ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຈຳນວນນັກທ່ອງທ່ຽວ ເດີນທາງເຂົ້າມາ ລາວ ຫລຸດລົງ 12 ເປີເຊັນ ໃນ 6 ເດືອນ ຂອງ 2017


ກອງປະຊຸມລັດຖະມົນຕີທ່ອງທ່ຽວ ລະຫວ່າງ ລາວ ມຽນມາ ກຳປູເຈຍ ໄທ ແລະ ຫວຽດນາມ (ACMECS)
ກອງປະຊຸມລັດຖະມົນຕີທ່ອງທ່ຽວ ລະຫວ່າງ ລາວ ມຽນມາ ກຳປູເຈຍ ໄທ ແລະ ຫວຽດນາມ (ACMECS)

ລັດຖະມົນຕີລາວ ຍອມຮັບວ່າ ຊາວຕ່າງຊາດເດີນທາງ ເຂົ້າມາທ່ອງທ່ຽວໃນລາວ
ຫລຸດລົງເຖິງ 12 ເປີເຊັນ ໃນຊ່ວງ 6 ເດືອນທຳອິດຂອງປີ 2017 ໂດຍສະເພາະ
ນັກທ່ອງທ່ຽວໃນກຸ່ມອາຊຽນດ້ວຍກັນນັ້ນ ລົດລົງຫຼາຍທີ່ສຸດ.

ທ່ານບໍ່ແສງຄຳ ວົງດາລາ ລັດຖະມົນຕີວ່າການ ກະຊວງຖະແຫລງຂ່າວ-ວັດທະນະທຳ
ແລະທ່ອງທ່ຽວ ຍອມຮັບວ່າ ໃນຊ່ວງ 6 ເດືອນທຳອິດຂອງປີ 2017 ຊາວຕ່າງຊາດ ໄດ້
ເດີນທາງເຂົ້າມາທ່ອງທ່ຽວໃນລາວ ຫລຸດລົງເຖິງ 12 ເປີເຊັນ ເມື່ອທຽບໃສ່ ໄລຍະດຽວ
ກັນຂອງປີ 2016 ໂດຍສະເພາະແມ່ນນັກທ່ອງທ່ຽວ ຈາກປະເທດສະມາຊິກ ໃນກຸ່ມ
ອາຊຽນ ດ້ວຍກັນນັ້ນ ຖືເປັນກຸ່ມນັກທ່ອງທ່ຽວທີ່ເດີນທ່ອງເຂົ້າມາໃນລາວ ຫລຸດລົງ
ຫຼາຍທີ່ສຸດ ຊຶ່ງຖ້າຫາກວ່າ ສະພາບການຍັງຄົງດຳເນີນໄປ ໃນທິດທາງດັ່ງກ່າວນີ້
ກໍຍັງເຮັດໃຫ້ສາມາດຄາດໝາຍໄດ້ວ່າ ຈຳນວນນັກທ່ອງທ່ຽວຊາວຕ່າງຊາດ ທີ່ເດີນ
ທາງເຂົ້າມາໃນລາວ ໃນຕະຫຼອດປີ 2017 ນີ້ ຈະນ້ອຍກວ່າ ໃນປີ 2016 ຢ່າງແນ່ນອນ.

ທ່ານບໍ່ແສງຄຳ ວົງດາລາ ລັດຖະມົນຕີວ່າການ ກະຊວງຖະແຫລງຂ່າວ-ວັດທະນະທຳ ແລະທ່ອງທ່ຽວ ຍອມຮັບວ່າ ໃນຊ່ວງ 6 ເດືອນທຳອິດຂອງປີ 2017 ຊາວຕ່າງຊາດ ໄດ້ ເດີນທາງເຂົ້າມາທ່ອງທ່ຽວ ໃນລາວ ຫລຸດລົງເຖິງ 12 ເປີເຊັນ
ທ່ານບໍ່ແສງຄຳ ວົງດາລາ ລັດຖະມົນຕີວ່າການ ກະຊວງຖະແຫລງຂ່າວ-ວັດທະນະທຳ ແລະທ່ອງທ່ຽວ ຍອມຮັບວ່າ ໃນຊ່ວງ 6 ເດືອນທຳອິດຂອງປີ 2017 ຊາວຕ່າງຊາດ ໄດ້ ເດີນທາງເຂົ້າມາທ່ອງທ່ຽວ ໃນລາວ ຫລຸດລົງເຖິງ 12 ເປີເຊັນ

ແຕ່ຢ່າງໃດກໍຕາມ ເພື່ອເປັນການຫລຸດຜ່ອນສະພາບບັນຫາ ທີ່ຈະເກີດຂຶ້ນດັ່ງກ່າວ
ທາງການລາວ ກໍໄດ້ສະແດງການຮຽກຮ້ອງ ຕໍ່ທາງການລັດຖະບານ ຂອງບັນດາ
ປະເທດໃນກຸ່ມອາຊຽນດ້ວຍກັນ ເພື່ອຂໍໃຫ້ມີການສົ່ງເສີມ ພົນລະເມືອງຂອງຕົນ
ໃຫ້ພາກັນເດີນທາງເຂົ້າມາທ່ອງທ່ຽວໃນລາວ ເພີ່ມຂຶ້ນໃນຕະຫຼອດທ້າຍປີນີ້ ໂດຍ
ສະເພາະແມ່ນປະເທດ ທີ່ຢູ່ໃນເຂດລຸ່ມແມ່ນ້ຳຂອງ ດ້ວຍກັນນັ້ນ ດັ່ງທີ່ ທ່ານບໍ່ແສງຄຳ
ໄດ້ຢືນຢັນວ່າ ທ່ານໄດ້ສະແດງການຮຽກຮ້ອງດັ່ງກ່າວນີ້ ໃນກອງປະຊຸມລັດຖະມົນຕີ
ທ່ອງທ່ຽວ ລະຫວ່າງ ລາວ ມຽນມາ ກຳປູເຈຍ ໄທ ແລະ ຫວຽດນາມ (ACMECS)
ທີ່ໄດ້ມີການອອກຖະແຫລງການຮ່ວມກັນ ເມື່ອບໍ່ດົນມານີ້ ວ່າ:

“ຖະແຫລງການຮ່ວມ ກະໄດ້ເວົ້າວ່າ ພວກເຮົາຈະສືບຕໍ່ຮ່ວມໄມ້ຮ່ວມມືກັນ ໃຫ້
ດີຂຶ້ນ ເຮັດໃຫ້ການທ່ອງທ່ຽວຢູ່ໃນ 5 ປະເທດ ACMECS ປະສົບຜົນສຳເລັດດີຂຶ້ນ
ສະເພາະ ລາວເຮົາ ກະໄດ້ແຈ້ງໃຫ້ທີ່ປະຊຸມໄດ້ຮັບຊາບ ກ່ຽວກັບສະພາບການທ່ອງ
ທ່ຽວ ຢູ່ປະເທດພວກເຮົາ ແລະກະໄດ້ມີການເຜີຍໃຫ້ເພິ່ນເຫັນວ່າ ມີນັກທ່ອງທ່ຽວ
ຂອງບາງປະເທດ ຢູ່ໃນພາຍໃນບັນດາປະເທດເຮົານີ້ໄປທ່ອງທ່ຽວລາວນີ້ ຫລຸດລົງ
ຢາກໃຫ້ເພິ່ນຄ່ອຍປັບປຸງ ຊ່ອຍໂຄສະນາຕື່ມ ເພື່ອເຮັດໃຫ້ນັກທ່ອງທ່ຽວປະເທດເພິ່ນ
ໄດ້ເພີ່ມທະວີການໄປທ່ອງທ່ຽວຢູ່ລາວເຮົາຫຼາຍຂຶ້ນ ເພິ່ນກະໄດ້ຮັບຄວາມນຳກັນ.”

ທ່ານບໍ່ແສງຄຳ ຢືນຢັນດ້ວຍວ່າ ເປົ້າໝາຍສຳຄັນໃນການພັດທະນາ ການທ່ອງທ່ຽວ
ໃນລາວ ໃນປັດຈຸບັນ ຄືການປະກອບສ່ວນເຂົ້າໃນການຈັດຕັ້ງປະຕິບັດວຽກງານທຸກ
ດ້ານ ເພື່ອເຮັດໃຫ້ ACMECS ກໍຄືກຸ່ມອາຊຽນນັ້ນ ໃຫ້ເປັນຈຸດໝາຍປາຍທາງດຽວກັນ
ສຳລັບບັນດານັກທ່ອງທ່ຽວຈາກພູມິພາກອື່ນໆໃຫ້ໄດ້ຢ່າງເປັນຮູບປະທຳ ພາຍໃນປີ
2025 ດ້ວຍການເສີມຂະຫຍາຍການຮ່ວມມືຢ່າງເຂັ້ມແຂງ ແລະ ໃກ້ຊິດ.

ສະພາສົ່ງເສີມຕະຫຼາດການທ່ອງທ່ຽວ ລາວ ຈັດກອງປະຊຸມຖະແຫລງຂ່າວ
ສະພາສົ່ງເສີມຕະຫຼາດການທ່ອງທ່ຽວ ລາວ ຈັດກອງປະຊຸມຖະແຫລງຂ່າວ

ທາງດ້ານສະມາຄົມວິໄຈການທ່ອງທ່ຽວອາຊຽນ (ATRA) ລາຍງານວ່າ ລາຍຮັບໃນ
ພາກການທ່ອງທ່ຽວ ຂອງລາວ ໃນປັດຈຸບັນ ຍັງມີລາຍຮັບຕ່ຳກວ່າອັດຕາສະເລ່ຍ ໃນ
ກຸ່ມອາຊຽນດ້ວຍກັນ ກໍຄືໃນຂະນະທີ່ລາຍຮັບ ການທ່ອງທ່ຽວຂອງອາຊຽນ ຢູ່ທີ່ອັດຕາ
ສະເລ່ຍ 12 ເປີເຊັນ ຂອງຍອດຜະລິດຕະພັນລວມພາຍໃນ (GDP) ຫາກແຕ່ວ່າ ລາຍຮັບໃນພາກການທ່ອງທ່ຽວຂອງລາວ ກັບຄິດເປັນອັດຕາສະເລ່ຍພຽງ 7 ເປີເຊັນ
ຂອງ GDP ເທົ່ານັ້ນ.

ໂດຍພາໃຕ້ສະພາບການດັ່ງກ່າວ ຈຶ່ງເຮັດໃຫ້ທາງການລາວ ໄດ້ກຳນົດແນວທາງແກ້ໄຂ
ບັນຫາ ດ້ວຍການນຳເອົາແຜນຍຸດທະສາດ ການທ່ອງທ່ຽວຂອງອາຊຽນແຕ່ປີ 2016-
2025 ມາປັບໃຊ້ໃນລາວ ທັງໃນພາກສ່ວນກ່ຽວກັບການຈັດກິດຈະກຳການທ່ອງທ່ຽວ
ແລະ ການສົ່ງເສີມການລົງທຶນໃນພາກບໍລິການ ແລະ ທ່ອງທ່ຽວຢ່າງຄົບວົງຈອນ.

ທັງນີ້ ຄະນະລັດຖະບານລາວ ກໍໄດ້ມີມະຕິຕົກລົງ ແລະ ເຫັນດີທີ່ຈະປະກາດໃຫ້ປີ
2018 ເປັນປີທ່ອງທ່ຽວລາວ ຢ່າງເປັນທ່າງການແລ້ວ ໂດຍມອບໝາຍໃຫ້ ກະຊວງ
ຖະແຫລງຂ່າວ ວັດທະນະທຳ ແລະທ່ອງທ່ຽວ ຮັບຜິດຊອບທັງການກະກຽມຄວາມພ້ອມ
ໃນທຸກໆດ້ານ ແລະການປະສານງານກັບທຸກພາກສ່ວນທີ່ກ່ຽວຂ້ອງ ທັງໃນລະດັບສູນ
ກາງ ແລະທ້ອງຖິ່ນໃນທົ່ວປະເທດ ເພື່ອຮ່ວມກັນກຳນົດບັນດາກິດຈະກຳຕ່າງໆ ໃນ
ຕະຫຼອດປີ 2018 ດັ່ງກ່າວ.

ໂດຍເປົ້າໝາຍສຳຄັນຂອງການປະກາດປີການທ່ອງທ່ຽວລາວໃນປີ 2018 ແລະ ຈະຕໍ່
ເນື່ອງໄປເຖິງປີ 2020 ດ້ວຍນັ້ນ ຄືການດຶງດູດເອົານັກທ່ອງທ່ຽວຊາວຕ່າງຊາດ ໃຫ້ໄດ້
6 ລ້ານຄົນ ຊຶ່ງຈະເຮັດໃຫ້ມີລາຍຮັບເຖິງ 953 ລ້ານໂດລາ ໃນປີ 2020 ດັ່ງກ່າວ ທັງນີ້
ໂດຍມີນັກທ່ອງທ່ຽວ ເດີນທາງເຂົ້າມາລາວ 4 ລ້ານ 6 ແສນ ກວ່າຄົນ ໃນປີ 2015 ແລະ
ຫລຸດລົງເປັນ 4 ລ້ານ 3 ແສນຄົນ ໃນປີ 2016 ສ່ວນໃນປີ 2017 ກໍຄາດວ່າ ຈະມີນັກ
ທ່ອງທ່ຽວຕ່າງຊາດ ເດີນທາງມາ ລາວ 4 ລ້ານກວ່າຄົນເທົ່ານັ້ນ ຫາກແຕ່ທາງການລາວ
ກໍຫວັງວ່າ ຈະເພີ່ມຂຶ້ນເປັນ 5 ລ້ານຄົນ ໃນປີ 2018 ຊຶ່ງໄດ້ປະກາດໃຫ້ເປັນ ປີທ່ອງທ່ຽວ
ລາວ ຢ່າງເປັນທາງການແລ້ວນັ້ນເອງ.

XS
SM
MD
LG