ອົງການ Multicultural Education ທີ່ເອີ້ນຫຍໍ້ວ່າ MEG ຮ່ວມກັບຫ້ອງສະໝຸດເກລ ບໍເດິນ (Gail Borden) ໃນເຂດເມືອງແອລຈິນ ລັດອິລລີນອຍ ໄດ້ນຳເອົາຮູບຊ້າງອອກມາຕັ້ງສະແດງ ເພື່ອເປັນການສະເຫຼີມສະຫຼອງມູນມໍລະດົກຂອງຊາວອາເມຣິກັນເຊື້ອສາຍເອເຊຍແລະຊາວເກາະຊາວດອນຈາກເຂດມະຫາ ສະໝຸດປາຊີຟິກ ໃນເດືອນພຶດສະພາ ຊຶ່ງເປັນການຮັບຮູ້ເຖິງການປະກອບສ່ວນເຂົ້າໃນປະຫວັດສາດ ວັດທະນະທຳ ແລະ ຜົນສຳເລັດຂອງສະຫະລັດ ໂດຍຄົນອາເມຣິກັນເຊື້ອສາຍເອເຊຍ.
ຍານາງນີນາ ສີຫາລາດ ຈາກອົງການ Multicultural Education ໃນເມືອງແອລຈິນ ກ່າວກ່ຽວກັບເລື້ອງນີ້ວ່າ:
“ແຕ່ລະປີ ພວກຂ້ານ້ອຍກໍໄດ້ຮ່ວມມື ກັບໄລແບຣຣີ ຢູ່ແອລຈີນໜີ້ ແຕ່ລະປີ ພວກເຮົາຈະເອົາເດັກນ້ອຍໄປຟ້ອນ ເພື່ອເຜີຍແຜ່ວັດທະນະທຳລາວ ປີນີ້ມາເປັນໂຄວິດນໍ ສະມາຄົມເຮົາກໍບໍໄດ້ເຮັດຫຍັງ ພວກເຮົາມີນ້ອງຊ້າງທີ່ເປັນແຮງບັນດານໃຈຈາກມິສຢູນີເວີດລາວປີ 2019 ຊຶ່ງໄດ້ໄປປະກວດຢູ່ແອັດແລນຕ້າ ນ້ອງຊ້າງນີ້ກໍເປັນສັນຍາລັກຂອງປະເທດລາວແລະພວກຂ້ານ້ອຍກໍໄດ້ເອົານ້ອງຊ້າງໜີ້ມາໂຊຢູ່ໄລແບຣຣີ.”
ຍານາງນີນາກ່າວຕື່ມວ່າ ທາງອົງການ Multicultural Education ພ້ອມດ້ວຍຄະນະຫໍສະໝຸດເກລບໍເດິນຍັງຈະຈັດການສຳພາດກັບຍານາງເມ ວິຈິດຕາ ພອນວິໄລ ມິສຢູນີເວີສລາວປີ 2019 ກ່ຽວກັບຊຸດປະຈຳຊາດ “ນ້ອງຊ້າງ” ພ້ອມດ້ວຍຜູ້ຈັດການ Tot Lina ໃນວັນຈັນທີ 10 ພຶດສະພາຈະມານີ້. ສຳລັບແຂກຜູ້ມີກຽດ ທີ່ມາຮ່ວມການເປີດງານຢູ່ຫ້ອງສະໝຸດເມື່ອວັນທີ 3 ພຶດສະພາ ຜ່ານມານີ້ ຍານາງນີນາ ກ່າວວ່າ:
“ພວກຂ້ານ້ອຍ ກໍໄດ້ເຊີນແອລຈິນເມເຢີ ແລະກໍມີແອລຈິີນ ເຄົາເຊິລແມນ ແລະ ກໍມີເຄົາເຊີລວໍແມນ ແລະກໍມີຫົວໜ້າຂອງໄລແບຣຣີ ແລະກໍມີພີ່ນ້ອງຄົນລາວຮຸ້ນຜູ້ໃຫຍ່ເພິ່ນມາຊ່ອຍໃຫ້ກຳລັງໃຈພວກຂ້ານ້ອຍນຳ.”
ຍານາງນີນາເວົ້າວ່າ ຊ້າງໂຕນີ້ ຈະຕັ້ງຢູ່ໃນຫ້ອງສະໝຸດເລີຍ ຖ້າຜູ້ໃດຢູ່ໃກ້ແຖວແອລຈິນ ຫຼືຢາກໄປເບິ່ງຊ້າງທີ່ວາງສະແດງຢູ່ຫ້ອງສະໝຸດ ເກລບໍເດິນ ເຂົ້າໄປກໍຈະເຫັນໂລດ ຊຶ່ງເປັນໂຕໃຫຍ່ໆ ຕັ້ງຢູ່ທາງກາງຫ້ອງສະໝຸດເລີຍ.