ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ລັດຖະມົນຕີ ລາວ ຢືນຢັນວ່າ ຈະສາມາດ ຈັດຫາຢາວັກຊີນກັນ COVID-19 ເພື່ອສັກຢາໃຫ້ປະຊາຊົນ ທີ່ອັດຕາສະເລ່ຍ 50 ເປີເຊັນ


ຢາວັກຊີນກັນ COVID-19 Johnson&Johnson ເດີນທາງຮອດນະຄອນຫຼວງວຽງຈັນ.
ຢາວັກຊີນກັນ COVID-19 Johnson&Johnson ເດີນທາງຮອດນະຄອນຫຼວງວຽງຈັນ.

ລັດຖະມົນຕີ ລາວ ຢືນຢັນວ່າຈະສາມາດຈັດຫາຢາວັກຊີນກັນພະຍາດ COVID-19 ເພື່ອສັກຢາໃຫ້ປະຊາຊົນໄດ້ຕາມເປົ້າໝາຍທີ່ວາງໄວ້ທີ່ອັດຕາສະເລ່ຍ 50 ເປີເຊັນຂອງປະຊາກອນ ລາວ ທັງໝົດໃນປີ 2021.

ທ່ານ ສະໜອງ ທອງຊະນະ ຮອງລັດຖະມົນຕີກະຊວງສາທາລະນະສຸກ ຖະແຫຼງຢືນັນວ່າຈະສາ ມາດຈັດຫາວັກຊີນກັນພະຍາດ COVID-19 ເພື່ອສັກໃຫ້ກັບປະຊາຊົນ ລາວ ໄດ້ຕາມເປົ້າໝາຍທີ່ວາງໄວ້ທີ່ອັດຕາສະເລ່ຍ 50 ເປີເຊັນຂອງຈຳນວນປະຊາກອນ ລາວ ທັງໝົດພາຍໃນທ້າຍປີ 2021 ນີ້ໝາຍຄວາມວ່າລັດຖະບານ ລາວ ຈະຕ້ອງຈັດຫາຢາວັກຊີນປ້ອງກັນ COVID-19 ໃຫ້ໄດ້ເຖິງ 7.4 ລ້ານໂດສເພື່ອສັກໃຫ້ກັບປະຊາຊົນ ລາວ ຈຳນວນ 3.7 ລ້ານຄົນ ຄົນລະ 2​ ໂດສນັ້ນເອງ ດັ່ງທີ່ທ່ານ ສະໜອງ ໄດ້ຢືນຢັນວ່າ

“ນະໂຍບາຍພວກເຮົາແມ່ນສັກໃຫ້ມັນໄດ້ກວມ 50 ເປີເຊັນຂອງປະຊາກອນທົ່ວປະເທດ ຄັນ 50 ເປີເຊັນພວກເຮົາມີປະຊາກອນ 7 ລ້ານ 4 ແສນ ພວກເຮົາກະຕ້ອງມີ 7 ລ້ານ 4 ແສນໂດສ ແລະ ພວກເຮົາກະໄດ້ສັກມາໄດ້ປະມານ 2 ລ້ານໂດສແລ້ວ ແລະ ຮອດທ້າຍປີນີ້ ພວກເຮົາກະຄິດວ່າຈະສູ້ຊົນໃຫ້ມັນຄົບ 50 ເປີເຊັນຂອງປະຊາກອນ.”

ສ່ວນທ່ານ ພອນປະເສີດ ອຸນາພົມ ຫົວໜ້າກົມອະນາໄມ ແລະ ສົ່ງເສີມສຸຂະພາບຖະແຫຼງວ່າ ທາງ ການ ລາວ ໄດ້ປັບປ່ຽນເປົ້າໝາຍການສັກຢາວັກຊີນກັນພະຍາດໄວຣັສ COVID-19 ໃຫ້ກັບປະຊາ ຊົນ ລາວ ຈາກທີ່ວາງໄວ້ເດີມ 22​ ເປີເຊັນໄດ້ປັບເພີ່ມຂຶ້ນເປັນ 50 ເປີເຊັນຂອງປະຊາກອນ ລາວ ທັງໝົດໃນທ້າຍປີ 2021 ນີ້ມີສາເຫດມາຈາກການລະບາດຢ່າງໄວວາຂອງໄວຣັສ COVID-19 ໃນທົ່ວປະເທດ ລາວ ໃນປັດຈຸບັນ ຈຶ່ງຕ້ອງສະກັດກັ້ນບໍ່ໃຫ້ປະຊາຊົນ ລາວ ຕິດພະຍາດເພີ່ມຂຶ້ນຫຼາຍກວ່າທີ່ເປັນຢູ່ໃນເວລານີ້ ດ້ວຍການສັກຢາວັກຊີນກັນໄວຣັສ COVID-19 ໃຫ້ກັບປະຊາຊົນ ລາວ ເພີ່ມຂຶ້ນຢ່າງມີປະສິດທິພາບສູງ ແລະ ຈະຕ້ອງເລັ່ງຈັດຫາຢາວັກຊີນໃຫ້ໄດ້ຢ່າງພຽງພໍອີກດ້ວຍ ດັ່ງທີ່ທ່ານ ພອນປະເສີດ ໃຫ້ການຢືນຢັນວ່າ

“ດຽວນີ້ໝວດເຮົາກະຍັງພວມຢູ່ໃນໄລຍະການປະສານງານປະເທດເພື່ອນມິດ ຊຶ່ງໝວດເຮົາກໍໄດ້ມີການປະສານງານກັບທາງທູດ ຈີນ ເພີ່ນກະມີການໃຫ້ຄຳໝັ້ນສັນຍາວ່າ ເພີ່ນຈະໃຫ້ການຊ່ວຍ ເຫຼືອສືບຕໍ່ ທັງການຊ່ວຍເຫຼືອ ແລ້ວກະທາງການຈັດຊື້ ເພາະໝວດເຮົາກະໄດ້ຮັບເງິນສະໜັບສະ ໜູນຈາກພາກສ່ວນເອກະຊົນຫຼາຍພາກສ່ວນເດະ ທີ່ໄດ້ໃຫ້ການສະໜັບສະໜູນຕໍ່ລັດຖະບານ ກະຊວງສາທາລະນະສຸກ ໝວດເຮົາກະແມ່ນພວມມີການຈັດສັນ ເພື່ອຊອກຫາແຫຼ່ງວັກຊີນໃຫ້ເຂົ້າມາໄວເທົ່າທີ່ໄວໄດ້ທີ່ສຸດ ເພື່ອມາບໍລິການໃຫ້ກັບພໍ່ແມ່ປະຊາຊົນ.”

ທັງນີ້ການຕິດເຊື້ອໄວຣັສ COVID-19 ໃນ ລາວ ໄດ້ເພີ່ມຂຶ້ນຢ່າງໄວວານັບຈາກວັນທີ 11 ເມສາ 2021 ເປັນຕົ້ນມາ ໂດຍຈຳນວນຜູ້ຕິດໄວຣັສ COVID-19 ໄດ້ເພີ່ມຂຶ້ນຈາກ 49 ຄົນເປັນຫຼາຍກວ່າ 3,090 ຄົນໃນວັນທີ 15 ກໍລະກົດ 2021 ຊຶ່ງເພີ່ມຂຶ້ນເກີນກວ່າ 3,000 ຄົນໃນຊ່ວງ 90​ ກວ່າວັນຜ່ານມາ ແລະ ພາຍໃຕ້ສະພາບການດັ່ງກ່າວນີ້ ກໍຍັງຖືເປັນການລະບາດຂອງພະຍາດໄວຣັສທີ່ແຜ່ລາມເຂົ້າໄປໃນຊຸມຊົນ ລາວ ທີ່ເຮັດໃຫ້ສາມາດຕິດຕໍ່ກັນພາຍໃນຄົວເຮືອນໄດ້ຢ່າງວ່ອງໄວ ທັງຍັງໄດ້ເກີດການຕິດຕໍ່ຢູ່ພາຍໃນສຳນັກງານຂອງລັດຖະບານ ແລະ ມີກໍລະນີທີ່ບໍ່ສະແດງອາການດ້ວຍນັ້ນ ຈຶ່ງເປັນສະຖານະການທີ່ໜ້າເປັນຫ່ວງຢ່າງຍິ່ງ ໂດຍສະເພາະໃນນະຄອນຫຼວງວຽງຈັນ ທີ່ມີຕຳນວນຜູ້ຕິດໄວຣັສ COVID-19 ຫຼາຍທີ່ສຸດນັ້ນ.

ແຕ່ຢ່າງໃດກໍຕາມ ລັດຖະບານ ລາວ ສາມາດຕອບສະໜອງງົບປະມານສຳລັບການຊື້ຫາວັກຊີນກັນໄວຣັສ COVID-19 ໄດ້ພຽງແຕ່ 20 ເປີເຊັນຂອງຄວາມຕ້ອງການທັງໝົດ ຈຶ່ງຈະຕ້ອງເພີ່ງພາການຊ່ວຍເຫຼືອຈາກຕ່າງປະເທດເປັນດ້ານຫຼັກ ໂດຍທີ່ຜ່ານມາລັດຖະບານ ຈີນ ໄດ້ໃຫ້ການຊ່ວຍເຫຼືອໃນດ້ານຢາວັກຊີນກັນໄວຣັສ COVID-19 ແກ່ລັດຖະບານ ລາວ ແລ້ວ 5 ຄັ້ງມີຈຳນວນລວມກັນເຖິງ 1,902,000 ໂດສ ສ່ວນອົງການອະນາໄມໂລກ (WHO) ແລະ ລັດຖະບານ ຣັດເຊຍ ໃຫ້ການຊ່ວຍເຫຼືອ 232,620 ໂດສ ແລະ 5,000 ໂດສຕາມລຳດັບ ແລະ ໃນໄວໆນີ້ WHO ຈະໃຫ້ການຊ່ວຍເຫຼືອຢາວັກຊີນ Johnson & Johnson ເພີ່ມອີກ 1 ລ້ານໂດສ ຈຶ່ງເຮັດໃຫ້ຍັງເຫຼືອອີກກວ່າ 4,263,000 ໂດສ ທີ່ລັດຖະບານ ລາວ ຈະຕ້ອງຈັດຫາເພີ່ມເພື່ອຈະສັກໃຫ້ກັບປະຊາຊົນໄດ້ຕາມເປົ້າໝາຍ 50 ເປີເຊັນຂອງປະຊາກອນ ລາວ ທັງໝົດໃນປີ 2021 ຊຶ່ງຄາດຫວັງວ່າຈະໄດ້ຮັບການຊ່ວຍເຫຼືອຈາກ WHO ອີກ 480,000 ໂດສ ແລະ ລັດຖະບານ ຈີນ 5 ແສນໂດສ ໂດຍລັດຖະບານ ລາວ ໄດ້ວາງເປົ້າໝາຍການສັກຢາວັກຊີນກັນ COVID-19 ໃຫ້ກັບປະຊາຊົນໃຫ້ໄດ້ເຖິງ 70 ເປີເຊັນໃນປີ 2022 ແລະ ໃຫ້ຄົບ 100 ເປີເຊັນຂອງຈຳນວນນປະຊາກອນ ລາວ ທັງໝົດພາຍໃນປີ 2023 ເປັນຢ່າງຊ້າ.

XS
SM
MD
LG