ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ລັດຖະມົນຕີ ຍອມຮັບວ່າ ລາວຈະປະເຊີນກັບບັນຫາໃຫຍ່ ຖ້າເກີດການລະບາດ ຂອງໂຄວິດ-19 ຢ່າງກວ້າງຂວາງ


ການກວດພະຍາດໂຄວິດ-19 ຢູ່ດ່ານກວດຄົນເຂົ້າເມືອງຂົວມິດຕະພາບໃນນະຄອນຫລວງວຽງຈັນ
ການກວດພະຍາດໂຄວິດ-19 ຢູ່ດ່ານກວດຄົນເຂົ້າເມືອງຂົວມິດຕະພາບໃນນະຄອນຫລວງວຽງຈັນ

ລັດຖະມົນຕີຍອມຮັບວ່າລາວຈະປະເຊີນກັບບັນຫາໃຫຍ່ຖ້າຫາກເກີດການລະບາດຂອງໄວຣັສໂຄວິດ-19 ຢ່າງກວ້າງຂວາງໃນລາວ ໂດຍສະເພາະແມ່ນບັນຫາການຂາດແຄນເຄື່ອງມື ແລະອຸປະກອນການແພດ. ຊົງລິດ ໂພນເງິນມີລາຍງານມາຈາກບາງກອກ.

ທ່ານ ບຸນກອງ ສີຫາວົງ, ລັດຖະມົນຕີກະຊວງສາທາລະນະສຸກກ່າວວ່າ ການຈັດຕັ້ງປະຕິບັດໃນການສະກັດກັ້ນ ການແຜ່ລະບາດຂອງໄວຣັດໂຄວິດ-19 ຈະຕ້ອງໄດ້ຮັບການຮ່ວມມືຈາກທຸກພາກສ່ວນໃນທົ່ວປະເທດ ຢ່າງ ຈິງຈັງ ຫາກບໍ່ດັ່ງນັ້ນແລ້ວ ມັນກໍຈະເຮັດໃຫ້ລາວ ຕ້ອງປະເຊີນກັບບັນຫາທີ່ໃຫຍ່ ແລະຮ້າຍແຮງຂຶ້ນກວ່າແຕ່ກ່ອນ ເພາະວ່າລາວ ໄດ້ຕົກຢູ່ໃນວົງລ້ອມຂອງປະເທເພື່ອນບ້ານທີ່ກຳລັງປະເຊີນກັບປັນຫາການລະບາດຂອງໄວຣັສໂຄວິດ-19 ຢ່າງກວ້າງຂວາງ ໃນປັດຈຸບັນນີ້ ເປັນຕົ້ນແມ່ນປະເທດພະມ້າ ແລະໄທ ທີ່ມີຊາຍແດນຕິດກັບລາວນັ້ນ ຈຶ່ງເປັນການຍາກທີ່ຈະຄວບຄຸມ ແລະກວດກາການເດີນທາງເຂົ້າ-ອອກລາວ ໄດ້ຢ່າງທົ່ວເຖິງ ຖ້າຫາກວ່າບໍ່ໄດ້ຮັບການຮ່ວມມືຈາກປະຊາຊົນລາວ ບັນດາເຜົ່າໃນການເປັນຫູ -ເປັນຕາໃຫ້ລັດຖະບານຢ່າງແທ້ຈິງ.

ຍິ່ງໄປກວ່ານັ້ນ ຖ້າຫາກວ່າລາວຕ້ອງປະເຊີນກັບການລະບາດຂອງໂຄວິດ-19 ຄັ້ງໃໝ່ ທີ່ຮ້າຍແຮງກວ່າເກົ່າແລະກວ້າງຂວາງກວ່າເກົ່າ ມັນຍັງຈະເຮັດໃຫ້ລາວບໍ່ສາມາດຮັບມືກັບສະຖານະການທີ່ເກີດຂຶ້ນໄດ້ຢ່າງ ມີປະສິດທິພາບອີກດ້ວຍ ເພາະວ່າປະເທດລາວຍັງຂາດແຄນໃນຫລາຍດ້ານ ໂດຍສະເພາະກໍແມ່ນການຂາດແຄນຢາ ແລະເຄື່ອງມືອຸປະກອນທາງການແພດ ດັ່ງທີ່ທ່ານບຸນກອງໄດ້ຢືນຢັນວ່າ:

“ປັດຈຸບັນນີ້ ພວກເຮົາກະມີໂຮງງານຜະລິດເຄື່ອງໃຊ້ທາງການແພດນີ້ 3 ແຫ່ງແລ້ວ ກະຄິດວ່າ ຫລັງຈາກທີ່ມີກໍລະນີລະບາດໂຄວິດ-19 ຢູ່ ສປປລາວ ພວກເຮົາ ກໍມີຄວາມຫຍຸ້ງຍາກຫຼາຍ ໃນການຕອບສະໜອງຜ້າອັດປາກ,ອັດດັງ, ເຄື່ອງອະນາໄມ ແລ້ວກະພ້ອມດຽວກັນນັ້ນ ແມ່ນເຄື່ອງປ້ອງກັນແພດໝໍພວກເຮົາ ຫລືວ່າ ຜູ້ເຮັດວຽກກັບ ຄວາມສ່ຽງໃນການຕິດເຊື້ອນີ້ ພວກເຮົາກະຍັງຍາກ ເພາະວ່າຕ່າງປະເທດເຂົາເຈົ້າກະບໍ່ຂາຍໃຫ້ເຮົາ.”

ໃນໄລຍະຜ່ານມາ, ພາກສ່ວນເອກະຊົນລາວ, ຊາວຕ່າງປະເທດ ແລະບັນດາອົງການຈັດຕັ້ງສາກົນ 99 ພາກສ່ວນ ທີ່ໄດ້ໃຫ້ການຊ່ວຍເຫລືອແກ່ລັດຖະບານລາວ ຫລາຍກວ່າ 38 ຕື້ກີບ ເພື່ອສະກັດກັ້ນການລະບາດຂອງໄວຣັສໂຄວິດ-19 ຢູ່ໃນລາວ. ສ່ວນລັດຖະບານລາວ ກໍໄດ້ອະນຸມັດງົບປະມານສຸກເສີນ 30 ຕື້ກີບເພື່ອຈັດຊື້ອຸປະກອນການແພດ ແລະຈັດສັນໃຫ້ບັນດາແຂວງຕ່າງໆໃນປະເທດ. ນອກຈາກນັ້ນ, ຍັງມີການຊ່ວຍເຫຼືອທີ່ເປັນອຸປະກອນການແພດມູນຄ່າຫລາຍກວ່າ 24 ຕື້ກີບ. ສ່ວນກະຊວງການເງິນ ກໍໄດ້ກູ້ຢືມເງິນສຸກເສີນໃນມູນຄ່າ 18 ລ້ານ ໂດລາ ຈາກທະນາຄານໂລກ ເພື່ອຍົກສູງປະສິດທິພາບຂອງການສະກັດກັ້ນການລະບາດຂອງໄວຣັສ ໂຄວິດ-19 ໃຫ້ສູງຂຶ້ນ. ສ່ວນລັດຖະບານຈີນກໍໄດ້ສະໜອງຊຸດທົດລອງໂຄວິດ-19 ຈຳນວນຫຼາຍກວ່າ 22,000 ຊຸດ, ໜ້າກາກສໍາລັບການແພດ 4 ແສນຊຸດ ແລະອຸປະກອນປ້ອງກັນທາງການແພດ 5,000 ກວ່າຊຸດ.

ພ້ອມກັນນີ້, ລັດຖະບານຈີນໄດ້ສົ່ງຜູ້ຊ່ຽວຊານດ້ານການແພດ 12 ຄົນ ມາ ຖ່າຍທອດຄວາມຮູ້ແລະປະສົບການໃຫ້ແກ່ບຸກຄະລາກອນຄົນລາວໃນການຄວບຄຸມໄວຣັສ, ການຄັດຕອງຜູ້ທີ່ຕິດເຊື້ອ, ການກວດວິເຄາະ, ການຮັກສາຄົນປ່ວຍ, ການບໍລິຫານ ແລະຈັດການໂຮງໝໍ ແລະສະຖານທີ່ກັກກັນຜູ້ຕິດເຊື້ອໄວຣັສ ແລະ ການເສີມສ້າງການມີສ່ວນຮ່ວມຂອງປະຊາຊົນເຂົ້າໃນການສະກັດກັ້ນ ແລະປ້ອງກັນພະຍາດ COVID-19. ສ່ວນກອງທັບປົດປ່ອຍປະຊາຊົນຈີນ ກໍໃຫ້ການຊ່ວຍເຫລືອແກ່ໂຮງໝໍ 103 ຂອງກອງທັບປະຊາຊົນລາວອີກດ້ວຍ.

ສ່ວນທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີກໍຢືນຢັນວ່າ ລັດຖະບານລາວ ຈະດຳເນີນມາດຕະການໃນທຸກວິທີທາງ ເພື່ອສະກັດກັ້ນການລະບາດຂອງເຊື້ອໄວຣັສໂຄວິດ-19 ໃຫ້ໄດ້ໄວທີ່ສຸດ ທັງຍັງຈະຕ້ອງນຳໃຊ້ງົບປະມານ ທີ່ໄດ້ຮັບການຊ່ວຍເຫຼືອຢ່າງໂປ່ງໃສ ແລະປອດຈາກການທຸຈະລິດອີກດ້ວຍ ດັ່ງທີ່ທ່ານ ທອງລຸນ ໄດ້ຖະແຫຼງຢືນຢັນວ່າ:
ອັນທີ່ເຂົາມາຊ່ວຍເຫຼືອ ມາບໍລິຈາກຕ້ອງໄປຢາຍໃຫ້ປະຊາຊົນ ບໍ່ເອົາເຂົ້າຄລີນິກ ບໍ່ໄປຂາຍໄປ ຢາຍໂລດອຸປະກອນທີ່ໃຫ້ປ້ອງກັນແພດເຮົາທີ່ໄປປົວພະຍາດໂຄວິດ ຕ້ອງໃຫ້ຄົບຊຸດ ແລະ ຍັງບໍ່ພໍເທົ່າໃດ ໃຫ້ສັ່ງຊື້ ກໍບໍ່ແມ່ນເຫຼືອບ່າກວ່າແຮງປານໃດເດ້ ໃນການຊື້ຫັ້ນ ແຕ່ຂໍຢ່າໃຫ້ສວຍໂອກາດ ເຮົານີ້ກໍຕ້ອງໃຫ້ຮູ້ລາຄາ ສົມມຸດວ່າເຄື່ອງນຶ່ງສິບພັນໂດລານີ້ ມາເອົາຊາວພັນ ບໍ່ໄດ້ແທ້ໆ ອັນນີ້ຄັນເຫັນຕ້ອງດຳເນີນການ.

ທັງນີ້ ຄະນະສະເພາະກິດເພື່ອປ້ອງກັນຄວບຄຸມ ແລະແກ້ໄຂການລະບາດຂອງໂຄວິດ-19 ໃນລາວ ໄດ້ກຳນົດໃຫ້ໂຮງໝໍມິດຕະພາບໃນນະຄອນວຽງຈັນ ເປັນສູນກາງໃນການຮັກສາຜູ້ຕິດເຊື້ອໄວຣັສໂຄວິດ-19 ໂດຍການນຳໃຊ້ອາຄານໃໝ່ ເພື່ອຮອງຮັບຜູ້ທີ່ຕິດເຊື້ອໂຄວິດ-19 ເປັນການສະເພາະ ເນື່ອງຈາກມີບຸກຄະລາກອນ ແລະເຄື່ອງມືທາງການແພດທີ່ທັນສະໄໝທີ່ສຸດໃນລາວ.

XS
SM
MD
LG