ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ລາວມີ ຄົນຕິດເຊື້ອ HIV-AIDs ຫຼາຍຂຶ້ນ ນັບມື້


ກອງປະຊຸມຕ້ານໂຣກເອດສ໌ ປະຈໍາປີ 2012-2012
ກອງປະຊຸມຕ້ານໂຣກເອດສ໌ ປະຈໍາປີ 2012-2012

ລັດຖະມົນຕີລາວຢືນຢັນວ່າ ບັນດາໂຄງການລົງທຶນແລະໂຄງການພັດທະນາຕ່າງໆ ທີ່ເພີ່ມຫຼາຍຂຶ້ນນັ້ນ ຖືວ່າເປັນປັດໄຈສໍາຄັນ ທີ່ເຮັດໃຫ້ຄົນລາວຕິດເຊື້ອ HIV-AIDS ຫຼາຍຂຶ້ນນັບມື້ ໄດ້ເຊັ່ນກັນ.

ດຣ. ບຸນກອງ ສີຫາວົງ ລັດຖະມົນຕີຊ່ວຍວ່າການກະຊວງສາທາ
ລະນະສຸກ ຖະແຫຼງຢືນຢັນວ່າ ສະພາວະການຕິດເຊື້ອ HIV-
AIDS ໃນລາວໃນປັດຈຸບັນນີ້ ປາກົດວ່າ ແມ່ຍິງໄດ້ກາຍເປັນ
ກຸ່ມປະຊາກອນ ທີ່ໄດ້ຮັບແລະຕິດເຊື້ອ HIV-AIDS ຫຼາຍກວ່າ
ປະຊາກອນເພດຊາຍ ທັງນີ້ໂດຍຈາກການສໍາຫຼວດດ້ວຍການ
ສຸ່ມກວດເລືອດປະຊາຊົນລາວ ຜູ້ທີ່ສະມັກໃຈໃນປີ 2012 ທີ່
ຜ່ານມາ ພົບວ່າປະຊາກອນລາວທີ່ຕິດເຊື້ອ HIV ທັງໝົດ 5,260
ຄົນ ໂດຍໃນນີ້ກໍມີຢູ່ 3,282 ຄົນ ທີ່ເປັນໂຣກເອດສ໌ ແລະໄດ້ເສຍ
ຊີວິດໄປແລ້ວ 1,334 ຄົນ ແລະ 54% ໃນຈໍານວນທັງໝົດດັ່ງ
ກ່າວ ກໍຄືປະຊາກອນເພດຍິງ.

ສາເຫດທີ່ເຮັດໃຫ້ແມ່ຍິງລາວກາຍເປັນກຸ່ມທີ່ຕິດເຊື້ອ HIV-
AIDS ຫຼາຍກວ່າຜູ້ຊາຍນັ້ນ ກໍມີສາເຫດມາຈາກໂຄງການລົງທຶນ ແລະການພັດທະນາ
ໂຄງລ່າງຕ່າງໆ ທີ່ເພີ່ມຂຶ້ນຢ່າງ ຕໍ່ເນື່ອງຢູ່ໃນທົ່ວປະເທດ ຊຶ່ງກໍໄດ້ກາຍເປັນປັດໃຈ ທີ່ດຶງ
ດູດເອົາຄົນຈໍານວນຫຼາຍໆໃຫ້ມາຢູ່ຮ່ວມກັນ ເພື່ອປະກອບກິດຈະການຕ່າງໆ ທີ່ລວມເຖິງ
ທຸລະກິດບັນເທີງ ທີ່ມີແມ່ຍິງໃຫ້ການບໍລິການລູກຄ້າດ້ວຍ ດັ່ງທີ່ທ່ານ ບຸນກອງ ໄດ້ໃຫ້ການ ອະທິບາຍວ່າ:

ພວກເຮົາຍັງມີສິ່ງທີ່ທ້າທາຍຫຼາຍຢ່າງ ທີ່ອາດຈະເປັນສິ່ງເອື້ອອໍານວຍທີ່ຈະ
ເຮັດໃຫ້ມີການລະບາດຂອງໂຣກເອດສ໌ ເຊັ່ນວ່າໂຄງການກໍ່ສ້າງໂຄງລ່າງ ການກໍ່ສ້າງເຂື່ອນໄຟຟ້າ ສ້າງຖະໜົນຫົນທາງ ຫຼືວ່າການລົງທຶນຂອງຕ່າງປະ
ເທດ ທີ່ວ່າເຮັດໃຫ້ເປັນແຫຼ່ງເກີດຂຶ້ນ ການຂຸດຄົ້ນບໍ່ແຮ່ ບ້ານພັກ ຮ້ານບັນເທີງ
ຕ່າງໆ ກໍເພີ່ມຂຶ້ນ ພ້ອມກັນນີ້ ຈໍານວນສາວບໍລິການ ກໍເພີ່ມຂຶ້ນ.”


ປ້າຍໂຄສະນາໃນການຕໍ່ຕ້ານໂຣກເອດສ໌
ປ້າຍໂຄສະນາໃນການຕໍ່ຕ້ານໂຣກເອດສ໌

ຊຶ່ງຕໍ່ກໍລະນີດຽວກັນນີ້ ທ່ານສາສະດາຈານ ດອກເຕີ້ ພອນເທບ
ພົນເສນາ ສະມາຊິກສະພາແຫ່ງຊາດລາວ ກໍໄດ້ໃຫ້ການອະທິ
ບາຍກ່ອນໜ້ານີ້ວ່າ ເຖິງແມ່ນວ່າອັດຕາການຕິດເຊື້ອ HIV-
AIDS ຂອງຄົນລາວໃນປັດຈຸບັນ ຈະຍັງຄົງຢູ່ໃນລະດັບທີ່ຕໍ່າ
ເມື່ອທຽບໃສ່ກັບປະເທດອື່ນໆ ໃນອາຊ່ຽນດ້ວຍກັນ ໂດຍຈາກ
ການສຸ່ມກວດເລືອດປະຊາຊົນລາວທີ່ສະມັກໃຈ ຫຼາຍກວ່າ
2 ແສນຄົນໃນ 17 ແຂວງໃນທົ່ວປະເທດ ນັບແຕ່ປີ 1990 ເປັນ
ຕົ້ນມາ ຈະພົບວ່າ ມີຄົນລາວຕິດເຊື້ອເປັນອັດຕາສະເລ່ຍພຽງ
1.6% ຂອງຄົນລາວ ທີ່ກວດເລືອດທັງໝົດເທົ່ານັ້ນ ກໍຕາມ
ຫາກແຕ່ວ່າ ສະຖານະການກໍໜ້າເປັນຫ່ວງຫຼາຍຂຶ້ນໄປອີກ ຍ້ອນວ່າລະບົບໃຫ້ການບໍລິ
ການດ້ານການປິ່ນປົວ ແລະການຮັກສາສຸຂະພາບຂອງລັດຖະບານນັ້ນ ກໍຍັງບໍ່ສາມາດ ທີ່ຈະໃຫ້ການເບິ່ງແຍງບັນດາຄົນລາວທີ່ຕິດເຊື້ອໂຣກດັ່ງກ່າວນີ້ ໄດ້ຢ່າງທົ່ວເຖິງ ແລະ
ເມື່ອປະກອບກັບການທີ່ລາວເປັນປະເທດທີ່ມີຈຸດທີ່ຕັ້ງຢູ່ເຂດສູນກາງ ທີ່ສາມາດຈະເຊື່ອມ
ຕໍ່ການຄົມມະນາຄົມ ແລະຂົນສົ່ງກັບທຸກປະເທດທີ່ຢູ່ໃນເຂດລຸ່ມແມ່ນໍ້າຂອງດ້ວຍກັນໄດ້
ໃນທຸກທິດທຸກທາງດ້ວຍແລ້ວ ກໍຍັງນັບເປັນເງື່ອນໄຂທີ່ສໍາຄັນ ທີ່ຈະເຮັດໃຫ້ປະຊາຊົນ
ລາວ ມີຄວາມສ່ຽງຢ່າງສູງ ທີ່ຈະຕິດເຊື້ອໂຣກດັ່ງກ່າວນີ້ ຫຼາຍຂຶ້ນນັບມື້ອີກດ້ວຍ.

ລາຍງານຂອງກະຊວງສາທາລະນະສຸກລາວ ໄດ້ລະບຸວ່າ ສາເຫດສໍາຄັນທີ່ເຮັດໃຫ້ຄົນ
ລາວ ຕິດເຊື້ອ HIV-AIDS ຫຼາຍທີ່ສຸດນັ້ນ ກໍຄືການມີເພດສໍາພັນ ໂດຍບໍ່ມີການປ້ອງກັນ
ດ້ວຍການສວມໃສ່ຖົງຢາງອະນາໄມ ໂດຍສະເພາະແມ່ນການຕິດເຊື້ອໃນກຸ່ມຜູ້ຍິງທີ່ຂາຍ
ບໍລິການທາງເພດແລະກຸ່ມຮັກຮ່ວມເພດດຽວກັນນັ້ນ ກໍຍັງນັບເປັນພາຫານະທີ່ເຮັດໃຫ້ມີ
ການແຜ່ລະບາດຂອງເຊື້ອໂຣກຢ່າງໄວວາອີກດ້ວຍ.

ຍິ່ງໄປກວ່ານັ້ນ ກຸ່ມແຮງງານລາວທີ່ໄດ້ພາກັນລັກລອບໄປທໍາງານໂດຍຜິດກົດໝາຍຢູ່ ໃນປະເທດເພື່ອນບ້ານ ກໍນັບເປັນອີກກຸ່ມນຶ່ງທີ່ມີຄວາມສ່ຽງຢ່າງສູງ ທັງໃນຖານະທີ່ເປັນ ຜູ້ຮັບເຊື້ອແລະຜູ້ນໍາເອົາເຊື້ອໄປຕິດຕໍ່ເຖິງຄົນຮັກ ໂດຍສະເພາະແມ່ນ ແຮງງານລາວ ເພດຍິງຫຼາຍກວ່າ 2 ແສນຄົນ ທີ່ໄດ້ລັກລອບທໍາງານຢູ່ໃນໄທ ໂດຍຜິດກົດໝາຍນັ້ນ
ຍັງມີໂອກາດທີ່ຈະຖືກບີບບັງຄັບໃຫ້ຕ້ອງຂາຍບໍລິການທາງເພດ ໂດຍຂາດການປ້ອງກັນ
ຕົນເອງອີກດ້ວຍ.
XS
SM
MD
LG