ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ລັດຖະມົນຕີ ລາວ ຈະສົ່ງເສີມການຜະລິດ ດ້ານກະສິກຳສີຂຽວ


ສວນປູກຜັກປອດສານພິດໃນປະເທດ ລາວ.
ສວນປູກຜັກປອດສານພິດໃນປະເທດ ລາວ.

ລັດຖະມົນຕີ ລາວ ຢືນຢັນວ່າ ຈະໃຫ້ການສົ່ງເສີມການຜະລິດດ້ານກະສິກຳສີຂຽວ ໂດຍ ແນໃສ່ການລົບລ້າງການປູກພືດທີ່ສົ່ງຜົນກະທົບຕໍ່ສິ່ງແວດລ້ອມທຳມະຊາດໃຫ້ໄດ້ຢ່າງ
ສິ້ນເຊີງໃນທົ່ວປະທດ.

ທ່ານ ຈະເລີິຍ ເຢຍປາວເຮີ ລັດຖະມົນຕີປະຈຳສຳນັກງານນາຍົກລັດຖະມົນຕີ ແລະ ໂຄ ສົກຄະນະລັດຖະບານ ລາວ ຖະແຫຼງຢືນຢັນວ່າ ຄະນະລັດຖະບານ ລາວ ຊຸດປັດຈຸບັນ ພາຍໃຕ້ການນຳຂອງທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ໄດ້ມີຄຳສັ່ງມອບໝາຍ ໃຫ້ກະຊວງກະສິກຳ ແລະ ປ່າໄມ້ ຈະຕ້ອງດຳເນີນມາດຕະການໃນທຸກວິທີທາງເພື່ອຮັບ ປະກັນຜົນຜະລິດ ແລະ ຕອບສະໜອງສະບຽງອາຫານໃຫ້ກັບປະຊາຊົນ ລາວ ບັນດາ ເຜົ່າໃຫ້ໄດ້ຢ່າງພຽງພໍ ກັບຄວາມຕ້ອງການໃນປະເທດຢ່າງແທ້ຈິງ ທັງມີສ່ວນເຫຼືອແຮ
ໄວ້ ແລະ ສ່ວນເກີນສຳລັບການສົ່ງເປັນສິນຄ້າອອກໄປຕ່າງປະເທດດ້ວຍ, ດັ່ງທີ່ທ່ານ
ຈະເລີນ ໄດ້ໃຫ້ການຢືນຢັນວ່າ.

"ສືບຕໍ່ສົ່ງເສີມ ແລະ ຊຸກຍູ້ການປູກຝັງ, ລ້ຽງສັດຂອງພໍ່ແມ່ ປະຊາຊົນ ໂດຍສະເພາະ
ແມ່ນ ການປູກເຂົ້ານາແຊງ, ການປູກພືດເປັນສິນຄ້າ, ການລ້ຽງສັດໃຫຍ່, ສັດນ້ອຍ
ແບບເປັນຟາມໃຫ້ເປັນຂະບວນຟົດຟື້ນແຂງແຮງ ສືບຕໍ່ສົ່ງພະນັກງານເທັກນິກ-ວິ
ຊາການ ລົງໄປແນະນຳຊາວກະສິກອນຢູ່ທ້ອງຖິ່ນໃຫ້ຮູ້ປູກ ຮູ້ລ້ຽງຖືກວິທີ, ເພື່ອສາ
ມາດຮັບປະກັນໄດ້ຜົນຜະລິດ ແລະ ອາຫານໃຫ້ສັງຄົມຢ່າງເປັນປົກກະຕິ ມີສ່ວນເຫຼືອ
ແຮໄວ້ ແລະ ສົ່ງອອກຂາຍຕ່າງປະເທດ."

ທ່ານ ຈະເລີນ ຢືນຢັນດ້ວຍວ່າ ລັດຖະບານ ລາວ ຍັງໄດ້ແນໃສ່ໃຫ້ການສົ່ງເສີມການຜະ
ລິດກະສິກຳສີຂຽວ ດ້ວຍການຈັດຕັ້ງປະຕິບັດໃນທຸກວິທີທາງເພື່ອຈະລົບລ້າງການປູກ
ພືດທີ່ສົ່ງ ຜົນກະທົບຕໍ່ສິ່ງແວດລ້ອມທຳມະຊາດໃຫ້ໄດ້ຢ່າງສິ້ນເຊີງໃນທົ່ວປະເທດ ໂດຍ
ສະເພາະແມ່ນ ການລົບລ້າງການປູກກ້ວຍຫອມທີ່ໄດ້ສົ່ງຜົນກະທົບຕໍ່ສິ່ງແວດລ້ອມທຳ
ມະຊາດໃນແຂວງພາກເໜືອຢ່າງກວ້າງຂວາງໃນປັດຈຸບັນ.

ໂດຍຫຼ້າສຸດກໍມີລາຍງານວ່າອຳນາດການປົກຄອງເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ ໄດ້ຢຸດ
ການອະນຸຍາດໃຫ້ສຳປະທານທີ່ດິນລາຍໃໝ່ເພື່ອປູກກ້ວຍຢ່າງສິ້ນເຊີງແລ້ວ ສ່ວນທີ່
ໄດ້ອະນຸຍາດສຳປະທານໄປແລ້ວນັ້ນກໍຈະຈຳກັດພື້ນທີ່ປູກໃຫ້ຫຼຸດລົງເທື່ອລະກ້າວ ໂດຍ
ໃນໄລຍະທີ່ຜ່ານມາ ກໍໄດ້ມີີຄຳສັ່ງໃຫ້ຍົກເລີກສຳປະທານປູກກ້ວຍໄປແລ້ວໃນເນື້ອທີ່
1,000 ກວ່າເຮັກຕາ ແລະ ຍັງເຫຼືອອີກ 5,000 ກວ່າເຮັກຕາ ທີ່ຈະຍົກເລີກສົມປະທານ
ປູກກ້ວຍໃຫ້ໄດ້ທັງໝົດພາຍໃນປີ 2018.

ກ່ອນໜ້ານີ້ ມີລາຍງານວ່າ ປາ ແລະ ສັດນໍ້າຊະນິດຕ່າງໆຢູ່ໃນເຂດວັງສະຫງວນນໍ້າງາວ ເມືອງຫ້ວຍຊາຍ ແຂວງບໍ່ແກ້ວ ໄດ້ຕາຍໄປຢ່າງຫຼວງຫຼາຍ ໃນເດືອນມີນາທີ່ຜ່ານມາ ຊຶ່ງ
ຈາກການວິເຄາະຄຸນນະພາບນໍ້າໃນເຂດດັ່ງກ່າວກໍພົບວ່າມີສານເຄມີເຈືອປົນຢ່າງໜາ
ແໜ້ນທີ່ເຊື່ອວ່າເປັນສານເຄມີທີ່ຮົ່ວໄຫຼລົງມາຈາກເຂດສຳປະທານປູກກ້ວຍຂອງບັນດາ
ນັກທຸລະກິດ ຈີນ ແຕ່ກໍບໍ່ສາມາດລະບຸໄດ້ວ່າເປັນສານເຄມີຈາກເຂດສຳປະທານຂອງ
ນັກທຸລະກິດ ຈີນ ລາຍໃດ.

ທາງດ້ານທ່ານ ຄຳພັນ ເຜີຍຍະວົງ ເຈົ້າແຂວງໆບໍ່ແກ້ວ ໄດ້ອອກຄຳສັ່ງໄປເຖິງໜ່ວຍ
ງານກ່ຽວຂ້ອງໃນທົ່ວແຂວງ ເພື່ອໃຫ້ຢຸດການອະນຸຍາດສຳປະທານທີ່ດິນໃຫ້ກັບນັກ
ທຸລະກິດ ຈີນ ທີ່ມາລົງທອນປູກກ້ວຍໃນແຂວງບໍ່ແກ້ວຢ່າງສິ້ນເຊີງ ທັງຍັງມີຄຳສັ່ງໃຫ້
ຍົກເລີກສຳປະທານທີ່ດິນ 18 ແຫ່ງທີ່ປູກກ້ວຍໄປແລ້ວອີກດ້ວຍ ເພາະກວດພົບວ່າ ພື້ນ
ທີ່ປູກກ້ວຍຂອງນັກທຸລະກິດ ຈີນ ດັ່ງກ່າວ ໄດ້ສົ່ງຜົນກະທົບຕໍ່ສິ່ງແວດລ້ອມທຳມະຊາດ
ແລະ ປະຊາຊົນ ລາວ ໃນແຂວງບໍ່ແກ້ວຢ່າງກວ້າງຂວາງ.

ທັງຍັງຝ່າຝືນກົດໝາຍວ່າດ້ວຍສິ່ງແວດລ້ອມທຳມະຊາດ ລາວ ດ້ວຍການນຳໃຊ້ສານເຄ
ມີປ້ອງກັນໂຣກພືດເຖິງ 28 ຊະນິດ ແລະ ຢາຂ້າສັດຕູພືດອີກ 19 ຊະນິດ ລວມເຖິງການ
ໃຊ້ສານເຄມີເພື່ອເລັ່ງຜົນຜະລິດອີກດ້ວຍນັ້ນ ໄດ້ເປັນສິ່ງທີ່ຄຸກຄາມຕໍ່ສຸຂະພາບອະນາ
ໄມຂອງປະຊາຊົນ ທັງຍັງໄດ້ສົ່ງຜົນກະທົບຕໍ່ແຫຼ່ງນໍ້າທຳມະຊາດ, ສັດນໍ້າ, ທີ່ນາ ແລະ ພືດຜົນຕ່າງໆຂອງປະຊາຊົນຢ່າງໜັກໜ່ວງ ໂດຍທາງການແຂວງບໍ່ແກ້ວ ໄດ້ອະນຸມັດສຳ
ປະທານທີ່ດິນເພື່ອປູກກ້ວຍໃຫ້ແກ່ນັກທຸລະກິດ ຈີນ ໃນເນື້ອທີ່ 15,000 ເຮັກຕາທີ່ຢູ່ສູງ
ກວ່າທີ່ດິນຂອງປະຊາຊົນ, ນໍ້າຝົນຈຶ່ງຊັດເອົາສານເຄມີລົງມາໃນເຂດທີ່ຕໍ່າກວ່ານັ້ນເອງ.

XS
SM
MD
LG