ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ແຮງງານລາວ ທີ່ກັບຄືນມາລາວຈາກໄທ ຍັງສືບຕໍ່ເປັນສາເຫດ ເຮັດໃຫ້ໂຄວິດ-19 ລະບາດຫຼາຍຂຶ້ນຕໍ່ເນື່ອງ


ສະໜາມກິລາແຫ່ງຊາດ ຫຼັກ 16 ໄດ້ຖືກນຳໃຊ້ເປັນສະຖານທີ່ກັກກັນພວກແຮງງານລາວທີ່ກັບຄືນມາຈາກຕ່າງປະເທດ.
ສະໜາມກິລາແຫ່ງຊາດ ຫຼັກ 16 ໄດ້ຖືກນຳໃຊ້ເປັນສະຖານທີ່ກັກກັນພວກແຮງງານລາວທີ່ກັບຄືນມາຈາກຕ່າງປະເທດ.

ແຮງງານລາວ ທີ່ກັບຄືນມາລາວຈາກໄທ ເປັນສາເຫດເຮັດໃຫ້ການລະບາດຂອງໄວຣັສໂຄວິດ-19 ຍັງດຳເນີນຕໍ່ໄປ ໂດຍບໍ່ມີທ່າທີວ່າຈະຫລຸດລົງ ແຕ່ຢ່າງໃດເລີຍ ໂດຍສະເພາະຢູ່ໃນແຂວງທີ່ມີຊາຍແດນ ຕິດກັບໄທ ລວມທັງ ເຂດນະຄອນຫລວງວຽງຈັນ ຊຶ່ງສະພາບການນີ້ ຈະສົ່ງຜົນກະທົບຢ່າງໜັກ ຕໍ່ ເສດຖະກິດແລະການດໍາລົງຊີວິດຂອງປະຊາຊົນລາວ. ໄຊຈະເລີນສຸກ ມີລາຍ ເລື້ອງນີ້ ຈາກນັກຂ່າວຂອງພວກເຮົາ ມາສະເໜີທ່ານ ໃນອັນດັບຕໍ່ໄປ.

ການຫລັ່ງໄຫລກັບບ້ານຂອງແຮງງານລາວ ຍັງມີການສືບຕໍ່ເລື້ອຍມາໃນແຕ່ລະ ວັນນັບແຕ່ມີການລະບາດຢ່າງໜັກຂອງພະຍາດໂຄວິດ-19 ໃນໄທ ແລະພວກ ກ່ຽວກໍກາຍເປັນກຸ່ມຕົ້ນຕໍທີ່ພາໃຫ້ເກີດລະບາດຢ່າງໜັກສືບຕໍ່ເລື້ອຍມາ ໄດ້ເກືອບ 5 ເດືອນແລ້ວ. ທັງນີ້ກໍເພາະວ່າໃນຈໍານວນແຮງງານລາວທີ່ກັບບ້ານເປັນຮ້ອຍໆ ຄົນ ໃນແຕ່ລະວັນ ສະເລ່ຍແລ້ວປະມານ 20 ຫາ 30 ເປີເຊັນ ຂອງພວກກ່ຽວ ແມ່ນຕິດພະຍາດໂຄວິດ-19 ອີງຕາມທ່ານພັນຄໍາ ພິລາວັນ, ນາຍົກລັດຖະມົນຕີລາວ ສະນັ້ນພວກກ່ຽວ ຍັງສືບຕໍ່ເປັນສາເຫດຕົ້ນຕໍເຮັດໃຫ້ມີການແຜ່ລະບາດ ຢ່າງກວ້າງຂວາງໃນລາວ ຍ້ອນວ່າມີແຮງງານຈໍານວນນຶ່ງແມ່ນບໍ່ປະຕິບັດຕາມ ລະບຽບການສະກັດກັ້ນ ພະຍາດໂຄວິດ-19 ແລ້ວເຮັດໃຫ້ມີການແຜ່ລະບາດ ໃນຊຸມຊົນຊຶ່ງບໍ່ມີທ່າທີວ່າ ຈະຫລຸດລົງໄດ້ ໃນອານາຄົດອັນໃກ້ນີ້ ດັ່ງການສັງ ເກດການຂອງນັກທຸລະກິດ ອະສັງຫາລິມະຊັບທ່ານນຶ່ງ ໃນນະຄອນຫລວງ ວຽງຈັນ ທີ່ໃຫ້ຄໍາເຫັນວ່າ: “ຕອນນີ້ເຮົາຍັງບໍ່ໄດ້ຊະນະໂຄວິດ ການລະບາດຍັງໜັກຢູ່ໄທໜັກ ເຮົາກະໜັກ ນໍາ. ໄທບໍ່ຈົບເຮົາກະບໍ່ຈົບ ເບິ່ງອັດຕາຕິດຢູ່ລາວ ເພາະແຮງງານ ກັບຄືນປະ ເທດນະເຂົ້າສະຖານທີ່ກັກກັນກະໜີອອກໄປ. ບາງຄົນບໍ່ເຂົ້າມາເລີຍສະຖານທີ່ກັກກັນ, ກັກ 28 ມື້ ມັນກະໜີອອກໄປກ່ອນ ເພາະວ່າ ສາຍພັນແດລຕ້າມັນຢ່າງຕໍ່່າ 14 ມື້ 21 ມື້ ລັດຖະບານບໍ່ໝັ້ນໃຈເລີຍ ເພາະຊັ້ນແລ້ວ ອັດຕາຕິດ ເຊື້ອຂອງລາວກໍຍັງຈະໜັກໄປໜ້າຢູ່.”

ສ່ວນຮອງສາດສະດາຈານ ດຣ. ບົວເທບ ພູມິນ, ຮອງຫົວໜ້າກົມປິ່ນປົວ ແລະຟື້ນໜ້າທີ່ການ ຂອງກະຊວງສາທາລະສຸກຂອງລາວ ແລະຫົວໜ້າທີມຄຸ້ມຄອງກໍລະນີຂອງໂຄວິດ-19 ແລະເປັນຜູ້ນໍາສໍາຄັນໃນປິ່ນປົວພະຍາດໂຄວິດໃນລາວກ່າວວ່າ ນັບແຕ່ເດືອນພຶດສະພາເປັນຕົ້ນມາແຮງງານລາວຢູ່ໄທ ໂດຍສະເພາະ ແມ່ນໃນເຂດບາງກອກແລະແຫ່ງອື່ນໆທີ່ມີການປິດເມືອງຫ້າມເປີດກິດຈະການ ໄດ້ຫລັ່ງໄຫລກັບຄືນບ້ານ ເປັນຈໍານວນຫລວງຫລາຍຂຶ້ນ ແລະແບບຕໍ່ເນື່ອງ ຊຶ່ງແຕກຕ່າງຈາກປີກາຍນີ້ ໂດຍທີ່ມາວັນລະຫລາຍຮ້ອຍຄົນ. ພວກກ່ຽວມາໃນ ທັງແບບຖືກຕ້ອງແລະບໍ່ຖືກຕ້ອງຕາມກົດໝາຍ. ພ້ອມກັນນັ້ນ ທ່ານນາງກໍໃຫ້ ຄໍາເຫັນວ່າ ຫລັງຈາກເຂົ້າໄປຢູ່ໃນສູນກັກກັນພະຍາດໂຄວິດແລ້ວ, ນອກຈາກ ການໂຕນໜີອອກຈາກສູນ ຂອງພວກກ່ຽວຈໍານວນນຶ່ງແລ້ວ ແມ່ນແຕ່ເວລາຢູ່ ໃນສູນກັກກັນນັ້ນ ຫຼາຍຄົນກໍຍັງບໍ່ປະຕິບັດຕາມາດຕະການສະກັດກັ້ນໂຄວິດ-19 ເຊັ່ນຮັກສາໄລຍະຫ່າງກັນ 2 ແມັດ ແລະບໍ່ຊຸມແຊວກັນ ຊຶ່ງທ່ານນາງເວົ້າ ສູ່ວີໂອເອຟັງວ່າ: “ຄັນຊິເວົ້າແລ້ວ ເຮົາເວົ້າແບບກົງໄປກົງມາ ອ້າຄົນທີ່ເຂົ້າໄປໃນສູນມັນມີຫລາກຫລາຍ ລາງຄົນກະໜຸ່ມນ້ອຍ, ລາງຄົນກະໄວລຸ້ນ, ລາງຄົນກະຂີ້ດື້ ແມ່ນແຕ່ຢູ່ສູນກາງກະຄືກັນ ເຮົາບອກກັກບໍລິເວນເດີ ກັກຢູ່ແຕ່ຮອດເວລາກິນເຂົ້າໄປນັ່ງຊຸມກັນ ຍາມກິນເຂົ້າລະໄປນັ່ງຊຸມກັນ, ໄປລົມ ໄປຫລິ້ນນໍາກັນ ໄປລົມກັນ ບໍ່ເຮັດຕາມທີ່ເຮົາເວົ້າຫັ້ນມັນກະຍາກຢູ່ໃດ”

ເມື່ອຖາມເຖິງສາເຫດທີ່ພາໃຫ້ມີການລັກໜີອອກຈາກສູນກັກກັນຂອງແຮງງານ ລາວນັ້ນ ປະຊາຊົນທ່ານນີ້ບອກວ່າ ສ່ວນນຶ່ງກໍແມ່ນຄວາມຂາດເຂີນທາງດ້ານ ອາຫານການກິນ.

ສ່ວນປະຊາຊົນອີກຜູ້ນຶ່ງໃນແຂວງບໍລິຄໍາໄຊທີ່ເປັນແຂວງພາກກາງ ມີຊາຍແດນ ຕິດກັນນັ້ນ ບອກວ່າ ສາເຫດທີ່ພາໃຫ້ພວກແຮງງານຢູ່ສູນກັກກັນລັກໜີຈາກສູນ ແມ່ນຫລາຍກວ່ານັ້ນອີກ ແລະສາເຫດຕົ້ນຕໍແມ່ນການຂາດນໍ້າໃຈຮັບຜິດຊອບຕໍ່ ສັງຄົມຂອງແຮງງານລາວທີ່ຢູ່ໃນສູນກັກກັນພະຍາດໂຄວິດ ດັ່ງທີ່ນາງເລົ່າສູ່ຟັງວ່າ: “ອັນນີ້ມັນກະບໍ່ມີຫຍັງ ບາງເທື່ອເຂົາກະຄິດວ່າ ເອີເຂົາບໍ່ເປັນຫຍັງ ເຂົາກະນຶ່ງເບິ່ງຄວາມຮັບຜິດຊອບຂອງເຂົາເຈົ້າເນາະ ນໍ້າໃຈຕໍ່ສັງຄົມບໍ່ມີຄວາມຮັບຜິດຊອບຕໍ່ສັງຄົມເຂົາຍັງຕໍ່າ ເຂົາຄິດວ່າ ເຂົາປອດໄພແລ້ວ ກະຄິດຢາກອອກຈັ່ງຊີ້ນະ, ສອງ ມັນກະຂຶ້ນກັບນະໂຍບາຍເບິ່ງແຍງຢູ່ຫັ້ນແນ່ ເປັນປັດໄຈນຶ່ງ ທີ່ບໍ່ຢາກໃຫ້ເຂົາຢູ່ຫັ້ນນະ. ມັນຫຍຸ້ງຍາກການກິນເຂົ້າ ການກິນນໍ້າ, ການໄປມາ ເຂົາບໍ່ຢາກຢູ່ຄົງທີ່ ມັນກະຫລາຍປັດໄຈຫັ້ນແຫລະ ເຮັດໃຫ້ເຂົາຈຶ່ງໂຕນອອກມາ ແລະສິ່ງສໍາຄັນແມ່ນເຂົາບໍ່ມີຄວາມຮັບຜິດຊອບ”

ນັບແຕ່ເດືອນພຶດສະພາ 2021 ເປັນຕົ້ນມາ ຈໍານວນຄົນທີ່ຕິດໄວຣັສໂຄວິດ-19 ໃນລາວ ໄດ້ເພີ້ມຂຶ້ນຢ່າງວ່ອງໄວ ຊຶ່ງບາງວັນກໍມີຜູ້ຕິດເຊື້ອໃໝ່ຫລາຍເຖິງ 900 ກວ່າຄົນ. ມາຮອດວັນທີ 10 ກັນຍາຜ່ານມາ ມີຜູ້ຕິດເຊື້ອພະຍາດນີ້ 223,970 ກວ່າຄົນ ຊຶ່ງມີຜູ້ຕິດເຊື້ອໃໝ່ ໃນວັນນີ້ 194 ຄົນ ເພີ້ມຂຶ້ນຢ່າງຫລວງຫລາຍເມື່ອທຽບໃສ່ຕົ້ນປີນີ້ ທີ່ມີຄົນຕິດເຊື້ອທັງໝົດບໍ່ຮອດ 50 ຄົນ ໃນທົ່ວປະເທດ.

ສ່ວນການສັກຢາວັກຊີນນັ້ນ, ມາຮອດວັນທີ 9 ກັນຍາ ຜ່ານມານີ້ 34.70 ເປີ ເຊັນຂອງປະຊາຊົນລາວ ແມ່ນໄດ້ຮັບການສັກຢາວັກຊີນກັນໂຄວິດ-19 ຢ່າງ ໜ້ອຍ 1 ເຂັມ ຊຶ່ງໃນນັ້ນມີ 24.97 ເປີເຊັນແມ່ນໄດ້ສັກຢາຄົບຖ້ວນແລ້ວ, ອີງ ຕາມຂໍ້ມູນໃນເວັບໄຊທ໌ Our World in Data ຂອງມະຫາວິທະຍາໄລ ແຄມ-ບຣີສຈ໌ (Cambridge) ໃນອັງກິດ.

ສະຫລຸບແລ້ວ ການບໍ່ປະຕິບັດຕາມລະບຽບການ ຂອງລັດຖະບານໃນການໄປຢູ່ ສູນກັກພະຍາດ ສໍາລັບແຮງງານລາວ ທີ່ກັບຈາກໄທ ແລະການຂາດຄວາມເອົາ ໃຈໃສ່ປະຕິບັດມາດຕະການຢູ່ຫ່າງກັນ ແລະອື່ນໆ ຍັງສືບຕໍ່ເປັນບັນຫາເຮັດໃຫ້ ມີການແຜ່ລະບາດຂອງພະຍາດໂຄວິດ-19 ໃນຊຸມຊົນລາວແລະຍັງບໍ່ມີທ່າທີວ່າ ຈະຫລຸດລົງ ໃນອະນາຄົດອັນໃກ້ນີ້ເລີຍ.

ເຊີນຊົມວີດີໂອກ່ຽວກັບລາຍງານນີ້:

XS
SM
MD
LG