ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ຜະລິດຜົນບໍ່ແຮ່ ປະກອບເປັນ 65% ຂອງສິນຄ້າສົ່ງອອກ ທັງໝົດຂອງລາວ


ບໍລິສັດບໍ່ແຮ່ເຊໂປນ ເສຍຄ່າທໍານຽມຂຸດຄົ້ນ ຊັບພະຍາກອນທໍາມະຊາດ ໃຫ້ລັດຖະບານລາວ
ບໍລິສັດບໍ່ແຮ່ເຊໂປນ ເສຍຄ່າທໍານຽມຂຸດຄົ້ນ ຊັບພະຍາກອນທໍາມະຊາດ ໃຫ້ລັດຖະບານລາວ
ການສົ່ງອອກຜົນຜະລິດຈາກພາກອຸດສາຫະກໍາຂຸດຄົ້ນບໍ່ແຮ່
ໃນລາວຄິດເປັນສັດສ່ວນເຖິງ 65% ຂອງມູນຄ່າການສົ່ງອອກ
ທັງໝົດຂອງລາວໃນປີ 2012 ແລະຄາດໝາຍວ່າຍັງຈະເພີ່ມ
ຂຶ້ນຕື່ມອີກໃນປີ 2013.

ທາງການກະຊວງພະລັງງານແລະບໍ່ແຮ່ ລາຍງານວ່າໃນປີ 2012
ທີ່ຜ່ານມາການສົ່ງອອກຜະລິດຕະພັນໃນພາກອຸດສາຫະກໍາຂຸດ
ຄົ້ນແຮ່ທາດຂອງລາວມີມູນຄ່າລວມຫຼາຍກວ່າ 1.630 ລ້ານໂດ
ລາ ໂດຍຄິດເປັນສັດສ່ວນເຖິງ 65% ຂອງ ມູນຄ່າການສົ່ງອອກ
ທັງໝົດຂອງລາວໃນປີດັ່ງກ່າວ ທັງຍັງຄິດເປັນອັດຕາທີ່ເພີ່ມຂຶ້ນ
ຈາກປີ 2011 ໃນລະດັບທີ່ເກີນກວ່າ 15% ແລະຈາກທ່າອ່ຽງດັ່ງ
ກ່າວນີ້ ກໍຍັງເຮັດໃຫ້ທາງການລາວເຊື່ອໝັ້ນວ່າການສົ່ງອອກແຮ່
ທາດໃນປີ​ 2013 ກໍຍັງຈະມີ ມູນຄ່າເພີ່ມຂຶ້ນເປັນບໍ່ໜ້ອຍກວ່າ
2.000 ລ້ານໂດລາອີກດ້ວຍ.

ຊຶ່ງດ້ວຍສະພາບການດັ່ງກ່າວກໍເຮັດໃຫ້ທະນາຄານໂລກ ໄດ້ສະແດງການຄາດໝາຍ ກ່ຽວກັບການພັດທະນາທາງເສດຖະກິດຂອງລາວໃນປີ 2013 ນີ້ວ່າພາກອຸດສາຫະກໍາ ຂຸດຄົ້ນແຮ່ທາດ ຍັງຈະມີສ່ວນຢ່າງສໍາຄັນ ຕໍ່ການຊຸກຍູ້ໃຫ້ເສດຖະກິດຂອງລາວຂະຫຍາຍ
ຕົວເພີ່ມຂຶ້ນໃນອັດຕາສະເລ່ຍທີ່ສູງເຊັ່ນດຽວກັນກັບໃນປີ 2012 ທີ່ຜ່ານມາ ຊຶ່ງປາກົດວ່າ
ການພັດທະນາທາງເສດຖະກິດຂອງລາວນັ້ນ ມີມູນຄ່າຜະລິດຕະພັນລວມພາຍໃນ ຫຼື
GDP ເພີ່ມຂຶ້ນໃນອັດຕາສະເລ່ຍເຖິງ 8.2% ທັງກໍຍັງຖືເປັນການຂະຫຍາຍຕົວທາງ
ເສດຖະກິດໃນອັດຕາທີ່ສູງສຸດໃນເອເຊຍ ອີກດ້ວຍ.

ທອງແດງທີ່ຂຸດຄົ້ນຈາກບໍ່ແຮ່ເຊໂປນ
ທອງແດງທີ່ຂຸດຄົ້ນຈາກບໍ່ແຮ່ເຊໂປນ

ຊຶ່ງກໍສອດຄ່ອງກັນກັບລາຍງານຂອງທະນາຄານພັດທະນາ
ເອເຊຍ ADB ທີ່ລະບຸວ່າ ເສດຖະກິດຂອງລາວໄດ້ຂະຫຍາຍ
ຕົວເພີ່ມຂຶ້ນໃນອັດຕາສະເລ່ຍບໍ່ຕໍ່າກວ່າ 7.5% ນັບເປັນ
ເວລາ 10 ກວ່າປີມາແລ້ວ ແລະໃນປີ 2012 ທີ່ຜ່ານມາ ການ ຂະຫຍາຍຕົວທາງເສດຖະກິດຂອງລາວກໍຍັງໄດ້ແຊງໜ້າ
ປະເທດຈີນເປັນປີທີ່ສອງ ຕິດຕໍ່ກັນ ສ່ວນປະເທດສະມາຊິກ
ໃນກຸ່ມອາຊ່ຽນດ້ວຍກັນ ທີ່ເສດຖະກິດຂະຫຍາຍ ຕົວເປັນ
ອັນດັບ 2 ຮອງຈາກລາວນັ້ນກໍແມ່ນກໍາປູເຈຍ ຕິດຕາມດ້ວຍ
ອິນໂດນີເຊຍ ຟິລິບປິນ ມຽນມາ ຫວຽດນາ ມາເລເຊຍ ໄທ
ບຣູໄນ ແລະສິງຄະໂປຕາມລໍາດັບ.

ແຕ່ຢ່າງໃດກໍຕາມ ທັງທະນາຄານໂລກ ແລະ ADB ກໍໄດ້ເຕືອນວ່າການພັດທະນາທາງ
ເສດຖະກິດຂອງລາວທີ່ມີການຂຸດຄົ້ນຊັບພະຍາກອນທໍາມະຊາດຢ່າງຫຼວງຫຼາຍນັ້ນຈະ
ບໍ່ສົ່ງຜົນດີຕໍ່ການພັດທະນາເສດຖະກິດໃນໄລຍະຍາວ ເພາະບໍ່ພຽງແຕ່ ຈະເຮັດໃຫ້ຊັບ
ພະຍາກອນທໍາມະຊາດຕ້ອງລົດນ້ອຍຖອຍລົງໄປເລື້ອຍໆນັ້ນ ຫາກແຕ່ກໍຍັງຈະສົ່ງຜົນ
ກະທົບຕໍ່ສະພາບແວດລ້ອມທໍາມະຊາດໃນລາວອີກດ້ວຍ ໂດຍສະເພາະແມ່ນການຕັດ
ໄມ້ທໍາລາຍປ່າແລະການຂຸດຄົ້ນແຮ່ທາດນັ້ນ.

ທາງດ້ານທ່ານສຸລິວົງ ດາລາວົງ ລັດຖະມົນຕີວ່າການກະຊວງພະລັງງານ ແລະບໍ່ແຮ່ ໄດ້
ຖະແຫຼງຍອມຮັບວ່າການບໍລິຫານງານຂອງພາກລັດທີ່ກ່ຽວຂ້ອງໂດຍກົງກັບພາກອຸດສາ
ຫະກໍາຂຸດຄົ້ນແຮ່ທາດໃນລາວ ຍັງມີບັນຫາໃນຫຼາຍໆດ້ານ ໂດຍສະເພາະແມ່ນໃນດ້ານ
ການກວດສອບການປະຕິບັດຕາມສັນຍາສໍາປະທານໃນ ໂຄງການຕ່າງໆນັ້ນ ກໍຍັງຕ້ອງ
ປະເຊີນກັບບັນຫາຫຍຸ້ງຍາກໃນດ້ານເອກະສານ ແລະການປະຕິບັດຕົວຈິງອີກດ້ວຍ ດັ່ງ
ທີ່ທ່ານສຸລິວົງ ໄດ້ໃຫ້ການຊີ້ແຈງວ່າ:

ການຂຸດຄົ້ນບໍ່ແຮ່ຢູ່ພູເບ້ຍ
ການຂຸດຄົ້ນບໍ່ແຮ່ຢູ່ພູເບ້ຍ


ຮູບການທີ່ນຶ່ງແມ່ນມີການຂໍສໍາປະທານຊອກຄົ້ນສໍາ
ຫຼວດຫຼາຍເຂດຫຼາຍບ່ອນ ແລະຫຼາຍແຮ່ທາດຮູບການ
ທີ່ສອງແມ່ນຂໍຕໍ່ອາຍຸການຊອກຄົ້ນແລະສໍາຫຼວດ ຫຼື ຕໍ່ອາຍຸສັນຍາຕ່າງໆຫຼາຍຄັ້ງ. ຮູບການທີ່ສາມແມ່ນ
ຂໍຂະຫຍາຍເນື້ອທີ່ ຮູບການທີ່ສີ່ກະແມ່ນຂໍທົດແທນ
ເນື້ອທີ່ທີ່ບໍ່ແມ່ນເສດຖະກິດ ໝາຍຄວາມວ່າຂໍປ່ຽນ
ເອົາເນື້ອທີ່ໃໝ່ອີກ.”


ໃນປັດຈຸບັນລັດຖະບານລາວໄດ້ອະນຸມັດສໍາປະທານການສໍາຫຼວດ ແລະຂຸດຄົ້ນບໍ່ແຮ່ໃນ
ລາວໃຫ້ກັບບັນດາບໍລິສັດເອກກະຊົນລາວແລະຕ່າງຊາດໄປແລ້ວເຖິງ 200 ບໍລິສັດໃນ 300 ກວ່າໂຄງການໃນທົ່ວປະເທດ ໂດຍໃນນີ້ກໍມີຢູ່ເຖິງ 99 ໂຄງ ການທີ່ໄດ້ຂຸດຄົ້ນ ແລະສົ່ງ
ຜົນຜະລິດອອກໄປຕ່າງປະເທດແລ້ວ.
XS
SM
MD
LG