ສະບາຍດີທ່ານຜູ້ຟັງທີ່ເຄົາລົບ ໃນລາຍການຊີວິດຊາວລາວໃນຕ່າງແດນ ຂອງ ວີໂອເອ
ປະຈຳແລງວັນພະຫັດມື້ນີ້ ເຮົາຈະນຳເອົາການສຳພາດກັບ ຍານາງສຸວັນນີ (ແອນ) ຈຸນ
ຣະມະນີ ສະຕີອາເມຣິກັນເຊື້ອສາຍລາວທີ່ໄດ້ເຂົ້າມາຕັ້ງຖິ່ນຖານຢູ່ໃນລັດແຄນຊັສ ທາງ
ພາກກາງຂອງສະຫະລັດມາສະເໜີທ່ານ. ຍານາງແອນແມ່ນຜູ້ບໍລິຫານ ສັ່ງສິນຄ້າ ຈາກ
ຕ່າງປະເທດ ໃຫ້ແກ່ບໍລິສັດ Coleman ຊຶ່ງເປັນຜູ້ຊື້ແລະຜະລິດເຄື່ອງໃຊ້ຕ່າງໆ ສຳລັບໃຊ້ຢູ່ນອກບ້ານ ເພື່ອນຳເຂົ້າມາ ຈຳໜ່າຍຢູ່ຕາມຕະຫຼາດ ທີ່ເປັນຮ້ານຄ້າໃຫຍ່ຕ່າງໆໃນ
ສະຫະລັດ. ສິນຄ້າແລະ ວຽກງານການບໍລິຫານທຸລະກິດດັ່ງກ່າວນີ້ແມ່ນຫຍັງ ແລະມີ
ຄວາມເປັນມາຢ່າງໃດນັ້ນ ກິ່ງສະຫວັນມີລາຍລະອຽດຂອງການສຳພາດ ເຊີນຮັບຟັງໄດ້
ໃນອັນດັບຕໍ່ໄປ.
ທ່ານຮູ້ບໍ່ວ່າຢູ່ໃນບ້ານເຮືອນຂອງທ່ານ ເຄື່ອງໃຊ້ສອຍຕ່າງໆທີ່ທ່ານກຳລັງໃຊ້ຢູ່ນັ້ນເຮັດ
ຢູ່ໃສ ຫຼາຍໆທ່ານອາດບໍ່ໃຫ້ຄວາມສົນໃຈເລີຍວ່າ ສິ່ງຂອງເຫລົ່ານີ້ຜະລິດຢູ່ໃສແລະຂັ້ນ
ຕອນເປັນມາຢ່າງໃດກ່ອນຈະຕົກມາເຖິງມືຂອງຜູ້ໃຊ້. ນີ້ແມ່ນພາກສ່ວນນຶ່ງຂອງກົດລະ
ບຽບການຄ້າສາກົນ ລະຫວ່າງສະຫະລັດແລະບັນດາປະເທດຕ່າງໆ. ພວກຜູ້ບໍລິໂພກ
ມັກຈະເບິ່ງລາຄາແລະຄວາມງານຂອງສິນຄ້າ ກ່ອນຕັດສິນໃຈຊື້. ສະຫະລັດອາເມຣິກາ
ແມ່ນເປັນຕະຫຼາດການຄ້າທີ່ໃຫຍ່ສຸດ ໃນໂລກ ມີຜູ້ບໍລິໂພກຫຼາຍທີ່ສຸດ ຊຶ່ງສິນຄ້າສ່ວນ
ໃຫຍ່ນັ້ນ ແມ່ນຜະລິດມາຈາກຕ່າງປະເທດ. ສ່ວນສິນຄ້າທີ່ຜະລິດຢູ່ໃນສະຫະລັດນັ້ນກໍ
ມີ ແຕ່ຫາກລາຄາແພງກວ່າ ເພາະວ່າຄ່າແຮງງານສູງ. ເພາະສະນັ້ນບັນດານັກລົງທຶນ
ແລະນັກທຸລະກິດຕ້ອງຊອກຫາຊ່ອງທາງຜະລິດສິນຄ້າ ຢູ່ບ່ອນທີ່ມີແຮງງານຖືກ ແລະ
ລາຄາຖືກເພື່ອນຳເອົາສິນຄ້າເຫລົ່ານັ້ນເຂົ້າມາຂາຍຢູ່ໃນສະຫະລັດ ທີ່ຈະໄດ້ຜົນ
ກຳໄລ ດີ.
ນອກຈາກນັ້ນແລ້ວ ບັນດາບໍລິສັດໃຫຍ່ໆຂອງສະຫະລັດ ຍັງເປັນຜູ້ອອກແບບສິນຄ້າ
ໂດຍສະເພາະເຄື່ອງນຸ່ງຫົ່ມ ແລະເຄື່ອງໃຊ້ຕ່າງໆທີ່ຜະລິດຢູ່ໃນຕ່າງປະເທດ ເຊັ່ນວ່າ
ຈີນ ໄທ ລາວ ກຳປູເຈຍ ແລະບັງກລາແດັສ ເຫລົ່ານີ້ເປັນຕົ້ນ. ດັ່ງໂຕຢ່າງບໍລິສັດ
Coleman ແມ່ນບໍລິສັດນຶ່ງຂອງສະຫະລັດ ທີ່ຕັ້ງຢູ່ໃນລັດ ແຄນຊັສ ທາງພາກກາງ
ຂອງສະຫະລັດ ບ່ອນທີ່ຍານາງສຸວັນນີ ແອນ ຈຸນຣະມະນີ ເປັນຜູ້ກຳກັບຮັບສັ່ງຊື້
ເຄື່ອງເຂົ້າມາຂາຍຍົກໃຫ້ແກ່ບໍລິສັດຮ້ານຄ້າຕ່າງໆ ຢູ່ໃນສະຫະລັດ. ຍານາງແອນ
ໄດ້ກ່າວເຖິງຈຸດສຳຄັນຂອງໜ້າທີ່ຄວາມຮັບຜິດຊອບ ຕໍ່ວີໂອເອ ຟັງດັ່ງນີ້.
ໂຕຢ່າງນຶ່ງຂອງກົດລະບຽບການຄ້າມີຢູ່ວ່າ ສິນຄ້າຂອງສະຫະລັດທີ່ຜະລິດຢູ່ປະເທດ
ໃດກໍຕາມ ປະຊາຊົນຢູ່ໃນປະເທດນັ້ນ ຈະບໍ່ມີສິດຊື້ສິນຄ້າດັ່ງກ່າວມາໃຊ້ໄດ້ ນອກຈາກ
ຈະນຳມາຂາຍໄດ້ຢູ່ໃນສະຫະລັດເທົ່ານັ້ນ. ສິນຄ້າທີ່ອອກແບບ ແລະລົງທຶນ ໂດຍບໍລິ
ສັດອາເມຣີກັນ ທີ່ຜະລິດຢູ່ໃນຕ່າງປະເທດຕ້ອງໄດ້ໃສ່ຊື່ບ່ອນທີ່ສິນຄ້າຜະລິດຢູ່ນັ້ນດັ່ງ
ທີ່ຍານາງແອນກ່າວຊີ້ແຈງວ່າ:
ຊາວອາເມຣິກັນເປັນຄົນທີ່ມັກໃຊ້ຊີວິດພັກຜ່ອນຢູ່ນອກບ້ານ ໃນເວລາອາກາດສົດໃສ
ດີ ໂດຍສະເພາະໃນລະດູບານໃໝ່ ລະດູຮ້ອນ ແລະລະດູໃບໄມ້ຫຼົ່ນ ຊຶ່ງ ຂຶ້ນຢູ່ກັບບັນ
ຍາກາດສິ່ງແວດລ້ອມ. ໂດຍສະເພາະຊີວິດຊາວອາເມຣິກັນ ຢູ່ທາງພາກກາງຂອງສະ
ຫະລັດ ເຂົາເຈົ້າມັກໄປນອນປ່າ ກິນເຂົ້າປ່າ ໂຮ່ເນື້ອເຫລົ່ານີ້ເປັນຕົ້ນ ເພາະສະນັ້ນ
ເຂົາເຈົ້າຕ້ອງໄດ້ໃຊ້ອຸບປະກອນທີ່ເໜາະສົມສຳລັບນອກບ້ານ ດັ່ງທີ່ຍານາງແອນ ໄດ້
ອະທິບາຍກ່ຽວກັບອຸບປະກອນ ທີ່ເປັນເຄື່ອງໃຊ້ເຮັດຢູ່ໃນຕ່າງປະເທດວ່າ :
ຍານາງແອນ ມັກຮັກກັບໜ້າທີ່ວຽກງານເປັນພິເສດ ແລະໄດ້ກ່າວມ້ວຍທ້າຍສູ່ຟັງດັ່ງນີ້
ຍານາງແອນ ສຳເລັດປະລິນຍາຕີ ຝ່າຍການບໍລິຫານທຸລະກິດ ຈາກມະຫາວິທະຍາ
ໄລວິຈີຕາ (Wichita) ໃນປີ 2001 ທີ່ລັດແຄນຊັສ. ຫຼັງຈາກນັ້ນ ກໍໄດ້ເລີ້ມເຮັດວຽກ
ກ່ຽວກັບບັນຊີ ແລະຫ້ອງການທະນາຍຄວາມກ່ອນທີ່ຈະໄດ້ມາເຮັດວຽກ ໃຫ້ບໍລິສັດ
Coleman ຈົນເຖິງເທົ້າປັດຈຸບັນ.