ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ລັດຖະມົນຕີລາວ ຈະດຳເນີນ ມາດຕະການ ລົບລ້າງ ບັນດານາຍໜ້າ ທີ່ຜິດກົດໝາຍ


ດ່ານຂ້າມຊາຍແດນ ລະຫວ່າງປະເທດ ແຫ່ງນຶ່ງຂອງລາວ ຊຶ່ງລົດສ່ວນຕົວຂອງທັງສອງປະເທດ ເຂົ້າ-ອອກ ໃນແຕ່ລະວັນ ເປັນປະຈຳ.
ດ່ານຂ້າມຊາຍແດນ ລະຫວ່າງປະເທດ ແຫ່ງນຶ່ງຂອງລາວ ຊຶ່ງລົດສ່ວນຕົວຂອງທັງສອງປະເທດ ເຂົ້າ-ອອກ ໃນແຕ່ລະວັນ ເປັນປະຈຳ.

ລັດຖະມົນຕີລາວ ຢືນຢັນວ່າ ຈະດຳເນີນມາດຕະການລົບລ້າງ ບັນດານາຍໜ້າ ທີ່ຜິດ
ກົດໝາຍໃຫ້ໝົດໄປຈາກ ລະບົບການແຈ້ງຊຳລະສ່ວຍສາອາກອນສິນຄ້າ ຂາອອກ-
ຂາເຂົ້າ ເພື່ອເພີ່ມລາຍຮັບຂອງລັດຖະບານ ໃຫ້ສູງຂຶ້ນ.

ທ່ານບຸນໂຈມ ອຸບົນປະເສີດ ລັດຖະມົນຕີຊ່ວຍວ່າການກະຊວງການເງິນ ຖະແຫລງ
ຍອມຮັບວ່າ ການຈັດເກັບລາຍຮັບຈາກສ່ວຍສາອາກອນສິນຄ້າຂາອອກ-ຂາເຂົ້າ
ໄດ້ຕ່ຳກວ່າເປົ້າໝາຍທີ່ລັດຖະບານລາວ ໄດ້ວາງໄວ້ມີສາເຫດທີ່ສຳຄັນ ປະການນຶ່ງ
ມາຈາກການປ່ອຍປະໃຫ້ບັນດານາຍໜ້າທີ່ບໍ່ມີໃບອະນຸຍາດ ຫຼື ນາຍໜ້າທີ່ຜິດ
ກົດໝາຍນັ້ນ ໃຫ້ສາມາດເປັນຕົວແທນ ຂອງບັນດານັກທຸລະກິດ ໃນການແຈ້ງ
ການຊຳລະສ່ວຍສາອາກອນ ສິນຄ້າຂາອອກ-ຂາເຂົ້າໄດ້ ໂດຍບໍ່ມີການກວດກາ
ຄວາມຖືກຕ້ອງຈຶ່ງເຮັດໃຫ້ມີການແຈ້ງຊຳລະສ່ວຍສາອາກອນ ທີ່ຕ່ຳກວ່າລາຄາ
ແລະປະລິມານສິນຄ້າທີ່ເປັນຈິງ.

ພາຍໃຕ້ບັນຫາດັ່ງກ່າວ ທາງການກະຊວງການເງິນ ຈຶ່ງໄດ້ອອກມາດຕະການແກ້ໄຂ
ດ້ວຍການກຳນົດໃຫ້ບັນດານາໜ້າທຸກຄົນ ຈະຕ້ອງຂຶ້ນທະບຽນ ແລະຜ່ານການຝຶກ
ອົບຮົມຈາກໜ່ວຍງານທີ່ກ່ຽວຂ້ອງ ໃນກະຊວງການເງິນຢ່າງຄົບຖ້ວນແລ້ວ ເທົ່ານັ້ນ
ຈຶ່ງຈະສາມາດເປັນຕົວແທນຂອງບັນດານັກທຸລະກິດໃນການແຈ້ງຊຳລະສ່ວຍສາ
ອາກອນໄດ້ຕາມກົດໝາຍ ດັ່ງທີ່ທ່ານບຸນໂຈມ ໄດ້ໃຫ້ການຢືນຢັນວ່າ:

“ບັນຫາທີ່ມັນເກີດຂຶ້ນໃນປັດຈຸບັນ ຄືພວກເຮົາມີຜູ້ບໍລິການແຈ້ງພາສີເຖື່ອນນີ້ນ່ະ
ມັນຫຼາຍແລ້ວ ກະເຮັດໜ້າທີ່ນຳເຂົ້າສິນຄ້າໃຫ້ຜູ້ນຳເຂົ້າ-ສົ່ງອອກ ຈຸນີ້ຫລະ ສ້າງ
ບັນຫາໃຫ້ລະບົບ ຄວາມບໍ່ໂປ່ງໃສ ທັງຊື້ຈ້າງພະນັກງານ ທັງນຳສິນຄ້າເຂົ້າມາ
ບໍ່ຖືກຕາມຈຳນວນອີ່ສັງຕ່າງໆ ດັ່ງນັ້ນແລ້ວ ຕໍ່ໄປນີ້ ພວກເຮົາສິໄດ້ດັດສົມ ໝາຍ
ຄວາມວ່າ ຜູ້ທີ່ເຮັດການບໍລິການແຈ້ງພາສີໂດຍລຳພັງນີ້ ຈະຕ້ອງໄດ້ມາຂຶ້ນ
ທະບຽນ ຈະຕ້ອງໄດ້ມາຝຶກອົບຮົມ ມາເຂົ້າລະບົບໝົດ ສອງມາຈະຕ້ອງໄດ້ຕັ້ງ
ຄືກັບມາດຕະຖານສາກົນ ເຂົາເຈົ້າ ກະມີບໍລິສັດບໍລິການ ແຈ້ງພາສີ ຊຶ່ງຈະເຮັດ
ໜ້າທີ່ ຄ້ຳປະກັນກັບລັດຖະການດ້ານພາສີໂດຍກົງ.”

ລົດບັນທຸກ ສິນຄ້າສົ່ງອອກໄປຕ່າງປະເທດ ກຳລັງຜ່ານດ່ານກວດກາ ຂອງກົມສ່ວຍສາອາກອນ
ລົດບັນທຸກ ສິນຄ້າສົ່ງອອກໄປຕ່າງປະເທດ ກຳລັງຜ່ານດ່ານກວດກາ ຂອງກົມສ່ວຍສາອາກອນ

ທາງດ້ານທ່ານບຸນມີ ມະນີວົງ ລັດຖະມົນຕີຊ່ວຍວ່າການ ກະຊວງອຸດສາຫະກຳ ແລະ
ການຄ້າ ຢືນຢັນວ່າ ລັດຖະບານລາວ ຈະນຳໃຊ້ລະບົບການຈັດເກັບລາຍຮັບສ່ວຍສາ
ອາກອນແບບປະຕູດຽວ (One Stop Service) ໃຫ້ຄົບຖ້ວນ ໃນທຸກພາກສ່ວນ ທີ່
ກ່ຽວຂ້ອງ ກັບການຈັດເກັບລາຍຮັບເຂົ້າງົບປະມານຂອງລັັດຖະບານ ໃນທົ່ວປະເທດ
ໃຫ້ໄວທີ່ສຸດ ໂດຍສະເພາະແມ່ນພາກສ່ວນທີ່ກ່ຽວຂ້ອງກັບການຄ້າຂາອອກ-ຂາເຂົ້ານັ້ນ.

ທັງນີ້ ກະຊວງການເງິິນ ໄດ້ເລ່ມການຈັດຕັ້ງປະຕິບັດໂຄງການ ລະບົບຂໍ້ມູນ-ຂ່າວສານ
ແລະ ຄຸ້ມຄອງລາຍຮັບສ່ວຍສາອາກອນ ເມື່ອບໍ່ນານມານີ້ ໂດຍໄດ້ຮັບເງິນກູ້ ຈາກ
ກອງທຶນ ເພື່ອການຮ່ວມມື ແລະການພັດທະນາເສດຖະກິດ ຂອງລັດຖະບານເກົາຫຼີໃຕ້
ໃນມູນຄ່າ 28.5 ລ້ານໂດລາ ແລະລັດຖະບານລາວ ໄດ້ສົມທົບໃນມູນຄ່າ 4 ລ້ານໂດລາ
ໂດຍກຸ່ມບໍລິສັດ LG Consortium ຈາກເກົາຫຼີໃຕ້ ເປັນຜູ້ທີ່ຮັບຜິດຊອບການພັດທະນາ
ໂຄງການໃຫ້ແລ້ວເສັດ ແລະນຳໃຊ້ພາກຕົວຈິງໃຫ້ໄດ້ໃນຕົ້ນປີ 2019 ເປັນຢ່າງຊ້າ.

ໂດຍການນຳໃຊ້ລະບົບດັ່ງກ່າວນີ້ ຈະເຮັດໃຫ້ການຈັດເກັບລາຍຮັບສ່ວຍສາອາກອນ
ມີປະສິດທິພາບເພີ່ມຂຶ້ນ ເພາະເປັນລະບົບຂໍ້ມູນ-ຂ່າວສານ ແລະຄຸ້ມຄອງລາຍຮັບ
ສ່ວຍສາອາກອນທີ່ທັນສະໄໝ ແລະໄດ້ລະດັບມາດຕະຖານສາກົນ ທັງໃນການສ້າງ
ລະບົບ ຂໍ້ມູນ-ຂ່າວສານ ຄຸ້ມຄອງລາຍຮັບສ່ວຍສາອາກອນຢ່າງຄົບຊຸດ ການພັດ
ທະນາຊຸດຄຳສັ່ງ ການແຈ້ງມອບລາຍຮັບ ການກວດສອບຫລັງ ການແຈ້ງການປະ
ເມີນຄາດຄະເນແຫລ່ງລາຍຮັບ ການກຳນົດເລກປະຈຳຕົວຜູ້ເສຍອາກອນ ການເຊື່ອມ
ຕໍ່ ລະບົບຕ່າງໆ ຂອງກະຊວງການເງິນກັບຂະແໜງການຕ່າງໆ ທີ່ກ່ຽວຂ້ອງຜ່ານທາງ
Electronic ແລະການສ້າງສູນຂໍ້ມູນ-ຂ່າວສານ ແລະສູນສຳຮອງຂໍ້ມູນ-ຂ່າວສານ
ບົນອາຄານ 6 ຊັ້ນທີ່ສ້າງຂຶ້ນໃໝ່ທັງໝົດ.

ທາງດ້ານທ່ານສົມດີ ດວງດີ ຮອງນາຍົກລັດຖະມົນຕີ ແລະລັດຖະມົນຕີວ່າການ
ກະຊວງການເງິນ ຢືນຢັນວ່າ ລັດຖະບານລາວ ໄດ້ວາງເປົ້າໝາຍທີ່ຈະຈັດເກັບລາຍຮັບ
ໃນແຜນການ ພັດທະນາເສດຖະກິດ ແລະສັງຄົມແຫ່ງຊາດ ໃນຊ່ວງປີ 2016-2020
ໃຫ້ເພີ່ມຂຶ້ນ 50 ເປີເຊັນ ທຽບໃສ່ສົກປີ 2011-2015 ໂດຍຈະເຮັດໃຫ້ລັດຖະບານ
ມີລາຍຮັບຮວມເຖິງ 149,600 ຕື້ກີບ ຄິດເປັນ 19-20 ເປີເຊັນ ຂອງຜະລິດຕະພັນ
ລວມ (GDP) ໃນໄລຍະ 5 ປີ ດັ່ງກ່າວ.

ທ່ານສົມດີ ບອກວ່າ ຄາດໝາຍລາຍຮັບດັ່ງກ່າວແບ່ງເປັນລາຍຮັບພາຍໃນ 131,800
ຕື້ກີບ ຫຼືເພີ່ມຂຶ້ນເຖິງ 72 ເປີເຊັນ ທຽບໃສ່ແຜນການໃນສົກປີ 2011-2015 ແລະ
ພ້ອມກັນນີ້ ລັດຖະບານລາວ ກໍຈະຄວບຄຸມລາຍຈ່າຍໃຫ້ຢູ່ໃນມູນຄ່າລວມທັງໝົດ
ບໍ່ເກີນ 176,400 ຕື້ກີບ ໂດຍເພີ່ມຂຶ້ນເຖິງ 48.7 ເປີເຊັນ ທຽບໃສ່ແຜນການໃນສົກປີ
2011-2017 ຫາກແຕ່ກໍຄິດເປັນສັດສ່ວນບໍ່ເກີນ 25 ເປີເຊັນ ຂອງ GDP ໃນຕະຫຼອດ
ສົກປີ 2016-2020 ໂດຍໃນນີ້ ກໍລວມເຖິງລາຍຈ່າຍເງິນເດືອນ ພະນັກງານລັດດ້ວຍ
ໃນມູນຄ່າລວມ 60,000 ຕື້ກີບ ຫາກແຕ່ໃນສົກປີ 2015-2016 ລັດຖະບານລາວ
ກໍຈັດເກັບລາຍຮັບສ່ວຍສາອາກອນໄດ້ ຕ່ຳກວ່າເປົ້າໝາຍທີ່ວາງໄວ້ເຖິງ 15 ເປີເຊັນ.

XS
SM
MD
LG