ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໑໘ ເມສາ ໒໐໒໔

ລາວວ່າ ຈະປັບປຸງ ການບໍລິການດ້ານ ສາທາລະນະສຸກ ໃຫ້ດີຂຶ້ນ


ດຣ. ເອກສະຫວ່າງ ວົງວິຈິດ ລັດຖະມົນຕີກະຊວງສາທາລະນະສຸກ
ດຣ. ເອກສະຫວ່າງ ວົງວິຈິດ ລັດຖະມົນຕີກະຊວງສາທາລະນະສຸກ
ລັດຖະມົນຕີລາວຢືນຢັນວ່າ ຈະພັດທະນາ-ປັບປຸງການບໍລິ
ການດ້ານສາທາລະນະສຸກໃນທົ່ວປະເທດ ເພື່ອໃຫ້ສາມາດ
ບັນລຸເປົ້າໝາຍສະຫັດສະວັດ ການພັດທະນາ ດ້ານສຸຂະພາບ
ໃຫ້ໄດ້ ໃນປີ 2015.

ທ່ານເອກສະຫວ່າງ ວົງວິຈິດ ລັດຖະມົນຕີວ່າການກະຊວງສາ
ທາລະນະສຸກຖະແຫຼງຕໍ່ກອງປະຊຸມກ່ຽວກັບຄວາມຄືບໜ້າໃນ
ການຈັດຕັ້ງປະຕິບັດເປົ້າໝາຍສະຫັດສະວັດ ເພື່ອການພັດທະ
ນາຂອງຂະແໜງການສາທາລະນະສຸກ ທີ່ໄດ້ມີຂຶ້ນຢ່າງເປັນ
ທາງການເມື່ອບໍ່ດົນມານີ້ ຢູ່ນະຄອນວຽງຈັນວ່າ ມີຄວາມຄືບ
ໜ້າເກີດຂຶ້ນໃນຫຼາຍດ້ານ ຫາກແຕ່ວ່າໃນຂະນະດຽວກັນ ກໍມີ
ບາງດ້ານທີ່ຍັງເປັນບັນຫາທີ່ທ້າທາຍ ແລະກໍເປັນການຍາກທີ່
ຈະສາມາດບັນລຸເປົ້າໝາຍ ທີ່ວາງໄວ້ ໃນປີ 2015 ໄດ້ຢ່າງແທ້ຈິງ.

ໂດຍສະເພາະແມ່ນເປົ້າໝາຍສະຫັດສະວັດໃນດ້ານໂພຊະນາການຂອງເດັກນ້ອຍແລະ
ໃນດ້ານອັດຕາການເສຍຊີວິດຂອງແມ່ຍິງໃນຂະນະຕັ້ງທ້ອງ ຫຼືຖືພານັ້ນ ຖືເປັນບັນຫາ
ທີ່ມີຄວາມຄືບໜ້າຢ່າງຊັກຊ້າທີ່ສຸດ ຕົວຢ່າງກໍຄືບັນຫາ ກ່ຽວກັບການຂາດສານອາຫານ
ຂອງເດັກນ້ອຍອາຍຸຕໍ່າກວ່າ 5 ປີນັ້ນ ກໍໄດ້ ເປັນສາເຫດທີ່ເຮັດໃຫ້ການລົດຈໍານວນເດັກ
ນ້ອຍຕົວເຕ້ຍສາມາດດໍາເນີນໄປໄດ້ຢ່າງຊັກຊ້າ ກໍຄືສາມາດລົດຈໍານວນເດັກນ້ອຍເຕ້ຍ
ຈາກລະດັບ 40% ໃນປີ 2006 ລົງມາເປັນ 38%​ ໃນປັດຈຸບັນນີ້ ຫຼືລົດລົງພຽງແຕ່ 2%
ເທົ່ານັ້ນ ໃນໄລຍະ 6 ປີ ທີ່ຜ່ານມາ.

ແມ່ແລະເດັກໃນເຂດຊົນນະບົດ
ແມ່ແລະເດັກໃນເຂດຊົນນະບົດ

ສ່ວນເດັກນ້ອຍອາຍຸຕໍ່າກວ່າ 5 ປີທີ່ມີນໍ້າໜັກຕໍ່າກວ່າເກນນັ້ນ
ກໍຍັງຄິດເປັນສັດສ່ວນເຖິງ 32% ໃນຂະນະທີ່ເປົ້າໝາຍສະຫັດ
ສະວັດ ກໍໄດ້ວາງເອົາໄວ້ທີ່ ລະດັບບໍ່ເກີນ 22% ຂອງຈໍານວນ
ເດັກນ້ອຍທີ່ມີອາຍຸຕໍ່າກວ່າ 5 ປີ ໃນທົ່ວປະເທດ ຈຶ່ງນັບເປັນບັນ
ຫາທ້າທາຍອີກດ້ານນຶ່ງທີ່ເປັນການຍາກທີ່ຈະດໍາເນີນການຈັດ
ຕັ້ງປະຕິບັດໃຫ້ບັນລຸເປົ້າໝາຍສະຫັດສະວັດໄດ້ໃນປີ 2015
ເພາະໃນໄລຍະນັບແຕ່ປີ 2006 ເປັນຕົ້ນມາ ລັດຖະບານລາວ
ສາມາດຫລຸດຈໍານວນເດັກນ້ອຍທີ່ມີນໍ້າໜັກຕໍ່າກວ່າເກນໄດ້ພຽງ
5% ເທົ່ານັ້ນ ຊຶ່ງກໍເຊັ່ນດຽວກັນກັບບັນຫາທ້າທາຍກ່ຽວກັບ ອັດ
ຕາການເສຍຊີວິດຂອງແມ່ຍິງ ໃນຂະນະຕັ້ງທ້ອງຫຼືຖືພາ ທີ່ເຖິງແມ່ນວ່າອັດຕາການເສຍ
ຊີວິດຈະຫຼຸດຈາກ 650 ໃນທຸກໆນຶ່ງແສນຄົນໃນປີ 1995 ລົງມາເປັນ 339 ຄົນກໍຕາມ
ຫາກແຕ່ວ່າການທີ່ຈະບັນລຸໃຫ້ໄດ້ 260 ໃນທຸກໆນຶ່ງແສນຄົນໃນປີ 2015 ນັ້ນກໍຍັງເປັນ
ບັນຫາທີ່ທ້າທາຍຢ່າງຍິ່ງ.

ຍິ່ງໄປກວ່ານັ້ນ ອັດຕາການເສຍຊີວິດຂອງແມ່ຍິງລາວໃນຂະນະຕັ້ງທ້ອງ ກໍຍັງຖືວ່າເປັນ
ອັດຕາທີ່ສູງທີ່ສຸດໃນ 10 ປະເທດສະມາຊິກໃນກຸ່ມອາຊ່ຽນນໍາອີກດ້ວຍ ຊຶ່ງກໍຄືໃນຂະນະ
ທີ່ອັດຕາການເຊຍຊີວິດຂອງແມ່ຍິງລາວທີ່ຕັ້ງທ້ອງ ໃນປັດຈຸບັນຢູ່ທີ່ລະດັບ 339 ຄົນຕໍ່ນຶ່ງ
ແສນຄົນນັ້ນ ກໍປາກົດວ່າໃນມຽນມາ ຢູ່ທີ່ລະດັບ 250 ຄົນ, ກໍາປູເຈຍ 206 ຄົນ, ຫວຽດ
ນາມ 56 ຄົນ ແລະໄທ 48 ຄົນຕໍ່ນຶ່ງແສນຄົນ ຕາມລໍາດັບ.

ທາງດ້ານທ່ານນາງ ອິນລາວັນ ແກ້ວບຸນພັນ ລັດຖະມົນຕີຊ່ວຍວ່າການກະຊວງສາທາ
ລະນະສຸກ ໄດ້ຊີ້ແຈງວ່າສາເຫດສໍາຄັນທີ່ເຮັດໃຫ້ສະພາບການດັ່ງ ກ່າວໃນລາວ ກໍຄືການ
ຂາດແຄນແພດ ແລະຜະດຸງຄັນ ທີ່ຄອຍໃຫ້ການຊ່ວຍເຫຼືອແມ່ຍິງໃນຂະນະອອກລູກ.

ດ້ວຍເຫດນີ້ ການທີ່ຈະຈັດຕັ້ງປະຕິບັດໃຫ້ສາມາດບັນລຸເປົ້າໝາຍສະຫັດສະວັດການ
ພັດທະນາດ້ານສາທາລະນະສຸກດັ່ງກ່າວນີ້ໄດ້ຢ່າງເປັນຮູບປະທໍານັ້ນ ຈຶ່ງມີຄວາມຈໍາເປັນ
ຢ່າງຍິ່ງທີ່ຈະຕ້ອງດໍາເນີນການພັດທະນາຊັບພະຍາກອນມະນຸດແລະເພີ່ມບຸກຄະລາກອນ
ດ້ານສາທາລະນະສຸກໃຫ້ໄດ້ຢ່າງພຽງພໍທັງໃນດ້ານປະລິມານແລະຄຸນນະພາບນັ້ນເອງ ດັ່ງທີ່ທ່ານນາງອິນລາວັນ ໄດ້ໃຫ້ ການຢືນຢັນວ່າ:

ເປົ້າໝາຍຂອງພວກເຮົາແມ່ນວ່າເຮັດແນວໃດຮັບປະກັນໃຫ້ພວກເຮົາມີພະ
ນັກງານສາທາລະນະສຸກຜູ້ທີ່ມີຄວາມຊໍານິຊໍານານງານ ມີແພດໝໍຫຼືພະນັກ
ງານສາທາລະນະສຸກ ທີ່ຊໍານານງານ ມີທັກສະ ມີຄວາມຮູ້ຄວາມສາມາດໄປ
ບັນຈຸຊັບຊ້ອນຢູ່ໃນຂົງເຂດຫ່າງໄກສອກຫຼີກ ພາກເຮົາຈະຕ້ອງໄດ້ປັບປຸງການ
ສຶກສາຂອງພະນັກງານສາທາລະນະສຸກທາງດ້ານຄຸນນະພາບເນາະ.”


ອັດຕາການມີແພດ ຫຼືຜະດຸງຄັນທີ່ຄອຍໃຫ້ການຊ່ວຍເຫຼືອຂະນະອອກລູກຢູ່ໃນລາວໃນ
ປັດຈຸບັນນີ້ຄິດເປັນພຽງ 41% ຂອງການເກີດລູກທັງໝົດເທົ່ານັ້ນ ຊຶ່ງຖືເປັນອັດຕາສະເລ່ຍ
ທີ່ຕໍ່າສຸດໃນອາຊ່ຽນດ້ວຍກັນ ກໍຄືໃນມຽນມາ ຢູ່ທີ່ລະດັບ 64% ກໍາປູເຈຍ 71% ຫວຽດນາມ
88% ແລະໄທ 99% ຕາມລໍາດັບ.
XS
SM
MD
LG