ຜົນການນັບຄະແນນສຽງຄືນ ທີ່ສຳເລັດລົງໃນ 3 ອາທິດ ຫລັງການເລືອກຕັ້ງ
ກາງສະໄໝທີ່ຈັດຂຶ້ນໃນວັນທີ 6 ພະຈິກທີ່ຜ່ານມານັ້ນ ສະແດງໃຫ້ເຫັນວ່າ
ທ່ານນາງ ທີນາ ມະຫາລາດ, ລູກສາວອົບພະຍົບຈາກລາວ, ສັນຊາດອາເມ
ຣິກັນ, ອາຍຸ 27 ປີ ໄດ້ສ້າງປະຫວັດສາດໃຫ້ແກ່ປະຊາຄົມລາວ-ອາເມຣິກັນ
ໃນຂະນະທີ່ກາຍເປັນສະມາຊິກສະພາສູງປະຈຳລັດ ທີ່ໜຸ່ມນ້ອຍທີ່ສຸດ ແລະ
ໄດ້ຊ່ວຍພັກເດໂມແຄຣັດສ້າງປະຫວັດສາດໃນການຍາດເອົາບ່ອນນັ່ງໃນ
ສະພາສູງໃນເຂດເລືອກຕັ້ງທີ 3 ປະຈຳລັດໂອຮາຍໂອ ຈາກພັກຣີພັບບລິກັນ
ທີ່ໄດ້ຄອບຄອງບ່ອນນັ່ງດັ່ງກ່າວ ມາເປັນເວລາດົນນານນັ້ນ. ເລື້ອງລາວຈະ
ເປັນຈັ່ງໃດນັ້ນ ບົວສະຫວັນຈະນຳລາຍລະອຽດ ມາສະເໜີທ່ານໃນອັນດັບຕໍ່ໄປ.
ເມື່ອມີການປະກາດຜົນການນັບຄະແນນຄືນໃນວັນອັງຄານທີ 27 ພະຈິກຜ່ານມາ
ວ່າ ທ່ານນາງ ທີນາ ມະຫາລາດ ໄດ້ຊະນະການເລືອກຕັ້ງກາງສະໄໝ, ນັກການ
ເມືອງໜ້າໃໝ່ຄົນນີ້ແທບບໍ່ຢາກເຊື່ອເລີຍ. ທ່ານນາງເປັນລູກສາວອົບພະຍົບຂອງ
ຄົນລາວທີ່ມາຈາກບ້ານນ້ອຍໆ ແລະທຸກຍາກແຫ່ງນຶ່ງໃນແຂວງສະຫວັນນະເຂດ
ແລະເປັນແມ່ຍິງທີ່ລ້ຽງລູກຊາຍນ້ອຍຄົນດຽວ ທັງບໍ່ໄດ້ຮັບການສະໜັບສະໜຸນຈາກ
ພັກເດໂມແຄຣັດທີ່ທ່ານນາງສັງກັດຢູ່ນັ້ນ. ແຕ່ຜູ້ກ່ຽວໄດ້ຮັບ 703 ຄະແນນສຽງລື່ນ
ທ່ານນາງ ແອນ ກອນຊາເລສ (Anne Gonzale) ຄູ່ແຂ່ງທີ່ເປັນແມ່ຍິງຜິວຂາວ
ໄວ 55 ປີ ທີ່ໄດ້ຮັບການສະໜັບສະໜຸນຈາກພັກຣີພັບບລິກັນ ຢູ່ໃນການເລືອກຕັ້ງ
ໃນເຂດທີ 3 ຂອງລັດໂອຮາຍໂອເພື່ອເປັນສະມາຊິກສະພາສູງປະຈຳລັດດັ່ງກ່າວ.
ໂດຍເກືອບວ່າບໍ່ໄດ້ໂຄສະນາຫາສຽງເລີຍ ເນື່ອງຈາກໄດ້ຮັບເງິນບໍລິຈາກໃນການ
ຫາສຽງພຽງແຕ່ໜ້ອຍດຽວ ໃນຂະນະທີ່ຖືກໂຈມຕີຈາກຄູ່ແຂ່ງທີ່ໃຊ້ເງິນຢ່າງຫລວງ
ຫລາຍເພື່ອໂຄສະນາສຸມໃສ່ເລື້ອງປະຫວັດເບື້ອງຫລັງຂອງທ່ານນາງ, ທີນາ ມະຫາ
ລາດ ແທບບໍ່ຢາກເຊື່ອເລີຍວ່າ ຕົນຈະໄດ້ເປັນສະມາຊິກສະພາສູງປະຈຳລັດທີ່
ໜຸ່ມທີ່ສຸດ. ຕອນທີ່ທ່ານນາງໄດ້ຮັບຂ່າວທາງທາງລະສັບ ແລະຂໍ້ຄວາມທີ່ສົ່ງຜ່ານ
ໂທລະສັບມືຖືນັ້ນ ທ່ານນາງຢູ່ບາງກອກ, ປະເທດໄທ ເພື່ອໄປຢ້ຽມຢາມໜ້າສາວ
ແລະນ້າບ່າວທີ່ໄປຈາກລາວເພື່ອເຮັດວຽກຢູ່ທີ່ນັ້ນ. ທ່ານນາງກ່າວຕໍ່ວີໂອເອຜ່ານ
ທາງໂທລະສັບມືຖືໃນວັນທີ 30 ພະຈິກຜ່ານມາ ໃນຕອນທີ່ທ່ານນາງໄປຢ້ຽມຢາມ
ວຽງຈັນຢູ່ນັ້ນວ່າ
“I felt like my American dream comes true, but it’s hard for me to accept because it was 4:30 a.m….So, I was like half of wake up and half of sleep, and I did not know that it’s real”
“ຂ້ອຍຮູ້ສຶກຄ້າຍກັບວ່າ ຄວາມໄຝ່ຝັນໃນອາເມຣິກາ ຫລື American dream
ຂອງຂ້ອຍໄດ້ກາຍເປັນຈິງ ແຕ່ວ່າມັນກໍເປັນເລື້ອງທີ່ບໍ່ຢາກເຊື່ອເລີຍ, ຕອນນັ້ນ
ແມ່ນ 4:30 ຕອນເຊົ້າ. ຂ້ອຍຮູ້ສຶກເຄິ່ງຫລັບ ເຄິ່ງຕື່ນ ແລະຂ້ອຍບໍ່ຮູ້ວ່າ ມັນເປັນ
ເລື້ອງຈິງອີ່ຫລີ.”
ທ່ານນາງ ເປັນຄົນອາເມຣິກັນ ເຊື້ອສາຍລາວຄົນທຳອິດ ທີ່ໄດ້ກ້າວຂຶ້ນໄປ ເຂົ້າຮ່ວມ
ໃນວົງການ ການເມືອງຂອງສະຫະລັດ ແຂ່ງຂັນກັບຊາວອາເມຣິກັນ ທີ່ມາຈາກທຸກ
ເຊື້ອສາຍ ແລະທຸກວັດທະນາທຳ ສັງຄົມ. ເນື່ອງຈາກມີພື້ນຖານເປັນຄົນມາຈາກກຸ່ມ
ຊົນເຜົ່າສ່ວນນ້ອຍ ແລະມີອະດີດທີ່ປະສົບບັນຫາທາງການເງິນ ພ້ອມທັງຄວາມຫຍຸ້ງ
ຍາກດ້ານອື່ນໆ. ໃນວັນເລືອກຕັ້ງໃນວັນທີ 6 ພະຈິກນນັ້ນ ທ່ານນາງໄດ້ຮັບຄະແນນ
ໜ້ອຍກວ່າ ຄູ່ແຂ່ງທີ່ມາຈາກພັກຣີພັບບລິກັນຢູ່ປະມານ 300 ຄະແນນ. ແຕ່ການນັບ
ຄະແນນຄືນທີ່ສິ້ນສຸດລົງໃນ 3 ອາທິດ ຫລັງຈາກວັນປ່ອນບັດເລືອກຕັ້ງນັ້ນສະແດງ
ໃຫ້ເຫັນວ່າ ທ່ານນາງໄດ້ໄຊຊະນະ ຍ້ອນໄດ້ຮັບຄະແນນສຽງສ່ວນຫລາຍມາຈາກບັດ
ລົງຄະແນນທີ່ສົ່ງທາງໄປສະນີ ແລະການປ່ອນບັດກ່ອນວັນເລືອກຕັ້ງ. ໄຊະນະນີ້ ບໍ່
ພຽງແຕ່ເຮັດໃຫ້ທ່ານນາງທີນາ ກາຍເປັນຄົນອາເມຣິກັນ ເຊື້ອສາຍລາວລຸ່ມຄົນທຳ
ອິດທີ່ຖືກເລືອກເປັນສະມາຊິກສະພາສູງປະຈຳລັດ, ທ່ານນາງຍັງກາຍເປັນສະມາຊິກ
ສະພາສູງປະຈຳລັດໂອຮາຍໂອ ຄົນທຳອິດ ທີ່ມີເຊື້ອສາຍເອເຊຍ.
ໃນນາມວ່າເປັນຜູ້ຕາງໜ້າໃຫ້ແກ່ຄົນລາວ ແລະຄົນເອເຊຍສັນຊາດອາເມຣິກັນ, ທ່ານ
ນາງໄດ້ຝາກຂໍ້ຄວາມຜ່ານທາງວີໂອເອວ່າ
If you want to have a seat at the table you must have your voice spoken. Without a spoken voice no one is going to stand up and do it. So, my circumstance is me. I want to sit at the table. I want to be the spoken voice of unspoken.
ຖ້າຫາກທ່ານຢາກມີບ່ອນນັ່ງຢູ່ໂຕະ ທ່ານຈະຕ້ອງອອກປາກອອກສຽງໃຫ້ຜູ້ອື່ນໄດ້ຍິນ.
ຖ້າບໍ່ມີການປາກການເວົ້າແລ້ວ ບໍ່ມີໃຜທີ່ຈະມາສົນໃຈເວົ້າທ່ານ. ສະນັ້ນ ໃນກໍລະນີ
ຂອງຂ້ອຍກໍແມ່ນຂ້ອຍເອງທີ່ຈະເປັນຜູ້ອອກປາກ ອອກສຽງ, ຂ້ອຍຢາກໄປນັ່ງຢູ່ໂຕະ
ຮ່ວມກັບຄົນອື່ນ. ຂ້ອຍຢາກຈະເປັນປາກ ເປັນສຽງໃຫ້ແກ່ພວກທີ່ບໍ່ໄດ້ໃຊ້ການປາກ
ການເວົ້າ, ໃຊ້ສິດ ໃຊ້ສຽງເພື່ອປົກປ້ອງຜົນປະໂຫຍດຂອງຕົນ.”
ໃນຕອນນີ້ ທ່ານນາງທີນາ ຍັງຢູ່ຢ້ຽມຢາມພີ່ນ້ອງພ້ອມທັງແມ່ຕູ້ຂອງທ່ານນາງຢູ່ວຽງຈັນ
ແລະຫລັງຈາກນັ້ນ ຈຶ່ງຈະໄປເຮັດວຽກຢູ່ມະນີລາ, ຟີລິບປິນ, ໃຫ້ແກ່ບໍລິສັດ JP Morgan
ກ່ອນຈະລາອອກຈາກບໍລິສັດດັ່ງກ່າວ ເວລາກັບຄືນມາຍັງສະຫະລັດເພື່ອເລີ້ມວຽກຢູ່
ຫ້ອງການໃໝ່ ຢູ່ໃນຕຶກສະພາປະຈຳລັດໂອຮາຍໂອໃນທ້າຍເດືອນນີ້.
ສ່ວນບັນຫາທີ່ທ່ານນາງຢາກສຸມຈິດໃຈແກ້ໄຂໃຫ້ປະຊາຊົນໃນເຂດທີ່ທ່ານນາງອາໄສຢູ່
ນັ້ນ ກໍຄື ການປະຕິຮູບລະບົບຄວາມຍຸຕິທຳ, ບັນຫາການຮັກສາ ດູແລສຸຂະພາບ ເຊັ່ນ
ລະບົບ Medicaid ຊຶ່ງເປັນລະບົບການຊ່ວຍເຫລືອຂອງລັດຖະບານຕໍ່ຄົນຊະລາ ຫລື
ກະສຽນແລ້ວ, ການສົ່ງເສີມບົດບາດ ແລະປົກປ້ອງແມ່ຍິງ, ແລະສິດສະເໝີພາບຂອງ
ປະຊາຊົນບັນດາເຜົ່າ ແລະຂອງພວກຮັກຮ່ວມເພດ ຊຶ່ງເປັນບັນຫາ ຫລັກທີ່ນັກການ
ເມືອງໃນພັກເດໂມແຄຣັດທົ່ວໄປມັກໃຫ້ຄວາມສົນໃຈ ແລະເອົາມາເວົ້າໃນ ການໂຄ
ສະນາຫາສຽງຕ່າງໆ.
ອ່ານບົດສະຫລຸບຫຍໍ້ກ່ຽວກັບເລື້ອງນີ້ ເປັນພາສາອັງກິດ
Tina Maharath, the first Low-land-Lao-American Democratic candidate, was declared on November 27, 2018 the winner of the razor close central Ohio senate seat, over Representative Anne Gonzales, a white Republican woman who trailed her by 703 votes after the Franklin County Board of Elections completed its official tally. Speaking over the phone from Vientiane, while visiting her late mother’s families, she said that “I felt like my American dream comes true, but it’s hard for me to accept because it was 4:30 a.m.….So, I was like half of wake up and half of sleep, and I did not know that it’s real”. Her victory not only enable her to become the first state senator from Lao community, but also the first Asian- American Senator in Ohio. Despite the fact that she did not receive the support/endorsement from Democrats in her state, she helped her party to flip the state senate seat in the 3rd Congressional District from long-time Republican to Democratic.
ເບິ່ງຄວາມເຫັນ (48)
ໂຫລດຄວາມເຫັນ ຕື່ມອີກ