ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໖ ເມສາ ໒໐໒໔

ແມ່ຄ້າລາວ ສູ້ຊົນຂາຍເຄື່ອງຢູ່ເຄື່ອງກິນ ໃນພາວະເສດຖະກິດຖົດຖອຍ ແລະພາວະເງິນເຟີ້


ແມ່ຄ້າຍູ້ລໍ້ເລາະຂາຍເຄື່ອງກິນໄປຕາມບ້ານຄົນໃນເຂດເມືອງຈັນທະບູລີ ມາໄດ້ສາມສິບປາຍປີແລ້ວ
ແມ່ຄ້າຍູ້ລໍ້ເລາະຂາຍເຄື່ອງກິນໄປຕາມບ້ານຄົນໃນເຂດເມືອງຈັນທະບູລີ ມາໄດ້ສາມສິບປາຍປີແລ້ວ

ໃນໄລຍະມີການປິດປະເທດໃນທົ່ວໂລກ ຍ້ອນການລະບາດຂອງພະຍາດໂຄວິດ-19 ນັບຕັ້ງແຕ່ປີ 2019 ເປັນຕົ້ນມາ ສປປ ລາວ ເປັນປະເທດນຶ່ງທີ່ໄດ້ ຮັບຜົນກະທົບຢ່າງໜັກໜ່ວງ ເພາະວ່າ ໃນຊ່ວງກ່ອນການລະບາດຂອງພະ ຍາດ ລາວ ໄດ້ຕິດອັນດັບຕົ້ນໆ ຂອງປະເທດທີ່ໜ້າໄປທ່ອງທ່ຽວ ໂດຍວາລະ ສານການທ່ອງທ່ຽວສາມປີລຽນຕິດ ດັ່ງນັ້ນຈຶ່ງຂາດລາຍໄດ້ຈາກນັກທ່ອງທ່ຽວຕ່າງປະເທດ.

ນອກຈາກນັ້ນ ນັກທ່ອງທ່ຽວຈີນແລະນັກລົງທຶນຈີນ ຜູ້ທີ່ເຂົ້າມາລົງທຶນຫຼາຍທີ່ສຸດອັນດັບນຶ່ງໃນລາວ ກໍໄດ້ພາກັນປິດຮ້ານຄ້າກັບຄືນປະເທດຂອງຕົນຫຼາຍລາຍ ຈຶ່ງສົ່ງຜົນເຮັດໃຫ້ເຈົ້າຂອງຕຶກອາຄານຕ່າງໆທີ່ເຄີຍໄດ້ຄ່າເຊົ້າຈາກພວກນັກຄ້າຂາຍຊາວຈີນ ຈຶ່ງຕ້ອງໄດ້ຕິດປ້າຍໃຫ້ເ​ຊົ່າ ແມ່ນກະທັງ ຕິດປ້າຍຂາຍສະຖານທີ່ ຊຶ່ງເຫັນໄດ້ໃນເມືອງຕ່າງໆໃນເຂດນະຄອນຫຼວງ.

ຮ້ານຄ້າຂອງຊາວຈີນແຫ່ງນຶ່ງ ໃນເຂດເມືອງຈັນທະບູລີ ແລະແຫ່ງອື່ນໆ ໄດ້ປິດກິດຈະການ ຍ້ອນສະພາບການລະບາດຂອງໂຄວິດ ແລະເສດຖະກິດຖົດຖອຍ ພ້ອມທັງພາວະເງິນເຟີ້.
ຮ້ານຄ້າຂອງຊາວຈີນແຫ່ງນຶ່ງ ໃນເຂດເມືອງຈັນທະບູລີ ແລະແຫ່ງອື່ນໆ ໄດ້ປິດກິດຈະການ ຍ້ອນສະພາບການລະບາດຂອງໂຄວິດ ແລະເສດຖະກິດຖົດຖອຍ ພ້ອມທັງພາວະເງິນເຟີ້.

ສ່ວນແມ່ຄ້າຂາຍເຄື່ອງໃນທ້ອງຖິ່ນຫຼາຍຄົນກໍຕ້ອງໄດ້ປິດຮ້ານໄປຕາມໆກັນ ຕ່າງຈາກແມ່ຄ້າຜູ້ນຶ່ງທີ່ຍູ້ລໍ້ເລາະໄປຂາຍເຄື່ອງກິນຕາມບ້ານຄົນ ໃນບໍລິເວນເມືອງຈັນທະບູລີ ແມ່ຄ້າຄົນນີ້ຊື່ວ່າ ນາງເຕ້ຍ ຈາກບ້ານທ່າງ່ອນ ເພິ່ນມີອາຊີບນີ້ ມາໄດ້ສາມສິບປາຍປີແລ້ວ ລາວເລາະໄປຂາຍຢູ່ເຂດຕ່າງໆ ຊຶ່ງລາວບອກວ່າ:

ນາງເຕ້ຍ ກ່າວວ່າສະພາບເສດຖະກິດໃນລາວ ທີ່ບໍ່ຄ່ອຍດີ ເຮັດໃຫ້ຂາຍເຄື່ອງຍາກລຳບາກ ແຕ່ກໍຕ້ອງໄດ້ເຮັດອາຊີບນີ້ຕໍ່ໄປ ເພາະບໍ່ມີອາຊີບອື່ນທີ່ຈະເຮັດໄດ້.

XS
SM
MD
LG