ລັດຖະມົນຕີລາວ ຢືນຢັນວ່າ ຈະຢຸດຢັ້ງການຮົ່ວໄຫລທາງດ້ານລາຍຮັບຂອງລັດຖະບານດ້ວຍການປັບປຸງທັງກົນໄກ ແລະການຈັດຕັ້ງປະຕິບັດຂອງພະນັກງານລັດໃນການຈັດເກັບລາຍຮັບທີ່ມີປະສິດ ທິພາບສູງຂຶ້ນ.
ທ່ານບຸນໂຈມ ອຸບົນປະເສີດ ລັດຖະມົນຕີກະຊວງການເງິນ ຖະແຫລງຍອມຮັບວ່າ ການຮົ່ວໄຫລໃນດ້ານລາຍຮັບຂອງລັດຖະບານລາວຍັງຄົງເກີດຂຶ້ນຢ່າງກວ້າງຂວາງໃນປັດຈຸບັນ ຈຶ່ງເຮັດໃຫ້ມີຄວາມຈຳເປັນຢ່າງຍິ່ງທີ່ຈະຕ້ອງດຳເນີນມາດຕະການຢຸດຢັ້ງໃຫ້ໄດ້ໄວທີ່ສຸດ ດ້ວຍການປັບປຸງທັງກົນໄກແລະການຈັດຕັ້ງປະຕິບັດຂອງພະນັກງານລັດໃນການຈັດເກັບລາຍຮັບຈາກພາສີອາກອນຕ່າງໆ ທີ່ມີປະສິດທິພາບສູງຂຶ້ນວ່າ ທີ່ຜ່ານມາ ດັ່ງທີ່ ທ່ານບຸນໂຈມ ໄດ້ໃຫ້ການຢືນຢັນວ່າ:
“ໃນວຽກງານຄຸ້ມຄອງ ການແກ້ໄຂການຮົ່ວໄຫລຂອງລາຍຮັບນີ້ ແມ່ນພວກເຮົາສິດຳເນີນປະຕິຮູບ ກໍຄືການປັບປຸງບັນດາບຸຄະລາກອນທີ່ຮັບຜິດຊອບວຽກງານນີ້ຢ່າງເລິກເຊິ່ງ ມີການດຳເນີນຫຼາຍຂັ້ນຕອນ ຫຼາຍບາດກ້າວ ແລ້ວກະຫຼາຍກົນໄກ ຫຼາຍວິທີການ ດຽວນີ້ ພວກເຮົາກະສິດຳເນີນແກ້ ທັງປັບປຸງ ປະຕິຮູບກົງຈັກ ທັງປັບປຸງຄົນໄປພ້ອມ.
ທັງນີ້ ລັດຖະບານລາວ ໄດ້ວາງແຜນການຈະສ້າງລາຍຮັບໃຫ້ໄດ້ 27,629 ຕື້ກີບຫຼືຄິດເປັນ 15.13 ເປີເຊັນຂອງມູນຄ່າຜະລິດຕະພັນລວມພາຍໃນ (GDP) ໃນຕະຫຼອດປີ 2021 ແລະໃນຂະນະດຽວກັນ ກໍຈະຄວບຄຸມລາຍຈ່າຍໃຫ້ຢູ່ໃນມູນຄ່າລວມບໍ່ເກີນ 31,583 ຕື້ກີບຫຼືຄິດເປັນ 17.3 ເປີເຊັນຂອງ GDP ອັນຈະເຮັດໃຫ້ລັດຖະບານລາວ ສາມາດຈຳກັດການຂາດດຸນງົບປະມານໃຫ້ຢູ່ໃນມູນຄ່າບໍ່ເກີນ 3,954 ຕື້ກີບຫຼືຄິດເປັນ 2.17 ເປີເຊັນເທົ່ານັ້ນຂອງມູນຄ່າ GDP ທັງໝົດໃນຕະຫຼອດປີ 2021 ນີ້.
ແຕ່ຢ່າງໃດກໍຕາມ ການທີ່ຈະສາມາດບັນລຸຄາດໝາຍດັ່ງກ່າວໄດ້ ໃນການຈັດຕັ້ງປະຕິບັດຕົວຈິງນັ້ນ ກໍບໍ່ແມ່ນເລື້ອງງ່າຍ ເພາະຜົນກະທົບຈາກການລະບາດຂອງພະຍາດໄວຣັສໂຄວິດ-19 ນັບຕັ້ງແຕ່ປີ 2020 ເປັນຕົ້ນມາ ໄດ້ສົ່ງຜົນເຮັດໃຫ້ລັດຖະບານລາວ ຈັດເກັບລາຍຮັບໄດ້ຕ່ຳກວ່າແຜນການທີ່ວາງໄວ້ຄິດເປັນມູນຄ່າເກີນກວ່າ 6,322 ຕື້ກີບໃນປີ 2020 ທີ່ຜ່ານມາແລະພາຍໃຕ້ສະພາບການດັ່ງກ່າວ ກໍຍັງເຮັດໃຫ້ລັດຖະບານລາວ ມີງົບປະມານຢ່າງຈຳກັດ ສຳລັບໃຊ້ຈ່າຍໃນບັນດາໂຄງການພັດທະນາຕ່າງໆທີ່ລົງທຶນໂດຍລັດຖະບານ ທັງເຮັດໃຫ້ບໍ່ສາມາດບັນລຸຄາດໝາຍດ້ານງົບປະມານໃນຊ່ວງປີ 2016-2020 ກໍຄືໃນໄລຍະ 5 ປີທີ່ຜ່ານມາອີກດ້ວຍ ດັ່ງທີ່ ທ່ານທອງລຸນ ສີສຸລິດ ປະທານປະເທດ ໄດ້ຢືນຢັນວ່າ:
“ເກັບລາຍຮັບໄດ້ທັງໝົດ 120,422 ຕື້ກີບ ເທົ່າກັບ 98.4 ເປີເຊັນຂອງແຜນການ ສະເລ່ຍໄດ້ເທົ່າກັບ 15.9 ເປີເຊັນຂອງ GDP ລາຍຈ່າຍທັງໝົດປະຕິບັດໄດ້ 156,351 ຕື້ກີບ ເທົ່າກັບ 95.9 ເປີເຊັນຂອງແຜນການ ສະເລ່ຍໄດ້ເທົ່າກັບ 20.6 ເປີເຊັນ GDP ຂາດດຸນງົບປະມານໄລຍະ 5 ປີຢູ່ໃນລະດັບ 4.73 ເປີເຊັນຂອງ GDP.”
ຍິ່ງໄປກວ່ານັ້ນ ລັດຖະບານລາວ ຍັງຕ້ອງໄດ້ທຳການປັບລົດການລົງທຶນພາກລັດລົງ 50 ເປີເຊັນ ໃນແຜນການພັດທະນາເສດຖະກິດແລະສັງຄົມ ປະຈຳປີ 2020 ອີກດ້ວຍ ເພາະວ່າ ການລະບາດຂອງໄວຣັສ ໂຄວິດ-19 ເຮັດໃຫ້ການຈັດເກັບລາຍຮັບຈາກພາສີອາກອນຕ່າງໆ ບໍ່ໄດ້ຕາມເປົ້າໝາຍທີ່ວາງໄວ້ ຈຶ່ງມີງົບປະມານບໍ່ພຽງພໍກັບຄວາມຕ້ອງການໂຕຈິງ ທີ່ເຮັດໃຫ້ຕ້ອງໂຈະໂຄງການແລະເລື່ອນການຈັດຕັ້ງປະຕິບັດອອກໄປ ໂດຍໃຫ້ຄົງໄວ້ສະເພາະໂຄງການທີ່ໄດ້ຮັບການຊ່ວຍເຫຼືອດ້ານເງິນທຶນຈາກຕ່າງປະເທດເທົ່ານັ້ນ.
ນອກຈາກນີ້ ການລະບາດຂອງເຊື້ອໄວຣັສ ໂຄວິດ-19 ກໍຍັງເຮັດໃຫ້ເສດຖະກິດລາວ ເກີດການເສຍຫາຍຄິດເປັນມູນຄ່າຫຼາຍກວ່າ 7,000 ຕື້ກີບ ເພາະການປະກາດຄຳສັ່ງເລກທີ 06 ຂອງນາຍົກລັດຖະມົນຕີ ວ່າດ້ວຍມາດຕະການສະກັດກັ້ນການລະບາດຂອງເຊື້ອໄວຣັສ ໂຄວິດ-19 ທີ່ບັງຄັບໃຊ້ ນັບແຕ່ວັນທີ 1 ເມສາ 2020 ເປັນຕົ້ນມາ ກໍໄດ້ເຮັດໃຫ້ບໍ່ມີນັກທ່ອງທ່ຽວຊາວຕ່າງຊາດເດີນທາງເຂົ້າມາໃນລາວ ສ່ວນການປິດດ່ານຊາຍແດນໃນທົ່ວປະເທດ ກໍຍັງໄດ້ກະທົບຕໍ່ການເຕີບໂຕທາງເສດຖະກິດຂອງລາວອີກດ້ວຍ ໂດຍທະນາຄານພັດທະນາເອເຊຍ ຫຼື ADB ລາຍງານວ່າ ເສດຖະກິດລາວໃນປີ 2020 ຕິດລົບເຖິງ 2.5 ເປີເຊັນ ທຽບກັບປີ 2019 ທີ່ຜ່ານມາ ຊຶ່ງຖືເປັນການຕິດລົບຄັ້ງທຳອິດນັບແຕ່ປີ 1986 ເປັນຕົ້ນມາ ໂດຍມີສາເຫດສຳຄັນຈາກການລະບາດຂອງພະຍາດໄວຣັສ ໂຄວິດ-19 ໃນຕະຫຼອດປີ 2020 ເລື້ອຍມາຈົນເຖິງປັດຈຸບັນນີ້.