ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ລັດຖະມົນຕີ ລາວ ມີແຜນ ຈະດຶງດູດເອົາ ນັກທ່ອງທ່ຽວຕ່າງຊາດ ໃຫ້ໄດ້ເຖິງ 6 ລ້ານຄົນ ໃນປີ 2020


ນັກທ່ອງທ່ຽວຕ່າງປະເທດ ນັ່ງກິນອາຫານໃນເມືອງ ວັງວຽງ, ແຂວງວຽງຈັນ.
ນັກທ່ອງທ່ຽວຕ່າງປະເທດ ນັ່ງກິນອາຫານໃນເມືອງ ວັງວຽງ, ແຂວງວຽງຈັນ.

ລັດຖະມົນຕີ ລາວ ຢືນຢັນໃນແຜນການທີ່ຈະດຶງດູດນັກທ່ອງທ່ຽວຊາວຕ່າງຊາດໃຫ້ໄດ້
ເຖິງ 6 ລ້ານຄົນໃນປີ 2020 ດ້ວຍການປັບໃຊ້ຍຸດທະສາດການທ່ອງທ່ຽວອາຊຽນ 2016
-2025 ໃຫ້ເປັນປະໂຫຍດກັບ ລາວ.

ທ່ານ ບໍ່ແສງຄຳ ວົງດາຣາ ລັດຖະມົນຕີວ່າການກະຊວງຖະແຫຼງຂ່າວ, ວັດທະນະທຳ
ແລະ ທ່ອງທ່ຽວຖະແຫຼງຢືນຢັນວ່າ ເປົ້າໝາຍສຳຄັນຂອງການພັດທະນາການທ່ອງທ່ຽວ
ນັບຈາກປັດຈຸບັນເຖິງປີ 2020 ທີ່ລັດຖະບານ ລາວ ໄດ້ວາງອອກ ແລະ ຈະຕ້ອງຈັດຕັ້ງ
ປະຕິບັດໃຫ້ໄດ້ຢ່າງແທ້ຈິງ ກໍຄືການດຶງດູດນັກທ່ອງທ່ຽວຊາວຕ່າງຊາດໃຫ້ເຂົ້າມາໃນ
ລາວ ໃຫ້ໄດ້ເຖິງ 6 ລ້ານຄົນໃນປີ 2020.

ທັງນີ້ໂດຍລັດຖະບານ ລາວ ໄດ້ມອບໝາຍໃຫ້ກະຊວງຖະແຫຼງຂ່າວ, ວັດທະນະທຳ
ແລະ ທ່ອງທ່ຽວເປັນພາສ່ວນຮັບຜິດຊອບການດຳເນີນງານ ແລະ ປະສານສົມທົບກັບ
ທຸກພາກສ່ວນທີ່ກ່ຽວຂ້ອງໃນທົ່ວປະເທດ ເພື່ອເຮັດໃຫ້ສາມາດບັນລຸເປົ້າໝາຍດັ່ງ
ກ່າວໃຫ້ໄດ້ຢ່າງແທ້ຈິງ ຊຶ່ງຖືວ່າເປັນເປົ້າໝາຍທີ່ທ້າທາຍສົມຄວນ ດັ່ງທີ່ທ່ານ ບໍ່ແສງ
ຄຳ ໄດ້ໃຫ້ການຍອມຮັບວ່າ.

"ໃນຖານະທີ່ເປັນກະຊວງທີ່ຄຸ້ມຄອງມະຫາພາກຕໍ່ດ້ານນີ້ ພວກຂ້າພະເຈົ້າກໍຈະໄດ້ສືບ
ຕໍ່ສົມທົບກັບບັນດາຂະແໜງການທ້ອງຖິ່ນທີ່ກ່ຽວຂ້ອງ ເພື່ອພ້ອມກັນປະຕິບັດຕາມ
ແຜນການຂອງລັດຖະບານ ໃນການສືບຕໍ່ຂະຫຍາຍພັດທະນາການທ່ອງທ່ຽວໃຫ້ນັບ
ມື້ນັບດີຂຶ້ນທັງປະລິມານ, ທັງຄຸນນະພາບ, ເປົ້າໝາຍຂອງພວກເຮົາແມ່ນເຮັດແນວໃດ
ໃນປີ 2020 ນີ້ ໃຫ້ມີຈຳນວນນັກທ່ອງທ່ຽວເຂົ້າມາປະເທດເຮົາ ບໍ່ຕໍ່າກວ່າ 6 ລ້ານຄົນ
ອັນນີ້ກໍເປັນຕົວເລກທີ່ທ້າທາຍຫຼາຍສົມຄວນ ຊຶ່ງພວກເຮົາຈະໄດ້ພ້ອມກັນປັບປຸງພື້ນ
ຖານແຫຼ່ງທ່ອງທ່ຽວຂອງພວກເຮົາ, ຂະແໜງການທີ່ປິ່ນອ້ອມຕ່າງໆ ເພື່ອເຮັດແນວ
ໃດໃຫ້ນັກທ່ອງທ່ຽວເຂົ້າມາປະເທດຂອງພວກເຮົາໃຫ້ຫຼາຍຂຶ້ນ."

ແຕ່ຢ່າງໃດກໍຕາມ ທ່ານ ສູນ ມະນີວົງ ຫົວໜ້າກົມໂຄສະນາການທ່ອງທ່ຽວກໍໄດ້ຖະ
ແຫຼງຍອມຮັບວ່າ ລາຍຮັບໃນພາກບໍລິການ ແລະ ທ່ອງທ່ຽວຂອງ ລາວ ໃນປັດຈຸບັນນີ້
ຖືວ່າຍັງມີສັດສ່ວນໃນລະດັບທີ່ຕໍ່າກວ່າ ອັດຕາສະເລ່ຍໃນກຸ່ມ ອາຊຽນ ດ້ວຍກັນ ກໍຄື
ໃນຂະນະທີ່ລາຍຮັບໃນພາກການທ່ອງທ່ຽວຂອງ ອາຊຽນ ຢູ່ທີ່ອັດຕາສະເລ່ຍ 12 ເປີ
ເຊັນຂອງຍອດຜະລິດຕະພັນລວມ (GDP) ແຕ່ວ່າລາຍຮັບໃນພາກການທ່ອງທ່ຽວ
ຂອງ ລາວ ກັບຄິດເປັນ 7 ເປີເຊັນຂອງມູນຄ່າ GDP ທັງໝົດຂອງ ລາວ ໃນແຕ່ລະປີ
ເທົ່ານັ້ນ.

ໂດຍພາຍໃຕ້ສະພາບການດັ່ງກ່າວ ຈຶ່ງເຮັດໃຫ້ທາງການ ລາວ ໄດ້ດຳເນີນແນວທາງ
ແກ້ໄຂບັນຫາດ້ວຍການນຳເອົາແຜນຍຸດທະສາດການພັດທະນາດ້ານການທ່ອງທ່ຽວ
ຂອງ ອາຊຽນ ແຕ່ປີ 2016 ຫາ 2025 ມາປັບໃຊ້ໃນ ລາວ ທັງໃນພາກສ່ວນ ກ່ຽວກັບ
ການຈັດກິດຈະກຳການທ່ອງທ່ຽວ ແລະ ການສົ່ງເສີມການລົງທຶນໃນພາກບໍລິການ
ແລະ ທ່ອງທ່ຽວຢ່າງຄົບວົງຈອນ.

ນອກຈາກນີ້ ຄະນະລັດຖະບານ ລາວ ຍັງໄດ້ມີມະຕິຕົກລົງ ແລະ ເຫັນດີຕໍ່ການທີ່ຈະ
ປະກາດໃຫ້ປີ 2018 ເປັນປີການທ່ອງທ່ຽວ ລາວ ຢ່າງເປັນທາງການ ໂດຍມອບໝາຍ
ໃຫ້ກະຊວງຖະແຫຼງຂ່າວຮັບຜິດຊອບການກະກຽມຄວາມພ້ອມໃນທຸກໆດ້ານ ແລະ
ການປະສານງານກັບທຸກພາກສ່ວນທີ່ກ່ຽວຂ້ອງທັງໃນລະດັບສູນກາງ ແລະ ທ້ອງຖິ່ນ
ເພື່ອຮ່ວມກັນກຳນົດບັນດາກິດຈະກຳຕ່າງໆ ໃນຕະຫຼອດປີ 2018 ອີກດ້ວຍ.

ທ່ານ ບໍ່ແສງຄຳ ບອກວ່າເປົ້າໝາຍສຳຄັນຂອງການປະກາດປີການທ່ອງທ່ຽວ ລາວ
ໃນປີ 2018 ແລະ ຈະຕໍ່ເນື່ອງໄປເຖິງປີ 2020 ດ້ວຍນັ້ນ ກໍຄືການດຶງດູດເອົາຊາວຕ່າງ
ຊາດໃຫ້ເດີນທາງເຂົ້າມາທ່ອງທ່ຽວໃນ ລາວເພີ່ມຂື້ນຢ່າງຕໍ່ເນື່ອງ ໂດຍສະເພາະແມ່ນ
ປີ 2020 ຊຶ່ງເປັນປີສິ້ນສຸດຂອງການຈັດຕັ້ງປະຕິບັດແຜນການພັດທະນາເສດຖະກິດ
ແລະ ສັງຄົມແຫ່ງຊາດ ໄລຍະ 5 ປີຄັ້ງທີ 8 ນັ້ນ ກໍໄດ້ມີການວາງເປົ້າໝາຍທີ່ຈະດຶງດູດ
ເອົານັກທ່ອງທ່ຽວຊາວຕ່າງຊາດໃຫ້ໄດ້ເຖິງ 6 ລ້ານຄົນດັ່ງກ່າວ ຊຶ່ງກໍຈະເຮັດໃຫ້ພາກ
ບໍລິການ ແລະ ທ່ອງທ່ຽວໃນ ລາວ ມີລາຍຮັບລວມບໍ່ນ້ອຍກວ່າ 953 ລ້ານໂດລາໃນປີ
2020.

ໂດຍທາງການ ລາວ ໄດ້ວາງແຜນການພັດທະນາໄວ້ໃນ 3 ໜ້າວຽກດ້ວຍກັນ ກໍຄືການ
ຄຸ້ມຄອງການທ່ອງທ່ຽວ, ການໂຄສະນາການທ່ອງທ່ຽວ, ການພັດທະນາແຫຼ່ງທ່ອງທ່ຽວ
ແລະ ສະຖານບໍລິການຕ່າງໆທີ່ສະດວກສະບາຍ ແລະ ຮັບປະກັນຄວາມປອດໄພໃຫ້
ກັບນັກທ່ອງທ່ຽວໄດ້ຢ່າງຄັກແນ່ ລວມທັງມີບ່ອນພັກເຊົາສຳລັບນັກທ່ອງທ່ຽວຊາວຕ່າງ
ຊາດຢ່າງພຽງພໍກັບຄວາມຕ້ອງການທີ່ເພີ່ມຂຶ້ນດ້ວຍ.

ທັງນີ້ໂດຍໃນ ລາວ ມີໂຮງແຮມ ແລະ ບ້ານພັກ 1,926 ແຫ່ງ, ມີຈຳນວນຫ້ອງພັກລວມ
32,960 ຫ້ອງໃນປີ 2011 ແລະ ເພີ່ມຂຶ້ນເປັນ 2,426 ແຫ່ງ, ມີຫ້ອງພັກ 44,600 ກວ່າ
ຫ້ອງໃນປີ 2015 ແລະ ເພີ່ມຂຶ້ນເປັນ 2,540 ກວ່າແຫ່ງ, ມີຫ້ອງພັກ 50,000 ກວ່າ
ຫ້ອງໃນປີ 2016 ທັງຄາດວ່າຈະເພີ່ມຂຶ້ນເປັນ 60,000 ຫ້ອງໃນປີ 2020.

XS
SM
MD
LG