫ້ນ້ອງ ເວີນສອນ ຫຼື ເອີນ ນັກສຶກສາລາວທີ່ຟິລິບປີນ email ບອກມາວ່າ
ຕິດຕາມ VOA ສະເໝີມາບໍ່ໄດ້ຂາດ. ນ້ອງເອີນຍັງບອກມາວ່າ ຂໍຟັງຮ່ວມກັບທ່ານ
ຜູ້ຟັງ VOA ທຸກຖ້ວນໜ້າ ແລະພິເສດສຸດ ຊາວຊໍາເໜືອທຸກໆທ່ານ ເພາະຄິດຮອດ
ຫຼາຍ ວັນນະສອນຫວັງວ່າເພງ "ສາວພັນໄຊ" ເປັນຜົນງານຂອງນັກຮ້ອງສາວ
ແສງມະນີ ຈັນທະວົງ ສິນລະປິນຈາກ ສປປ ລາວ.
ເພງ: "ສາວພັນໄຊ" ໂດຍ ແສງມະນີ ຈັນທະວົງ
ຜູ້ຟັງຊາວຊໍາເໜືອໄດ້ຟັງເພງ"ສາວພັນໄຊ" ນີ້ແລ້ວ ກໍຢ່າງລືມສົ່ງຄວາມຄິດຮອດ
ນ້ອງເອີນນໍາແລະຂໍໃຫ້ນ້ອງຕັ້ງໃຈຮຽນໃຫ້ຈົບໄວໆແລະເພງ "ສອງຝັ່ງຂອງ"
ທີ່ຂັບຮ້ອງໂດຍ ຮຸ່ງຟ້າ ດາວໃໝ່ ນີ້ ຈັດໃຫ້ຜູ້ຟັງນາມແຝງຄົນມັກເພງລາວ
ຄົນໃກ້ບ້ານ ຂໍຟັງມາ ແຕ່ໜ້າເສຍດາຍ ບໍ່ໄດ້ລະບຸວ່າເປັນເພງຂອງທ່ານໃດ ອີກຢ່າງ
ທາງເຮົາກໍບໍ່ມີເພງນີ້ ຫວັງວ່າເພງດັງໃນອະດີດ "ສອງຝັ່ງຂອງ" ນີ້ ຄົງຈະເຮັດໃຫ້
ຄົນມັກເພງລາວ ຄົນໃກ້ບ້ານ ຂຽນ email ເຂົ້າມາອີກ.
ຂໍໃຫ້ທຸກໆທ່ານນອນຫຼັບຝັນດີແລະພົບກັນໃໝ່ໃນອາທິດໜ້າ.
ເພງ "ສອງຝັ່ງຂອງ" ໂດຍ ຮຸ່ງຟ້າ ດາວໃໝ່