ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ລມຕ ລາວ ຍອມຮັບ ຍັງບໍ່ສາມາດ ຄວບຄຸມ ລາຄາສິນຄ້າ ອຸປະໂພກ-ບໍລິໂພກ ທີ່ປັບຕົວ ສູງຂຶ້ນ


ເຈົ້າໜ້າທີ່ ລາວ ກວດກາລາຄາສິນຄ້າຕາມທ້ອງຕະຫຼາດ.
ເຈົ້າໜ້າທີ່ ລາວ ກວດກາລາຄາສິນຄ້າຕາມທ້ອງຕະຫຼາດ.

ລັດຖະມົນຕີ ລາວ ຍອມຮັບວ່າຍັງບໍ່ສາມາດຄວບຄຸມລາຄາສິນຄ້າອຸປະໂພກ-ບໍລິໂພກ
ທີ່ປັບຕົວສູງຂຶ້ນໄດ້ໃນຫຼາຍລາຍການ ຊຶ່ງໃນນີ້ລວມເຖິງການທີ່ບໍ່ສາມາດຄວບຄຸມຄ່າບໍ
ລິການຕ່າງໆໄດ້ເລີຍອີກດ້ວຍ.

ທ່ານນາງ ເຂັມມະນີ ພົນເສນາ ລັດຖະມົນຕີວ່າການກະຊວງອຸດສາຫະກຳ ແລະ ການ
ຄ້າໄດ້ໃຫ້ການຍອມຮັບວ່າການດຳເນີນມາດຕະການຄວບຄຸມສິນຄ້າອຸປະໂພກ-ບໍລິ
ໂພກໃນຫຼາຍລາຍການ ແລະ ຄ່າບໍລິການຕ່າງໆຍັງບໍ່ສາມາດຈັດຕັ້ງປະຕິບັດໄດ້ຢ່າງ
ແທ້ຈິງ ໂດຍສະເພາະແມ່ນສິນຄ້າໃນບັນຊີຄວບຄຸມ ແລະ ບັນຊີເຝົ້າລະວັງເຊັ່ນ ອາ
ຫານ, ເຄື່ອງດື່ມ, ຄ່າຮັກສາສຸຂະພາບ, ຄ່າຫ້ອງພັກໃນໂຮງໝໍ ແລະ ຄ່າສ້ອມແປງລົດ
ຍົນເປັນຕົ້ນ ດັ່ງທີ່ທ່ານນາງ ເຂັມມະນີ ໄດ້ໃຫ້ການຢືນຢັນວ່າ.

"ການກຳນົດມາດຕະການຄວບຄຸມລາຄາສິນຄ້າໂດຍມາດຕະການອື່ນໆ ຍັງບໍ່ທັນສາ
ມາດຈັດຕັ້ງປະຕິບັດໄດ້ສະແດງອອກຄືການກຳນົດໂຄງສ້າງ ລາຄາສິນຄ້າໃນບັນຊີ
ຄວບຄຸມ ນອກຈາກນີ້ ການກຳນົດມາດຕະການຕໍ່ລາຍການສິນຄ້າທີ່ຕິດຕາມການເໜັງ
ຕີງຕາມບັນຊີເຝົ້າລະວັງ ແມ່ນຍັງບໍ່ທັນໄດ້ລວມເອົາສິນຄ້າທີ່ມີການເໜັງຕີງຂ້ອນຂ້າງ
ພົ້ນເດັ່ນເຊັ່ນ ສິນຄ້າຢູ່ໃນໝວດອາຫານ-ເຄື່ອງດື່ມ ແລະ ຍັງມີຄ່າບໍລິການເຊັ່ນ ການ
ບໍລິການຮັກສາສຸຂະພາບ ເປັນຕົ້ນແມ່ນ ຄ່າຫ້ອງນອນຂອງໂຮງໝໍລັດ, ຄ່າບໍລິການ
ຕັດເຄື່ອງ, ເສີມສວຍ ແລະ ບໍລິການສ້ອມແປງລົດຍົນຕ່າງໆ."

ພາຍໃຕ້ສະພາບການດັ່ງກ່າວນີ້ກໍເຮັດໃຫ້ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ
ຕ້ອງສັ່ງການໃຫ້ທຸກພາກສ່ວນທີ່ກ່ຽວຂ້ອງ ດຳເນີນມາດຕະການຄວບຄຸມລາຄາສິນຄ້າ
ໃນທ້ອງຕະຫຼາດໃຫ້ມີປະສິດທິພາບ ແລະ ປະສິດທິຜົນໃນທົ່ວປະເທດ ລາວ ເມື່ອບໍ່
ນານມານີ້ ໂດຍສັ່ງການໃຫ້ທຸກໆພາກສ່ວນທີ່ກ່ຽວຂ້ອງລົງໄປຕິດຕາມ ແລະ ກວດກາ
ຕົວຈິງຢ່າງໃກ້ຊິດ ເພື່ອບໍ່ໃຫ້ພໍ່ຄ້າສວຍໂອກາດປັບຂຶ້ນລາຄາສິນຄ້າຕາມລຳພັງໃຈ

ໂດຍຖ້າຫາກກວດພົບການລະເມີດກໍຈະຕ້ອງດຳເນີນມາດຕະການແກ້ໄຂຢ່າງເໝາະ
ສົມ ທັງຍັງຕ້ອງກຳນົດບັນຊີສິນຄ້າຄວບຄຸມໃຫ້ໄວ ແລະ ມີການຄວບຄຸມລາຄາສິນຄ້າ
ຢ່າງເໝາະສົມດ້ວຍ.

ລາຄາສິນຄ້າອຸປະໂພກ ແລະ ບໍລິໂພກໃນ ລາວ ໄດ້ປັບຕົວສູງຂຶ້ນຢ່າງຕໍ່ເນື່ອງ ນັບຕັ້ງ
ແຕ່ເດືອນຕຸລາ 2016 ມາເຖິງປັດຈຸບັນນີ້ກໍປາກົດວ່າ ລາຄາສິນຄ້າໄດ້ປັບຕົວສູງຂຶ້ນ
ເກີນກວ່າ 30 ເປີເຊັນໂດຍສະເພາະແມ່ນນະຄອນຫຼວງວຽງຈັນ ນັ້ນນັບເປັນເຂດທີ່ລາ
ຄາສິນຄ້າໄດ້ປັບຕົວສູງຂຶ້ນຫຼາຍທີ່ສຸດໃນ ລາວ.

ທັງນີ້ໂດຍລາຄາເຂົ້າໜຽວປະເພດທີ​ 1 ໄດ້ເພີ່ມຂຶ້ນຈາກ 8,500 ເປັນ 12,000 ກີືບຕໍ່ກິ
ໂລກຣາມ ສ່ວນລາຄາຊີ້ນສັດກໍແພງກວ່າຢູ່ໃນ ໄທ ເກືອບ 25 ເປີເຊັນເຊັ່ນ ຊີ້ນງົວ ລາ
ຄາ 85,000 ກີບຕໍ່ກິໂລກຣາມ, ຊີ້ໝູ-ເປັດ-ໄກ່ ລາຄາ 40,000 ກີບຕໍ່ກິໂລກຣາມ ໂດຍ
ທີ່ທາງການ ລາວ ບໍ່ສາມາດຄວບຄຸມລາຄາໄດ້ຢ່າງມີປະສິດທິພາບເລີຍ.

ທາງດ້ານກະຊວງການເງິນລາຍງານວ່າ ອັດຕາເງິນເຟີ້ຢູ່ທີ່ລະດັບສະເລ່ຍ 4.62 ເປີເຊັນ
ແລະ 2.1 ເປີເຊັນໃນປີ 2015 ແລະ 2016 ຕາມລຳດັບ. ສ່ວນໃນໄຕມາດທີ 1 ຂອງປີ
2017 ອັດຕາເງິນເຟີຫຼຸດລົງສູ່ລະດັບ 1.7 ເປີເຊັນ ຈຶ່ງນັບເປັນອັດຕາເງິນເຟີ້ທີ່ຫຼຸດລົງ
ຢ່າງຕໍ່ເນື່ອງ ນັບແຕ່ປີ 2015 ເປັນຕົ້ນມາ ຫາກແຕ່ວ່າເງິນກີບກັບອ່ອນຄ່າລົງ ເມື່ອທຽບ
ໃສ່ທັງເງິນບາດ ແລະ ເງິນໂດລາ ສະຫະລັດ ໂດຍອັດຕາແລກປ່ຽນໃນປັດຈຸບັນຢູ່ທີ່ລະ
ດັບສະເລ່ຍ 243 ກີບຕໍ່ 1 ບາດ ແລະ 8,245 ກີບຕໍ່ 1 ໂດລາ ຄິດເປັນການອ່ອນຄ່າລົງ
ຂອງເງິນກີບໃນອັດຕາສະເລ່ຍ 3.4 ເປີເຊັນຈຶ່ງເຮັດໃຫ້ຕ້ອງໃຊ້ເງິນກີບຫຼາຍຂຶ້ນໃນການ
ຊື້ຫາສິນຄ້ານັ້ນເອງ.

ສະພາບການດັ່ງກ່າວໄດ້ສົ່ງຜົນກະທົບຕໍ່ປະຊາຊົນ ລາວ ຢ່າງກວ້າງຂວາງ ເນື່ອງຈາກ
ລາຍໄດ້ຍັງຄົງເດີມ ແຕ່ກັບຕ້ອງແບກຮັບຄ່າຄອງຊີບທີ່ເພີ່ມສູງຂຶ້ນເກີນກວ່າ 30 ເປີເຊັນ
ໂດຍສະເພາະແມ່ນບັນດາຜູ້ອອກແຮງງານທີ່ມີລາຍໄດ້ຕໍ່າ ແລະ ປະຊາົຊນ ລາວ ທີ່ຢູ່
ຊົນນະບົດນັ້ນຖືເປັນກຸ່ມປະຊາກອນທີ່ໄດ້ຮັບຜົນກະທົບຢ່າງໜັກໜ່ວງທີ່ສຸດ ທັງຍັງມີສະ
ພາບຊີວິດການເປັນຢູ່ທີ່ແຕກໂຕນອີກດ້ວຍ ຈະເຫັນໄດ້ຈາກປະຊາຊົນໃນນະຄອນຫຼວງ
ວຽງຈັນ ມີລາຍໄດ້ສະເລ່ຍ 38 ລ້ານກີບ ແຕ່ວ່າປະຊາຊົນທີ່ແຂວງຜົ້ງສາລີ ກັບຍັງມີ
ລາຍໄດ້ສະເລ່ຍພຽງ 7.8 ລ້ານກີບຕໍ່ຄົນຕໍ່ປີເທົ່ານັ້ນ.

XS
SM
MD
LG