ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ເຮືອບິນ ກອງທັບລາວ ທີ່ຫາຍສາບສູນ ພົບບ່ອນຕົກແລ້ວ


ເຮືອບິນເຮຣີຄອບເຕີ້ MI-17 ຂອງກອງທັບລາວ ຄ້າຍຄືກັບ ເຮືອບິນລຳນີ້ ໄດ້ປະສົບອຸບັດເຫດຕົກ ທີ່ແຂວງໄຊສົມບູນ ໃນພາກເໜືອຂອງລາວ.
ເຮືອບິນເຮຣີຄອບເຕີ້ MI-17 ຂອງກອງທັບລາວ ຄ້າຍຄືກັບ ເຮືອບິນລຳນີ້ ໄດ້ປະສົບອຸບັດເຫດຕົກ ທີ່ແຂວງໄຊສົມບູນ ໃນພາກເໜືອຂອງລາວ.

ລາຍງານຂ່າວກ່ອນໜ້ານີ້ແຈ້ງວ່າ ເຮືອບິນເຮຣີຄອບເຕີ້ກອງທັບ
ລາວພ້ອມດ້ວຍຜູ້ໂດຍສານ 19 ຄົນແລະຈຸບິນ 4 ຄົນໄດ້ປະສົບ
ອຸບັດຕິເຫດຕົກໃນເຂດທ່າສີໃກ້ເຂດຊາຍແດນລະຫວ່າງແຂວງ
ບໍລິຄຳໄຊ ແລະໄຊສົມບູນ.

ລາຍງານຂ່າວຂອງທາງການລາວ ໃນວັນພຸດວານນີ້ໃຫ້ການຢືນ
ຢັນວ່າ ຄະ​ນະ​ຊອກ​ຄົ້ນ​ແລະ​ກູ້​ໄພ​ພາກ​ພື້ນ​ ໄດ້​ພົບ​ເຫັນ​ສັນ​ຍານ ແລະ​ຈຸດ​ເກີດ​ອຸ​ບັດ​ເຫດ​ຂອງ​ເຮືອ​ບິນ​ເຮ​ຣີ​ຄອບ​ເຕີ້ Mi-17 ທີ່ສ້າງໂດຍໂຊຫວຽດຂອງກອງທັບລາວທີ່ໄດ້​ຫ​າຍ​ສາບ​ສູນ​ໄປ ຢູ່ທາງເໜືອຂອງບ້ານຫລວງພັນໄຊ ເມືອງລ່ອງແຈ້ງ ແຂວງໄຊສົມບູນ.

ເຮືອ​ບິນ​ລຳດັ່ງກ່າວນີ້ ໄດ້ບິນ​ຂຶ້ນ​ຈາກ​ນະຄອນຫລວງ​ວຽງຈັນໃນ​ຕອນ​ບ່າຍໂມງ​ກວ່າໆຂອງ
​ວັນ​ທີ 27 ກໍລະກົດ​ຜ່ານ​ມາເພື່ອ​ເດີນທາງໄປແຂວງ​ຊຽງຂວາງແລະຫົວພັນ ແຕ່ເມື່ອ​ບິນ​ໄປ​
ໄດ້​ໄລຍະໜຶ່ງ​ແລ້ວສູນ​ຄວບ​ຄຸມ​ການບິນກໍບໍ່ສາມາດ​ຕິດ​ຕໍ່ກັບ​ເຮືອ​ບິນ​ລຳ​ດັ່ງກ່າວໄດ້. ລາຍ
​ງານ​ຂ່າວ​ບໍ່​ໄດ້​ແຈ້ງ​ໃຫ້​ຊາບ ​ກ່ຽວ​ກັບ​ຊະ​ຕາ​ກຳຂອງ​ພວກ​ຈຸ 4 ຄົນ ​ແລະຜູ້ທີ່​ຮ່ວມ​ໂດຍ​ສານ​
ໄປ​ນຳ 19 ຄົນນັ້ນ ແຕ່ຢ່າງ​ໃດເລີຍ.

ໃນປີກາຍນີ້ ​ເຮືອ​ບິນແອນ​ໂຕນັອບ AN-74 ​ຂອງກອງ​ທັບ​ລາວ ​ທີ່​ສ້າງ​ໂດຍ​ຢູ​ເຄ​ຣນ ​ກໍໄດ້ ປະສົບອຸບັດເຫດຕົກ ​ຊຶ່ງເຮັດໃຫ້ເຈົ້າໜ້າທີ່ຄົນສຳຄັນໆ ຂອງລັດຖະບານ ຮວມທັງລັດ​ຖະ​
ມົນ​ປ້ອງ​ກັນ​ປະ​ເທດ​ແລະ​ລັດ​ຖະ​ມົນ​ຕີ​ປ້ອງກັນຄວາມ​ສະ​ຫງົບພ້ອມ​ທັງ​ເຈົ້າ​ຄອງນະຄອນ ຫຼວງວຽງ​ຈັນ ກໍ​ຮວ​ມ​ຢູ່​ໃນ​ຈຳ​ນວນ​ພວກ​ທີ່​ເສຍ​ຊີ​ວິດ​ຢ່າງ​ໜ້ອຍ 17 ຄົນ ເວ​ລາ​ເຮືອ​ບິນ​ລຳ
​ດັ່ງ​ກ່າວ​ກຳ​ລັງ​ຈະ​ລົງ​ຈອດ ​ທີ່​ສະ​ນ​າມ​ບິນ​ຊຽງ​ຂວາງ.

XS
SM
MD
LG