ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ບັນດາຄູບາອາຈານ ລາວ ທີ່ຕິດຄ້າງໃນ ໄທ ຍ້ອນ COVID-19 ສາມາດປັບຕົວ ເຂົ້າກັບສະຖານະການໄດ້ດີ


ຄູບາ ແລະ ນັກສຶກສາ ນັ່ງຮຽນຢູ່ໃນຫ້ອງຮຽນ ທີ່ວິທະຍາໄລສົງ ນະຄອນພະນົມ, ຈັງຫວັດມຸກດາຫານ, ປະເທດ ໄທ.
ຄູບາ ແລະ ນັກສຶກສາ ນັ່ງຮຽນຢູ່ໃນຫ້ອງຮຽນ ທີ່ວິທະຍາໄລສົງ ນະຄອນພະນົມ, ຈັງຫວັດມຸກດາຫານ, ປະເທດ ໄທ.

ປະເທດ ໄທ ໄດ້ເລີ່ມຫຼຸດຜ່ອນການກັກບໍລິເວນ ເພື່ອຄວບຄຸມການລະບາດຂອງ ໄວຣັສໂຄໂຣນາ ໃນວັນອາທິດທີ 3 ພຶດສະພາທີ່ຜ່ານມາ, ດ້ວຍການອະນຸຍາດ ໃຫ້ທຸລະກິດບາງແຫ່ງເປີດກິດຈະ ການຄືນ ແລະ ເລີ່ມເຮັດໃຫ້ປະເທດມີຊີວິດຂຶ້ນ ມາຄືນອີກ.

ໃນຂະນະທີ່ກຳມະກອນຊາວ ລາວ ທີ່ເຮັດວຽກໃນ ໄທ ແມ່ນສາມາດເດີນທາງ ກັບປະເທດກ່ອນໜ້ານີ້ນັ້ນ, ບາງຄົນກໍບໍ່ສາມາດເດີນທາງກັບໄດ້ ແລະ ຫຼາຍ ຄົນໃນນັ້ນແມ່ນໄດ້ປະສົບບັນຫາກັບການດຳລົງຊີວິດ ເນື່ອງຈາກບໍ່ໄດ້ເຮັດວຽກ ແລະ ຂາດລາຍໄດ້. ແຕ່ວ່າບາງຄົນກໍສາມາດປົບຕົວເຂົ້າກັບສະຖານະການໄດ້ ເປັນຢ່າງດີ, ໂດຍສະເພາະຄູບາອາຈານທີ່ປາກົດວ່າສາມາດປະຄອງຕົວ ແລະ ສາມາດທີ່ຈະດຳລົງຊີວິດ ໄກຈາກບ້ານໄດ້ຢ່າງສະບາຍ ເນື່ອງຈາກວ່າບັນດາ ຄູບາອາຈານມີວິຖີຊີວິດ ທີ່ແຕກຕ່າງຈາກປະຊາຊົນທົ່ວໄປ.

“ເມືອບ້ານບໍ່ໄດ້ຕອນນີ້ ເພາະວ່າທາງຝັ່ງເຮົາບ້ານເຮົາ ກະຢູ່ທາງລາວພຸ້ນ ເພິ່ນ ກະໄດ້ທຳການປິດຫັ້ນນະ, ປິດປະເທດຫຼືວ່າປິດດ່ານ. ບໍ່ໃຫ້ຄົນເຂົ້າອອກ ເປັນ ປົກກະຕິ. ຄິດວ່າຄວາມລຳບາກກະ ໂດຍສ່ວນຕົວຂອງອາດຕະມາ ກະທຳມະ ດາ,​ ການທີ່ເຮົາຕິດຄ້າງຢູ່ກະນຶ່ງ ກະບໍ່ໄດ້ໄປຫັ້ນໄປນີ້ຕາມປົກກະຕິ ນັ້ນແຫຼະ ທີ່ຄິດວ່າເປັນບັນຫາແດ່. ກັບເລື່ອງເອກະສານ, ພາສປອດ ການເດີນທາງເຮົາ ກະຍັງບໍ່ແນ່ໃຈວ່າ ທາງບ້ານເມືອງເພິ່ນຊິເຮັດໃຫ້ແນວໃດຫັ້ນນະ, ນັ້ນຄືຄຳເວົ້າຂອງອາຈານ ດາລີ ຈັນທະວົງ ຈາກວັດໃຫຍ່ໄຊຍະພູມແຂວງສະຫວັດນະເຂດ ທີ່ຮຽນຢູ່ວິທະຍາໄລສົງນະຄອນພະນົມ.”

ນອກຈາກຄວາມເປັນຫ່ວງ ກ່ຽວກັບ ເອກະສານທີ່ສຳຄັນຕ່າງໆແລ້ວ, ບັນດາຄູ ບາອາຈານທັງຫຼາຍກໍບໍ່ສາມາດທີ່ຈະໄປທຳການສູດມົນ ຢູ່ບ້ານເຮືອນຂອງປະຊາ ຊົນໄດ້ ເນື່ອງຈາກມາດຕະການຢູ່ຫ່າງກັນໃນສັງຄົມ.

ສ່ວນມາດຕະການປ້ອງກັນ ໂຄວິດ-19 ໃນ ໄທ ນັ້ນຖືກວ່າເຄັ່ງຄັດພໍສົມຄວນ.

ອາຈານ ຖາວອນ ຄຳແພງດີ ຈາກແຂວງ ສະຫວັນນະເຂດ ໄດ້ເວົ້າ ກ່ຽວກັບ ການໃສ່ໜ້າກາກວ່າ “ຊ່ວງນີ້ ກໍເວົ້າພື້ນເລື່ອງໂຄວິດຫັ້ນແຫຼະ ກໍລຳບາກໄປ ຕາມສະຖານະການ. ພໍ່ໃຫຍ່ບ້ານເພິ່ນກໍປະ ກາດໃຫ້ໃສ່ຕາມກົດລະບຽບ. ເພິ່ນ ບອກມາໃຫ້ໃສ່, ຄັນບໍ່ໃສ່ເພິ່ນກະຊິປັບຫັ້ນນະ 20,000 ບາດພຸ້ນໃດ.”

ສຳລັບການຢູ່ການກິນ ຄູບາອາຈານລາວທີ່ໄປສຶກສາຢູ່ວິທະຍາໄລສົງນະຄອນ ພະນົມດັ່ງກ່າວ ກໍໄດ້ທຳການບິນພະບາດຕາມປົກກະຕິ ແລະ ຮັບປະທານອາ ຫານທ່ຽງຢູ່ທີ່ວິທະຍາໄລສົງນັ້ນ.

ພວກເຮົາຈະມີການສຳພາດພິເສດ ກັບບັນດາຄູບາອາຈານທີ່ສຶກສາຢູ່ວິທະຍາໄລ ສົງນະຄອນພະນົມໃນຈັງຫວັດມຸກດາຫານ ປະເທດ ໄທ ມານຳສະເໜີທ່ານຕື່ມ ອີກໃນວັນອາທິດ ວັນທີ 10 ພຶດ ສະພານີ້. ກະລຸນາຕິດຕາມຟັງ.

XS
SM
MD
LG