ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ລາວ ສູນເສຍປ່າໄມ້ ປີລະຫຼາຍກວ່າ 7,000 ເຮັກຕາ ທີ່ມີສາເຫດ ຈາກບັນຫາໄຟໄໝ້ປ່າ ທີ່ເກີດຈາກພວກລັກລອບຄ້າໄມ້


ລາວສູນເສຍປ່າໄມ້ ປີລະຫລາຍກວ່າ 7,000 ເຮັກຕາ ທີ່ມີສາ ເຫດມາຈາກບັນຫາໄຟໄໝ້ປ່າ ທີ່ເກີດຂຶ້ນ ຈາກການກະທຳຂອງ ຂະບວນການລັກລອບຄ້າໄມ້ເຖື່ອນຢູ່ເຂດ ຊາຍແດນລາວ ກັບ ປະເທດເພື່ອນບ້ານ.
ລາວສູນເສຍປ່າໄມ້ ປີລະຫລາຍກວ່າ 7,000 ເຮັກຕາ ທີ່ມີສາ ເຫດມາຈາກບັນຫາໄຟໄໝ້ປ່າ ທີ່ເກີດຂຶ້ນ ຈາກການກະທຳຂອງ ຂະບວນການລັກລອບຄ້າໄມ້ເຖື່ອນຢູ່ເຂດ ຊາຍແດນລາວ ກັບ ປະເທດເພື່ອນບ້ານ.

ລາວສູນເສຍປ່າໄມ້ ປີລະຫລາຍກວ່າ 7,000 ເຮັກຕາ ທີ່ມີສາເຫດມາຈາກບັນຫາໄຟ
ໄໝ້ປ່າ ທີ່ເກີດຂຶ້ນ ຈາກການກະທຳຂອງຂະບວນການລັກລອບຄ້າໄມ້ເຖື່ອນຢູ່ເຂດ ຊາຍແດນລາວ ກັບປະເທດເພື່ອນບ້ານ.


ເຈົ້າໜ້າທີ່ຂັ້ນສູງໃນກະຊວງກະສິກຳແລະປ່າໄມ້ ເປີດເຜີຍວ່າ ໄຟໄໝ້ປ່າຍັງເປັນບັນຫາ ຫຍຸ້ງຍາກທີ່ສຸດ ໃສການດຳເນີນມາດຕະການເພື່ອສະກັດກັ້ນ ແລະປາບປາມໃຫ້ໝົດໄປ
ຢ່າງສິ້ນເຊີງ ເນື່ອງຈາກວ່າ ຈະຕ້ອງໄດ້ຮັບການຮ່ວມມືຈາກທຸກພາກສ່ວນ ໂດຍສະເພາະ
ແມ່ນການຮ່ວມມືຈາກປະຊາຊົນລາວ ທີ່ຢູ່ໃນທ້ອງຖິ່ນທີ່ມີການລັກລອບເຜົາປ່ານັ້ນ ຊຶ່ງ ຈາກການເກັບກຳຂໍ້ມູນພາກສະໜາມໃນໄລຍະ 5 ປີຜ່ານມານີ້ ພົບວ່າ ໄຟໄໝ້ປ່າທີ່ເກີດ ຂຶ້ນສ່ວນໃຫຍ່ນັ້ນ ເປັນຝີມືກຂອງຂະບວນການລັກລອບຄ້າໄມ້ເຖື່ອນຢູ່ເຂດຊາຍແດນ
ລາວ ກັບຈີນ ຫວຽດນາມ ແລະໄທ ຊຶ່ງເຮັດໃຫ້ລາວສູນເສຍປ່າໄມ້ໄປຫລາຍກວ່າ 7,000 ເຮັກຕາ ໃນແຕ່ລະປີ ສະນັ້ນ ເພື່ອເປັນການປ້ອງກັນບໍ່ໃຫ້ບັນຫາດັ່ງກ່າວເກີດຂຶ້ນອີກໃນ
ປີນີ້ ກະຊວງກະສິກຳແາລະປ່າໄມ້ ຈຶ່ງໄດ້ແຕ່ງຕັ້ງຄະນະສະເພາະກິດ ເພື່ອລົງໄປປະສານ ງານໂດຍກົງກັບອຳນາດການປົກຄອງທ້ອງຖິ່ນໃນທົ່ວປະເທດແລ້ວ ໃນເວລານີ້ ດັ່ງທີ່ເຈົ້າ
ໜ້າທີ່ ຂັ້ນສູງໃນກົມປ່າໄມ້ ໄດ້ໃຫ້ການຢືນຢັນວ່າ:

“ຄວາມເປັນຈິງແລ້ວ ພວກເຮົາກະໄດ້ຖອດຖອນບົດຮຽນໃນແຕ່ລະປີ ສົມມຸດວ່າ ປີກາຍນີ້ ມັນເກີດຢູ່ໃສ ເຂດໃດທີ່ມີຄວາມສ່ຽງ ພວກເຮົາໄດ້ກຳນົດມາດຕະການໄວ້ແຕ່ຫົວທີໂລດ ໂດຍມີການປະສານສົມທົບກັບຂະແໜງການກ່ຽວຂ້ອງຂອງທ້ອງຖິ່ນ ກຳລັງປ້ອງການຊາດ ປ້ອງກັນຄວາມສະຫງົບ ທີ່ປະຈຳຢູ່ໃນຫແຕ່ລະເຂດຄຸ້ມຄອງປ່າຂອງພວກເຮົາຫັ້ນ ໂຕນີ້ ກະເປັນອັນນຶ່ງທີ່ສຳຄັນ ພວກເຮົາກຳນົດທີ່ມັນມີຄວາມສ່ຽງ ຕົວຢ່າງຄືພູພະນັງ ປີກາຍນີ້ ພວກເຮົາບໍ່ໄດ້ແຕ່ຕັ້ງທີມງານວິຊາການຂອງກົມປ່າໄມ້ລົງໄປ ປີນີ້ພວກເຮົາຫແຕ່ງ ສະນັ້ນ ທີມງານດັ່ງກ່າວນີ້ ກະສິເລີ້ມລົງເຄື່ອນໄຫວ ຈົນກວ່າຫວິດລະດູແລ້ງນີ້.”

ນອກຈາກນີ້ ການປູກຕົ້ນໄມ້ໂດຍພາກລັດ ຍັງສາມາດຈັດຕັ້ງປະຕິບັດໄດ້ຕ່ຳກວ່າແຜນ
ການທີ່ວາງໄວ້ໃນທຸກໆປີອີກດ້ວຍ ໂດຍມີສາເຫດສຳຄັນມາຈາກການຂາດແຄນງົບປະ
ມານ ເພາະວ່າງົບປະມານທີ່ນຳໃຊ້ໃນການປູກຕົ້ນໄມ້ໂດຍພາກລັດ ມີແຫລ່ງລາຍຮັບ
ພຽງຈາກຄ່າພັນທະປູກໄມ້ ແລະເຄື່ອງປ່າຂອງດົງທົດແທນເທົ່ານັ້ນ ສ່ວນແຫລ່ງລາຍຮັບ
ທີ່ເປັນຄ່າທຳນຽມບໍລິການ ແລະຄ່າສຳປະທານໄມ້ຢູ່ໃນເຂດໂຄງການພັດທະນາຕ່າງໆ ເຊັ່ນໂຄງການກໍ່ສ້າງເຂື່ອນໄຟຟ້ານັ້ນ ຈະຕ້ອງສົມທົບເຂົ້າໃນງົບປະມານຂອງລັດຖະ
ບານ ຈຶ່ງບໍ່ສາມາດນຳມາໃຊ້ຈ່າຍໄດ້ເລີຍ ນອກຈາກຈະໄດ້ຮັບອະນຸມັດຈາກສະພາແຫ່ງ
ຊາດລາວ ເທົ່ານັ້ນ ດັ່ງທີ່ ທ່ານລຽນ ທິຫແກ້ວ ລັດຖະມົນຕີກະຊວງກະສິກຳແລະປ່າໄມ້
ໃຫ້ການຢືນຢັນວ່າ:

“ການສະໜອງງົບປະມານ ນຳໃຊ້ເຂົ້າໃນວຽກງານຄຸ້ມຄອງປ່າໄມ້ຟື້ນຟູ ແລະປູກໄມ້
ແມ່ນມີຈຳກັດຫຼາຍ ແລະຫລຸດຢ່າງຕໍ່ເນື່ອງ ສາເຫດຕົ້ນຕໍ ທີ່ພາໃຫ້ການສະໜອງງົບ ປະມານເຂົ້າກອງທຶນບໍ່ໄດ້ຕາມແຜນການ ກໍຍ້ອນການເກັບລາຍຮັບນີ້ແຫລະ ເວົ້າລວມ
ແລ້ວ ບໍ່ໄດ້ຕາມແຜນການທຸກແຫລ່ງຂອງກອງທຶນ ຊຶ່ງຜ່ານມການເກັບຕົວຈິງ ໄດ້ແຕ່
ພຽງແຫລ່ງດຽງຄື ຄ່າພັນທະປູກໄມ້ ແລະເຄື່ອງປ່າຂອງດົງທົດແທນເທົ່ານັ້ນ ສ່ວນແຫລ່ງ ລາຍຮັບຄ່າທຳນຽມບໍລິການ ລະບຸໄວ້ໃນດຳລັດເລກທີ 03 ຊຶ່ງຕ້ອງເອົາເຂົ້າງົບປະມານ
ແລ້ວຈັ່ງເອົາອອກມາໃຊ້ ຖືວ່າ ກະມີຂອບເຂດຈຳກັດ.”

ທັງນີ້ ກະຊວງກະສິກຳແລະປ່າໄມ້ ລາຍງານວ່າ ສະພາບປ່າໄມ້ຂອງລາວໃນປັດຈຸບັນນີ້ ມີອັດຕາການປົກຫຸ້ມຄິດເປັນ 67.2 ເປີເຊັນ ຂອງພື້ນທີ່ທັງໝົດທົ່ວປະເທດລາວ ຫຼືປະ
ມານ 15.91 ລ້ານເຮັກຕາ ໃນນີ້ແບ່ງເປັນປ່າປ້ອງກັນ 7.98 ລ້ານເຮັກຕາ ປ່າສະຫງວນ
4.93 ລ້ານເຮັກຕາ ປ່າຜະລິດ 3.1 ລ້ານເຮັກຕາ ແລະປ່າໄມ້ທີ່ປູກໂດຍບໍລິສັດຕ່າງຊາດ
ທີ່ສຳປະທານທີ່ດິນຈາກລັດຖະບານລາວ ໃນພື້ນທີ່ລວມ 486,600 ເຮັກຕາ ຈຶ່ງເຮັດໃຫ້ ຈະຕ້ອງດຳເນີນມາດຕະການເພີ້ມເນື້ອທີ່ປ່າໄມ້ໃຫ້ໄດ້ອີກ 584,000 ເຮັກຕາ ຫຼື ຄິດເປັນ
2.8 ເປີເຊັນ ຂອງພື້ນທີ່ທັງໝົດໃນລາວ ເພື່ອທີ່ວ່າ ຈະເຮັດໃຫ້ບັນລຸເປົ້າໝາຍການເພີ້ມ
ການປົກຫຸ້ມຂອງປ່າໄມ້ໃຫ້ເຖິງ 16.5 ລ້ານເຮັກຕາ ຫຼື 70 ເປີເຊັນຂອງພື້ນທີ່ທັງໝົດໃນ
ປີ 2020 ນີ້ ຊຶ່ງກໍບໍ່ແມ່ນເລື້ອງງ່າຍ.

ທັງນີ້ ໂດຍໜ່ວຍສະເພາະກິດຂອງລັດຖະບານລາວ ໄດ້ຈັດຕັ້ງປະຕິບັດຄຳສັ່ງນາຍົກ
ລັດຖະມົນຕີ ເລກທີ່ 15/ນຍ. ວ່າດ້ວຍການຫ້າມສົ່ງໄມ້ທ່ອນໄປຕ່າງປະເທດຢ່າງເດັດ
ຂາດ ນັບຈາກເດືອນພຶດສະພາ 2016 ເປັນຕົ້ນມາ ໂດຍໄດ້ສັ່ງປິດໂຮງງານປຸງແຕ່ງໄມ້
1,545 ແຫ່ງ ໂຮງເລື່ອຍ 1,206 ແຫ່ງ ຈັບກຸມຜູ້ກະທຳຜິດ 700 ຄົນ ນຳໄມ້ທີ່ຍຶດໄດ້
ອອກປະມູນຂາຍໄດ້ເງິນ 51 ກວ່າຕື້ກີບ ແຕ່ວ່າ ກໍຍັງມີການລັກລອບຕັດໄມ້ເລື້ອຍມາ
ໂດຍນັກທຸລະກິດໄດ້ວ່າຈ້າງໃຫ້ປະຊາຊົນລັກລອບຕັດໄມ້ໃຫ້ກັບພວກຕົນ ຊຶ່ງອົງການ
Global Witness ລາຍງານວ່າ ເຂດທີ່ມີການລັກລອບຕັດໄມ້ຫຼາຍທີ່ສຸດ ກໍຄືເຂດຊາຍ
ແດນລາວ ທີ່ຕິດຕໍ່ກັບຫວຽດນາມ ຈີນ ແລະໄທ ໂດຍສະເພາະ ແມ່ນແຂວງຜົ້ງສາລີກັບ
ຫລວງນ້ຳທາ ທີ່ລັກລອບຂົນໄມ້ໄປຈີນ ສ່ວນແຂວງບໍລິຄຳໄຊ ຄຳມ່ວນ ສະຫວັນນະເຂດ
ສາລະວັນ ເຊກອງ ອັດຕະປື ກໍເປັນເຂດທີ່ລັກລອບຂົນໄມ້ລາວໄປຫວຽດນາມ.

XS
SM
MD
LG