ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ກົດໝາຍ ສະບັບປັບປຸງ ວ່າດ້ວຍຜັງເມືອງ ຈະສົ່ງຜົນດີ ຕໍ່ການພັດທະນາ ລາວ ໃນໄລຍະຍາວ


ທ່ານບຸນຈັນ ສິນທະວົງ ລັດຖະມົນຕີວ່າການ ກະຊວງໂຍທາທິການ ແລະຂົນສົ່ງ ຢືນຢັນວ່າ ການປະກາດບັງຄັບໃຊ້ກົດໝາຍວ່າດ້ວຍຜັງເມືອງ ສະບັບດັດແກ້ໃໝ່ ຈະສົ່ງຜົນດີຕໍ່ການພັດທະນາປະເທດ
ທ່ານບຸນຈັນ ສິນທະວົງ ລັດຖະມົນຕີວ່າການ ກະຊວງໂຍທາທິການ ແລະຂົນສົ່ງ ຢືນຢັນວ່າ ການປະກາດບັງຄັບໃຊ້ກົດໝາຍວ່າດ້ວຍຜັງເມືອງ ສະບັບດັດແກ້ໃໝ່ ຈະສົ່ງຜົນດີຕໍ່ການພັດທະນາປະເທດ

ລັດຖະມົນຕີລາວ ເຊື່ອໝັ້ນວ່າ ກົດໝາຍຜັງເມືອງ ສະບັບໃໝ່ ຈະສົ່ງຜົນດີຕໍ່ການ
ພັດທະນາປະເທດ ໃນໄລຍະຍາວ ໂດຍສະເພາະການພັດທະນາລາວ ເປັນສູນ
ການເຊື່ອມຕໍ່ທາງການຄ້າ ໃນລຸ່ມແມ່ນ້ຳຂອງ ແລະອາຊຽນ.

ທ່ານບຸນຈັນ ສິນທະວົງ ລັດຖະມົນຕີວ່າການ ກະຊວງໂຍທາທິການ ແລະຂົນສົ່ງ
ຢືນຢັນວ່າ ການປະກາດບັງຄັບໃຊ້ກົດໝາຍວ່າດ້ວຍຜັງເມືອງ ສະບັບດັດແກ້ໃໝ່
ທີ່ຜ່ານການຮັບຮອງໃນໂອກາດ ກອງປະຊຸມສະໄໝສາມັນ ຄັ້ງທີ 4 ຂອງສະພາ
ແຫ່ງຊາດລາວ ຊຸດທີ 8 ໃນຊ່ວງວັນທີ 16 ຕຸລາ ຫາ 17 ພະຈິກ 2017 ທີ່ຜ່ານມານີ້
ຈະສົ່ງຜົນດີ ຕໍ່ການພັດທະນາປະເທດ ທັງໃນດ້ານການບໍລິຫານ ແລະການຈັດຕັ້ງ
ປະຕິບັດແຜນການພັດທະນາ ທີ່ກ່ຽວຂ້ອງກັບການພັດທະນາ ພື້ນຖານໂຄງຮ່າງ ທາງເສດຖະກິດ ການຄົມມະນາຄົມ ແລະຂົນສົ່ງ ເຂດຕົວເມືອງ ການນຳໃຊ້ທີ່ດິນ
ແລະຮັກສາສິ່ງແວດລ້ອມທຳມະຊາດ ທີ່ມີປະສິດທິພາບ ດັ່ງທີ່ທ່ານບຸນຈັນ ໄດ້ຢືນ
ຢັນວ່າ:

“ກົດໝາຍສະບັບປັບປຸງນີ້ ຈະໄດ້ຮັບຜົນປະໂຫຍດອັນນຶ່ງ ເປັນການຈັດຕັ້ງ ແຜນການ ຂອງລັດ ໃນຂະແໜງໂຍທາທິການ ແລະຂົນສົ່ງ ໃຫ້ຮັດກຸມຈະ
ແຈ້ງ ໂດຍສະເພາະ ແມ່ນການແບ່ງຂັ້ນການຄຸ້ມຄອງ ລະຫວ່າງ ສູນກາງ ແລະທ້ອງຖິ່ນ ອັນທີສອງ ເປັນນິຕິກຳ ແລະເຄື່ອງມື ທີ່ຮັດກຸມຄົບຖ້ວນກວ່າ
ເກົ່າ ສຳລັບ ວຽງງານການຄຸ້ມຄອງ ແລະພັດທະນາຕົວເມືອງ ການນຳໃຊ້
ທີ່ດິນໃນຕົວເມືອງ ການພັດທະນາພື້ນຖານໂຄງຮ່າງ ການຄຸ້ມຄອງການ
ປຸກສ້າງ ການຄຸ້ມຄອງການຂົນສົ່ງໃນຕົວເມືອງ ແລະການຄຸ້ມຄອງສິ່ງ
ແວດລ້ອມ ໃຫ້ມີປະສິດທິຜົນ ແລະປະສິດທິພາບ.”

ພວກລົດບັນທຸກສິນຄ້າຈາກຈີນ ຈະແລ່ນຢູ່ເສັ້ນທາງໃນຕົວເມືອງຕ່າງໆ ຂອງລາວ ໄປຍັງປະເທດໄທ.
ພວກລົດບັນທຸກສິນຄ້າຈາກຈີນ ຈະແລ່ນຢູ່ເສັ້ນທາງໃນຕົວເມືອງຕ່າງໆ ຂອງລາວ ໄປຍັງປະເທດໄທ.

ກ່ອນໜ້ານີ້ ຄະນະລັດຖະບານລາວ ກໍໄດ້ຮັບຮອງເອົາ ແຜນຍຸດທະສາດ ການພັດ
ທະນາ ການເຕົ້າໂຮມ ແລະແຈກຢາຍສິນຄ້າ (Logistic) ເພື່ອເຊື່ອມຕໍ່ກັບສາກົນ
ໂດຍສະເພາະ ກໍແມ່ນໃນເຂດລຸ່ມແມ່ນ້ຳຂອງ ແລະອາຊຽນ ໂດຍໄດ້ກຳນົດ 9 ພື້ນທີ່ໃຫ້ເປັນສູນການເຕົ້າໂຮມ ແລະແຈກຢາຍສິນຄ້າ ຊຶ່ງປະກອບດ້ວຍ ຫ້ວຍຊາຍ
ແຂວງບໍ່ແກ້ວ ນາເຕີຍ ແຂວງຫລວງນ້ຳທາ ເມືອງໄຊ ແຂວງອຸດົມໄຊ ເມືອງຫລວງ
ພະບາງ ທ່ານາແລ້ງ ນະຄອນວຽງຈັນ ຫລັກຊາວ ແຂວງບໍລິຄຳໄຊ ແຂວງອຸດົມໄຊ
ທ່າແຂກ ແຂວງຄຳມ່ວນ ເຊໂນ ແຂວງສະຫວັນນະເຂດ ວັງເຕົ່າ ແຂວງຈຳປາສັກ
ໂດຍໃນນີ້ ໄດ້ຈັດຕັ້ງປະຕິບັດແລ້ວ 2 ພື້ນທີ່ ກໍຄື ທ່ານາແລ້ງ ແລະເຊໂນ.

ການພັດທະນາດ້ານ Logistic ດັ່ງກ່າວ ມີເປົ້າໝາຍເພື່ອພັດທະນາລາວ ໃຫ້ເປັນສູນ
ບໍລິການທາງຜ່ານດ້ານຂົນສົ່ງ ໃນພາກພື້ນ ອັນຈະເຮັດໃຫ້ຄ່າຂົນສົ່ງສິນຄ້າມີລາຄາ
ຖືກລົງ ທັງຍັງຈະເຮັດໃຫ້ທຸລະກິດ ການຂົນສົ່ງໃນລາວ ມີຄວາມເຂັ້ມແຂງ ສາມາດ
ຈະແຂ່ງຂັນກັບບໍລິສັດຂົນສົ່ງ ຂອງຕ່າງຊາດໄດ້ໃນຕໍ່ໜ້າອີກດ້ວຍ ສ່ວນການຄ້າ
ຕ່າງປະເທດ ຂອງລາວ ກໍຄາດວ່າ ຈະມີມູນຄ່າເພີ່ມຂຶ້ນຢ່າງຕໍ່ເນື່ອງດ້ວຍເຊັ່ນກັນ.

ທາງດ້ານທ່ານທະນະໂຊຕ ໂຊຕບຸນສັກ ສະມາຊິກຫໍການຄ້າ ຈັງຫວັດມຸກດາຫານ
ເຊື່ອໝັ້ນວ່າ ມູນຄ່າການຄ້າລະຫວ່າງລາວ ກັບໄທ ຈະເພີ່ມຂຶ້ນເປັນ 2 ເທົ່າ ເມື່ອທຽບ
ລະຫວ່າງປີ 2015 ກັບປີ 2020 ຖ້າຫາກວ່າ ໄດ້ມີການພັດທະນາລະບົບໂຄງຂ່າຍ
ດ້ານການຄົມມະນາຄົມ ແລະຂົນສົ່ງ ລະຫວ່າງ ລາວ-ໄທ ແລະຫວຽດນາມ ໃຫ້ມີ
ຄວາມສະດວກວ່ອງໄວ ທັງນີ້ຄາດວ່າ ການຄ້າລະຫວ່າງ ແຂວງສະຫວັນນະເຂດ
ກັບຈັງຫວັດມຸກດາຫານ ຈະມີມູນຄ່າເພີ່ມຂຶ້ນ ຈາກ 1,635 ລ້ານໂດລາ ໃນປີ 2015
ເປັນ 3,270 ລ້ານໂດລາ ໃນປີ 2020 ສຳລັບໃນໄລຍະ 9 ເດືອນຂອງປີ 2017 ນີ້
ກໍປາກົດວ່າ ການຄ້າລະຫວ່າງແຂວງສະຫວັນນະເຂດ ກັບຈັງຫວັດມຸກຄາຫານ
ມີມູນຄ່າເກີນກວ່າ 1,500 ລ້ານໂດລາແລ້ວ ຈຶ່ງເຊື່ອໝັ້ນວ່າ ມູນຄ່າການຄ້າຈະ
ທະລຸ 2,000 ລ້ານໂດລາ ໃນສິ້ນປີນີ້.

ຍິ່ງໄປກວ່ານັ້ນ ກະຊວງໂຍທາທິການ ແລະຂົນສົ່ງ ຍັງມີແຜນການທີ່ຈະພັດທະນາ
ສະໜາມບິນນານາຊາດແຫ່ງໃໝ່ ໃນນະຄອນວຽງຈັນ ອີກດ້ວຍ ໂດຍກົມການບິນ
ພົນລະເຮືອນ ກໍໄດ້ຈັດທຳບົດບັນທຶກຄວາມເຂົ້າໃນ ວ່າດ້ວຍການສຶກສາຄວາມເປັນ
ໄປໄດ້ ຂອງໂຄງການ ຮ່ວມກັບບໍລິສັດຈາກຈີນແລ້ວ ໂດຍບໍລິສັດຈາກຈີນ ຈະສຶກສາ
ຄວາມເປັນໄປໄດ້ຂອງໂຄງການ ໃຫ້ແລ້ວເສັດ ພາຍໃນປີ 2018 ແລະຖ້າຫາກຜົນ
ການສຶກສາພົບວ່າ ໂຄງການມີຄວາມຄຸ້ມຄ່າ ລັດຖະບານລາວ ກໍຈະສົ່ງເສີມການ
ລົງທຶນທັນທີ ແລະຖ້າຫາກວ່າ ເປັນໄປຕາມແຜນການທີ່ລັດຖະບານລາວ ວາງໄວ້
ການກໍ່ສ້າງສະໜາມບິນ ກໍຈະແລ້ວເສັດ ແລະເປີດໃຊ້ໃນປີ 2030 ຕໍ່ໄປ.

ນອກຈາກນີ້ ທາງການລາວ ຍັງມີແຜນການທີ່ຈະພັດທະນາປັບປຸງສະໜາມບິນ
ຫລວງພະບາງ ຈຳປາສັກ ສະຫວັນນະເຂດ ຫລວງນ້ຳທາ ແລະຊຽງຂວາງອີກດ້ວຍ
ໃນຂະນະທີ່ການກໍ່ສ້າງສະໜາມບິນຢູ່ທີ່ຫົວພັນ ຕ້ອງຢຸດການກໍ່ສ້າງນັບແຕ່ປີ 2015
ເປັນຕົ້ນມາ ເພາະບໍລິສັດຜູ້ລົງທຶນ ຈາກຫວຽດນາມຂາດເງິນທຶນ ສ່ວນສະໜາມບິນ
ອັດຕະປື ທີ່ກໍ່ສ້າງແລ້ວເສັດ ໃນກາງປີ 2017 ນັ້ນ ລັດວິສາຫະກິດ ການບິນລາວ ກໍ
ໄດ້ຍົກເລີກທຸກຖ້ຽວບິນ ນັບແຕ່ເດືອນຕຸລາ 2016 ເພາະວ່າປະສົບບັນຫາຂາດທຶນ
ຢ່າງໜັກ ນັ້ນເອງ.

XS
SM
MD
LG