ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໒໓ ເມສາ ໒໐໒໔

ລັດຖະມົນຕີ ລາວ ຢືນຢັນ ແຜນການ ປະກອບສ່ວນ ເຂົ້າໃນ ການທ່ອງທ່ຽວ ອາຊຽນ


ພາບສະຖານທີ່ທ່ອງທ່ຽວໃນ ລາວ.
ພາບສະຖານທີ່ທ່ອງທ່ຽວໃນ ລາວ.

ລັດຖະມົນຕີ ລາວ ຢືນຢັນວ່າ ເປົ້າໝາຍສຳຄັນໃນການພັດທະນາການທ່ອງທ່ຽວຂອງ
ລາວ ຄືການປະກອບສ່ວນຢ່າງສຳຄັນເພື່ອເຮັດໃຫ້ອາຊຽນ ເປັນຈຸດໝາຍປາຍທາງ
ດຽວກັນສຳລັບນັກທ່ອງທ່ຽວໃນປີ 2025.

ທ່ານ ບໍ່ແສງຄຳ ວົງດາຣາ ລັດຖະມົນຕີວ່າການກະຊວງຖະແຫຼງຂ່າວ, ວັດທະນະທຳ
ແລະ ທ່ອງທ່ຽວ ຖະແຫຼງຢືນຢັນວ່າ ເປົ້າໝາຍສຳຄັນໃນການພັດທະນາການທ່ອງທ່ຽວ
ໃນ ລາວ ໃນປັດຈຸບັນກໍຄືການປະກອບສ່ວນຢ່າງສຳຄັນເຂົ້າໃນການຈັດຕັ້ງປະຕິບັດ
ວຽກງານໃນທຸກໆດ້ານ ເພື່ອເຮັດໃຫ້ ອາຊຽນ ກາຍເປັນຈຸດໝາຍປາຍທາງດຽວກັນສຳ
ລັບບັນດານັກທ່ອງທ່ຽວຈາກພູມີພາກອື່ນໆໃຫ້ໄດ້ຢ່າງເປັນຮູບປະທຳພາຍໃນປີ 2025
ທັງນີ້ດ້ວຍການເສີມຂະຫຍາຍການຮ່ວມມືກັນຢ່າງເຂັ້ມແຂງ ແລະ ໃກ້ຊິດ ດັ່ງທີ່ທ່ານ
ໄດ້ຢືນຢັນວ່າ.

"ເພື່ອຮ່ວມມືກັນຢ່າງເຂັ້ມແຂງໃກ້ຊິດ ເພື່ອບັນລຸວິໄສທັດຂອງ ອາຊຽນ ເມື່ອຮອດປີ
2025 ອາຊຽນ ຈະກາຍເປັນຈຸດໝາຍປາຍທາງການທ່ອງທ່ຽວທີ່ມີຄຸນນະພາບ ໂດຍ
ມີເອກະລັກ ມີປະສົບການໃນ ອາຊຽນ ທີ່ຫຼາກຫຼາຍ ມີພາລະໜ້າທີ່ໃນການພັດທະນາ
ການທ່ອງທ່ຽວ ໃນແບບທີ່ຄວາມຮັບຜິດຊອບ ມີຄວາມຍືນຍົງ ມີສ່ວນຮ່ວມ ແລະ ມີ
ຄວາມສົມດຸນ ເພື່ອປະກອບສ່ວນອັນສຳຄັນເຂົ້າໃນການສ້າງຄວາມມັ່ງຄັ່ງສົມບູນ
ດ້ານເສດຖະກິດ-ສັງຄົມຂອງປະຊາຊົນບັນດາປະເທດ ອາຊຽນ."

ທາງດ້ານສະມາຄົມວິໄຈການທ່ອງທ່ຽວ ອາຊຽນ (ATRA) ລາຍງານວ່າ ລາຍຮັບໃນ
ພາກການທ່ອງທ່ຽວຂອງ ລາວ ໃນປັດຈຸບັນຍັງມີລາຍຮັບຕໍ່າກວ່າອັດຕາສະເລ່ຍໃນກຸ່ມ
ອາຊຽນດ້ວຍກັນ ກໍຄືໃນຂະນະທີ່ລາຍຮັບການທ່ອງທ່ຽວຂອງ ອາຊຽນ ຢູ່ທີ່ອັດຕາສະ
ເລ່ຍ 12 ເປີເຊັນ ຂອງຍອດຜະລິດຕະພັນລວມພາຍໃນ (GDP) ຫາກແຕ່ວ່າລາຍຮັບ
ໃນພາກການທ່ອງທ່ຽວຂອງ ລາວ ກັບຄິດເປັນອັດຕາສະເລ່ຍພຽງ 7 ເປີເຊັນຂອງ
GDP ເທົ່ານັ້ນ.

ໂດຍພາຍໃຕ້ສະພາບການດັ່ງກ່າວ ຈຶ່ງເຮັດໃຫ້ທາງການ ລາວ ໄດ້ກຳນົດແນວທາງ
ແກ້ໄຂບັນຫາດ້ວຍ ການນຳເອົາແຜນຍຸດທະສາດການພັດທະນາດ້ານການທ່ອງທ່ຽວ
ຂອງ ອາຊຽນ ແຕ່ປີ 2016-2025 ມາປັບໃຊ້ໃນ ລາວ ທັງໃນພາກສ່ວນ ກ່ຽວກັບ
ການຈັດກິດຈະກຳການທ່ອງທ່ຽວ ແລະ ການສົ່ງເສີມການລົງທຶນໃນພາກບໍລິການ
ແລະ ທ່ອງທ່ຽວຢ່າງຄົບວົງຈອນ.

ທັງນີ້ ຄະນະລັດຖະບານ ລາວ ກໍໄດ້ມີມະຕິຕົກລົງ ແລະ ເຫັນດີທີ່ຈະປະກາດໃຫ້ປີ
2018 ເປັນປີທ່ອງທ່ຽວ ລາວ ຢ່າງເປັນທາງການແລ້ວ ໂດຍມອບໝາຍໃຫ້ກະຊວງຖະ
ແຫຼງຂ່າວຮັບຜິດຊອບທັງການກະກຽມຄວາມພ້ອມໃນທຸກໆດ້ານ ແລະ ການປະສານ
ງານກັບທຸກພາກສ່ວນທີ່ກ່ຽວຂ້ອງທັງໃນລະດັບສູນກາງ ແລະ ທ້ອງຖິ່ນໃນທົ່ວປະ
ເທດເພື່ອຮ່ວມກັນກຳນົດບັນດາກິດຈະກຳຕ່າງໆໃນຕະຫຼອດປີ 2018 ດັ່ງກ່າວ.

ໂດຍເປົ້າໝາຍສຳຄັນຂອງການປະກາດປີການທ່ອງທ່ຽວ ລາວ ໃນປີ 2018 ແລະ ຈະ
ຕໍ່ເນື່ອງໄປເຖິງປີ 2020 ດ້ວຍນັ້ນ ກໍຄືການດຶງດູດເອົາຊາວຕ່າງຊາດໃຫ້ເດີນທາງເຂົ້າ
ມາທ່ອງທ່ຽວໃນ ລາວ ໃຫ້ເພີ່ມຂຶ້ນຢ່າງຕໍ່ເນື່ອງ ໂດຍສະເພາະແມ່ນການດຶງດູດເອົາ
ຊາວຕ່າງຊາດໃຫ້ເດີນທາງເຂົ້າມາທ່ອງທ່ຽວໃນ ລາວ ໃຫ້ເພີ່ມຂຶ້ນຢ່າງຕໍ່ເນື່ອງ ໂດຍ
ສະເພາະແມ່ນປີ 2020 ທີ່ເປັນປີສິ້ນສຸດຂອງການຈັດຕັ້ງປະຕິບັດແຜນການພັດທະນາ
ເສດຖະກິດ ແລະ ສັງຄົມແຫ່ງຊາດໄລຍະ 5 ປີຄັ້ງທີ 8 ນັ້ນ ກໍໄດ້ວາງເປົ້າໝາຍຈະດຶງ
ດູດເອົານັກທ່ອງທ່ຽວຊາວຕ່າງຊາດໃຫ້ໄດ້ 6 ລ້ານຄົນ ອັນຈະເຮັດໃຫ້ພາກການທ່ອງ
ທ່ຽວມີລາຍຮັບເຖິງ 953 ລ້ານໂດລາໃນປີ 2020 ດັ່ງກ່າວ.

ໂດຍທາງການ ລາວ ໄດ້ວາງແຜນການພັດທະນາໄວ້ໃນ 3 ວຽກງານດ້ວຍກັນ ກໍຄືການ
ຄຸ້ມຄອງການທ່ອງທ່ຽວ, ການໂຄສະນາການທ່ອງທ່ຽວ, ການພັດທະນາແຫຼ່ງທ່ອງທ່ຽວ
ແລະ ສະຖານບໍລິການຕ່າງໆ ທີ່ສະດວກສະບາຍ ແລະ ຮັບປະກັນຄວາມປອດໄພໃຫ້
ກັບນັກທ່ອງທ່ຽວໃຫ້ກັບນັກທ່ອງທ່ຽວໄດ້ຢ່າງຄັກແນ່ ລວມທັງມີບ່ອນພັກເຊົາສຳລັບ
ນັກທ່ອງທ່ຽວຊາວຕ່າງຊາດຢ່າງພຽງພໍກັບຄວາມຕ້ອງການທີ່ເພີ່ມຂຶ້ນດ້ວຍ.

ທັງນີ້ໂດຍພາກທຸລະກິດບໍລິການ ແລະ ທ່ອງທ່ຽວໃນ ລາວ ມີໂຮງແຮມ ແລະ ບ້ານພັກ
ທັງໝົດ 2,426 ແຫ່ງ ມີຈຳນວນຫ້ອງພັກລວມ 44,600 ກວ່າຫ້ອງໃນປີ 2015 ແລະ
ເພີ່ມຂຶ້ນເປັນ 2,540 ກວ່າແຫ່ງ ມີຈຳນວນຫ້ອງພັກກວ່າ 50,000 ຫ້ອງໃນປີ 2016 ທັງ
ຍັງຄາດວ່າຈຳນວນຫ້ອງພັກຈະເພີ່ມຂຶ້ນເປັນ 60,000 ກວ່າຫ້ອງໃນປີ 2020 ອີກດ້ວຍ.

ໂດຍການມີຈຳນວນຫ້ອງພັກເພີ່ມຂຶ້ນດັ່ງກ່າວນີ້ ຍັງເຮັດໃຫ້ພາກທຸລະກິດບໍລິການ
ແລະ ການທ່ອງທ່ຽວໃນ ລາວ ສາມາດຮອງຮັບນັກທ່ອງທ່ຽວຊາວຕ່າງຊາດໄດ້ເພີ່ມຂຶ້ນ
ທຸກປີອີກດ້ວຍ ກໍຄືຈາກ 2.7 ລ້ານກວ່າຄົນໃນປີ 2011 ເປັນຫຼາຍກວ່າ 4.3 ລ້ານຄົນ
ໃນປີ 2015 ທັງຍັງເຮັດໃຫ້ພາກບໍລິການຂອງ ລາວ ມີລາຍຮັບເພີ່ມຂຶ້ນຈາກ 400
ລ້ານໂດລາໃນປີ 2011 ເປັນຫຼາຍກວ່າ 670 ລ້ານໂດລາໃນປີ 2016 ສ່ວນໃນປີ 2017
ຄາດວ່າຈະມີນັກທ່ອງທ່ຽວຕ່າງຊາດເດີນທາງມາ ລາວ 4.5 ລ້ານຄົນ ແລະ ເພີ່ມຂຶ້ນ
ເປັນ 5 ລ້ານຄົນໃນປີ 2018.

XS
SM
MD
LG