ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ລັດຖະມົນຕີ ລາວ ຍອມຮັບວ່າ ເປັນການຍາກ ທີ່ຈະແກ້ໄຂ ບັນຫາ ຂັດແຍ້ງ ກ່ຽວກັບ ທີ່ດິນ


ລັດຖະບານ ລາວ ສົ່ງມອບໃບຕາດິນໃຫ້ປະຊາຊົນໃນທ້ອງຖິ່ນ.
ລັດຖະບານ ລາວ ສົ່ງມອບໃບຕາດິນໃຫ້ປະຊາຊົນໃນທ້ອງຖິ່ນ.

ລັດຖະມົນຕີ ລາວ ຍອມຮັບວ່າ ເປັນການຍາກທີ່ຈະແກ້ໄຂບັນຫາຂັດແຍ້ງ ກ່ຽວກັບ ທີ່
ດິນ ລະຫວ່າງ ປະຊາຊົນ ລາວ ກັບບັນດາບໍລິສັດເອກະຊົນ ລາວ ແລະ ຕ່າງປະເທດທີ່
ໄດ້ຮັບອະນຸຍາດສຳປະທານທີ່ດິນໄປແລ້ວ.

ທ່ານ ສົມມາດ ພົນເສນາ ລັດຖະມົນຕີວ່າການກະຊວງຊັບພະຍາກອນທຳມະຊາດ
ແລະ ສິ່ງແວດລ້ອມ ໃຫ້ການຢືນຢັນວ່າ ທ່ານໄດ້ສັ່ງການໄປເຖິງບັນດາອຳນາດການ
ປົກຄອງທ້ອງຖິ່ນໃນທົ່ວປະເທດ ເພື່ອໃຫ້ດຳເນີນການຈັດທຳລາຍງານ ກ່ຽວກັບ ທີ່ດິນ
ທີ່ໄດ້ອະນຸຍາດໃຫ້ສຳປະທານແກ່ບັນດາບໍລິສັດເອກະຊົນ ລາວ ແລະ ຕ່າງຊາດໄປ
ແລ້ວໃນທຸກໂຄງການຢ່າງລະອຽດ ເພາະຈາກການກວດກາໃນໄລຍະຜ່ານມານັ້ນພົບ
ວ່າມີຫຼາຍພື້ນທີ່ໆເປັນການອະນຸຍາດໃຫ້ສຳປະທານຢ່າງບໍ່ຖືກຕ້ອງຕາມກົດໝາຍ
ທັງກໍຍັງມີການຮ້ອງຮຽນຂອງປະຊາຊົນ ລາວ ທີ່ໄດ້ຮັບຜົນກະທົບຈາກການອະນຸຍາດ
ສຳປະທານທີ່ດິນດັ່ງກ່າວຢ່າງກວ້າງຂວາງອີກດ້ວຍ.

ແຕ່ຢ່າງໃດກໍຕາມ ກໍຍັງບໍ່ມີກຳນົດທີ່ຄັກແນ່ວ່າການຈັດທຳລາຍງານດັ່ງກ່າວຈະແລ້ວ
ສຳເລັດເມື່ອໃດ ໃນຂະນະທີ່ການກວດກາກໍສາມາດຳເນີນການໄດ້ຢ່າງຊັກຊ້າ ເນື່ອງ
ຈາກບໍ່ໄດ້ຮັບຄວາມຮ່ວມມືຈາກບັນດາອຳນາດການປົກຄອງທ້ອງຖິ່ນທີ່ມີບັນຫາຂັດ
ແຍ້ງ ກ່ຽວກັບ ທີ່ດິນລະຫວ່າງບັນດາບໍລິສັດເຈົ້າຂອງສຳປະທານ ກັບປະຊາຊົນ ລາວ
ທີ່ເກີດຂຶ້ນຢ່າງກວ້າງຂວາງ ຊຶ່ງເມື່ອປະກອບກັບການຂັດແຍ້ງດັ່ງກ່າວເປັນເລື່ອງທີ່ກ່ຽວ
ຂ້ອງກັບນິຕິກຳທາງກົດໝາຍ ແລະ ສະຖາບັນການເງິນດ້ວຍແລ້ວ ຈຶ່ງຖືເປັນບັນຫາທີ່ບໍ່
ສາມາດແກ້ໄຂໄດ້ງ່າຍໆ ດັ່ງທີ່ທ່ານ ສົມມາດ ໄດ້ໃຫ້ການອະທິບາຍວ່າ.

"ຂະແໜງພວກຂ້າພະເຈົ້ານີ້ກະມີຄວາມຮັບຜິດຊອບ ກະມີຫຼາຍກໍລະນີທີ່ນາຍບ້ານ
ຂາຍໄປແລ້ວເນາະ ແລະ ເອກະຊົນນີ້ເຂົ້າມາຊື້ຫັ້ນນະ ມາຫາຜະແນກຂອງພວກເຮົາ
ກະອອກໃຫ້ເຂົາເດ້ເນາະ ໃບຕາດິນ ອັນນີ້ກໍອາດຈະລວມທັງກໍລະນີທີ່ວ່າເຂົາເອົາໃບ
ຕາດິນໄປເຂົ້າຫຸ່ນກັບບໍລິສັດຕ່າງປະເທດ ເຂົ້າຫຸ້ນນີ້ຄືສິແມ່ນໄປມັດຈຳນຳທະນາຄານ
ແຕ່ວ່າຜ່ານມານີ້ຂະແໜງພວກເຮົານີ້ ກະໄດ້ມີິການອອກໃບຕາດິນໃຫ້ເຂົາເຈົ້າ ພວກ
ຂ້າພະເຈົ້າກໍຈະໄດ້ດຳເນີນການກວດກາຕື່ມ ແຕ່ວ່າການປະຕິບັດນີ້ເປັນພາລະກິດ
ຂອງມະຫາຊົນເນາະ ກະເປັນຫູເປັນຕາຊ່ວຍກັນຫັ້ນແລ້ວ. ຖ້າມີປະກົດການອັນໃດກະ
ສະເໜີໃຫ້ພວກຂ້າພະເຈົ້າ ພວກຂ້າພະເຈົ້າກໍຈະພະຍາຍາມແກ້ໄຂ."

ການນຸຍາດສຳປະທານທີ່ດິນໄດ້ກາຍເປັນບັນຫາທີ່ຫຍຸ້ງຍາກຫຼາຍຂຶ້ນນັບມື້ ທັງຍັງເປັນ
ບັນຫາທີ່ຍາກຈະແກ້ໄຂໃຫ້ໝົດໄປໄດ້ໃນໄລຍະເວລາອັນສັ້ນດ້ວຍ ເພາະນອກຈາກຈະ
ມີສາເຫດມາຈາກການບໍ່ປະຕິບັດຕາມສັນຍາຂອງບັນດາບໍລິສັດເອກະຊົນ ລາວ ແລະ
ຕ່າງຊາດທີ່ໄດ້ຮັບສຳປະທານທີ່ດິນໃນ ລາວ ແລ້ວ ຍັງມີບັນຫາການຈັດຕັ້ງປະຕິບັດທີ່
ບໍ່ເປັນເອກະພາບກັນຂອງໜ່ວຍງານລັດໃນສ່ວນກາງ ແລະ ທ້ອງຖິ່ນໃນທົ່ວປະເທດ
ອີກດ້ວຍ.

ໂດຍລັດຖະບານ ລາວ ໄດ້ແຕ່ງຕັ້ງຄະນະສະເພາະກິດເພື່ອສຶກສາວິໄຈ ແລະ ວິເຄາະ
ບັນຫາການນຳໃຊ້ທີ່ດິນໃນທົ່ວປະເທດເມື່ອບໍ່ນານມານີ້ ໂດຍມອບໝາຍໃຫ້ທ່ານ ບຸນ
ທອງ ຈິດມະນີ ຮອງນາຍົກລັດຖະມົນຕີເປັນຜູ້ຊີ້ນຳ ແລະ ມອບໝາຍໃຫ້ລັດຖະມົນຕີວ່າ
ການກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມເປັນຫົວໜ້າຄະນະທີ່ປະ
ກອບດ້ວຍຮອງລັດຖະມົນຕີກະຊວງທີ່ກ່ຽວຂ້ອງເປັນຄະນະກຳມະການ ທັງຍັງມີກອງ
ເລຂາປະຈຳການຢູ່ທີ່ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ແລະ
ມີງົບປະມານສະໜັບສະໜູນການປະຕິບັດງານໃຫ້ແລ້ວໃນທົ່ວປະເທດ ພາຍໃນເດືອນ
ຕຸລາ 2017 ນີເປັນຢ່າງຊ້າ.

ກ່ອນໜ້ານີ້ ກະຊວງຊັບພະຍາກອນທຳມະຊາດ ລາຍງານວ່າ ໄດ້ຈັດສັນທີ່ດິນໃຫ້ປະຊາ
ຊົນ ລາວ ໃນ 3,779 ບ້ານ ຄິດເປັນ 43.2 ເປີເຊັນຂອງບ້ານທັງກໝົດທີ່ມີຢູ່ 8,657 ບ້ານ
ໃນທົ່ວປະເທດ ຊຶ່ງເຮັດໃຫ້ສາມາດຂຶ້ນທະບຽນ ແລະ ອອກໃບຕາດິນໃຫ້ປະຊາຊົນ ລາວ
ໄດ້ແລ້ວໃນພື້ນທີ່ 871,317 ຕອນ ຄິດເປັນ 33.5 ເປີເຊັນຂອງທີ່ດິນທີ່ໄດ້ສັງລວມໄວ້ໃນ
ສຳມະໂນທີ່ດິນທັງໝົດ 2.6 ລ້ານຕອນໃນທົ່ວປະເທດ. ໝາຍຄວາມວ່າຍັງມີທີ່ດິນອີກ
1.7 ລ້ານຕອນທີ່ຈະຕ້ອງສຳຫຼວດເພື່ອອອກໃບຕາດິນໃຫ້ກັບປະຊາຊົນ ລາວ ຕໍ່ໄປ ອັນ
ຖືເປັນພາກສ່ວນທີ່ສຳຄັນຢ່າງຍິ່ງໃນແຜນການເພີ່ມຜົນຜະລິດກະສິກຳ ແລະ ສະບຽງອາ
ຫານໃຫ້ພຽງພໍກັບຄວາມຕ້ອງການຂອງປະຊາຊົນ ລາວ ທັງປະເທດນັ້ນເອງ.

XS
SM
MD
LG