ໃນຂະນະທີ່ຊາວອາເມຣິກາ ໃນທົ່ວ 50 ລັດຂອງເມາຣິກາ ພາກັນຫລັ່ງໄຫລໄປຍັງ
ສະຖານທີ່ປ່ອນບັດໃນທ້ອງຖິ່ນຂອງເຂົາເຈົ້າເພື່ອເລືອກເອົາສະມາຊິກມາປະຈຳທີ່
ນັ່ງໃນລັດຖະສະພາຂອງສະຫະລັດຢູ່ນັ້ນ ລາຍການພິເສດຂອງວີໂອເອພາກພາສາ
ລາວໃນແລງມື້ນີ້ ຈະນໍາເອົາເລື້ອງລາວ ທີ່ໄດ້ມາຈາກການສຳພາດກັບພີ່ນ້ອງຊາວ
ລາວສັນຊາດອາເມຣິກາ ຊຶ່ງເປັນທັງຜູ້ລົງສະໝັກເລືອກຕັ້ງກາງສະໄໝ ແລະເປັນ
ຜູ້ປ່ອນບັດໃນການເລືອກຕັ້ງຄັ້ງນີ້ ມາເລົ່າທ່ານຜູ້ຟັງ. ສ່ວນວ່າ ທັດສະນະຂອງຜູ້ກ່ຽວ
ທີ່ເວົ້າກ່ຽວກັບການເລືອກຕັ້ງຄັ້ງນີ້ ຈະເປັນຈັ່ງໃດນັ້ນ ຂໍເຊີນທ່ານພົບກັບບົວສະ
ຫວັນໄດ້ເລີຍ.
ສະບາຍດີທ່ານຜູ້ຟັງທີ່ເຄົາລົບ ໃນວັນອັງຄານມື້ນີ້ ພາຍໃຕ້ອາກາດອັນເຢືອກເຢັນຂອງ
ລະດູໃບໄມ້ຫລົ່ນຢູ່ໃນສະຫະລັດນີ້ ພວກມີສິດປ່ອນບັດເລືອກຕັ້ງຢູ່ທົ່ວ 50 ລັດຂອງ
ອາເມຣິກາ ກຳລັງພາກັນຫລັ່ງໄຫລໄປປ່ອນບັດເພື່ອເລືອກເອົາສະມາຊິກມາປະຈຳ
ບ່ອນນັ່ງທັງໝົດ 435 ບ່ອນໃນສະພາຕ່ຳ ແລະເອົາສະມາຊິກມາປະຈຳບ່ອນນັ່ງ 35
ບ່ອນ ໃນສະພາສູງທີ່ມີທັງໝົດ 100 ບ່ອນ ພ້ອມກັບຜູ້ປົກຄອງລັດ ໃນ 36 ລັດ ແລະ
ການເລືອກຕັ້ງທ້ອງຖິ່ນ.
ຫລາຍໆ ທ່ານໃນປະຊາຄົມລາວ-ອາເມຣິກັນ ກໍຄ້າຍໆກັບປະຊາຊົນອາເມຣິກັນໂດຍ
ທົ່ວໄປ ບາງຄົນກໍພາກັນຮີບຮ້ອນໄປລຽນແຖວເພື່ອປ່ອນບັດເລືອກຕັ້ງກາງສະໄໝທີ່ມີ
ຂຶ້ນທຸກໆສອງປີນີ້ ແລະບາງຄົນນອກຈາກຈະຖືເອົາໂອກາດນີ້ ໄປໃຊ້ສິດ ໃຊ້ສຽງໃນ
ນາມວ່າ ເປັນພົນລະເມືອງອາເມຣິກັນດ້ວຍການໄປປ່ອນບັດເລືອກຕັ້ງແລ້ວ ຍັງໄດ້ລົງ
ສະໝັກເລືອກຕັ້ງ ເປັນສະມາຊິກສະພາສູງປະຈຳລັດ ດັ່ງທ່ານນາງ ທີນາ ມະຫາລາດ
ຄົນເກັ່ງ ແລະກ້າຫານຄົນນີິ້ ທີ່ໄດ້ລົງສະໝັກເລືອກຕັ້ງ ເປັນສະມາຊິກສະພາສູງປະຈຳ
ລັດໂອຮາຍໂອ ເຂດເມືອງທີ 3. ທ່ານນາງ ເປັນຄົນອາເມຣິກັນເຊື້ອສາຍລາວຄົນທຳອິດ
ທີ່ໄດ້ກ້າວຂຶ້ນໄປ ເຂົ້າຮ່ວມໃນວົງການ ການເມືອງຂອງສະຫະລັດ ແຂ່ງຂັນກັບຊາວອາ
ເມຣິກັນ ທີ່ມາຈາກທຸກເຊື້ອສາຍ ແລະທຸກວັດທະນາທຳ-ສັງຄົມ.
ເນື່ອງຈາກມີພື້ນຖານເປັນຄົນມາຈາກກຸ່ມຊົນເຜົ່າສ່ວນນ້ອຍ ແລະມີອະດີດທີ່ປະສົບບັນ
ຫາທາງການເງິນ ພ້ອມກັບຄວາມຫຍຸ້ງຍາກດ້ານອື່ນໆ, ທ່ານນາງບອກວ່າ ທ່ານນາງບໍ່
ໄດ້ຮັບການຮັບຮອງ ຫລືສະໜັບ ສະໜຸນຈາກພັກທີ່ທ່ານສັງກັດຢູ່ຊຶ່ງກໍຄືພັກເດໂມແຄຣັດ ແຕ່ທ່ານນາງກໍບໍ່ໄດ້ຫວັ່ນໄຫວ. ພາຍຫລັງ ໄດ້ຊະນະການເລືອກຕັ້ງຂັ້ນຕົ້ນແລ້ວ ທ່ານ
ນາງ ທີນາ ຜູ້ມີຈິດໃຈ ຮັກປະຊາຊົນບັນດາເຜົ່າ ກໍເດີນໜ້າ ລົງສະໝັກເລືອກຕັ້ງແຂ່ງຂັນ
ເອົາຕຳແໜ່ງ ເປັນສະມາຊິກສະພາສູງໃນລັດໂອຮາຍໂອດັ່ງກ່າວ ທີ່ເປັນຜູ້ຍິງອາເມຣິກັນ
ຜີວຂາວ ສັງກັດພັກຣີພັບບິກັນ. ທ່ານນາງກ່າວສູ່ຟັງເຖິງການຕັດສິນໃຈອັນແນວແນ່ຂອງ
ທ່ານດັ່ງນີ້:
“I still have high hope. This is gonna be my great career. I’ll always going serve the community regardless what happen to the election results. I don’t think some politicians see like that. They might think that I just step out to spot light, but in reality I am going to always continue to advocate for issues impacting our community whether it be at local level or at federal level. After the election I still gonna continue to make sure that we all get the rights that we deserve.”
“ຂ້ອຍຍັງມີຄວາມຫວັງສູງ. ມັນຈະເປັນອາຊີບທີ່ດີສຳລັບຂ້ອຍ. ຂ້ອຍຈະຮັບໃຊ້ປະຊາ
ຄົມຕະຫລອດໄປໂດຍບໍ່ກ່ຽວຂ້ອງວ່າຜົນຂອງການເລືອກຕັ້ງຈະອອກມາເປັນແນວໃດ.
ຂ້ອຍບໍ່ຄິດດອກວ່າ ພວກນັກການເມືອງຈະເຫັນຄືກັນເຊັ່ນນັ້ນ. ພວກເຂົາເຈົ້າອາດຈະ
ຄິດວ່າ ຂ້ອຍພຽງຢາກຈະອອກມາເຮັດໃຫ້ຕົນເອງໂດ່ງດັງເທົ່ານັ້ນ, ແຕ່ວ່າ ໃນຕົວຈິງ
ແລ້ວ ຂ້ອຍຈະສືບຕໍ່ຫາທາງແກ້ໄຂບັນຫາທີ່ມີຜົນກະທົບຕໍ່ປະຊາຄົມຂອງພວກເຮົາ
ບໍ່ວ່າມັນຈະຢູ່ໃນລະດັບທ້ອງຖິ່ນ ຫລືຈະຢູ່ໃນລະດັບລັດຖະບານກາງ. ພາຍຫລັງການ
ເລືອກຕັ້ງຄັ້ງນີ້ແລ້ວ ຂ້ອຍຈະສືບຕໍ່ເຮັດວຽກງານເພື່ອຮັບປະກັນວ່າ ພວກເຮົາໄດ້ຮັບ
ສິດທີ່ພວກເຮົາສົມຄວນໄດ້ຮັບ.”
ເຫດຜົນທີ່ທ່ານນາງຕັດສິນໃຈສູ້ຊົນ ບໍ່ຍອມຖອຍແບບນັ້ນ ກໍຍ້ອນທ່ານນາງຄິດວ່າ ການ
ທີ່ມາຈາກຄອບຄົວອົບພະຍົບແລະທຸກຍາກໃນສະຫະລັດ ແລະການເປັນແມ່ທີ່ສູ້ຊົນລ້ຽງ
ດູລູກນ້ອຍດ້ວຍໂຕເອງຄົນດຽວ ໃນຂະນະທີ່ເປັນນັກສຶກສາ ປະລິນຍາໂທ ແລະເຮັດ
ວຽກເປັນນັກວິໄຈດ້ານການເງິນໃນທະນາຄານແຫ່ງນຶ່ງ, ທ່ານນາງ ເຊື່ອວ່າ ຕົນເອງສາ
ມາດເປັນຜູ້ແທນ ຫລື ຕາງໜ້າໃຫ້ແກ່ປະຊາຊົນຫລາຍໆ ຄົນໃນທ້ອງຖິ່ນຂອງທ່ານນາງ
ໄດ້ເປັນຢ່າງດີ. ສະນັ້ນ ທ່ານນາງ ມີຄວາມໝັ້ນໃຈວ່າ ຕົນໜ້າຈະໄດ້ຮັບການສະໜັບສະ
ໜຸນຈາກປະຊາຊົນນັ້ນເຂດນັ້ນຫລາຍ ຊຶ່ງທ່ານນາງເວົ້າສູ່ຟັງໃນວັນສຸກທີ່ຜ່ານມາວ່າ
"The message I try to relay to them was ‘I am the face of the district. Everything I went through in life is similar to what my constituents I have been through or currently are going through now. ...."
"ຖ້ອຍຄຳທີ່ຂ້ອຍຢາກສົ່ງໄປໃຫ້ພວກເຂົາເຈົ້າກໍຄື ‘ຂ້ອຍຄືໜ້າຕາຂອງເຂດເມືອງນີ້’.
ທຸກສິ່ງທຸກຢ່າງ ທີ່ຂ້ອຍໄດ້ຜ່ານຜ່າມາໃນຊີວິດ ມັນຄ້າຍໆກັນກັບ ສິ່ງທີ່ ສະມາຊິກໃນ
ເຂດເລືອກຕັ້ງຂອງຂ້ອຍໄດ້ຜ່ານຜ່າມາ ຫລືບໍ່ກໍກຳລັງຜ່ານຜ່າຢູ່ໃນປັດຈຸບັນນີ້. ແຕ່ວ່າ
ພວກເຂົາເຈົາຢາກໄດ້ຮູບຂອງນັກການເມືອງທີ່ມີພາບພົດ ທີ່ສົມບູນແບບ ຊຶ່ງພາບ
ແບບນັ້ນ ກໍຈະມີແຕ່ຄົນຜີວຂາວເທົ່ານັ້ນ. ພວກເຂົາເຈົ້າພະຍາຍາມ ທີ່ຈະເອົາຜູ້ຊາຍ
ຜີວຂາວມາລົງແຂ່ງກັບຂ້ອນ ແຕ່ວ່າ ລາວບໍ່ມີປະຊາຊົນ ໃນເຂດເລືອກຕັ້ງຂອງເພິ່ນ
ທີ່ໄປປ່ອນບັດເລືອກເອົາລາວຢ່າງພຽງພໍ ແລະຈາກນັ້ນ ພວກເຂົາເຈົ້າກໍເອົາແມ່ຍິງຜີວ
ຂາວ ມາລົງແຂ່ງຂັນກັບຂ້ອຍ ແຕ່ວ່າ ລາວກໍເສຍໄຊຢ່າງໃຫຍ່. ຂ້ອຍໄດ້ຄະແນນ
ປະມານ 30 ຄະແນນລື່ນລາວ. ແລເດຽວນີ້ ຂ້ອຍກຳລັງສະໝັກລົງແຂ່ງຂັນກັບຄົນຜີວ
ຂາວອີກຄົນນຶ່ງ. ສະນັ້ນ ມັນຈະເປັນໜ້າສົນໃຈຫລາຍ ວ່າຈະມີຫຍັງເກີດຂຶ້ນໃນວັນອັງ
ຄານນີ້.”
ອີງຕາມດັດສະນີບົ່ງບອກຄວາມນິຍົມຂອງຄົນໃນທ້ອງຖິ່ນຂອງທ່ານນາງແລ້ວ ທ່ານນາງ
ທີນາເວົ້າວ່າ
“My district specifically leaning more toward more democrats so I’m 4 points ahead but so far based on early vote results more republican turnouts than democrats. So, it is still up on the air.”
“ສະເພາະ ເຂດເລືອກຕັ້ງໃນເມືອງຂອງຂ້ອຍ ແມ່ນອຽງໄປຫາທາງພັກເດໂມແຄຣັດ ຫລາຍກວ່າ ສະນັ້ນ ຂ້ອຍມີຄະແນນລື່ນ ຄູ່ແຂ່ງຂອງຂ້ອຍຢູ່ 4 ຄະແນນ ແຕ່ວ່າ ອີງ
ຕາມຜົນຂອງການປ່ອນບັດກ່ອນການເລືອກຕັ້ງນັ້ນ ມີຄົນສັງກັດພັກຣີພັບບລິກັນໄປ
ປ່ອນບັດຫລາຍກວ່າ ພວກສັງກັດພັກເດໂມແຄຣັດ. ແຕ່ວ່າ ແນວໃດກໍຕາມ ຜົນຂອງ
ການເລືອກຕັ້ງຈະອອກມາແນວໃດແທ້ ຍັງບໍ່ມີໃຜຮູ້ເທື່ອ.”
ຜົນການເລືອກຕັ້ງກາງສະໄໝຄັ້ງນີ້ຈະເປັນແນວໃດ ແລະທ່ານາງ ທີນາມະຫາລາດ, ແມ່
ຍິງລາວຄົນເກັ່ງ ລູກຫລານລາວ-ອາເມຣິກັນ ຜູ້ມີວິໃສທັດອັນກວ້າງໄກ ແລະຈິດໃຈອັນ
ໜັກແໜ້ນຄົນນີ້ ຈະໄດ້ຮັບໄຊຊະນະ ໃນການເລືອກຕັ້ງຄັ້ງນີ້ ຫລືບໍ່ນັ້ນ ຂໍໃຫ້ບັນດາທ່ານ
ຕິດຕາມຮັບຟັງນຳກັນຕໍ່ໄປເນາະ. ໃນແລງວັນພຸດ, ມື້ອື່ນນີ້ ທາງວິທະຍຸວີໂອເອຂອງ
ພວກເຮົາໄດ້ນໍາເອົາຜົນຂອງການເລືກຕັ້ງນີ້ ມາເວົ້າສູ່ທ່ານຟັງອີກ. ພ້ອມກັນນັ້ນ ຕອນ
ບ່າຍຂອງມື້ນີ້ ຕາມເວລາເຂດຕາເວັນອອກຂອງສະຫະລັດ ທາງທີມງານຂອງພວກເຮົາ
ຈະໄປ ຖ່າຍຖອດສົດການປ່ອນບັດເລືອກຕັ້ງກາງສະໄໝນີ້ ຢູ່ເມືອງ Arlington ແລະ
Annandale, ຂອງລັດເວີຈີເນຍ. ຫວັງວ່າ ບັນດາທ່ານຈະຕິດຕາມຮັບຊົມ ແລະຮັບຟັງ
ດ້ວຍ.