ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ລາວ ຈະດຳເນີນ ມາດຕະການ ຮອບດ້ານ ເພື່ອປັບປຸງ ຄຸນນະພາບ ດ້ານການທ່ອງທ່ຽວ ຂອງ ລາວ


ນັກທ່ອງທ່ຽວນັ່ງຢູ່ຮ້ານອາຫານແຫ່ງນຶ່ງໃນເມືອງ ວັງວຽງ.
ນັກທ່ອງທ່ຽວນັ່ງຢູ່ຮ້ານອາຫານແຫ່ງນຶ່ງໃນເມືອງ ວັງວຽງ.

ລັດຖະມົນຕີ ລາວ ຢືນຢັນວ່າຈະດຳເນີນມາດຕະການຮອບດ້ານ ເພື່ອພັດທະນາປັບປຸງຄຸນນະພາບດ້ານການທ່ອງທ່ຽວຂອງ ລາວ ໃຫ້ໄດ້ມາດຕະຖານສາກົນ ເພື່ອດຶງດູດເອົາ
ນັກທ່ອງທ່ຽວຕ່າງຊາດໃຫ້ເພີ່ມຂຶ້ນນັບມື້.

ທ່ານ ບໍ່ແສງຄຳ ວົງດາຣາ ລັດຖະມົນຕີວ່າການກະຊວງຖະແຫຼງຂ່າວ, ວັດທະນະທຳ
ແລະ ທ່ອງທ່ຽວ ຖະແຫຼງຢືນຢັນວ່າເປົ້າໝາຍສຳຄັນຂອງການຈັດຕັ້ງປະຕິບັດແຜນ
ການພັດທະນາທາງດ້ານການທ່ອງທ່ຽວໃນປີ 2018 ຫຼື ປີທ່ອງທ່ຽວ ລາວ ນັ້ນຈະໄດ້
ດຳເນີນມາດຕະການຢ່າງຮອບດ້ານເຂົ້າໃນການພັດທະນາປັບປຸງ ເພື່ອຍົກລະດັບຄຸນ
ນະພາບທາງດ້ານການທ່ອງທ່ຽວຂອງ ລາວ ໃຫ້ໄດ້ມາດຕະຖານສາກົນເທື່ອລະກ້າວ ດ້ວຍ
ການເພັ່ງເລັງໃສ່ການຄຸ້ມຄອງສະຖານບັນເທີງ ແລະ ບໍລິການຕ່າງໆ ເພື່ອໃຫ້ດຳເນີນ
ທຸລະກິດຕາມລະບຽບກົດໝາຍຢ່າງເຂັ້ມງວດ ທັງຍັງຈະສ້າງນິຕິກຳໃໝ່ໆ ສຳລັບຄຸ້ມ
ຄອງທຸລະກິດການທ່ອງທ່ຽວໃນທົ່ວປະເທດດ້ວຍ ດັ່ງທີ່ ທ່ານ ບໍ່ແສງຄຳ ໄດ້ໃຫ້ການ
ຢືນຢັນວ່າ.

"ຈະໄດ້ເພີ່ມທະວີການກວດກາຕິດຕາມການເຄື່ອນໄຫວຂອງທຸລະກິດບັນເທີງທຸກປະ
ເພດ, ສຶກສາອົບຮົມແນວຄິດ, ສ້າງສະຕິຕື່ນຕົວ ແລະ ຍົກສູງຄວາມຮັບຜິດຊອບຕໍ່ໜ້າ
ທີ່ໃຫ້ແກ່ຜູ້ປະກອບການ ເພື່ອຫຼຸດຜ່ອນປາກົດການຫຍໍ້ທໍ້ທາງດ້ານການທ່ອງທ່ຽວໃຫ້
ນັບມື້ຫຼຸດລົງ, ສືບຕໍ່ສ້າງ ແລະ ປັບປຸງນິຕິກຳ, ກົດໝາຍຂອງຂະແໜງການທ່ອງທ່ຽວ
ໃຫ້ຄົບຖ້ວນເທື່ອລະກ້າວ ເປັນຕົ້ນແມ່ນຂໍ້ຕົກລົງວ່າດ້ວຍການຄຸ້ມຄອງຄາຣາວານ,
ການທ່ອງທ່ຽວແບບຜະຈົນໄພ, ການສ້າງຕັ້ງເຄື່ອນໄຫວທຸລະກິດບໍລິການນຳທ່ຽວ,
ການຄຸ້ມຄອງທຸລະກິດບໍລິການໂຮງແຮມ, ເຮືອນພັກ ດຳລັດວ່າດ້ວຍການຄຸ້ມຄອງ
ແຫຼ່ງທ່ອງທ່ຽວ ມາດຕະຖານຂັ້ນພື້ນຖານຂອງເຮືອນພັກ, ພັດຕະຄານ, ຮ້າຍອາຫານ,
ສວນອາຫານ, ຮ້ານກິນດື່ມ."

ທາງການ ລາວ ໄດ້ຈັດພິທີເປີດປີການທ່ອງທ່ຽວ ລາວ 2018 ຢ່າງເປັນທາງການໃນ
ແລງວັນທີ 28 ຕຸລາທີ່ຜ່ານມາ ໂດຍມີທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີເປັນ
ປະທານໃນພິທີ ແລະ ໄດ້ຈັດຂຶ້ນໃນໂອກາດດຽວກັນກັບງານບຸນນະມັດສະການພະ
ທາດຫຼວງປະຈຳປີ 2017 ແລະ ໃນພິທີການຄັ້ງນີ້ກໍໄດ້ມີການເຊີນສື່ມວນຊົນ ແລະ
ແຂກຈາກປະເທດສະມາຊິກອາຊຽນ ແລະ ພູມີພາກອື່ນໆຈາກທົ່ວໂລກເຂົ້າຮ່ວມດ້ວຍ.

ໂດຍລັດຖະບານ ລາວ ໄດ້ວາງຄາດໝາຍທີ່ຈະດຶງດູດເອົາຊາວຕ່າງຊາດໃຫ້ເຂົ້າມາ
ທ່ອງທ່ຽວໃນ ລາວ ໃຫ້ໄດ້ຫຼາຍກວ່າ 5 ລ້ານຄົນ ແລະ ເຮັດໃຫ້ພາກບໍລິການໃນ ລາວ
ມີລາຍຮັບເກີນກວ່າ 900 ລ້ານໂດລາໃນຕະຫຼອດປີ 2018 ດ້ວຍການຈັດກິດຈະກຳ
ແລະ ງານບຸນປະເພນີຕ່າງໆໃນ 18 ແຂວງທົ່ວປະເທດເຊັ່ນ ການຈັດຄາຣາວານລົດ
ທ່ອງທ່ຽວແຕ່ເໜືອຮອດໃຕ້, ບຸນມະໂຫລານການສະແດງສິລະປະ ວັດທະນະທຳພື້ນ
ເມືອງບັນດາເຜົ່າ, ການແຂ່ງລົດວິບາກ, ກິດຈະກຳປີນໜ້າຜາ, ການຈັດງານວັນ ລາວ
ໃນຕ່າງປະເທດເຊັ່ນ ໄທ, ຫວຽດນາມ, ຍີ່ປຸ່ນ, ເຢຍຣະມັນ, ຝຣັ່ງ, ອັງກິດ ທີ່ທາງການ
ລາວ ເຊື່ອວ່າຈະດຶງດູດນັກທ່ອງທ່ຽວຕ່າງຊາດໄດ້ເປັນຢ່າງດີ.

ຍິ່ງໄປກວ່ານັ້ນ ທາງການ ລາວ ກໍໄດ້ຮັບການຢືນຢັນຈາກປະເທດສະມາຊິກໃນ ອາຊຽນ
ດ້ວຍກັນວ່າ ຈະໃຫ້ການຊ່ວຍເຫຼືອໃນການໂຄສະນາປະຊາສຳພັນປີການທ່ອງທ່ຽວ
ລາວ 2018 ຢ່າງກວ້າງຂວາງ ທັງຍັງຈະສົ່ງເສີມໃຫ້ພົນລະເມືອງຂອງຕົນເດີນທາງມາ
ທ່ອງທ່ຽວໃນ ລາວ ຫຼາຍຂຶ້ນອີກດ້ວຍ ໂດຍສະເພາະແມ່ນປະເທດໃນລຸ່ມແມ່ນໍ້າຂອງ
ດ້ວຍກັນນັ້ນ.

ແຕ່ຢ່າງໃດກໍຕາມ ໃນຕະຫຼອດປີ 2017 ນີ້ກໍຄາດວ່ານັກທ່ອງທ່ຽວຕ່າງຊາດຈະເດີນ
ທາງເຂົ້າມາໃນ ລາວ ຫຼຸດລົງເຖິງ 12 ເປີເຊັນທຽບໃສ່ປີ 2016 ໂດຍສະເພາະນັກທ່ອງ
ທ່ຽວຈາກປະເທດສະມາຊິກໃນ ອາຊຽນດ້ວຍກັນນັ້ນ ຖືເປັນກຸ່ມນັກທ່ອງທ່ຽວທີ່ເດີນ
ທາງເຂົ້າມາໃນ ລາວ ຫຼຸດລົງຫຼາຍທີ່ສຸດ ແລະ ເພື່ອຫຼຸດຜ່ອນບັນຫາດັ່ງກ່າວ ທາງການ
ລາວ ຈຶ່ງໄດ້ຮຽກຮ້ອງຕໍ່ລັດຖະບານຂອງປະເທດໃນອາຊຽນດ້ວຍກັນ ເພື່ອຂໍໃຫ້ມີການ
ສົ່ງເສີມພົນລະເມືອງໃນປະເທດຂອງຕົນໃຫ້ເດີນທາງເຂົ້າມາທ່ອງທ່ຽວໃນ ລາວ ເພີ່ມ
ຂຶ້ນໃນປີ 2018.

ຍິ່ງໄປກວ່ານັ້ນ ທ່ານ ບໍ່ແສງຄຳ ຍັງຍອມຮັບວ່າພາກສ່ວນທີ່ໄດ້ຮັບຜົນປະໂຫຍດຈາກ
ນັກທ່ອງທ່ຽວ ຈີນ ທີ່ເດີນທາງມາ ລາວ ເພີ່ມຂຶ້ນຢ່າງຕໍ່ເນື່ອງກໍຄືນັກທຸລະກິດ ຈີນ ທີ່ລົງ
ທຶນໃນ ລາວ ທັງໃນຖານະເຈົ້າຂອງໂຮງແຮມ, ຮ້ານອາຫານ, ສະຖານບັນເທີງ ແລະ
ເຈົ້າຂອງບໍລິສັດນຳທ່ຽວຢ່າງຄົບວົງຈອນໃນ ລາວ ນັ້ນເອງ.

ທາງດ້ານສະມາຄົມວິໄຈການທ່ອງທ່ຽວອາຊຽນ (ATRA) ລາຍງານວ່າ ລາຍຮັບໃນ
ພາກການທ່ອງທ່ຽວຂອງ ລາວ ໃນປັດຈຸບັນມີລາຍຮັບຕໍ່າກວ່າອັດຕາສະເລ່ຍໃນກຸ່ມ
ອາຊຽນ ດ້ວຍກັນ ກໍຄືໃນຂະນະທີ່ລາຍຮັບການທ່ອງທ່ຽວຂອງອາຊຽນຢູ່ທີ່ອັດຕາສະ
ເລ່ຍ 12 ເປີເຊັນຂອງຍອດຜະລິດຕະພັນພາຍໃນ (GDP) ຫາກແຕ່ວ່າ ລາຍຮັບໃນພາ
ການທ່ອງທ່ຽວຂອງ ລາວ ກັບຄິດເປັນອັດຕາສະເລ່ຍພຽງ 7 ເປີເຊັນຂອງ GDP ເທົ່າ
ນັ້ນ ແລະ ການທີ່ຈະດຶງດູດເອົານັກທ່ອງທ່ຽວຊາວຕ່າງຊາດໃຫ້ໄດ້ 5 ລ້ານກວ່າຄົນໃນ
ປີ 2018 ຈຶ່ງບໍ່ແມ່ນເລື່ອງ່າຍ.

XS
SM
MD
LG