ລາຍການຊີວິດຊາວ ລາວ ມື້ນີ້ ພວກເຮົາຈະນຳສະເໜີການສຳພາດກັບທ່ານ ອະນິສົງ
ປະຖັມມະວົງ, ຄົນ ອາເມຣິກັນ ເຊື້ອສາຍລາວ ທີ່ອາໄສຢູ່ລັດ ເພັນຊິລເວເນຍ ຂອງ ສະ
ຫະລັດ ເຊິ່ງພວກເຮົາໄດ້ສຳພາດ ກ່ຽວກັບໜ້າທີ່ວຽກງານ ແລະ ປະສົບການຊີວິດຂອງ
ເພິ່ນ. ເຊີນທ່ານຟັງການສຳພາດກັບ ພຸດທະສອນ ໃນອັນດັບຕໍ່ໄປ.
ສະບາຍດີທ່ານຜູ້ຟັງທີ່ເຄົາລົບ, ແຂກທີ່ໃຫ້ກຽດຮ່ວມສຳພາດກັບພວກເຮົາໃນມື້ນີ້ແມ່ນ
ຄົນລາວ ທີ່ອາໄສຢູ່ໃນເມືອງ ເຮີຊີ, ລັດ ເພັນຊິລເວເນຍ, ສະຫະລັດ ອາເມຣິກາ, ເພິ່ນ
ເປັນຄົນລາວຜູ້ນຶ່ງ ທີ່ປະສົບຄວາມສຳເລັດໃນໜ້າທີ່ວຽກງານຫຼາຍ ແລະ ມື້ນີ້ເພິ່ນຈະ
ມາເລົ່າປະສົບການຊີວິດ ແລະ ໜ້າທີ່ວຽກງານທີ່ປະສົບຄວາມສຳເລັດຂອງເພິ່ນໃຫ້ເຮົາ
ຟັງ. ຂໍໃຫ້ທ່ານແນະນຳຕົວແນ່ໄດ້ບໍ່?
ທ່ານ ອະນິສົງ ປະຖັມມະວົງ “ອັນນີ້ແມ່ນ ອະນິສົງ ປະຖັມມະວົງ, ເກີດທີ່ບ້ານຫາຍໂສກ
ນະຄອນວຽງຈັນ ລະກະໄດ້ເດີນທາງມາ ສະຫະລັດ ອາເມຣິກາ ຄັ້ງແລກປີ 1972 ມາ
ຮຽນຢູ່ມະຫາວິທະຍາໄລ ວິສຄອນຊິນ.”
ພຸດທະສອນ "ທ່ານມີອາຍຸຈັກປີແລ້ວ?”
ທ່ານ ອະນິສົງ “67 ປີ”
ພຸດທະສອນ “ດຽວນີ້ທ່ານອາໄສຢູ່ລັດໃດ?”
ທ່ານ ອະນິສົງ “ໄດ້ມາປະຈຳໜ້າທີ່ຢູ່ລັດ ເພັນຊິລເວເນຍ, ເມືອງ ເຮີຊີ ເພັນຊິລເວເນຍ,
ແຕ່ກ່ອນນັ້ນ 28 ປີ, ກະໄດ້ຢູ່ເມືອງ ແອັດແລນຕາ, ຈໍເຈຍ.”
ພຸດທະສອນ “ຕອນມາທຳອິດແມ່ນຢູ່ລັດວິສຄອນຊິນເນາະ?”
ທ່ານ ອະນິສົງ “ແມ່ນແລ້ວມາຮຽນຢູ່ຫັ້ນ ລະກະໄດ້ເລີ່ມການທຳອິດຢູ່ລັດວິສຄອນຊິນ
ເລີຍ.”
ພຸດທະສອນ “ທ່ານຮຽນຫຍັງຢູ່ ວິສຄອນຊິນ?”
ທ່ານ ອະນິສົງ “ຈົບ Chemistry (ເຄມີສາດ)”
ພຸດທະສອນ “ຕອນນັ້ນແມ່ນຮຽນໃນລະດັບໃດ?”
ທ່ານ ອະນິສົງ “ປະລິນຍາຕີ ເພາະວ່າໄດ້ທຶນຫຼັງຈາກອອກຈາກ ລີເຊ ວຽງຈັນ ແລະ ກໍ
ໄດ້ຮັບທຶນລັດຖະບານ, ມານຳກັນປີນັ້ນຫ້າຄົນ, ມາຕົກດິນໃຫຍ່ ລະກະໄປ ຮາວາຍ
ອີກ 4 ຄົນ. ຂ້າພະເຈົ້າໄດ້ເລືອກມາດິນໃຫຍ່ ກະເລີຍວ່າໄດ້ສົ່ງໄປຮຽນຢູ່ມະຫາວິທະ
ຍາໄລ ວິສຄອນຊິນ.”
ພຸດທະສອນ “ທ່ານໄດ້ຮຽນຕໍ່ອີກບໍ່?”
ທ່ານ ອະນິສົງ “ອັນນະ ບໍ່, ເພາະວ່າທຶນເຂົາເຈົ້າກະໃຫ້ມາແຕ່ສຳລັບເອົາປະລິນຍາຕີ.
ຕາມທຳມະດາກະຕ້ອງໄດ້ເມືອຮັບໃຊ້ປະເທດຊາດ ແຕ່ວ່າບັງເອີນວ່າພໍດີປີນັ້ນ ຈົບກະ
ແປວ່າບ້ານເມືອງເຮົາກະມີການປ່ຽນແປງ. ກະເລີຍວ່າໄດ້ຕົກເປັນອົບພະຍົບ ມາລະ
ກະຂໍເປັນສັນຊາດຕໍ່ມາເລີຍ.”
ພຸດທະສອນ “ໂອ, ສະແດງວ່າຕອນຮຽນຈົບຫັ້ນ ທ່ານຢູ່ອາເມຣິກາເລີຍບໍ? ບໍ່ໄດ້ກັບ
ໄປບ້ານອີກ?
ທ່ານ ອະນິສົງ “ແມ່ນລະ ພໍດີຖ້າເອົາໃບປະກາດສະນິຍາບັດ ກະເລີຍບໍ່ມີໂອກາດໄດ້
ເມືອເທື່ອ ກະເລີຍຕອນນັ້ນບ້ານເມືອງມີການປ່ຽນແປງກະເລີຍວ່າໄດ້ຢູ່ຕໍ່ເລີຍ.”
ພຸດທະສອນ “ທ່ານໄດ້ສ້າງຄອບຄົວແລ້ວເນາະ?”
ທ່ານ ອະນິສົງ “ແມ່ນ, ແຕ່ງງານໄດ້ 43 ປີແລ້ວ, ພັນລະຍາຊື່ ຂັນມາລາ ຖາວອນ ລາວ
ມາຈາກບ້ານບໍໂອ, ລາວກະມາຕັ້ງແຕ່ປີ 1971 ມາຮຽນມັດທະຍົມ. ມາຢູ່ນຳເອື້ອຍກັບ
ອ້າຍເຂີຍທີ່ມາກ່ອນ. ກະເລີຍວ່າໄດ້ຢູ່ນີ້ ລະກະໄດ້ແຕ່ງງານກັນຕັ້ງແຕ່ປິ 1977, ກະມີ
ລູກນຳກັນສາມຄົນ. ນາງ ຊາຣາ, ທ້າວ ແມັດທິວ ກັບທ້າວ ມາກ. ໝົດທຸກຄົນກໍໄດ້ມີ
ໂອກາດຈົບມະຫາວິທະຍາໄລ ທັງສາມຄົນ ລະກະໄດ້ວຽກການ.”
ພຸດທະສອນ "ຊີວິດການເປັນຢູ່ໃນເມືອງ ເຮີຊີ, ລັດ ເພັນຊິລເວເນຍ ເປັນແນວໃດ?
ທ່ານ ອະນິສົງ “ມັນກະເປັນເມືອງນ້ອຍ, ເມືອງ ເຮີຊີ ເພັນຊິລເວເນຍ, ເປັນເມືອງນ້ອຍ
ຢູ່ 30 ນາທີຈາກເມືອງເອກ ແຮຣິສເບີກ ແຕ່ວ່າ ເຮີຊີ ເພັນຊິລເວເນຍ ເປັນເມືອງນ້ອຍ
ລະກະເປັນເມືອງທ່ອງທ່ຽວ ເພາະວ່າມີສວນສະໜຸກ ລະກະມີບໍລິສັດ ເຮີຊີ ທີ່ວ່າເຂົາ
ເຈົ້າເຮັດເຂົ້າຕົ້ມເຂົ້າໜົມ ຖືວ່າເປັນບໍລິສັດໃຫຍ່ ເປັນລູກຄ້າໃຫຍ່ຂອງບໍລິສັດ
Printpack ທີ່ວ່າຂ້ອຍເຮັດໃຫ້ ແລ້ວເຄີຍເຮັດມານຳເຂົາເຈົ້າ 40 ປີ ແລ້ວເຂົາເຈົ້າອັນ
ນະ ຂໍຮ້ອງໃຫ້ມາຊ່ອຍ ກະເລີຍວ່າໄດ້ປ່ຽນໜ້າທີ່ລະກະໄດ້ມາຢູ່ເມືອງເພັນຊິລເວເນຍ
ນີ້, ກະປະມານສາມປີແລ້ວ.”
ພຸດທະສອນ “ວຽກທຳອິດທີ່ທ່ານເຮັດກ່ອນມາເຮັດໃຫ້ Printpack ແມ່ນຫຍັງ?”
ທ່ານ ອະນິສົງ “ຄັນຊິເວົ້າແລ້ວຫຼັງຈາກຈົບມະຫາວິທະຍາໄລ ວິສຄອນຊິນ ກະໄດ້ເຮັດ
ການຄົ້ນຄວ້າ ເຮັດການຄົ້ນຄວ້າໃຫ້ມະຫາວິທະຍາໄລ ແຕ່ວ່າທຶນໂຕນັ້ນ ວຽກໂຕນັ້ນ
ແມ່ນສະປອນເຊີຈາກອົງການ ນາຊາ, ຄົ້ນຄວ້າສຳລັບການເອັກສເຣ ດາລາສາດ ອະ
ວະກາດ ແຕ່ວ່າຫຼັງຈາກນັ້ນແລ້ວ ເຮັດສາມປີ ໄດ້ໜັງສ້ຽນໜັງສືຄົບຖ້ວນແລ້ວ ກະໄດ້
ວຽກທຳອິດຢູ່ທາງນອກຫັ້ນ ກະແປວ່າ ໃຫ້ໂຮງພິມແບບທີ່ວ່າຄູ່ແຂ່ງກັບບໍລິສັດ
Printpack. ເຮັດໃຫ້ບໍລິສັດ Millprint ຫັ້ນ 10 ປີ. ລະກະໄດ້ອອກ ມາເຂົ້າກັບບໍລິສັດ
Printpack ໄດ້ 30 ປີແລ້ວ.”
ພຸດທະສອນ “ຕຳແໜ່ງຂອງທ່ານແມ່ນຫຍັງນໍ?”
ທ່ານ ອະນິສົງ “ຄັນເວົ້າແລ້ວເຂົາເຈົ້າເອີ້ນ ຜູ້ບໍລິຫານອາວຸໂສດ້ານເທັກນິກ ຫຼື Senior
Technical Mananger. ແປວ່າ ເປັນຜູ້ບໍລິຫານດ້ານເຕັກນິກທີ່ຖືກມອບວຽກໃຫ້ສຳ
ລັບບໍລິສັດ ເຮີຊີ ໂດຍສະເພາະ ເພາະວ່າເປັນລູກຄ້າໃຫຍ່.
ພຸດທະສອນ “ໜ້າທີ່ທຳອິດທີ່ທ່ານ
ໄດ້ເຮັດຢູ່ບໍລິສັດນີ້ແມ່ນຫຍັງ?”
ທ່ານ ອະນິສົງ “ກະແປວ່າເຮັດຢູ່ຫ້ອງທົດລອງ ແປວ່າເປັນຜູ້ບໍລິຫານຫ້ອງທົດລອງ ແປວ່າກ່ຽວກັບເລື່ອງທົດລອງທຸກສິ່ງທຸກຢ່າງຂອງບໍລິສັດນັ້ນເຮັດ. ຕໍ່ມາກະໄດ້ເລື່ອນຊັ້ນ ເຮັດເປັນນັກວິສະວະກອນໃຫ້ເຂົາເຈົ້າລະກະຕໍ່ມາເຮັດເປັນຜູ້ບໍລິຫານໂຮງງານ ມັນກະຫຼາຍໆອັນຢູ່ທີ່ວ່າໂຊກດີ ພວກເຈົ້ານາຍເຂົາເຈົ້າເຊື່ອຖືລະກະເອົາວຽກໃໝ່ໃຫ້ເຮັດຕະຫຼອດ ລະກະໄດ້ເຮັດໃຫ້ເຂົາເຈົ້າໄດ້ດີ ລະກະໄດ້ຂຶ້ນ, ປ່ຽນໜ້າທີ່ຂຶ້ນມາເລີຍໆ. ບໍລິສັດໃໝ່ກະແບບດຽວກັນ. ເຮັດທຳອິດກະເຮັດດ້ານເຕັກນິກ, ລະກະຕໍ່ມາກະເຮັດການຕະຫຼາດ ເຮັດການພັດທະນາທຸລະກິດ ແຕ່ວ່າດຽວນີ້ກະມາເຮັດແບບດ້ານເຕັກນິກ,ແຕ່ວ່າມາຊ່ອຍເຫຼືອບໍລິສັດ ເຮີຊີ ທີ່ວ່າເປັນລູກຄ້າໃຫຍ່ຂອງບໍລິສັດ."
ພຸດທະສອນ "ທ່ານຄິດວ່າຈະເຮັດວຽກນີ້ໄປອີກດົນປານໃດ?"
ທ່ານ ອະນິສົງ "ຕາມທຳມະດາກະຮອດຈົບອາຍຸທີ່ວ່າອອກບຳນານໄດ້ແລ້ວ ແຕ່ວ່າຍ້ອນຄວາມຊ່ວຍເຫຼືອເຂົາເຈົ້າຕ້ອງການແດ່ ລະກະມັກວຽກໂຕນີ້ແດ່ ເຄີຍເຮັດມາຕະຫຼອດ ກະເລີຍວ່າ ບໍ່ຄິດຢາກເຊົາເທື່ອ ກະເລີຍວ່າຄິດວ່າຢາກເຮັດອີກປະມານສອງສາມປີ.
ພຸດທະສອນ “ຫຼັງຈາກບຳນານແລ້ວ
ທ່ານຢາກເຮັດຫຍັງ?”
ທ່ານ ອະນິສົງ “ອັນນີ້ກະບໍ່ທັນໄດ້ຄຶດເທື່ອ ກະຄືວ່າລະເນາະເຮັດວຽກເຮັດການມາຕະຫຼອດ ກະຢາກໄປທ່ຽວໄປເບີກຫູເບີກຕາ ເບິ່ງປະເທດນັ້ນປະເທດນີ້ທີ່ວ່າເຮົາບໍ່ທັນໄດ້ເບິ່ງເນາະ ກະຄືວ່າທ່ຽວຢູ່ໃນສະຫະລັດນີ້ກະຍັງມີຫຼາຍບ່ອນຢູ່ທີ່ວ່າບໍ່ໄດ້ເຫັນເທື່ອ ກະຢາກໄປເບິ່ງໃຫ້ມັນເຫັນ ລະກະໄປເອີຣົບແດ່ ລະເອເຊຍແດ່ ໂດຍສະເພາະ ຍີ່ປຸ່ນ ເບາະຫຼືວ່າປະເທດ ຈີນ ເບາະຈັ່ງຊັ້ນ."
ທ່ານ ອະນິສົງ ຍັງໄດ້ກ່າວວ່າ ທ່ານຢາກຂຽນປຶ້ມ ກ່ຽວກັບ ຊີວະປະຫວັດຂອງຕົນເອງ
ແລະ ຄອບຄົວ ເພື່ອໃຫ້ລູກຫຼາຍໄດ້ມີໂອກາດຮູ້ຈັກວ່າ ພໍ່ແມ່ຂອງເຂົາເຈົ້າມາແຕ່ໃສ,
ແມ່ນໃຜມາແຕ່ໃສ ແລະ ວ່າໄດ້ມີໂອກາດມາຢູ່ປະເທດ ສະຫະລັດ ນີ້ໄດ້ແນວໃດ.
ນອກຈາກຈະເຮັດວຽກໜັກແລ້ວ, ທ່ານ ອະນິສົງ ເບິ່ງແຍງສຸຂະພາບຂອງຕົນ ເອງເປັນ
ຢ່າງດີ. ທ່ານມັກຫຼິ້ນກິລາເທັນນິສ, ທ່ານເວົ້າວ່າຕອນສະໄໝຍັງນ້ອຍ, ທ່ານເຄີຍເປັນ
ນັກເທັນນິສທີມຊາວໜຸ່ມ, ເຄີຍໄປຕີຢູ່ປະເທດ ໄທ ແລະ ຫວຽດນາມ. ລູກຂອງເພິ່ນ
ໝົດທຸກຄົນ ກໍຫຼິ້ນກິລາເທັນນິສເຊັ່ນກັນ.
ເບິ່ງຄວາມເຫັນ (1)
ໂຫລດຄວາມເຫັນ ຕື່ມອີກ