ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ການສຳພາດ ບຸກຄົນ ທີ່ກ່ຽວຂ້ອງ ໃນການປ່ຽນ ມາຖື ສັນຊາດ ອາເມຣິກັນ


ທ່ານ ບົວວັນ ແລະວິໄລຄອນ ຣາສີຫ໌
ທ່ານ ບົວວັນ ແລະວິໄລຄອນ ຣາສີຫ໌


ສະບາຍດີທ່ານ​ຜູ້​ຟັງ​ທີ່​ຄອຍ​ຕິດຕາມ​ລາຍການ​ຊີວິດ​ຊາວ​ລາວ
​ຂອງ VOA ຄ່ຳ​ຄືນ​ນີ້ພິ​ເສດ​ແດ່ທ່ານ ​ເນື່ອງ​ຈາກ​ວ່າ ວັນ​ທີ 4 ກໍລະກົດ ມື້​ອື່ນ​ນີ້ ແມ່ນ​ວັນ​ເອກ​ກະລາດ​ຂອງ​ສະຫະລັດ ເລີ່ມ​ຕັ້ງ​ແຕ່​ປີ 1776​ ເປັນ​ຕົ້ນ​ມາ ຈົນ​ມາ​ຮອດ​ປະຈຸ​ບັນ​ນີ້ ສະຫະລັດ ​ມີ​ອາຍຸ​ໄດ້ 238 ປີແລ້ວ ຊຶ່ງ​ວັນ​ດັ່ງກ່າວ​ມີ​ບົດບາດສຳຄັນ​ຍິ່ງ​ຂອງ​ປະ​ເທດ​ນີ້ ​
ທີ່​ຖື​ວ່າ​ເປັນ​ວັນ​ປະກາດ​ເອກ​ກະລາ​ດ ປົດແອກອອກ​ຈາກ​ປະ​ເທດ​ອັງກິດ.

ທຸງຊາດ ອາເມຣິກາ
ທຸງຊາດ ອາເມຣິກາ

ວັນ​ Independence Day ຫຼື​ວັນ​ເອກ​ກະລາດ ທີ່​ທຸກ​ຄົນ​ມັກ
​ຈະ​ເອີ້ນ​ກັນ​ວ່າ the 4th of July ​ແລະ​ມື້​ນີ້ ທາງ​ສະຫະລັດ ​ຈະ​ມີ
​ການຈັດ​ສະຫຼອງຢ່າງ​ອະລັງການ​ ມີ​ການ​ເດີນສວນສະໜາມ
ການ​ສະ​ແດງ​ດົນຕີ​ກາງ​ແຈ້ງ ​ແລະຈູດ​ບັ້ງ​ໄຟ​ດອກ​ໃນ​ຍາມ​ລາຕີ
ຕາມ​ຫົວ​ເມືອງ​ໃຫຍ່​ຕ່າງ​ໆທົ່ວ​ປະ​ເທດ ​ແລະ​ກິດ​ຈະ​ກຳທີ່​ພິ​ເສດ
ທີ່​ມີ​ຂຶ້ນ​ໃນ​ມື້ສະເຫຼີມສະຫຼອງທີ່ສຳຄັນ​ນີ້ ກໍ​ແມ່ນພິທີ​ຈັດ​ມອບ​ໃບ
​ປະກາດ​ເປັນສັນຊາດ​ອາ​ເມຣິກັນ ​ໃຫ້​ຊາວ​ອົບ​ພະ​ຍົບທົ່ວ​ໂລກທີ່
​ໄດ້​ເຂົ້າ​ມາ​ຕັ້ງ​ຖິ່ນ​ຖານ​ຢູ່​ໃນ​ສະຫະລັດ ທີ່ໄດ້ຢູ່​ຄົບຕາມລະບົບ​
ກົດໝາ​ຍ ທຸກ​ປະການ.

ປະຊາຄົທລາວ-ອາເມຣິກັນ
ປະຊາຄົທລາວ-ອາເມຣິກັນ

ມື້​ນີ້ ທາງ VOA ​ມີໂອກາດ​ສຳພາດກັບທ່ານບົວ​ວັນ ຣາສີຫ໌ ​
ທີ່​ກ່ຽວຂ້ອງ​ແລະ​ມີ​ບົດບາດ​ໃນ​ປະຊາ​ຄົມ​ລາວ​-ອາ​ເມຣິກັນ
ມາ​ເນີ້​ນນານກວ່າ 30 ປີ ​ໂດຍ​ສະ​ເພາະ​ໃນ​ເມືອງ San Diego
ລັດ California ລັດ​ທາງ​ພາກ​ຕາ​ເວັນ​ຕົກ​ສຽງ​ໃຕ້​ຂອງ​ສະຫະລັດ
ຊຶ່ງທ່ານ​ບົວວັນ ​ໄດ້​ໂອ້​ລົມ​ກັບ VOA ກ່ຽວ​ກັບ​ເບື້ອງ​ຫຼັງ
ຄວາມ​ເປັນ​ມາ​ຂອງອົງການຕ່າງໆທີ່ໄດ້ພົວພັນວ່າ:

ລິງໂດຍກົງ


ທ່ານບົວວັນເລົ່າໃຫ້ຟັງຕໍ່ໄປວ່າ ໄດ້ຊ່ອຍເຫຼືອປະຊາຄົມລາວ
ໃນຫຼາຍໆດ້ານ ຊຶ່ງສ່ວນໃຫຍ່ຈະເປັນການແປພາສາ ຊ່ອຍເຫຼືອ
ພວກອົບພະຍົບ ແລະໂຄງການສັງຄົມສົງເຄາະອື່ນໆ ແລະໃນ
ວຽກງານທີ່ຫຼ້າສຸດນີ້ ແມ່ນການສ້າງຕັ້ງສະຖາບັນການສອນ
ປະຫວັດສາດອາເມຣິກາ ເພື່ອໃຫ້ເປັນສັນຊາດອາເມຣິກັນ
ຊຶ່ງທ່ານເລົ່າຕໍ່ໄປວ່າ:

ລິງໂດຍກົງ


ກົດລະບຽບການຂອງການປ່ຽນມາເປັນສັນຊາດອາເມຣິກັນນີ້ ແມ່ນຈະດັດແກ້ຕາມຍຸກ
ຕາມສະໄໝ ຊຶ່ງທ່ານກ່າວວ່າ ທາງອົງການໄດ້ຊ່ອຍພວກສູງອາຍຸທີ່ກາຍ 50 ປີ ຂຶ້ນໄປ
ແລະມາຢູ່ອາເມຣິການານກວ່າ 20 ປີ ຂຶ້ນໄປ ນັ້ນວ່າ…ມີສິດສາມາດສອບເປັນພາສາ
ລາວ ດ້ວຍການນຳເອົານາຍພາສາໄປຊ່ອຍໄດ້​.

ຍານາງ ຄອນສະຫວັນ ຈິນດາວົງ
ຍານາງ ຄອນສະຫວັນ ຈິນດາວົງ

ຍານາງ ຄອນສະຫວັນ ຈິນດາວົງ ກໍເປັນນຶ່ງໃນຈຳນວນ 800
ກວ່າຄົນ ທີ່ທ່ານບົວວັນ ໄດ້ຊ່ອຍສິດສອນ ຍານາງຄອນສະຫວັນ
ເຂົ້າມາຢູ່ສະຫະລັດ ຕັ້ງແຕ່ປີ 1991 ແຕ່ວ່າໄດ້ຮ່ຳຮຽນໜ້ອຍ
ພຽງແຕ່ຈົບຊັ້ນປ 4​ເທົ່ານັ້ນຕອນທີ່ມາຮອດສະຫະລັດບໍ່ໄດ້ມີ​
ໂອກາດສຶກສາເລີຍອ່ານພາສາອັງກິດບໍ່ໄດ້ຈຶ່ງມີຄວາມຈຳເປັນ
ທີ່ຈະຕ້ອງການຄວາມຊ່ອຍເຫຼືອຈາກສະຖາບັນການຮຽນປະຫວັດ
ສາດຂອງສະຫະລັດ ເພື່ອຈະສອບໃຫ້ໄດ້ເປັນສັນຊາດອາ
ເມຣິກັນ ດັ່ງຍານາງຄອນສະຫວັນ ເລົ່າໃຫ້ຟັງວ່າ:

ລິງໂດຍກົງ

​ທ່ານບົວວັນໄດ້ຊ່ອຍເຫຼືອເລື່ອງການແປພາສາແລະການສິດສອນເພື່ອຈະສອບເປັນສັນ
ຊາດອາເມຣິກັນໃນຫຼາຍລັດ ຊຶ່ງໃນໄລຍະຕະຫຼອດ20 ກວ່າປີຜ່ານມານີ້ ແມ່ນໄດ້ຊ່ອຍ
ໃຫ້ຊາວອົຍພະຍົບທີ່ເປັນຄົນເອເຊຍສອຍໄດ້ປະມານ 824 ຄົນແລ້ວ​ແລະກໍຈະຍັງສືບຕໍ່
ດຳເນີນວຽກງານ ເລື້ອຍໆໄປ ແຕ່ກໍຈະລົດນ້ອຍຖອຍລົງແດ່ ເພາະວ່າໄດ້ປົດກະສຽນແລ້ວ ດັ່ງບົດສຳພາດຕໍ່ໄປນີ້:

ລິງໂດຍກົງ

ໂອກາດ​ໜ້າ​ທາງ ​VOA ​ຈະນຳ​ເລື່ອງລາວຂອງຄົນລາວທ່ານ​ອື່ນໆ​ອີກ ມາສະ​ເໜີ​ທ່ານ ກະລຸນາ​ຄອຍ​ຕິດຕາມ.

XS
SM
MD
LG