ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຕໍາຫລວດລາວຂຶ້ນ​ບັນ​ຊີ​ລາຍ​ຊື່ ນັກຄ້າຢາເສບຕິດທີ່ຈະຕ້ອງຕິດຕາມຈັບກຸມຕົວ 2,000 ກວ່າຄົນ


ການ​ຈັບ​ກຸມຜູ້​ຄ້າ​ຢາ​ເສບ​ຕິດ ແລະ​ຢຶດ​ຢາ​ເສບ​ຕິດ​ຂະ​ໜາດ​ໃຫຍ່ຄັ້ງ​​ນຶ່ງ​ໃນ​ປີ 2021
ການ​ຈັບ​ກຸມຜູ້​ຄ້າ​ຢາ​ເສບ​ຕິດ ແລະ​ຢຶດ​ຢາ​ເສບ​ຕິດ​ຂະ​ໜາດ​ໃຫຍ່ຄັ້ງ​​ນຶ່ງ​ໃນ​ປີ 2021

ທາງ​ການຕໍາຫລວດລາວຂຶ້ນ​ບັນ​ຊີ​ລາຍ​ຊື່ນັກຄ້າຢາເສບຕິດທີ່ຈະຕ້ອງຕິດຕາມຈັບກຸມຕົວ 2,000 ກວ່າຄົນສ່ວນ​ທາງເຈົ້າໜ້າທີ່ໄທຮຽກຮ້ອງ​ຂໍ​ຄວາມຮ່ວມມືສະກັດກັ້ນການຂົນສົ່ງສານເຄມີຢູ່ໃນເຂດສາມຫລ່ຽມຄຳ ຊຶ່ງ​ຊົງ​ລິດ ໂພນ​ເງິນ​ມີ​ລາຍ​ລະ​ອຽດ​ກ່ຽວ​ກັ​ບ​ເລື້ອງນີ້​ມາ​ສະ​ເໜີ​ທ່ານ​ຈາກ​ບາງກອກ.

ພົນ​ຕີຄໍາ​ກິ່ງ ຜຸຍ​ຫລ້າມະນີ​ວົງ, ຫົວໜ້າກົມຕຳຫຼວດໃຫຍ່ກະຊວງ​ປ້ອງ​ກັນຄວາມ​ສະຫງົບຢືນຢັນວ່າ ໄດ້​ມີ​ການ​ຂຶ້ນ​ບັນ​ຊີລາຍ​ຊື່ນັກຄ້າຢາເສບຕິດທີ່​ເປັນ​ເປົ້າ​ໝາຍ​ໃນ​ການ​ຕິດ​ຕາມ​ຈັບ​ກຸມ​ຕົວ​ໃນ​ໄລ​ຍະ​ຕໍ່​ໄປ​ນີ້​ຈຳ​ນວນ 2,299 ຄົນ ໃນນີ້​ລວມ​ທັງ 1,996 ຄົນ ທີ່ເປັນ​ເຄືອ​ຂ່າຍຂອງ​ຂະ​ບວນ​ການຄ້າຢາເສບຕິດຂ້າມຊາດກັບ 196 ຄົນ ທີ່​ພົ້ນ​ໂທດແລ້ວ ແຕ່ຍັງສືບຕໍ່ການຄ້າຂາຍຢາເສບຕິດ ແລະ 7 ຄົນ ທີ່ຫຼົບໜີອອກຈາກສະ​ຖານ​ທີ່ຄຸມ​ຂັງທັງຍັງ​ໄດ້ມີ​ການ​ອອກ​ໝາຍ​ຈັບ​ຜູ້​ຕ້ອງ​ຫາຕື່ມ​ອີກ 100 ຄົນ ທີ່​ເປັນ​ຜົນ​ເນື່ອງມາ​ຈາກ​ການ​ສືບ​ສວນ​ໃນ​ໄລ​ຍະ​ຜ່ານ​ມາ​ ແລະຍັງພົບອີກວ່າ ຂະບວນການຄ້າຢາເສບຕິດຂ້າມຊາດໄດ້​ນຳໃຊ້ 13 ພື້ນທີ່ໃນລາວສຳ​ລັບການນໍາເຂົ້າ ແລະຂົນສົ່ງຢາເສບຕິດ ແລະສານເຄມີຢູ່ຊາຍແດນຕິດຕໍ່ກັບປະເທດເພື່ອນບ້ານໃນເຂດລຸ່ມແມ່ນໍ້າຂອງ.

ທັງ​ນີ້ ສະເພາະໃນໄລຍະເດືອນກັນຍາ-ທັນວາ 2021 ຖືເປັນໄລຍະທີ່ຈັບຜູ້ຕ້ອງ​ຫາ ແລະຍຶດຢາເສບຕິດ ໄດ້ຫຼາຍທີ່ສຸດ ກໍ​ຄືສາມາດທ້າງທໍາລາຍເຄືອຂ່າຍການຄ້າຂາຍຢາເສບຕິດໄດ້ 2,884 ຄັ້ງ, ຈັບກຸມຜູ້ຕ້ອງຫາໄດ້ 3,989 ຄົນ ໃນນັ້ນເປັນຜູ້ຕ້ອງຫາ​ຊາວ​ຫວຽດນາມ, ຈີນ ແລະ ໄທເກືອບ 100 ຄົນ, ພ້ອມທັງ ຢຶດຢາບ້າໄດ້ 125 ລ້ານກວ່າເມັດ, ຢາໄອ​ຊ໌ ເກີນກວ່າ 2,521 ກິໂລກຣາມ, ສານເຄ​ມີ​ທີ່​ໃຊ້​ໃນ​ການ​ຜະ​ລິດ​ຢາ​ເສບຕິດຫຼາຍກວ່າ 35 ຕັນ, ພາຫະນະ-ອາວຸດປືນ-ກະ​ສຸນປືນ ແລະອຸປະກອນສື່ສານທັນສະໄໝຫຼາຍພັນລາຍ​ການ.

ທັງນີ້ ປະເທດລາວຖືກໃຊ້ເປັນທາງຜ່ານຂອງການລັກລອບຂົນສົ່ງຢາເສບຕິດຈາກເຂດສາມຫຼ່ຽມຄໍາ ໄປຕ່າງປະເທດເພີ້ມຂຶ້ນຢ່າງຕໍ່ເນື່ອງ ຊຶ່ງເຫັນໄດ້ຈາກການຈັບກຸມນັກຄ້າຢາເສບຕິດໄດ້ເພີ້ມຂຶ້ນ ສ່ວນຢາເສບຕິດທີ່ຢຶດໄດ້ໃນ​ແຕ່​ລະ​ຄັ້ງ​ກໍ​ມີ​ປະ​ລິ​ມານເພີ້ມຂຶ້ນຢ່າງຫຼວງຫຼາຍ ຊຶ່ງກໍໄດ້ສະແດງໃຫ້ເຫັນວ່າ ການລັກລອບຂົນສົ່ງຢາເສບຕິດຜ່ານລາວໄປຕ່າງປະເທດນັ້ນ ກໍຄືຂະບວນການຄ້າຂ້າມຊາດຂະໜາດໃຫຍ່ ມີເຄືອຂ່າຍຢ່າງກວ້າງຂວາງໃນລາວ ແລະປະເທດໃນລຸ່ມແມ່ນໍ້າຂອງ ໂດຍຈາກການຮ່ວມກວດລາດ​ຕະ​ເວນໃນແນວແມ່ນໍ້າຂອງລະຫວ່າງທາງການຕໍາຫຼວດຈີນ-ພະມ້າ-ລາວ-ໄທ ໃນຕະຫຼອດປີ 2021 ທີ່ຜ່ານມາ ສາມາດຈັບກຸມການລັກລອບຄ້າຢາເສບຕິດໄດ້ເຖິງ 8,325 ກໍລະນີ ຄວບຄຸມໂຕຜູ້ຕ້ອງຫາໄດ້ 8,043 ຄົນ ແລະຢຶດຢາເສບຕິດປະເພດຕ່າງໆ ໄດ້ລວມກັນຫຼາຍກວ່າ 35 ໂຕນ ຈຶ່ງ​ເຮັດ​ໃຫ້ທາງ​ການໄທເຫັນ​ວ່າ ປະ​ເທດ​ໃນ​ເຂດ​ລຸ່ມ​ແມ່​ນ້ຳຂອງຈະ​ຕ້ອງ​ຮ່ວມ​ມື​ກັນ​ໃຫ້ຫຼາຍ​ຂຶ້ນອີກ ໂດຍສະເພາະແມ່ນການຮ່ວມລາດຕະເວນ ເພື່ອສະກັດກັ້ນການລັກລອບຂົນສົ່ງສານເຄມີ ໃນເຂດສາມຫລ່ຽມໃນ​ລຳແມ່ນໍ້າຂອງລະຫວ່າງມຽນມາ-ລາວ-ໄທນັ້ນ ດັ່ງທີ່ທ່ານສົມສັກ ເທບສຸທິນ, ລັດຖະມົນຕີກະຊວງຍຸຕິທຳຂອງໄທໄດ້ຖະ​ແຫລງ​ຢືນ​ຢັນ​ວ່າ:​
“ຂໍໃຫ້​ຂະຫຍາຍ​ຄວາມຮ່ວມ​ມື​ໃນ​ການ​ສືບສວນ ​ແລະການປາບ​ປາມ​ເຄືອ​ຂ່າຍ​ຄ້າ​ຢາ​ເສບ​ຕິດ​ທີ່​ສຳຄັນ​ຢ່າງ​ເຕັມ​ສ່ວນ. ທັງການ​ທຳ​ລາຍວົງຈອນ ແລະ​ເຄືອ​ຂ່າຍ​ການ​ຄ້າ,​ ການຂະຫຍາຍຜົນຢຶດ​ຊັບແລະແລກປ່ຽນຂ່າວ​ສານ ແລະການຕິດຕາມຜູ້ຫລົບ​ໜີໝາຍຈັບ​ ເພື່ອເປັນ​ການ​ຍົກ​ລະ​ດັບ​ຄວາມຮ່ວມ​ມື ຂໍໃຫ້ທຸກປະເທດຮ່ວມມືກັນ ສະກັດກັ້ນເຄມີພັນທີ່ຮົ່ວໄຫຼໄປສູ່ໂຮງງານຜະລິດຢາເສບ​ຕິດໃນພື້ນ​ທີ່ສາມຫລ່ຽມຄໍາ.”

ສ່ວນເຈົ້າໜ້າທີ່ປ້ອງກັນຄວາມສະຫງົບ ຫຼື ປກສ ໃນແຂວງບໍ່ແກ້ວເປີດເຜີຍວ່າ ການຈັບກຸມ ແລະຢຶດ ຂອງກາງເປັນຢາບ້າໄດ້ຫຼາຍກວ່າ 77 ລ້ານເມັດ, ຢາໄອຊ໌ກວ່າ 1,537 ກິໂລກຣາມ, ສານເຄມີກວ່າ 220 ກິໂລກຣາມ ແລະອຸປະກອນທີ່ນໍາໃຊ້ໃນການຜະລິດຢ່າງຄົບຊຸດພ້ອມທັງຍານພາຫະນະ, ອຸປະກອນສື່ສານ ແລະອາວຸດສົງຄາມອີກຈໍານວນຫຼາຍທັງຍັງເປັນການຈັບກຸມ ແລະຢຶດຂອງກາງຈາກແກັ່ງຄ້າ ຢາເສບຕິດ ພຽງຜູ້ດຽວໃນເດືອນຕຸລາປີ 2021 ທີ່ຜ່ານມາດ້ວຍນັ້ນ ເຮັດໃຫ້ສາມາດວິເຄາະໄດ້ວ່າ ການຄ້າຢາເສບຕິດ ຢູ່ເຂດຊາຍແດນລາວ ກັບປະເທດເພື່ອນບ້ານໄດ້ ຍົກລະດັບເປັນເຄືອຂ່າຍຂະໜາດ ໃຫຍ່ຂຶ້ນນັບມື້ ທັງໄດ້ມີການຈັດແບ່ງໜ້າທີ່ຮັບຜິດຊອບລະຫວ່າງກັນຢ່າງເປັນລະບົບອີກດ້ວຍ ໂດຍ​ສໍ​າ​ລັບ ຄວາມຮັບ ຜິດຊອບຂອງ​ແກັ່ງ​ໃນ​ລາວ ກໍ​ຄື​ການ​ຂົນ​ຢາ​ເສບ​ຕິດຈາກ​ເຂດ​ສາມ​ຫລ່ຽມ​ຄຳຜ່ານ​ລາວ ເພື່ອ​ສົ່ງ​ຕໍ່​ໄປ​ຈີນ, ໄທ, ກຳ​ປູ​ເຈຍ, ແລະ​ຫວຽດ​ນາມ​ແລ້ວ​ຈຶ່ງ​ສົ່ງ​ຕໍ່​ໄປ​ທົ່ວ​ອາ​ຊຽນ ແລະ​ໃນ​ທົ່ວ​ໂລກ ໂດຍ​ສະ​ເພາະ​ແມ່ນ​ຢາ​ບ້າ ແລະ​ຢາ​ໄອຊ໌ ນັບ​ວ່າ​ເປັນ​ຢາ​ເສບ​ຕິດ​ທີ່​ມີ​ການ​ຜະ​ລິດຫລາຍ​ທີ່​ສຸດ ຊຶ່ງຄະນະກໍາມະການປ້ອງກັນ ແລະປາບປາມ ຢາເສບຕິດແຫ່ງຊາດໄທປະເມີນວ່າມີການຜະລິດຢາບ້າ ແລະຢາໄອຊ໌ ໃນເຂດສາມຫຼ່ຽມຄໍາ ກວ່າ 7,000 ໂຕນຕໍ່ປີ.

XS
SM
MD
LG