ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ອິນລືຊາ ຝາກໃຫ້ໂລກ ຍອມຮັບ ສາວປະເພດ ສອງວ່າ ພວກເຂົາເຈົ້າ ກໍເປັນມະນຸດ ປຸຕຸຊົນ ທຳມະດາ ເໝືອນກັນ


ເວທີການປະກວດ Miss International Queen 2015
ເວທີການປະກວດ Miss International Queen 2015

ລາຍການ​ຊີວິດ​ຊາວ​ລາວ​ຂອງ VOA ​ໃນ​ຄ່ຳ​ຄືນ​ນີ້​ພິ​ເສດ​ແດ່
ຊຶ່ງ​ແຫວກ​ແນວ​ຫຼາກຫຼາຍເລື້ອງ​ລາວ​ທີ່​ທາງ​ເຮົາ​ໄດ້​ນຳ​ສະ​ເໜີ
​ມາ​ຈາກ​ອະດີດ ຈົນ​ເຖິງ​ປະຈຸ​ບັນ​. ວັນ​ເວລາ​ໝູນວຽນ​ປ່ຽນ​ໄປ ສັງຄົມ​ປ່ຽນ​ໄປ ມຸມ​ມອງ​ຂອງ​ຄົນ​ເຮົາ ​ເຈົ້າ​ຂ້ອຍ ກໍປ່ຽນ​ໄປ ​ເພາະສະ​ນັ້ນ​ມື້​ນີ້ ຂໍ​ແນະນຳໃຫ້​ແຟນລາຍການ​ໄດ້​ມາ​ຮູ້ຈັກ​ແລະ​ຮຽນ​ຮູ້ ກ່ຽວ​ກັບ​ເລື້ອງ​ລາວ​ຂອງ​ສາວ​ເຈົ້າ ທີ່​ເກີດ​ມາ​ເປັນ​ເປັນ​ເດັກ​ຊາຍ ​ແລະ​ໃນ​ປະຈຸ​ບັນ​ນີ້ ​ໄດ້​ກາຍ​ມາ​ເປັນ​ນາງ​ສາວ​ຢ່າງ​ສົມບູນ​ແບບ ​ໃນ​ສະບັບ​ຂອງ ດຣ. ອິນ​ລືຊາ ບາ​ແສງ​ຄຳ ຊຶ່ງອິນ​ລືຊາ ​ໄດ້​ເລົ່າ​ເຖິງ​ເບື້ອງ​ຫຼັງຄວາມ​ເປັນ​ມາ​ວ່າ ​ເປັນ​ຄົນ​ສະຫວັນ​ນະ​ເຂດ ​ເກີດ​ແລະໂຕ​ມາ​ໃນ​ທີ່​ນັ້ນ ເປັນລູກຂອງພໍ່ອິນພະມາ ແລະແມ່ພູຄຳ ເປັນຄົນສຸດທ້ອງ ຂອງເອື້ອຍ ສາມຄົນ​ແລະ
ອ້າຍສາມຄົນ ຊຶ່ງ​ອິນ​ລືຊາ ​ແນະນຳ​ຕົວ​ເອງ​ວ່າ:

ອິນລືຊາ ບາແສງຄຳ ແລະນາງສາວ ນິນລະມົນ ພິມພາ ຕົວແທນສາວປະເພດສອງຈາກ ສປປ ລາວ
ອິນລືຊາ ບາແສງຄຳ ແລະນາງສາວ ນິນລະມົນ ພິມພາ ຕົວແທນສາວປະເພດສອງຈາກ ສປປ ລາວ

ອິນ​ລືຊາ ​ເຕີບໂຕ​ມາ​ຈາກ​ຄອບຄົວ​ລາວ​ສາມັນທົ່ວ​ໄປ ​ແຕ່​ມັກຮັກ​
ໃນ​ການ​ສຶກສາ​ຮ່ຳຮຽນ ຕັ້ງ​ຕໍ່​ສຶກສາ ຈົນ​ນຈົບ​ປລິນ​ຍາ​ຕີ​ຈາກ​ມະຫາ
ວິທະຍາ​ໄລ​ແຫ່ງ​ຊາດ ສາຂາ​ພາສາ​ອັງກິດ ​ແລະ​ຈົບ​ປລິນ​ຍາ​ໂທ​
ຈາກ​ຍີ່ປຸ່ນ ​ແລະ​ປລິນ​ຍາ​ເອກ​ຈາກ Portugal ຊຶ່ງ​ອິນ​ລືຊາ ດັ່ງການ
ສຳພາດຕໍ່ໄປນີ້:

ການປະຊັນກັນ ໃນຊຸດອາບນ້ຳ
ການປະຊັນກັນ ໃນຊຸດອາບນ້ຳ

​ອິນ​ລືຊາ​ເປັນ​ເດັກ​ໄຝ່ຮຽນ ​ແລະ​ຂະໜຍັນ​ອົດທົນ​ສຶກສາ​ຕ່າງຕໍ່​ໄປ ​
ແບບ​ບໍ່​ລົດ​ລະ ​ແລະ​ຫຼັງ​ຈາກ​ທີ່​ໄດ້​ໃຊ້​ເວລາ​ເຮັດ​ວຽກ​ກັບ​ກຸ່ມ​ອົງການ
World Vision ມັນ​ໄດ້​ເປັນ​ຈຸດ​ປະກາຍ​ໃຫ້ ອິນ​ລືຊາ ສະ​ແຫວງຫາ
​ແລະ​ຮຽນ​ຮູ້​ສິ່ງ​ໃຫມ໋ໆ ​ເປັນ​ອາສາ​ມະ​ໝັກ ຟາກ​ພັດທະນາ ພວກ​
ເດັກນ້ອຍ​ຕາມ​ຊົນນະບົດ ​ໃຫ້​ມາ​ເອົາ​ດີ​ທາງ​ການ​ຮຽນ ຈຶ່ງ​ໄດ້​ວິ​ໄຈ
​ກ່ຽວ​ກັບສາ​ເຫດ​ຂອງ​ພວກ​ເດັກນ້ອຍ​ທີ່​ອອກ​ໂຮງຮຽນ ຊຶ່ງອິນ​ລືຊາ ​
ເລົ່າ​ຕໍ່​ໄປວ່າ:​

ບັນດາສາວງາມທີ່ເຂົ້າປະກວດທັງໝົດ
ບັນດາສາວງາມທີ່ເຂົ້າປະກວດທັງໝົດ

​ອິນ​ລືຊາ ຄື​ເກີດ​ມາ​ເປັນ​ເດັກ​ຊາຍ ​ແລະ​ມີ​ຈິດ​ໃຈ​ອຽງ​ແພດ ເປັນ​
ແມ່ຍິງ ບໍ່​ເຄີຍ​ຈະ​ນ້ອຍ​ໃຈ​ໃນ​ຄວາມ​ເປັນ​ຕົນ​ຕົວ​ຂອງ​ຕົວ​ເອງ
ພ້ອ​ມທັງຄອບຄົວ​ກໍ​ໃຫ້​ຄວາມ​ເຫັນ​ອົກ​ເຫັນ​ໃຈ ຍອມຮັບ​ແລະ​ບໍ່​ວ່າ
​ຫຍັງ ອິນ​ລືຊາ ບອກ​ມາ​ວ່າ ພໍ່​ບໍ່​ຖື ຂໍ​ໃຫ້​ລູກ​ເປັນ​ຄົນ​ດີ​ໃນ​ສັງຄົມ
​ກໍ​ພໍ
ຊຶ່ງອິນ​ລືຊາ ​ເລົ່າ​ເຖິງ​ປະສົບ​ການ​ຂອງ​ຂັ້ນ​ຕອນ​ການ​ປ່ຽນ​ເພດ
ຫຼື​ຂ້າມ​ເພດ​ຈາກ​ຊາຍ​ມາ​ເປັນ​ຍິ່ງ ​ດັ່ງ​ການ​ສຳພາດ​ຕໍ່​ໄປ​ນີ້:


ບົດບາດຂອງອິນ​ລືຊາ ບໍ່​ແມ່ນພຽງ​ແຕ່​ອາຈານ​ສອນ ​ເປັນ​ອາສາ​ສະມັກ ​ເປັນ​ປາກ​ສຽງ​ໃຫ້​ແກ່​ກຸ່ມ​ຂ້າມເພດ​ເທົ່າ​ນັ້ນ ຄວາມ​ຕັ້ງ​ໃຈ​ຂອງ​ອິນ​ລືຊາ ບໍ່​ໄດ້​ຢຸດ​ຢັ້ງ​ຢູ່​ກັບ​ທີ່ ຍັງ​ຈະ​ຕ້ອງ​ດຳ​ເນີນ​ຕໍ່​ໄປ ຊຶ່ງ​ປະຈຸ​ບັນ​ນີ້ ກໍ​ກຳລັງ​ຕຽມ​ບົດ​ວິ​ໄຈ ກ່ຽວ​ກັບ​ສາ​ເຫດ​ແລະ​ແຮງ​ດົນ​ບັນດານ​ໃຈຂອງ​ການ​ເປັນ​ໂສ​ເພນີ​ຂ້າມ​ແພດ ຊຶ່ງອິນ​ລືຊາ ບອກ​ມາ​ວ່າ ​ໄດ້​ສົ່ງ​ໄປໃຫ້ທາງ​ມະຫະວິທະຍາ​ໄລ Havard ​ແລ້ວ ຍັງ​ແຕ່​ລໍ​ຜົນ​ຕອບ​ເທົ່າ​ນັ້ນ. ຄ່ຳ​ຄືນ​ນີ້ ທີ່​ທ່ານ​ກຳລັງ​ຟັງ VOA ຢູ່​ນີ້ ອິນ​ລືຊາ ກໍໄດ້ ​ໄປ​ປະຈຳ​ຢູ່​ກອງ​ປະ​ກວດ Miss International Queen ທີ່​ພັດທະຍາ ປະ​ເທດ​ໄທ ເຂົ້າປະຊັນ​ຄວາມ​ງາມ ຄວາມ​ສາມາດ ​ເປັນຕົວ​ແທນ​ໃຫ້ ສປປ ລາວ ຊຶ່ງອິນ​ລືຊາ ກ່າວ​ເຖິງ​ຄວງາມ​ຮູ້​ສຶ​ກ​ແລະ​ຈຸດປະສົງ​ຂອງ​ການ​ເຂົ້າ​ແຂງ​ຂັນ ຮ່ວມ​ກັບສາວ​ງາມ​ທົ່ວ​ໂລກ ດັ່ງ​ທີ່​ບົດ​ສຳພາດ​ຕໍ່​ໄປ​ນີ້:

ການ​ທີ່​ໄດ້​ສຳ​ພັດ​ແລະ​ຮຽນ​ຮູ້​ເຖິງ​ຄວາມ​ຮູ້ສຶກ​ຂອງ​ສາວ​ຂ້າມ​ເພດ​ນີ້ ​ເຮັດ​ໃຫ້ ​ເຮົາ ​ເຈົ້າ ຂ້ອຍ
​ໄດ້​ຮຽນ​ຮູ້​ຫຼາຍ​ຢ່າງ ຮຽນ​ຮູ້​ເຖິ ງ​ມຸມ​ມອງ ຄວາມ​ຄິດ​ອ່ານ ທັງ​ນີ້ ທັງ​ນັ້ນ ຂ້າພະ​ເຈົ້າ​ວ່າ ຄົນ​ເຮົາ​ເລືອກ​ເກີດ​ບໍ່​ໄດ້ ​ແຕ່​ເລືອກ​ທີ່​ຈະ​ເປັນ​ຄົນ​ດີ​ໄດ້ ​ແລະ​ສ້າງ​ຜົນງານ​ໃຫ້​ໂລກ​ໜ່ວຍ​ນີ້​ໄວ້ ກ່ອນ​ທີ່​ພວກ​ເຮົາ​ຈະ​ໄດ້​ອຳ​ລາ​ພ າ​ຈາກ ຊຶ່ງອິນ​ລືຊາ ກ່າວ​ວະ​ຫຼຸບ​ວ່າ:

ການທີ່ສຳພາດອິນລືຊາ ຄັ້ງນີ້ ເຮັດໃຫ້ພວກເຮົາໄດ້ຮຽນຮູ້ ໄດ້ເຂົ້າໃຈ​ອີກຫຼາຍໆມຸມມອງ
ຂອງສາວຂ້າມເພດເພາະສະນັ້ນຢາກຈະໃຫ້ທຸກທ່ານຍອມຮັບເຖິງຕົນຕົວຂອງພວກເຂົາເຈົ້າ ໃຫ້ມອງຂ້າມພາບລັກ ຮູບຮ່າງໜ້າຕາຂອງພວກເຂົາເຈົ້າ ໃຫ້ມອງເຖິງຈິດໃຈ ຄວາມຮູ້ສຶກ
ແລະຄວາມສາມາດຂອງແຕ່ລະບຸກຄົນ ເພາະສະນັ້ນທາງລາຍການຊີວິດຂາວລາວຂອງ VOA ຂໍສົ່ງກຳລັງໃຈ ໄປໃຫ້ອິນລືຊາ ນຶ່ງມື້ ກ່ອນວັນປະກວດ Miss International Queen ທີ່ພັດທະຍາ ປະເທດໄທ ວັນທີ່ 6 ພະຈິກ ຂໍໃຫ້ເດີນຕາມຝັນແລະສ້າງຝັນໃຫ້ເປັນ
ຄວາມຈິງດັ່ງທີ່ຈຕັ້ງໃຈໄວ້ ຂໍໃຫ້ໂຊກດີ ແລະຂໍໃຫ້ເປັນຕົວແທນຂອງຄວາມງົດງາມ ຄຸນງາມຄວາມດີຂອງຄວາມເປັນລາວ ສູ່ສາຍຕາຊາວໂລກ ໃນເວທີສາກົນຄັ້ງນີ້​

ວັນນະສອນ ແກ້ວດາຣາ.

XS
SM
MD
LG