ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຫລວງພະ​ບາງ ຈະເປັນເມືອງແຫ່ງວັດທະນະ​ທໍາ ແລະພັດທະນາ ລະດັບໂລກ​


ຊາວເມືອງຫລວງພະບາງພາກັນຕັກບາດ ໃນມື້ບຸນສົງການ
ຊາວເມືອງຫລວງພະບາງພາກັນຕັກບາດ ໃນມື້ບຸນສົງການ

ອໍານາດ​ການ​ປົກຄອງ​ເມືອງ​ມໍລະດົກ​ໂລກ​ຫລວງ​ພະ​ບາງ ວາງ​ແຜນ​ການ ທີ່​ຈະ​ພັດ
ທະນາ​ເມືອງ​ຫລວງ​ພະ​ບາງ ​ໃຫ້​ເປັນ​ເມືອງ​ແຫ່ງ​ວັດທະນະທໍາອັນ​ດີງາມ​ແຫ່ງ​ຊາດ
​ລາວ ​ແລະ​ກ້າວ​ໄປ​ສູ່​ເມືອງ​ພັດທະນາ​ລະດັບ​ໂລກ.

ທ່ານ​ອິນ​ທະ​ວອນ ພົມມະຈັນ ຮອງ​ເຈົ້າ​ເມືອງ​ຫລວງ​ພະ​ບາ​ງ ຖະ​ແຫລ​ງຢືນຢັນ​ວ່າ
​ເປົ້າໝາຍທີ່​ສໍາຄັນ ​ໃນ​ການ​ພັດທະນາ​ເມືອງ​ມໍລະດົກ​ໂລກ​ຫລວງ​ພະ​ບາງ​ໃນ​ໄລຍະ
ຕໍ່ໄປກໍ​ຄື​ການ​ພັດທະນາ ​ໃຫ້​ເປັນ​ເມືອງແຫ່ງ​ວັດທະນະ​ທໍາ ອັນ​ດີງາມ​ແຫ່ງ​ຊາດ​ລາວ ​
ແລະ​ກ້າວ​ໄປ​ສູ່​ເມືອງ​ພັດທະນາຂະໜາດ​ໃຫຍ່ ທີ່​ໄດ້​ມາດຕະຖານ​ລະດັບ​ໂລກຢ່າງ​
ແທ້​ຈິງ ດ້ວຍ​ການ​ສົ່ງ​ເສີມ​ຮີດຄອງ​ປະ​ເພນີ ​ແລະວັດທະນະ​ທໍາ ອັນ​ດີງາມຂອງ​ປະຊາ
ຊົນບັນດາ​ເຜົ່າ ​ໃນ​ແຂວງ​ຫລວງ​ພະ​ບາ​ງ​ໃຫ້​ສືບ​ທອດ​ຕໍ່​ໄປ​ຢ່າງ​ຍືນ​ຍາວ ດັ່ງ​ທີ່​ທ່ານ
​ນາງ​ອິນ​ທະ​ວອນ ​ໃຫ້ການ​ອະທິບາຍ​ວ່າ: ​

“ສິ່ງ​ໂດດ​ເດັ່ນ​ແມ່ນ​ການ​ຈັດ​ເທດສະການບຸນ​ຕ່າງໆ ​ເຊັ່ນ​ບຸນປີ​ໃໝ່ລາວ ບຸນ​ຫໍ່​ເຂົ້າ
ປະດັບ​ດິນ, ບຸນຊ່ວງ​ເຮືອ​ເດືອນ​ເກົ້າ, ບຸນ​ອອກ​ພັນ​ສາ​ໄຫລ​ເຮືອ​ໄຟ, ບຸນອະເປ
​ເຈົາຂອງຊົນ​ເຜົ່າ​ມົ້ງ ​ແລະ​ບຸນ​ກະ​ເລີ່ ຂອງ​ຊົນ​ເຜົ່າ​ຂຶມ​ມຸ, ການ​ສ້າງຊີວິດ​ດ້ານ​ວັດ
ທະນາ​ທໍາ​ຢູ່​ຮາກຖານກໍ​ມີ​ການ​ເຕີບ​ໃຫຍ່​ຂະຫຍາຍຕົວ​ຢ່າງ​ບໍ່ຢຸດ​ຢັ້ງ ​ແລະ​ກໍາລັງ​
ສ້າງ​ເງື່ອນ​ໄຂ ​ເພື່ອ​ໃຫ້​ເມືອງ​ຫລວງ​ພະ​ບາງ​ໄດ້​ເປັນ​ເມືອງ​ວັດທະນາ​ທໍາ ​ເມືອງ​ທໍາ​ອິດ
​ຂອງ​ແຂວງຫລວງ​ພະ​ບາງ ພ້ອມ​ທັງ​ສຸມ​ໃສ່​ພັດທະນາ​ຢ່າງຮອບດ້ານ​ເພື່ອ​ໃຫ້​ໄດ້​ຮັບ
ຮອງ​ເປັນເມືອງພັດທະນາ ​ແລະ​ສ້າງ​ເປັນ​ນະຄອນ ຫລວງ​ໃນຕໍ່ໜ້ານີ້.”

​ໃນສົກປີ 2015-2016 ທີ່ຜ່ານມາ ການ​ຂະຫຍາຍຕົວທາງເສດຖະກິດໃນ​ແຂວງ​
ຫລວງ​ພະ​ບາງ ຢູ່​ທີ່ອັດຕາສະເລ່ຍ 8.4 ເປີເຊັນ ຊຶ່ງເມື່ອສົມທົບກັບການຂະຫຍາຍ
ຕົວ ໃນດ້ານບໍລິການ ແລະທ່ອງທ່ຽວໂດຍປະກົດວ່າມີຊາວຕ່າງຊາດຫຼາຍກວ່າ
450,000 ຄົນທີ່ເດີນທາງມາທ່ອງທ່ຽວໃນເມືອງມໍລິດົກໂລກຫຼວງພະບາງນັ້ນໄດ້
ເຮັດໃຫ້ລາຍໄດ້ສະເລ່ຍຂອງປະຊາຊົນລາວ ໃນແຂວງຫຼວງພະບາງເພີ່ມສູງຂຶ້ນເປັນ
ຫຼາຍກວ່າ 1,768 ໂດລາຕໍ່ປີ. ສ່ວນປະຊາຊົນລາວ ໃນເຂດບ້ານພັດທະນາ ຫຼື ທີ່
ມີການ ພັດທະນາລະບົບພື້ນຖານໂຄງຫລ່າງຢ່າງດີແລ້ວນັ້ນ ກໍມີລາຍໄດ້ສະເລ່ຍ
ສູງເຖິງ 3,000 ຫາ 4,000 ​ໂດ​ລາຕໍ່ຄົນ ຕໍ່ປີ.

ທ່ານ ໂອບາມາກິນນໍ້າໝາກພ້າວຕອນຢ້ຽມຢາມຫລວງພະບາງໃນປີ 2016 ຜ່ານມາ
ທ່ານ ໂອບາມາກິນນໍ້າໝາກພ້າວຕອນຢ້ຽມຢາມຫລວງພະບາງໃນປີ 2016 ຜ່ານມາ


ທາງ​ດ້ານ ວາລະສານ Wanderlust Travel ຊຶ່ງເປັນວາລະສານດ້ານການທ່ອງທ່ຽວ
ຊັ້ນນຳ ຂອງໂລກໃນປະເທດ ອັງກິດ ໄດ້ສະເໜີລາຍງານການສຳຫຼວດຄວາມຄິດ
ເຫັນຂອງ ບັນດາສະມາຊິກວາລະສານປະຈຳປີ 2016 ວ່າເມືອງມໍລະດົກໂລກຫຼວງ
ພະບາງ ໄດ້ຖືກຈັດໃຫ້ຢູ່ໃນອັນດັບທີ 8 ທີ່ຊາວຕ່າງຊາດຕ້ອງການເດີນທາງໄປຢ້ຽມ
ຢາມຫຼາຍ ທີ່ສຸດໂດຍໄດ້ຮັບຄະແນນນິຍົມທີ່ລະດັບ 94.67 ເປີເຊັນ ສ່ວນອັນດັບທີ
1-3 ນັ້ນກໍຄື ເມືອງ Hoi An ຂອງຫວຽດນາມ, ເມືອງ Tromso ຂອງປະເທດ ນໍເວ
ແລະ ເມືອງ ພຸກາມ ຂອງ ມຽນມາ ທີ່ໄດ້ຄະແນນນິຍົມທີ່ລະດັບ 98.5, 97.33 ເປີເຊັນ ແລະ 96.92 ເປີເຊັນຕາມລຳດັບ.

ການທີ່ເມືອງຫຼວງພະບາງຖືກຈັດໃຫ້ຢູ່ອັນທີ 8 ຂອງໂລກ ໃນຖານະທີ່ເປັນເມືອງຍອດ ນິຍົມຂອງນັກທ່ອງທ່ຽວດັ່ງກ່າວນີ້ຖືເປັນການຕົກຕ່ຳລົງເຖິງ 7 ອັນດັບ ເນື່ອງຈາກວ່າ
ໃນປີ 2015 ທີ່ຜ່ານມາ ເມືອງຫຼວງພະບາງຖືກຈັດໃຫ້ຢູ່ອັນດັບທີ 1 ໃນຖານະເມືອງ ຍອດນິຍົມທີ່ສຸດຂອງນັກ ທ່ອງທ່ຽວ ຫາກແຕ່ວ່າສະພາບການດັ່ງກ່າວນີ້ກໍນັບເປັນ ເລື່ອງປົກກະຕິໄປແລ້ວ ສຳລັບເມືອງ ຫຼວງພະບາງ ດັ່ງຈະເຫັນໄດ້ຈາກການຖືກຈັດ ໃຫ້ຢູ່ອັນດັບທີ 1 ຂອງໂລກໃນປີ 2006-2008 ກັບໃນປີ 2010-2012 ແລະ ປີ 2015 ຊຶ່ງກໍຄືເມືອງຫຼວງພະບາງ ໄດ້ເສຍແຊັມໃຫ້ເມືອງອື່ນໆ ໃນປີ 2009, ປີ 2013-2014
ແລະ ປີ 2016 ນັ້ນເອງ.

ແຕ່ຢ່າງໃດກໍຕາມ, ພະແນກຖະແຫຼງຂ່າວວັດທະນະທຳ ແລະທ່ອງທ່ຽວແຂວງຫຼວງ
ພະບາງ ຄາດໝາຍວ່າໃນຕະຫຼອດປີ 2017 ຈະມີຊາວຕ່າງຊາດຫຼາຍກວ່າ 5 ແສນ ຄົນທີ່ຈະເດີນທາງ ມາທ່ອງທ່ຽວເມືອງມໍລະດົກໂລກຫຼວງພະບາງ ໂດຍເພີ່ມຂຶ້ນຈາກ
ປີ 2016 ທີ່ມີຊາວຕ່າງຊາດ ເດີນທາງມາທ່ອງທ່ຽວໃນເມືອງມໍລະດົກໂລກຫຼວງພະບາງ 450,000 ກວ່າຄົນນັ້ນກໍຄິດເປັນອັດ ຕາສະເລ່ຍເກີນກວ່າ 20 ເປີເຊັນ ໝາຍຄວາມ ວ່າໃນແຕ່ລະປີມີນັກທ່ອງທ່ຽວ ຊາວຕ່າງຊາດເດີນທາງມາເມືອງມໍລະດົກໂລກເພີ່ມ
ຂຶ້ນເຖິງ​ເກືອບ 1 ແສນກວ່າຄົນນັ້ນເອງ.

ປັດໃຈທີ່ດຶງດູດໃຫ້ຊາວຕ່າງຊາດເດີນທາງມາທ່ອງທ່ຽວໃນເມືອງມໍລະດົກໂລກຫຼວງ
ພະບາງເພີ່ມຂຶ້ນຢ່າງຕໍ່ເນື່ອງກໍເພາະວ່າ ຊາວເມືອງຫຼວງພະບາງຍັງຮັກສາໄດ້ທັງວັດ
ທະນະທຳ ຮີດຄອງປະເພນີ, ວິຖີຊີວິດດັ່ງເດີມ, ປະຫວັດສາດ ແລະທຳມະຊາດ ອັນ
ສວຍງາມ ທັງຍັງສາມາດປະຕິບັດຕາມສົນທິສັນຍາທີ່ຕົກລົງໄວ້ກັບອົງການ UNESCO ກ່ຽວກັບການປົກປັກຮັກສາມໍລະດົກໄດ້ຢ່າງເຄັ່ງຄັດ ເຊັ່ນການກໍ່ສ້າງ ແລະ ບູລະນະສ້ອມແປງເຮືອນ, ອາຄານວັດ ແລະສະຖານທີ່ຕ່າງໆພາຍໃນແຂວງທີ່ຈະ ຕ້ອງໄດ້ຮັກສາຮີດຄອງອັນດີງາມຂອງພໍ່ແມ່ ປະຊາຊົນ ແລະ ສິ່ງດັ່ງເດີມທີ່ເປັນ
ເອກະລັກ ໄວ້ຢ່າງຄົບຖ້ວນ.

XS
SM
MD
LG