ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ແມ່ຄ້າຂາຍສິ້ນ ເສື້ອ ແລະ ແພໄໝ ຢູ່ໃນນະຄອນວຽງຈັນ ຫວັງວ່າ ທຸລະກິດຈະດີຂຶ້ນ ໃນປີນີ້


ຮ້ານຂາຍເຄື່ອງ ສິ້ນແລະແພບ່ຽງໄໝ ຢູ່ໃນນະຄອນຫຼວງວຽງຈັນ ສປປ ລາວ
ຮ້ານຂາຍເຄື່ອງ ສິ້ນແລະແພບ່ຽງໄໝ ຢູ່ໃນນະຄອນຫຼວງວຽງຈັນ ສປປ ລາວ

ໃນຂະນະທີ່ລາວ ປະເຊີນກັບໄພເງິນເຟີ້ ເນື່ອງຈາກພະຍາດໂຄວິດ ພ້ອມທັງສົງຄາມຂອງຣັດເຊຍໃນຢູເຄຣນ ໄດ້ເຮັດໃຫ້ເກີດບັນຫາການຂາດແຄນນ້ຳມັນ ແລະລາຄາເຄື່ອງຢູ່ເຄື່ອງກິນ ເພີ້ມສູງຂຶ້ນນັບມື້ ໃນທົ່ວ ສປປ ລາວ ມາໄດ້ເກືອບສອງປີ ສະພາບການນີ້ ໄດ້ສົ່ງຜົນໃຫ້ຮ້ານຄ້າ ໂຮງແຮມ ສະຖານບັນ ເທີງ ແມ່ນແຕ່ຮ້ານອາຫານ ກໍຕ້ອງໄດ້ປິດກິດຈະການໄວ້ເສຍກ່ອນ ສ່ວນເຈົ້າຂອງຮ້ານຂ້າຍເຄື່ອງປະເພດສິ້ນໄໝຂອງລາວ ຢູ່ໃນຕະຫຼາດເຊົ້າແຫ່ງນຶ່ງ ໄດ້ກ່າວຕໍ່ວີໂອເອວ່າ:

“ຕອນນີ້ ເສດຖະກິດບ້ານເຮົາກະຄ່ອຍໆຖູໄຖໄປ ກະເລີ້ມຈະໄດ້ຂາຍດີໜ້ອຍນຶ່ງ ຜ່ານມາໂຄວິດຫັ້ນແມ່ນເສດຖະກິດຢູ່ໂຕ ເຄື່ອງກະບໍ່ໄດ້ຂາຍ ດຽວນີ້ເພິ່ນເປີດປະເທດ ກະເລີ້ມໄດ້ຂ່າຍເລັກໆນ້ອຍໆ ແຕ່ວ່າກະຍັງມາຄາເສດຖະກິດເງິນເຟີ້ບ້ານເຮົານີ້ນຳແນ່ ຊາວຄ້າຂາຍກະຫຍຸ້ງຍາກໜ້ອຍນຶ່ງ ດຽວນີ້ກະພໍໄດ້ຂາຍ ລູກຄ້າຕ່າງປະເທດເຂົ້າມາກະໄດ້ໜ້ອຍນຶ່ງ ລະກະສ່ວນຫຼາຍຄົນບ້ານເຮົານີ້ແຫຼະ ໝຸນໃຊ້ໝຸນຈ່າຍກັນ.”

ທ່ານນາງກ່າວອີກວ່າ ລັດຖະບານຊ່ອຍໜ້ອຍນຶ່ງ ໃນລະຫວ່າງມີການລະບາດຂອງພະຍາດໂຄວິດ ໂດຍການງົດເກັບພາສີ ໄລຍະຫົກເດືອນ ແຕ່ກໍຍັງບໍ່ຊ່ອຍເຮັດໃຫ້ສະຖານະການດີຂຶ້ນໄດ້ ຍ້ອນຂາດນັກທ່ອງທ່ຽວຊາວລາວ ຜູ້ທີ່ອາໄສຢູ່ໃນຕ່າງປະເທດ ຊຶ່ງເປັນລູກຄ້າສ່ວນໃຫຍ່ ຂອງຮ້ານຂາຍເຄື່ອງ. ໃນຕົ້ນເດືອນມັງກອນນີ້ ທາງການຈີນ ກໍໄດ້ອະນຸຍາດໃຫ້ປະຊາຊົນຈີນ ເດີນທາງອອກໄປຕ່າງປະເທດໄດ້ ສະນັ້ນພວກທຸລະກິດໃນຂະແໜງການບໍລິການ ແມ່ນດີອົກດີ ໃຈ ແລະຄາດຫວັງວ່າ ນັກທ່ອງທ່ຽວຊາວຈີນຈະເດີນທາງເຂົ້າມາລາວຈຳນວນ ຫຼວງຫຼາຍດັ່ງທີ່ເຄີຍມີມາໃນເມື່ອກ່ອນ ແລະຈະສົ່ງຜົນເຮັດໃຫ້ເສດຖະກິດຂອງລາວ ຟື້ນຕົວໄດ້ສ່ວນນຶ່ງ ແຕ່ບັນຫາໃຫຍ່ຂອງເສດຖະກິດລາວ ໃນປັດຈຸບັນ ແມ່ນເປັນຍ້ອນການຂາດດຸນການຄ້າກັບປະເທດເພື່ອນບ້ານ ເຮັດໃຫ້ລາວຂາດ ແຄນເງິນຕາສຳຮອງຕ່າງປະເທດ ແລະເປັນສາເຫດຫຼັກເຮັດໃຫ້ເກີດໄພເງິນເຟີ້ຢູ່ເລື້ອຍໆ.

XS
SM
MD
LG