ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຄົນລາວ ທີ່ອາໄສຢູ່ ນະຄອນຊິດນີ ເວົ້າວ່າ ລັດ ນິວ ຊາວ ເວລສ໌ ບໍ່ມີໄວຣັສໂຄໂຣນາ ແລ້ວ, ແຕ່ຍັງຕ້ອງໄດ້ລະວັງຕົວຢູ່


ປະຊາຊົນຍ່າງຢູ່ໃກ້ກັບ ໂຮງລະຄອນ Opera House ໃນນະຄອນ ຊິດນີ, ປະເທດ ອອສເຕຣເລຍ. 16 ມິຖຸນາ, 2020. (Photo by Saeed KHAN / AFP)
ປະຊາຊົນຍ່າງຢູ່ໃກ້ກັບ ໂຮງລະຄອນ Opera House ໃນນະຄອນ ຊິດນີ, ປະເທດ ອອສເຕຣເລຍ. 16 ມິຖຸນາ, 2020. (Photo by Saeed KHAN / AFP)

ປະເທດ ອອສເຕຣເລຍ ໄດ້ເລີ່ມຫຼຸດຜ່ອນການກັກບໍລິເວນຂອງເຂົາເຈົ້າໃນເດືອນພຶດສະພາທີ່ຜ່ານມາ ເພື່ອຟື້ນຟູເສດຖະກິດຂອງເຂົາເຈົ້າ ຫຼັງຈາກມີການຫຼຸດລົງໃນອັດຕາການຕິດ ໂຄວິດ-19.

ແຕ່ຫຼ້າສຸດນີ້ ລັດ ວິກຕໍເຣຍ ເຊິ່ງແມ່ນລັດ ທີ່ມີປະຊາກອນໜາແໜ້ນທີ່ສຸດເປັນອັນດັບສອງນັ້ນ ໄດ້ເຫັນການຕິດໄວຣັສໃໝ່ຂຶ້ນມາອີກ ໃນຂ້າມຄືນວັນອັງຄານທີ່ຜ່ານມາ ແລະ ໄດ້ລາຍງານການເສຍຊີວິດ ຂອງຜູ້ຊາຍຊະລາຄົນນຶ່ງຍ້ອນ ໂຄວິດ-19.

ສ່ວນຢູ່ລັດ ນິວ ຊາວ ເວລສ໌ ນັ້ນ ສະຖານະການແມ່ນດີກວ່າລັດ ວິກຕໍເຣຍ ເຊິ່ງລັດດັ່ງກ່າວ ແມ່ນໄດ້ຫຼຸດຜ່ອນການກັກບໍລິເວນ ແລະ ໄດ້ອະນຸຍາດໃຫ້ປະຊາຊົນອອກໄປຂ້າງນອກ ແລະ ສາມາດເຂົ້າຫາສັງຄົມໄດ້ແລ້ວ.

ທ່ານນາງ ອຸໄລວັນ ພັນທະວະດີ ຄົນລາວທີ່ອາໄສຢູ່ນະຄອນ ຊິດນີ ລັດ ນິວ ຊາວ ເວລສ໌ ໄດ້ກ່າວວ່າ “ໂຄໂຣນາໄວຣັສຢູ່ ນິວ ຊາວ ເວລສ໌ ມັນບໍ່ມີໃຜເປັນແລ້ວ. Club, Pub ກະເປີດແລ້ວ, ສະຖານ ທີ່ສົ່ງສະການ, ສະຖານທີ່ແຕ່ງງານ ກະເປີດໄດ້, ເຂົ້າຮ່ວມປະມານ 100-200 ຄົນເຮັດໄດ້ແລ້ວ. ເຂົ້າໄປ ພັບ ໄປ ຄລັບ ປະມານ 400​ ຄົນເພິ່ນກະເປີດໃຫ້ເຂົ້າແລ້ວ ສະເພາະແຕ່ຢູ່ ນິວ ຊາວ ແວລສ໌. ຄົນສ່ວນຫຼາຍເວລາອອກໄປຊື້ເຄື່ອງ, ຂຶ້ນລົດໄຟ, ລົດເມເບາະ ກະບໍ່ ເຫັນຄົນໃສ່ໜ້າກາກຫຼາຍແລ້ວ. ປະມານນຶ່ງໃນສິບນີ້ແຫຼະໃສ່ນະ. ແຕ່ກີ້ໄປມາ ຫາກັນເຂົາເຈົ້າກະຢ້ານ.”

ທ່ານນາງ ອຸໄລວັນ ກ່າວຕື່ມວ່າ ເຖິງແມ່ນສະຖານະການຈະດີຂຶ້ນແລ້ວ ລາວ ກໍຍັງຕ້ອງໄດ້ລະວັງຕົນເອງຢູ່. ຍັງຕ້ອງໄດ້ລ້າງມື ໃຫ້ສະອາດຢູ່ຄືເກົ່າ ແລະ ເວລາທັກທາຍກັນກັບໝູ່ແມ່ນຍັງບໍ່ໄດ້ຈັບມື ຫຼື ກອດກັນເທື່ອ, ມີແຕ່ຍົກມື ແລະ ຖາມກັນເອົາ.

ລາວເວົ້າອີກວ່າ ປັດຈຸບັນນີ້ປະເທດ ອອສເຕຣເລຍ ແມ່ນຢູ່ໃນລະດູໜາວ. ລັດ ຖະບານກໍມີກົດ ໝາຍອອກມາວ່າ ໃຫ້ທຸກຄົນສັກຢາກັນໄຂ້ຫວັດ ສຳລັບພະນັກ ງານທີ່ເຮັດວຽກເບິ່ງແຍງຄົນຊະລາ, ແລະ ຄົນຜູ້ເຖົ້າທຸກຄົນກໍຕ້ອງໄດ້ສັກຢາກັນ ໄຂ້ຫວັດເຊັ່ນກັນ ແຕ່ໄດ້ສັກໂດຍບໍ່ເສຍຄ່າໃຊ້ຈ່າຍ.

ສ່ວນລັດຖະບານລັດວິກຕໍເຣຍ ໄດ້ຮຽກຮ້ອງປະຊາຊົນທີ່ໄອ, ເປັນຫວັດ, ເຈັບ ຄໍ, ຫາຍໃຈຝຶດ, ຂີ້ມູກໄຫຼ ແລະ ດົມກິ່ນບໍ່ໄດ້ ຫຼື ຊີມລົດຊາດອາຫານບໍ່ໄດ້ ໃຫ້ໄປກວດຫາ ໂຄວິດ-19 ໄວເທົ່າທີ່ຈະໄວໄດ້.

XS
SM
MD
LG