ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ລັດຖະມົນຕີລາວ ຢ້ານວ່າ ໂຄວິດ-19 ຈະກັບຄືນມາໃໝ່ອີກ ເພາະບໍ່ເຄັ່ງຄັດເລື້ອງກັກຕົນເອງ


ແຮງງານລາວ ທີ່ກັບຄືນບ້ານ ເຂົ້າມາ ສປປ ລາວ
ແຮງງານລາວ ທີ່ກັບຄືນບ້ານ ເຂົ້າມາ ສປປ ລາວ

ລັດຖະມົນຕີລາວຢ້ານວ່າເຊື້ອໄວຣັສ COVID-19 ຈະກັບຄືນມາເກີດການລະ ບາດຢູ່ໃນລາວອີກເທື່ອໃໝ່ ເພາະສະຖານຈຳກັດບໍລິເວນທັງຂອງລັດ ແລະ ເອກກະຊົນໄດ້ຢ່ອນຍານໃນການປະຕິບັດມາດຕະການປ້ອງກັນ ຊຶ່ງຊົງລິດ ໂພນເງິນ ມີລາຍງານຈາກບາງກອກ.

ທ່ານພູທອນ ເມືອງປາກ ຮອງລັດຖະມົນຕີກະຊວງສາທາລະນະສຸກ ຖະແຫຼງວ່າ ພະຍາດໄວຣັສ COVID-19 ມີໂອກາດທີ່ຈະກັບຄືນມາລະບາດໃນລາວ ອີກເທື່ອໃໝ່ ຖ້າຫາກວ່າທຸກພາກສ່ວນ ແລະປະຊາຊົນລາວບໍ່ສືບຕໍ່ການປະຕິບັດມາດຕະການປ້ອງກັນຢ່າງເຂັ້ມງວດເພາະວ່າຈາກການໄດ້ຮັບຂໍ້ມູນຈາກສື່ ສັງຄົມ ແລະການລົງໄປກວດສອບຂອງຄະນະສະເພາະກິດ ເພື່ອການປ້ອງກັນ ຄວບຄຸມ ແລະແກ້ໄຂການລະບາດຂອງພະຍາດໄວຣັສ COVID-19 ໃນປັດຈຸບັນ ພົບວ່າ ມີການຢ່ອນຍານໃນການຈັດຕັ້ງປະຕິບັດມາດຕະການ ຄວບຄຸມແລະປ້ອງກັນພະຍາດໄວຣັສ COVID-19 ໃນສະຖານທີ່ກັກກັນ ບໍລິເວນທັງຂອງລັດ ແລະເອກກະຊົນທີ່ໄດ້ຮັບອະນຸຍາດຈາກລັດຖະບານນັ້ນ ໂດຍສະເພາະແມ່ນການ ອະນຸຍາດໃຫ້ຍາດພີ່ນ້ອງເຂົ້າໄປຢ້ຽມຜູ້ທີ່ຖືກກັກກັນ ບໍລິເວນ ຫຼືການປ່ອຍໃຫ້ຜູ້ທີ່ຖືກກັັກກັນບໍລິເວນ ເດີນທາງອອກນອກສະຖານທີ່ ກັກກັນນັ້ນ ຖືເປັນກໍລະນີທີ່ໄດ້ເກີດຂຶ້ນ ແລະໜ້າເປັນຫ່ວງທີ່ສຸດໃນເວລານີ້ ດັ່ງທີ່ ທ່ານພູທອນ ໄດ້ໃຫ້ການຢືນຢັນວ່າ:

“ຄະນະສະເພາະກິດກໍໄດ້ລົງຕິດຕາມກວດກາສູນຈຳກັດບໍລິເວນ ແລະໂຮງແຮມຕ່າງໆນັ້ນ
ກໍເຮັດແນວໃດໃຫ້ເຂົາເຈົ້າໄດ້ປະຕິບັດມາດຕະການປ້ອງກັນການ ຕິດເຊື້ອ ແລະການແຜ່
ເຊື້ອສູ່ສະຖານທີ່ດັ່ງກ່າວຢ່າງເຂັ້ມງວດ ກະມີການສົ່ງຂ່າວ ຫຼືວ່າຫາງສຽງຈາກສັງຄົມກ່ຽວ
ກັບການຈຳກັດບໍລິເວນ 14 ວັນນີ້ບໍ່ເຂັ້ມງວດ ຢູ່ສູນຈຳກັດບໍລິເວນຍັງມີຄົນຂ້າງນອກໄປ
ຢ້ຽມໄປຢາມ ຫຼືວ່າຢູ່ໂຮງແຮມ ກໍຍັງອອກມາຊື້ອາຫານການກິນຢູ່ຂ້າງນອກ.
ອັນນີ້ພວກ
ເຮົາໄດ້ກວດກາແລ້ວກໍ ໄດ້ເຮັດບັນທຶກກັບໂຮງແຮມໃຫ້ປະຕິບັດຢ່າງເຂັ້ມງວດ."

ສ່ວນທ່ານສີສະຫວາດ ສຸດທະນິລະໄຊ ຮອງຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ຖະແຫຼງວ່າ ບັນຫາທີ່ໜ້າເປັນຫ່ວງອີກປະການນຶ່ງກໍຄືການທີີ່ມີປະຊາຊົນລາວຈຳນວນຫຼາຍບໍ່ເຂັ້ມງວດປະຕິບັດມາດຕະການປ້ອງກັນການລະບາດຂອງໄວຣັສ COVID-19 ເພາະວ່າການກວດບໍ່ພົບຜູ້ຕິດເຊື້ອລາຍໃໝ່ ຢູ່ພາຍໃນລາວ ນັບແຕ່ກາງເດືອນເມສາ 2020 ເປັນຕົ້ນມານັ້ນໄດ້ເຮັດໃຫ້ປະຊາຊົນລາວ ຈຳນວນຫຼາຍໄດ້ພາກັນເຊື່ອວ່າບໍ່ມີເຊື້ອໄວຣັສໂຄວິດ-19 ຢູ່ໃນລາວແລ້ວ ມີພຽງຜູ້ຕິດເຊື້ອລາຍໃໝ່ ທີ່ເດີີນທາງມາຈາກຕ່າງປະເທດເທົ່ານັ້ນ ຈຶ່ງເຮັດໃຫ້ ປະຊາຊົນພາກັນລົດລະດັບຄວາມເຂັ້ມງວດ ໃນການປະຕິບັດມາດຕະການ ປ້ອງກັນການລະບາດຂອງເຊື້ອໄວຣັສ COVID-19 ດັ່ງກ່າວ ໂດຍສະເພາະ ຢູ່ຕາມຮ້ານກິນດື່ມ ແລະສະຖານບັນເທິງຕ່າງໆນັ້ນ.

ໂດຍຄະນະສະເພາະກິດເພື່ອການປ້ອງກັນຄວບຄຸມ ແລະແກ້ໄຂການລະບາດ ຂອງພະຍາດໄວຣັສ COVID-19 ຍັງສືບຕໍ່ມາດຕະການກັກບໍລິເວນ ເປັນເວລາ 14 ວັນ ສໍາລັບຄົນລາວ ແລະຊາວຕ່າງຊາດທຸກຄົນ ທີ່ເດີນທາງມາໃນລາວ ທັງກໍຍັງບໍ່ມີກຳນົດທີ່ແນ່ນອນດ້ວຍວ່າ ຈະສາມາດຢຸດການດຳເນີນມາດຕະການດັ່ງກ່າວໄດ້ເມື່ອໃດ ເພາະວ່າພະຍາດໄວຣັສໂຄວິດ-19 ຍັງມີການລະບາດຢູ່ໃນຫຼາຍໆປະເທດທົ່ວໂລກ ຈຶ່ງເຮັດໃຫ້ທາງການລາວຍັງຄົງມາດຕະການເຂັ້ມງວດ ໃນການຄວບຄຸມ ແລະກວດກາສຸຂະພາບທຸກຄົນທີ່ເດີນທາງເຂົ້າມາລາວ ເພື່ອສະກັດກັ້ນບໍ່ໃຫ້ເຊື້ອ ໄວຣັສ COVID-19 ກັບຄືນມາລະບາດໃນລາວອີກເທື່ອໃໝ່ນັ້ນເອງ.

ພ້ອມກັນນີ້ ທາງການລາວກໍຍັງສືບຕໍ່ມາດຕະການໂຈະການອອກວີຊາໃຫ້ກັບຊາວຕ່າງ
ຊາດ ໂດຍຈັດຕັ້ງປະຕິບັດຂ່ຽງຄູ່ກັນກັບການປິດດ່ານຊາຍແດນ ທີ່ຕິດຕໍ່ກັບປະເທດເພື່ອນ
ບ້ານຊຶ່ງຈະຍົກເວັ້ນໃຫ້ສະເພາະນັກການທູດ ພະນັກງານບໍລິສັດຕ່າງຊາດ ແລະອົງການ
ສາກົນທີີ່ມີຄວາມຈຳເປັນເທົ່ານັ້ນ ຊຶ່ງທີ່ຜ່ານມາກໍໄດ້ກວດພົບຜູ້ຕິດເຊື້ອໄວຣັສ COVID-
19 ຈຳນວນ 22 ລາຍ ທີ່ເດີນທາງມາຈາກຕ່າງປະເທດທັງໝົດ,

ນອກຈາກນີ້ ມາດຕະການນຶ່ງທີ່ທາງການລາວໄດ້ມີການຈັດຕັ້ງປະຕິບັດ ຢ່າງເຂັ້ມງວດໃນໄລຍະຜ່ານມາ ກໍຄືການກວດສຸຂະພາບແຮງງານຕ່າງ ຊາດທຸກຄົນ ທີ່ເດີນທາງມາຈາກປະເທດທີ່ມີການແຜ່ລະບາດຂອງໄວຣັສ COVID-19 ໂດຍຖ້າຫາກກວດພົບວ່າມີອາການເປັນໄຂ້ ກໍຈະສົ່ງໂຕໄປຍັງ ສະຖານທີ່ກັກກັນ ເພື່ອກວດອາການຢ່າງລະອຽດໃນທັນທີ ສ່ວນຜູ້ທີ່ບໍ່ມີອາການ ໄຂ້ນັ້ນ ກໍຈະຕ້ອງກັກບໍລິເວນຕົນເອງຢູ່ແຕ່ໃນທີ່ພັກເພື່ອເຝົ້າລະວັງອາການ ເປັນເວລາ 14 ວັນ ໂດຍນາຍຈ້າງຈະຕ້ອງຮັບຜິດຊອບລູກຈ້າງຂອງຕົນ ແລະຈະຕ້ອງໃຫ້ການຮ່ວມມືກັບເຈົ້າໜ້າທີ່ສາທາລະນະສຸກ ທີ່ໄປກວດເບິ່ງ ອາການຂອງລູກຈ້າງ ທີ່ຖືກກັກບໍລິເວນອີກດ້ວຍ.

ທັງນີ້ຄະນະສະເພາະກິດ ມອບໝາຍໃຫ້ກະຊວງປ້ອງກັນຄວາມສະຫງົບ ເປັນ ພາກສ່ວນ
ທີ່ຮັບຜິດຊອບກວດກາການເດີນທາງຂອງແຮງງານ ແລະປະຊາຊົນ ລາວຢ່າງເຂັ້ມງວດ
ໂດຍອະນຸຍາດໃຫ້ມີການເດີນທາງພາຍໃນປະເທດເທົ່ານັ້ນ ສ່ວນແຮງງານລາວທີ່ເດີນ
ທາງກັບມາຈາກຕ່າງປະເທດ ກໍຈະຖືກສົ່ງໂຕໄປກັກ ບໍລິເວນ ຢູ່ສູນຮອງຮັບໃນແຕ່ລະ
ແຂວງເປັນເວລາ 14 ວັນ ໂດຍບໍ່ມີການຍົກ ເວັ້ນ ຊຶ່ງນັບຕັ້ງແຕ່ເດືອນມີນາ 2020 ເປັນ
ຕົ້ນມາ ກໍປາກົດວ່າມີແຮງງານລາວ ເດີນທາງກັບຈາກໄທກວ່າ 3 ແສນຄົນ ຊຶ່ງກໍໄດ້ກວດ
ພົບຜູ້ຕິດເຊື້ອ COVID-19 ຈໍານວນ 22 ຄົນ ຈາກການກວດຄົນລາວ ແລະຊາວຕ່າງຊາດ
ໃນລາວ.

XS
SM
MD
LG