ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ລມຕ ລາວ ສະເໜີໃຫ້ຕັດ ລາຍຈ່າຍດ້ານບໍລິຫານ ໄປເປັນເງິນເດືອນ ພະນັກງານ


ກອງປະຊຸມສະໄໝສາມັນຄັ້ງທີ 5 ຂອງສະພາແຫ່ງຊາດລາວ ຊຸດທີ 7 ທີ່ກໍາລັງໄປ ຢູ່ໃນອາທິດນີ້.
ກອງປະຊຸມສະໄໝສາມັນຄັ້ງທີ 5 ຂອງສະພາແຫ່ງຊາດລາວ ຊຸດທີ 7 ທີ່ກໍາລັງໄປ ຢູ່ໃນອາທິດນີ້.
ລັດຖະມົນຕີລາວສະເໜີຂໍປັບລົດງົບປະມານລາຍຈ່າຍໃນ
ດ້ານການບໍລິຫານເພີ່ອ ນໍາໄປເປັນລາຍຈ່າຍສໍາລັບເງິນ
ເດືອນຂອງພະນັກງານລັດຖະບານທີ່ໄດ້ຮັບການປັບຂື້ນ
ໃນທົ່ວປະເທດ.

ລິງໂດຍກົງ

ທ່ານພູເພັດ ຄໍາພູນວົງ ລັດຖະມົນຕີວ່າການກະຊວງການເງິນ
ຖະແຫຼງຍອມຮັບວ່າ ໃນແຜນການປະຈໍາປີ 2012-2013 ນີ້ ລັດຖະບານລາວຈໍາເປັນ
ຈະຕ້ອງຈັດເກັບລາຍຮັບ ເຂົ້າງົບປະມານລາຍຈ່າຍໃຫ້ໄດ້ ເພີ່ມຂຶ້ນຈາກແຜນການປີ
2011-2012 ທີ່ຜ່ານມາ ຄິດເປັນສັດສ່ວນເຖິງ 30.35% ເນື່ອງຈາກວ່າລັດຖະບານ
ມີພາລະ ໃນດ້ານລາຍຈ່າຍຫຼາຍຂຶ້ນ ຊຶ່ງກໍເປັນຜົນໂດຍກົງ ມາຈາກການປັບຂຶ້ນເງິນ
ເດືອນ ໃຫ້ພະນັກງານຂອງລັດຖະບານໃນທົ່ວປະເທດ ທີ່ໄດ້ເລີ້ມການປະຕິບັດຈັດຕັ້ງ
ນັບແຕ່ເດືອນຕຸລາ 2012 ເປັນຕົ້ນມາ.

ທ່ານພູເພັດ ບອກວ່າຖ້າຫາກການຈັດເກັບລາຍຮັບ ແລະການຊ່ວຍເຫຼືອຈາກຕ່າງປະ
ເທດໃນແຜນການປີນີ້ ເປັນໄປຕາມເປົ້າໝາຍທີ່ວາງເອົາໄວ້ ກໍຈະເຮັດໃຫ້ລັດຖະບານ
ມີລາຍຮັບເຖິງ 19,927 ຕື້ກີບ ຫຼືຄິດເປັນ 24.96% ຂອງຄາດໝາຍຜະລິດຕະພັນລວມ
ພາຍໃນ ຫຼື GDP ຕະຫຼອດແຜນການປີ ໂດຍໃນນີ້ກໍຄາດວ່າຈະເປັນລາຍຮັບຈາກພາຍ
ໃນປະເທດໄດ້ໃນມູນຄ່າ 15,289 ຕື້ກີບ ຊຶ່ງກໍໝາຍຄວາມວ່າ ລັດຖະບານລາວຈະ
ຕ້ອງໄດ້ຮັບການຊ່ວຍເຫຼືອລ້າຈາກຕ່າງປະເທດເຖິງ 4,638 ຕື້ ກີບ ຫຼື 587 ລ້ານໂດລາ
ນັ້ນເອງ.

ຫາກແຕ່ໃນໄລຍະ 6 ເດືອນທີ່ຜ່ານມາ ຂອງແຜນການປີ 2012-2013 ກໍປາກົດວ່າລັດ
ຖະບານສາມາດຈັດເກັບລາຍຮັບເຂົ້າງົບປະມານໄດ້ໃນມູນຄ່າລວມ 12, 242 ຕື້ກີບ
ເທົ່າກັບ 51.09% ຂອງແຜນການປີ ໂດຍໃນນີ້ກໍແບ່ງເປັນລາຍຮັບພາຍໃນ 7,365 ຕື້ກີບ
ລາຍຮັບຈາກການຊ່ວຍເຫຼືອ 2,895 ຕື້ກີບ ແລະລາຍຮັບ ຈາກການກູ້ຢືມ 1,982 ຕື້ກີບ
ແຕ່ໃນຂະນະດຽວກັນ ລັດຖະບານລາວກໍໄດ້ໃຊ້ ຈ່າຍລາຍຮັບດັ່ງກ່າວນີ້ໄປໝົດແລ້ວ ດ້ວຍເຫດນີ້ຈຶ່ງເຮັດໃຫ້ມີຄວາມຈໍາເປັນທີ່ຈະ ຕ້ອງດັດແກ້ຄາດໝາຍງົບປະມານລາຍ
ຈ່າຍໃນຊ່ວງ 6 ເດືອນທ້າຍປີ ຂອງແຜນການ ດ້ວຍການປັບຫລຸດງົບປະມານລາຍຈ່າຍ
ໃນບາງດ້ານເພື່ອນໍາໄປໃຊ້ຈ່າຍເປັນເງິນເດືອນຂອງພະນັກງານລັດຖະບານ ໄດ້ຢ່າງ
ພຽງພໍໃນທົ່ວປະເທດຕໍ່ໄປ.

ທ່ານ ພູເພັດ ຄໍາພູນວົງ
ທ່ານ ພູເພັດ ຄໍາພູນວົງ

ທັງນີ້ ທ່ານພູເພັດ ໄດ້ສະເໜີຕໍ່ກອງປະຊຸມສະໄໝສາມັນຄັ້ງ
ທີ 5 ຂອງສະພາແຫ່ງຊາດລາວຊຸດທີ 7 ທີ່ກໍາລັງດໍາເນີນການ
ປະຊຸມຢູ່ໃນເວລານີ້ ເພື່ອຂໍມະຕິຮັບຮອງຕໍ່ແຜນການປັບຫລຸດ
ງົບປະມານລາຍຈ່າຍໃນດ້ານການບໍລິຫານ ແລະດ້ານນະໂຍ
ບາຍລົງ ຄິດເປັນມູນຄ່າລວມ ເຖິງ 1,266 ຕື້ກີບ.

ແຕ່ຢ່າງໃດກໍຕາມ ໂດຍຜ່ານການປະກອບຄວາມຄິດເຫັນ
ຂອງບັນດາສະມາຊິກໃນ ກອງປະຊຸມສະພາແຫ່ງຊາດ ກໍ
ປາກົດວ່າ ສະມາຊິກສ່ວນໃຫຍ່ບໍ່ເຫັນດີກັບການສະເໜີປັບ
ຫລຸດງົບປະມານດັ່ງກ່າວ ເນື່ອງຈາກເຫັນວ່າຈະສົ່ງຜົນກະທົບຕໍ່ການບໍລິຫານງານໂດຍ ລວມຂອງໜ່ວຍງານລັດຖະບານທັງໃນລະດັບສູນກາງ ແລະລະດັບທ້ອງຖິ່ນໃນທົ່ວປະເທດ.

ຍີ່ງໄປກວ່ານັ້ນ ກໍປາກົດວ່າມີສະມາຊິກສະພາແຫ່ງຊາດຈໍານວນບໍ່ໜ້ອຍທີ່ໄດ້ປະກອບ
ຄວາມຄິດເຫັນວ່າ ການຂາດງົບປະມານສໍາລັບຈ່າຍເປັນເງິນເດືອນໃຫ້ແກ່ ພະນັກງານ
ຂອງລັດຖະບານດັ່ງກ່າວ ກໍຍ້ອນວ່າປະສິດທິພາບໃນການຈັດເກັບລາຍຮັບຂອງລັດ
ຖະບານຍັງຕໍ່າຫຼາຍ ດັ່ງທີ່ທ່ານ ກິແກ້ວ ໄຂຄໍາພິທູນ ສະມາຊິກສະພາແຫ່ງຊາດຈາກ
ນະຄອນວຽງຈັນ ໄດ້ຖະແຫຼງໃຫ້ຄວາມຄິດເຫັນວ່າ:

ຫົວໜ່ວຍທຸລະກິດ ທີ່ບໍ່ເສຍພາສີ ຫຼືວ່າເສຍພາສີບໍ່ຖືກຫັ້ນ 80% ກົດໝາຍ
ມີຊ່ອງຫວ່າງ ອາກອນມູນຄ່າເພີ່ມລະບົບບັນຊີຕ່າງໆເຫລົ່ານັ້ນ ໂອ່ຍັງມະຍຸງ
ມະເທືອງ ທີ່ສຸດ ອີກອັນນຶ່ງກໍແມ່ນ ວິໄນການເງິນບໍ່ເຂັ້ມງວດ ບໍ່ພຽງແຕ່ບໍ່ເຂັ້ມ
ງວດເທົ່ານັ້ນ ມັນຍັງລົ້ມແຫຼວ ບໍ່ອອກຫຼາຍ ແຕ່ວ່າເກັບບໍ່ໄດ້ ໃຜກະທ້ວງ ແຕ່ວ່າ ເຮັດຫຍັງບໍ່ໄດ້ ຫຼືວ່າ ການນໍາເຂົ້າລົດລາ ຍານພາຫະນະ ເສຍພາສີ
ກະບໍ່ຖືກຕາມລາຄາ.”


ສໍາລັບໃນແຜນການປີ 2011-2012 ທີ່ຜ່ານມາ ທ່ານພູເພັດ ກໍໄດ້ຍອມຮັບວ່າ ມີການ
ຮົ່ວໄຫຼຂອງລາຍຮັບຈາກພາສີອາກອນຢ່າງຫຼວງຫຼາຍ ເນື່ອງຈາກບັນ ດາຫົວໜ່ວຍວິ
ສະຫະກິດຕ່າງໆ ທີ່ດໍາເນີນທຸລະກິດການຄ້າຂາອອກຂາເຂົ້າ ຄິດ ເປັນສັດສ່ວນເຖິງ 90%
ຂອງຫົວໜ່ວຍທຸລະກິດທັງໝົດໃນລາວ ທີ່ໄດ້ແຈ້ງຂໍ້ມູນ ທີ່ບໍ່ເປັນຈິງ ດ້ວຍຫວັງວ່າຈະ ເຮັດໃຫ້ມີຜົນກໍາໄລຫຼາຍຂຶ້ນນັ້ນເອງ.
XS
SM
MD
LG