ການຜະລິດໃນດ້ານແຮ່ທາດຂອງ ລາວ ຫຼຸດລົງເກີນກວ່າ 18 ເປີເຊັນໃນຂະນະທີ່ການຜະລິດດ້ານພະລັງງານເພີ່ມຂຶ້ນເຖິງ 154 ເປີເຊັນທັງຍັງຈະສືບຕໍ່ເພີ່ມຂຶ້ນອີກໃນຕະຫຼອດແຜນການພັດທະນາໄລຍະ 5 ປີໃນຊ່ວງປີ 2016-2020 ນີ້.
ທ່ານ ຄຳມະນີ ອິນທິລາດ ລັດຖະມົນຕີວ່າການກະຊວງພະລັງງານ ແລະ ບໍ່ແຮ່ ຍອມຮັບວ່າການຜະລິດພາກພະລັງງານໄຟຟ້າ ແລະ ການຂຸດຄົ້ນແຮ່ທາດນັບຈາກປີ 2016 ເປັນຕົ້ນມາ ແລະ ຈະສິ້ນສຸດການຈັດຕັ້ງປະຕິບັດແຜນການພັດທະນາໄລຍະ 5 ປີໃນທ້າຍປີ 2020 ຄາດການວ່າຈະມີມູນຄ່າການຜະລິດລວມເຖິງ 130,520 ຕື້ກີບ ເພີ່ມຂຶ້ນ 35 ເປີເຊັນ ທຽບໃສ່ປີ 2011- 2015 ຫາກແຕ່ວ່າໃນນີ້ກໍເປັນການເພີ່ມຂຶ້ນໃນພາກພະລັງງານເຖິງ 154 ເປີເຊັນ ສ່ວນການຜະລິດໃນພາກຂຸດຄົ້ນແຮ່ທາດນັ້ນກັບຫຼຸດລົງເຖິງ 18.69 ເປີເຊັນ ທຽບໃສ່ໄລຍະດຽວກັນ ທັງຍັງເປັນສາເຫດສຳຄັນທີ່ເຮັດໃຫ້ການຜະລິດໃນພາກພະລັງງານ ແລະ ບໍ່ແຮ່ຫຼຸດລົງຈາກອັດຕາສ່ວນ 17.1 ເປີເຊັນຂອງຍອດຜະລິດຕະພັນລວມ (GDP) ໃນປີ 2017 ມາເປັນ 16.4 ເປີເຊັນຂອງ GDP ໃນປັດຈຸບັນນີ້ອີກດ້ວຍ.
ແຕ່ຢ່າງໃດກໍຕາມ ການສຳຫຼວດຫາແຫຼ່ງແຮ່ທາດໃນໄລຍະຜ່ານມາພົບວ່າ ລາວ ມີແຫຼ່ງແຮ່ທາດຫຼາຍກວ່າ 570 ແຫຼ່ງໃນເນື້ອທີ່ກວ້າງກວ່າ 162,104 ກິໂລແມັດມົນທົນ ຫຼື ເກືອບ 70 ເປີເຊັນ ຂອງພື້ນທີ່ທັງໝົດຊຶ່ງໃນປັດຈຸບັນນີ້ທາງການ ລາວ ໄດ້ໃຫ້ສຳປະທານແກ່ບໍລິສັດເອກະຊົນ ລາວ ແລະ ຕ່າງຊາດ 649 ລາຍໃນ 942 ກິດຈະການ ທັງນີ້ໂດຍບໍລິສັດຈາກ ຈີນ ຖືເປັນພາກສ່ວນທີ່ລົງທຶນຂຸດຄົ້ນແຮ່ທາດໃນ ລາວ ຫຼາຍທີ່ສຸດ ໃນນີ້ກໍໄດ້ມີການຂຸດຄົ້ນຕົວຈິງແລ້ວ 52 ກິດຈະການ 30 ກວ່າກິດຈະການກຳລັງສຳຫຼວດ ແລະ ການຈັດທຳບົດວິພາກເສດຖະກິດ ເພື່ອຂໍອະນຸຍາດຂຸດຄົ້ນຈາກລັດຖະບານ ລາວ ໃນໄວໆນີ້ ໂດຍໂຄງການຂະໜາດໃຫຍ່ ແລະ ມີມູນຄ່າການລົງທຶນຫຼາຍທີ່ສຸດໃນ ລາວ ກໍຄືເໝືອງຄຳຢູ່ ເຊໂປນ ຂອງບໍລິສັດ Lane Xang Mineral ຈຳກັດຈາກ ຈີນ ທີ່ໄດ້ເລີ່ມການຜະລິດໃນປີ 2003 ຫາກແຕ່ປະລິມານແຮ່ທາດໃນເຂດສຳປະທານ ເໝືອງຄຳເຊໂປນ ຍັງຄົງເຫຼືອໃນຂຸດໄດ້ຈົນເຖິງທ້າຍປີ 2020 ເທົ່ານັ້ນ ຈຶ່ງເຮັດໃຫ້ບໍລິສັດ Lane Xang Mineral ໄດ້ຕັດສິນໃຈເພີ່ມການລົງທຶນເພື່ອຂະຫຍາຍເຂດສຳປະທານຂຸດຄົ້ນແຮ່ຄຳ ແລະ ທອງແດງຕໍ່ໄປອີກ 10 ປີເປັນຢ່າງນ້ອຍ.
ໂດຍເໝືອງແຮ່ເຊໂປນ ໄດ້ຢຸດການຂຸດຄົ້ນ ແລະ ຜະລິດຄຳນັບແຕ່ທ້າຍປີ 2013 ເປັນຕົ້ນມາແລ້ວ ຈຶ່ງຍັງເຫຼືອພຽງການຜະລິດທອງແດງໄດ້ບໍ່ເຖິງ 80,000 ໂຕນຕໍ່ປີໃນປັດຈຸບັນນີ້ ສ່ວນການຂຸດຄົ້ນຢູ່ທີ່ພູເບ້ຍໃນແຂວງໄຊສົມບູນ ຂອງກຸ່ມບໍລິສັດ Pan Australia ນັ້ນໄດ້ເລີ່ມການຂຸດຄົ້ນແຮ່ຄຳ, ທອງແດງ ແລະ ເງິນຢູ່ເຂດພູຄຳ ນັບແຕ່ປີ 2008 ແລະ ການຂຸດຄຄົ້ນຢູ່ບ້ານຫ້ວຍຊາຍໃນຊ່ວງປີ 2012-2018 ກໍປາກົດວ່າຜະລິດຄຳໄດ້ 1.2 ລ້ານອອນ, ທອງແດງ 660,000 ໂຕນ, ແຮ່ເງິນ 8.1 ລ້ານໂຕນ ແລະ ມອບພັນທະໃຫ້ລັດຖະບານ ລາວ ຫຼາຍກວ່າ 716 ລ້ານໂດລາ ແຕ່ປະຊາຊົນ ລາວ ທີ່ຖືກກະທົບນັ້ນຍັງໄດ້ຮັບການຊົດເຊີຍບໍ່ທັນຄົບຖ້ວນໂດຍເຂດສຳປະທານຂອງບໍລິສັດ ພູເບ້ຍ ມາຍນິງ ຫຼື Pan Australia ທີ່ພູຄຳ ແລະ ບ້ານຫ້ວຍຊາຍມີເນື້ອທີ່ກວ້າງກວ່າ 2,600 ກິໂລແມັດມົນທົນ ຊຶ່ງກວມເອົາທີ່ດິນ ແລະ ຂອງປະຊາຊົນ 94 ຄົວເຮືອນດັ່ງທີ່ເຈົ້າໜ້າທີ່ຂັ້ນສູງໃນສະພາປະຊາຊົນຂັ້ນແຂວງໄຊສົມບູນ ໄດ້ໃຫ້ການຢືນຢັນວ່າ
"ບັນຫາທີ່ເຂົາເຈົ້າຮ້ອງຮຽນມານີ້ ແມ່ນທາງບໍລິສັດ ພູເບ້ຍ ມາຍນິງ ຍັງບໍ່ທັນຈ່າຍຄ່າຊົດເຊີຍໃຫ້ແກ່ເຂົາເຈົ້າ ບ່ອນທີ່ໆດິນເຂົາເຈົ້າຖືກຜົນກະທົບ ໃນບໍລິເວນຂອບເຂດຂອງບໍລິສັດພວກເຮົາກະມີແຕ່ອີງໃສ່ກົດໝາຍການຊົດເຊີຍ ໃນປັດຈຸບັນນີ້ຍັງຢູ່ໃນຂັ້ນຕອນຂອງທາງຂັ້ນເຈົ້າເມືອງ ແລະ ແຜນການຕ່າງໆໄດ້ລົງໄປເກັບກຳຂໍ້ມູນຕື່ມອີກ ແລ້ວກະສົມທົບກັບພາກສ່ວນທີ່ກ່ຽວຂ້ອງ ກະວ່າພາຍຫຼັງທີ່ມີການຕິດຕາມກວດກາ ມີການແກ້ໄຂແນວໃດຫັ້ນ ກະໃຫ້ລາຍງານສະພາຂອງພວກເຮົາ."
ສ່ວນໃນພາກພະລັງງານຂອງລາວ ໃນປັດຈຸບັນມີແຫຼ່ງຜະລິດພະລັງງານໄຟຟ້າແລ້ວເຖິງ 73 ແຫ່ງ ມີກຳລັງຕິດຕັ້ງລວມ 9,531 ເມກະວັດ ໃນນີ້ໄດ້ສົ່ງອອກໄປຂາຍໃຫ້ ໄທ ແລ້ວເຖິງ 5,620 ເມກະວັດ ແລະ ຄາດວ່າຈະເພີ່ມຂຶ້ນເປັນ 7,000 ເມກະວັດ ໃນປີ 2022 ສ່ວນທີ່ເຫຼືອກໍຈະສົ່ງຂາຍໃຫ້ ກຳປູເຈຍ ແລະ ຫວຽດນາມ 3,200 ເມກະວັດ ກັບ 5,000 ເມກະວັດຕາມລຳດັບ.