ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ນັກມວຍ MMA ອາເມຣິກັນ ເຊື້ອສາຍ ລາວ ປະກາດການຂຶ້ນຊົກ ໃນວັນທີ 11 ພະຈິກນີ້


ທ້າວ ອານເດຣ ສຸກຄຳທັດ ນັກມວຍສິລະປະປ້ອງກັນຕົວປະສົມ ອາເມຣິກັນ ເຊື້ອສາຍ ລາວ, ຊ້ອມມວຍ ຢູ່ຄ້າຍຂອງລາວ.
ທ້າວ ອານເດຣ ສຸກຄຳທັດ ນັກມວຍສິລະປະປ້ອງກັນຕົວປະສົມ ອາເມຣິກັນ ເຊື້ອສາຍ ລາວ, ຊ້ອມມວຍ ຢູ່ຄ້າຍຂອງລາວ.

Xtreme Fighting Championship ຫຼື XFC MMA ເຊິ່ງແມ່ນອົງການກິລາສິລະປະປ້ອງກັນຕົວປະສົມ ໄດ້ປະກາດການແຂ່ງຂັນ XFC 43 ທີ່ມີກຳນົດຈັດຂຶ້ນ ໃນວັນທີ 11 ພະຈິກ ນີ້, ໃນນະຄອນ ແອັດແລນຕ້າ, ລັດ ຈໍເຈຍ.

ການແຂ່ງຂັນດັ່ງກ່າວໄດ້ຖືກປະກາດໃນວັນອັງຄານທີ່ຜ່ານມາ, ໂດຍຄູ່ເອກຂອງການຊົກມວຍສິ ລະປະປ້ອງກັນຕົວດັ່ງກ່າວນີ້ ຈະເປັນນັກຊົກ ອາເມຣິກັນ ເຊື້ອສາຍລາວ ທ້າວ ອານເດຣ ສຸກຄຳທັດ, ກັບອະດີດແຊັ້ມ XFC ລຸ້ນນໍ້າໜັກບໍ່ເກີນ 57 ກິໂລ.

ທ້າວ ອານເດຣ ໄດ້ປະກາດ ໃນໜ້າເຟສບຸກຂອງລາວວ່າ “ຫຼັງຈາກທີ່ບໍ່ໄດ້ຕໍ່ສູ້ມານຶ່ງປີ, ຂ້າພະເຈົ້າພາກພູມໃຈທີ່ຈະເວົ້າວ່າຂ້າພະເຈົ້າກຳລັງຈະຍ່າງເຂົ້າໃນກົງ 8 ຫຼ່ຽມຂອງ XFC MMA, ຂຶ້ນຊົກເປັນຄູ່ເອກ.“

ຄູ່ແຂ່ງຂອງທ້າວ ອານເດຣ ແມ່ນຊາວ ບຣາຊິລ, ແລະ ໄດ້ຕໍ່ສູ້ພຽງແຕ່ 4 ຄັ້ງນັບຕັ້ງແຕ່ປີ 2015 ເປັນຕົ້ນມາ, ເຊິ່ງສ່ວນໃຫຍ່ລາວໄດ້ແຂ່ງຂັນໃນປະເທດ ບຣາຊິລ.

ການກັບຄືນມາຊົກຂອງທັງສອງຈະເປັນການພິສູດໃຫ້ເຫັນຄວາມແຂງແກ່ນຂອງທັງສອງຄົນອີກຄັ້ງ ຫຼັງຈາກໄດ້ພັກໄປໃນຊ່ວງເວລາໃດນຶ່ງ.

ທ້າວ ອານເດຣ ມີຊື່ສຽງຈາກການທີ່ລາວໄດ້ຊົກໃຫ້ອົງການກິລາສິລະປະປ້ອງກັນຕົວປະສົມ UFC ໂດຍແຕ່ລະຄັ້ງທີ່ລາວຂຶ້ນຊົກ ລາວ ຈະຖືວ່າຕົນເອງເປັນຕົວແທນໃຫ້ປະເທດ ລາວ ແລະ ຈະຖືທຸງຊາດ ລາວ ຂຶ້ນເວທີທຸກຄັ້ງ.

ທ້າວ ອານເດຣ ໄດ້ແຂ່ງຂັນໃນ UFC ແຕ່ປີ 2017 ຫາ 2019, ແລະ ໃນ ທ້າຍປີ 2019 ລາວໄດ້ຍ້າຍອອກຈາກ UFC ຫຼັງຈາກບໍ່ປະສົບຄວາມສຳເລັດ, ດ້ວຍການຂຶ້ນຊົກ 7 ຄັ້ງ, ໄດ້ຊະນະພຽງ 2​ ຄັ້ງ ແລະ ຜ່າຍແພ້ 5 ຄັ້ງ.

XFC ເປັນອົງການທີ່ນ້ອຍກວ່າ UFC, ແລະ ຕໍ່ສູ້ໃນກົງ 6 ຫຼ່ຽມ ເຊິ່ງຄ້າຍຄື ກັບກົງ 8 ຫຼ່ຽມຂອງ UFC. ແຕ່ນັກມວຍຂອງເຂົາເຈົ້ານັ້ນ ຫຼາຍຄົນກໍເຄີຍເປັນ ອະດີດນັກມວຍ UFC. ສະນັ້ນການຕໍ່ສູ້ໃນ XFC ທີ່ເປັນອົງການນ້ອຍກວ່າ ກໍ ບໍ່ໄດ້ໝາຍຄວາມວ່າ ການຕໍ່ສູ້ຈະງ່າຍກວ່າ.

XS
SM
MD
LG