ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ລັດຖະມົນຕີ ລາວ ຮຽກຮ້ອງ ໃຫ້ສື່ມວນຊົນ ປະກອບສ່ວນ ເຂົ້າໃນການຕ້ານ ຄໍຣັບຊັ້ນ


ກອງປະຊຸມ ຝຶກອົບຮົມ ສື່ມວນຊົນ ລາວ ຈັດຂຶ້ນທີ່ນະຄອນຫຼວງວຽງຈັນ ໂດຍ ອົງການ AEC.
ກອງປະຊຸມ ຝຶກອົບຮົມ ສື່ມວນຊົນ ລາວ ຈັດຂຶ້ນທີ່ນະຄອນຫຼວງວຽງຈັນ ໂດຍ ອົງການ AEC.

ລັດຖະມົນຕີ ລາວ ຮຽກຮ້ອງຂໍໃຫ້ສື່ມວນຊົນ ປະກອບສ່ວນເຂົ້າໃນການຕ້ານ ການ ຄໍຣັບຊັ້ນ ຢ່າງຈິງຈັງ ດ້ວຍການລາຍງານຂ່າວກ່ຽວກັບ ການທຸຈະລິດ ໃນທຸງວົງການ ໃຫ້ສັງຄົມໄດ້ຮັບຮູ້ ຢ່າງກວ້າງຂວາງ.

ທ່ານບົວເງິນ ຊາພູວົງ ລັດຖະມົນຕີຊ່ວຍວ່າການ ກະຊວງຖະແຫລງຂ່າວ-ວັດທະນະທຳ ແລະທ່ອງທ່ຽວ ໄດ້ຖະແຫລງຮຽກຮ້ອງຂໍໃຫ້ ສື່ມວນຊົນລາວທຸກຂະແໜງ ຈົ່ງໄດ້ພາກັນ ປະກອບສ່ວນ ເຂົ້າໃນການຕ້ານການທຸຈະລິດຄໍຣັບຊັ້ນ ຢ່າງຈິງຈັງ ແລະໃຫ້ເພີ່ມລະດັບ ຄວາມຖີ່ໃນການນຳສະເໜີລາຍງານຂ່າວ ທີ່ກ່ຽວກັບການຄໍຣັບຊັ້ນ ໃນທຸກວົງການ ເພື່ອ ໃຫ້ສັງຄົມລາວ ໄດ້ຮັບຮູ້ຢ່າງກວ້າງຂວາງຫຼາຍຂຶ້ນນັບມື້ອີກດ້ວຍ ໂດຍການປະກອບ
ສ່ວນດັ່ງກ່າວນີ້ ຂອງສື່ມວນຊົນລາວ ຈະເຮັດໃຫ້ສັງຄົມລາວ ມີການຕື່ນຕົວໃນການຕ້ານ ການຄໍຣັບຊັ້ນ ຫຼາຍຂຶ້ນນັບມື້ ດ້ວຍເຊັ່ນກັນ ດັ່ງທີ່ທ່ານບົວເງິນ ໄດ້ໃຫ້ການຢືນຢັນວ່າ:

“ສື່ສິ່ງພິມ ກະມີ ສື່ອີເລັກໂທນິກ ກະມີ ພວກບັນດາສະຫາຍອ້າຍນ້ອງ ກະເລີີ່ມເວົ້າ ຂຶ້ນຫຼາຍຫັ້ນເດະ ເວົ້າເລື່ອງຕັດໄມ້ຕັດຕອກ ເວົ້າເລື່ອງປະກົດການຫຍໍ້ທໍ້ ຢູ່ຖະໜົນ ຫົນທາງ ບ່ອນຫັ້ນບ່ອນນີ້ ບາງເລື່ອງກະຖ່າຍເອົາມາເປັນຮູບເປັນພາບ ແຕ່ວ່າ ຄັນເຮົາເວົ້າຢ່າງມີຫລັກການ ມີເຫດມີຜົນ ຖືກຕ້ອງຕາມໝວດ ຕາມມາດຕາ ຂອງ ກົດໝາຍສະບັບນັ້ນໆ ມັນເປັນການປະກອບສ່ວນສ້າງສັງຄົມ ປະກອບສ່ວນປ້ອງ
ກັນແນວທາງນະໂຍບາຍຂອງພັກ ຂອງລັດຖະບານດີທີ່ສຸດ.”

ແຜນທີ່ສະແດງໃຫ້ເຫັນ ລະດັບ ຂອງການສໍ້ລາດບງຫຼວງ ຫຼື ຄໍຣັບຊັ້ນ ໃນແຕ່ລະປະເທດ ຢູ່ຂົງເຂດ ເອເຊຍ
ແຜນທີ່ສະແດງໃຫ້ເຫັນ ລະດັບ ຂອງການສໍ້ລາດບງຫຼວງ ຫຼື ຄໍຣັບຊັ້ນ ໃນແຕ່ລະປະເທດ ຢູ່ຂົງເຂດ ເອເຊຍ

ການຮຽກຮ້ອງດັ່ງກ່າວນີ້ຂອງທ່ານບົວເງິນ ໄດ້ມີຂຶ້ນໃນທ່າມກາງບັນຍາກາດ ທີ່ປະຊາ
ຊົນລາວ ບັນດາເຜົ່າໄດ້ຮຽກຮ້ອງໃຫ້ລັດຖະບານລາວ ພາຍໃຕ້ການນຳຂອງ ທ່ານ
ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ຈົ່ງໄດ້ເພີ່ມຄວາມເຂັ້ມງວດ ເຂົ້າໃນການກວດກາ ການຈັດຕັ້ງປະຕິບັດແຜນການ ພັດທະນາເສດຖະກິດ-ສັງຄົມ ທີ່ໄດ້ມີການກວດພົບ ການທຸຈະລັດ ຄໍຣັບຊັ້ນ ໃນທຸກລະດັບແຕ່ສູນກາງໄປຈົນເຖິງລະດັບທ້ອງຖິ່ນ ເຊັ່ນການ ກວດກາຢູ່ແຂວງສາລະວັນ ໃນລະຍະ 9 ເດືອນ ຂອງປີ 2016 ນີ້ ໄດ້ພົບເຫັນການເສຍ ຫາຍທາງດ້ານງົບປະມານຂອງແຂວງສາລະວັນ ໄປຫຼາຍກວ່າ 1,836 ຕື້ກີບ ຫຼືປະມານ 230 ລ້ານໂດລາ ໃນຂະນະທີ່ໜ່ວຍສະເພາະກິດຂອງລັດຖະບານລາວ ສາມາດກວດ
ຢຶດໄມ້ ຜິດກົດໝາຍໄດ້ 115,144 ທ່ອນທີ່ຄິດເປັນປະລິມານລວມ ເຖິງ 1,257,867 ແມັດກ້ອນ ຄິດເປັນມູນຄ່າເກີນກວ່າ 570 ລ້ານໂດລາ.

ທາງດ້ານຄະນະກວດກາແຂວງອຸດົມໄຊ ລາຍງານວ່າ ໄດ້ດຳເນີນການກວດກາ 242 ເປົ້າໝາຍໃນຊ່ວງປີ 2011-2015 ທີ່ຜ່ານມາ ໄດ້ກວດພົບການເສຍຫາຍທາງດ້ານ ງົບປະມານຫຼາຍກວ່າ 1,143 ຕື້ກີບ ຫຼື ປະມານ 143 ລ້ານໂດລາ ແລະກວດຢຶດໄມ້
ຜິດກົດໝາຍໄດ້ 3,786 ແມັດກ້ອນ ທັງຍັງກວດພົບການນຳເຂົ້າ ຍານພາຫະນະ ບໍ່ຖືກ ກົດໝາຍອີກເຖິງ 37,377 ຄັນ ໂດຍສ່ວນຫຼາຍເປັນການລັກລອບນຳເຂົ້າລົດຈັກ ທີ່ບໍ່ ເສຍພາສີ ຊຶ່ງຈາກປະກົດການຫຍໍ້ທໍ້ດັ່ງກ່າວ ທາງການແຂວງອຸດົມໄຊ ກໍໄດ້ລົງໂທດຕໍ່ ຜູ້ກະທຳຄວາມຜິດໄປ ທັງໝົດ 149 ຄົນ.

ຕົ້ນໄມ້ທີ່ຖືກລັກລອບຕັດ ຈາກເຂດປ່າສະຫງວນແຫ່ງຊາດນາກາຍ ໂດຍ ບັນດານາຍທຶນ ແລະ ພະນັກງານລັດ ທີ່ໄດ້ຮ່ວມກັນ ວ່າຈ້າງປະຊາຊົນລາວ ໃນທ້ອງຖິ່ນ ໃຫ້ເຂົ້າໄປລັກລອບຕັດ.
ຕົ້ນໄມ້ທີ່ຖືກລັກລອບຕັດ ຈາກເຂດປ່າສະຫງວນແຫ່ງຊາດນາກາຍ ໂດຍ ບັນດານາຍທຶນ ແລະ ພະນັກງານລັດ ທີ່ໄດ້ຮ່ວມກັນ ວ່າຈ້າງປະຊາຊົນລາວ ໃນທ້ອງຖິ່ນ ໃຫ້ເຂົ້າໄປລັກລອບຕັດ.

ກ່ອນໜ້ານີ້ ທາງການແຂວງຄຳມ່ວນ ລາຍງານວ່າ ໄດ້ກວດພົບການສໍ້ລາດບັງຫຼວງ ທີ່ເຮັດໃຫ້ເກີດການເສຍຫາຍດ້ານລາຍຮັບຫຼາຍກວ່າ 1,580 ຕື້ກີບ ຫຼື 197 ລ້ານ
ໂດລາ ທັງຍັງກວດພົບການລັກລອບຄ້າໄມ້ຜິດກົດໝາຍຫຼາຍກວ່າ 4,760,000 ແມັດ ກ້ອນທີ່ສ່ວນໃຫຍ່ ຖືກລັກລອບຕັດຈາກເຂດປ່າສະຫງວນແຫ່ງຊາດນາກາຍ ໂດຍ ບັນດານາຍທຶນ ແລະພະນັກງານລັດ ທີ່ໄດ້ຮ່ວມກັນວ່າຈ້າງປະຊາຊົນລາວ ໃນທ້ອງຖິ່ນ ໃຫ້ເຂົ້າໄປລັກລອບຕັດໄມ້ ໃນເຂດປ່າສະຫງວນແຫ່ງຊາດນາກາຍ ແລະລັກລອບຂົນ ອອກຕອນກາງຄືນເພື່ອນຳໄປຊຸກເຊື່ອງໄວ້ກ່ອນທີ່ຈະລັກລອບຂົນອອກໄປຊາຍແດນ
ດ້ານຫວຽດນາມ ແລະການກວດກາຍັງພົບວ່າ ມີໂຮງງານໄມ້ເອກະຊົນເຂົ້າໄປກ່ຽວຂ້ອງ ກັບການລັກລອບດັ່ງກ່າວອີກດ້ວຍ.

ທາງການລາວໄດ້ຈັດຕັ້ງປະຕິບັດຄຳສັ່ງຂອງນາຍົກລັດຖະມົນຕີ ວ່າດ້ວຍການເພີ່ມ ທະວີຄວາມເຂັ້ມງວດເຂົ້າໃນການຄຸ້ມຄອງ ແລະກວດກາ ການຂຸດຄົ້ນໄມ້ ເຄື່ອນຍ້າຍ
ໄມ້ ແລະທຸລະກິດໄມ້ ນັບຈາກເດືອນພຶດສະພາ 2016 ເປັນຕົ້ນມາ ໂດຍມີຄຳສັ່ງປິດ ໂຮງງານໄມ້ເອກະຊົນໄປແລ້ວ 28 ແຫ່ງ ທີ່ຕັ້ງຢູ່ໃກ້ເຂດປ່າສະຫງວນ ແຫ່ງຊາດທົ່ວ ປະເທດ ເມື່ອບໍ່ນານມານີ້ ແລະຍັງໄດ້ສືບຕໍ່ມາດຕະການຫ້າມສົ່ງອອກໄມ້ທ່ອນ ທຸກ ຊະນິດຢ່າງເດັດຂາດ ໂດຍອະນຸຍາດ ສະເພາະຜະລິດຕະພັນໄມ້ສຳເລັດຮູບເທົ່ານັ້ນ.

ກ່ອນໜ້ານີ້ ໜ່ວຍສະເພາະກິດຂອງລັດຖະບານລາວ ສາມາດຢຶດໄມ້ໄດ້ 104,230 ແມັດກ້ອນ ໃນຊ່ວງ 4 ເດືອນຜ່ານມາ ໂດຍບໍ່ລວມໄມ້ຜິດກົດໝາຍ ທີ່ຢຶດໄດ້ 55,421 ແມັດກ້ອນ ຊຶ່ງໃນນີ້ ໄດ້ຂາຍອອກແລ້ວ 7,300 ກວ່າແມັດກ້ອນ ຈຶ່ງຍັງເຫຼືອ 48,000 ກວ່າແມັດກ້ອນ ທີ່ຕ້ອງຂາຍອອກພ້ອມກັບໄມ້ 104,230 ແມັດກ້ອນ ແລະໄມ້ຄ້າງ ສະໜາມອີກ 270,400 ແມັດກ້ອນ ທີ່ຈະຕ້ອງຈັດເກັບພາສີໃຫ້ໄດ້ ຢ່າງຄົບຖ້ວນ.

XS
SM
MD
LG