ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ບຸນຊ່ວງເຮືອ ປະຈໍາປີ ທີ່​ເມືອງ ແຊນ ດິເອໂກ ລັດ ຄາລິຟໍເນຍ ຂອງ ສຫລ


ຂະບວນແຫ່ນາງເຮືອ, ນາງດໍາ-ນາງດ່ອນ ຕາມປະເພນີລາວ ລ່ອງຕາມແມ່ນໍ້າ ກ່ອນຈະເລີ້ມທໍາການຊ່ວງເຮືອ ໃນງານບຸນ ທີ່ຈັດໂດຍຊາວອາເມຣິກັນ ເຊື້ອ​ສາຍ​ລາວ ທີ່​ເມືອງ ແຊນ ດິເອໂກ, ລັດຄາລິຟໍເນຍ
ຂະບວນແຫ່ນາງເຮືອ, ນາງດໍາ-ນາງດ່ອນ ຕາມປະເພນີລາວ ລ່ອງຕາມແມ່ນໍ້າ ກ່ອນຈະເລີ້ມທໍາການຊ່ວງເຮືອ ໃນງານບຸນ ທີ່ຈັດໂດຍຊາວອາເມຣິກັນ ເຊື້ອ​ສາຍ​ລາວ ທີ່​ເມືອງ ແຊນ ດິເອໂກ, ລັດຄາລິຟໍເນຍ

ໃນຊ່ວງເລີ້ມຍ່າງເຂົ້າລະດູໃບໄມ້ລົ່ນຢູ່ສະຫະລັດ ເມື່ອບໍ່ຫຼາຍປີມານີ້ ຊາວລາວ-
ອາເມຣິກັນ ຢູ່ໃນຫລາຍລັດ ຫລາຍພາກຂອງປະເທດ ແມ່ນມັກຈະພາກັນຈັດງານ
ບຸນຊ່ວງເຮືອ ເພື່ອສ້າງຄວາມມ່ວນຊື່ນ ແລະສືບທອດປະເພນີ ທີ່ເຄີຍໄດ້ປະຕິບັດ
ກັນມາຢູ່ໃນລາວ. ສໍາລັບທ້າຍສັບປະດານີ້ ທາງລາຍການຊີວິດຊາວລາວໃນຕ່າງ
ແດນຂອງວິທະຍຸອີໂອເອ ຢາກສະເໜີລາຍງານກ່ຽວກັບບຸນຊ່ວງເຮືອ ຄັ້ງທີ 5 ທີ່ຈະ
ຈັດຂຶ້ນໃນວັນເສົາທີ 22 ນິີ້ ໂດຍຊາວລາວ-ອາເມຣິກັນທີ່ເມືອງແຊນດິເອໂກ ທາງ
ພາກໃຕ້ຂອງລັດຄາລີຟໍເນຍ ທາງພາກຕາເວັນຕົກຂອງສະຫະລັດ. ສ່ວນວ່າ ບຸນ
ຊ່ວງເຮືອປະຈໍາປີປະເພດນີ້ ຂອງຊາວລາວໃນເມືອງດັ່ງກ່າວ ຈະມີລັກສະນະແບບ
ໃດ ຫລືຄຶກຄື້ນຊໍ່າໃດນັ້ນ ມາຟັງລາຍງານນຳກັນຈາກບົວສະຫວັນ, ນັກຂ່າວຂອງ
ພວກເຮົາເລີຍເໜາະ.

ເຮືອຊ່ວງທີ່ມີສິພາຍເຕັມກໍາລັງລ່ອງຢູ່ໃນແມ່ນໍ້າ
ເຮືອຊ່ວງທີ່ມີສິພາຍເຕັມກໍາລັງລ່ອງຢູ່ໃນແມ່ນໍ້າ

ເພື່ອເປັນການຮັກສາໄວ້ ຊຶ່ງຮີດຄອງປະເພນີອັນດີງາມຂອງຊາວລາວ ທີ່ເຄີຍໄດ້ປະ
ຕິບັດກັນມາແຕ່ດຶກດໍາບັນ ໃຫ້ລູກຫລານເຍົາວະຊົນລຸ້ນຫລັງໄດ້ຊື່ນຊົມ ແລະສືບທອດ
ຕໍ່ໄປ ແລະເພື່ອເປັນການສ້າງຄວາມມ່ວນຊື່ນຮັດແໜ້ນຄວາມສາມັກຄີກັນ ທາງສູນກາງ
ວັດທະນະທໍາລາວ ເມືອງແຊນດິເອໂກ ຢູ່ທາງພາກໃຕ້ຂອງ ລັດຄາລີຟໍເນຍທີ່ຢູ່ທາງຕາ
ເວັນຕົກຂອງສະຫະລັດນັ້ນ ຈຶ່ງຈະຈັດບຸນຊ່ວງເຮືອປະຈໍາປີຄັ້ງທີ 5 ຂຶ້ນ ໃນວັນເສົາ ທີ
22 ກັນຍາ 2018 ທີ່ຈະມາເຖິງນີ້ ຢູ່ທີ່ສວນສາທາລະນະ Mission Bay ທີ່ຕັ້ງຢູ່ແຄມ
ແມ່ນໍ້າໃຫຍ່ທີ່ຊື່ວ່າອ່າວມິສຊັນນັ້ນ.

ເໝືອນດັ່ງປີຜ່ານມາ ງານບຸນນີ້ ຈະແບ່ງເປັນ 2 ຕອນ ຄືຕອນກາງເວັນ ແລະກາງຄືນ
ຊຶ່ງຕອນກາງເວັນຈະເລີ້ມແຕ່ເວລາ 8:30 ໂມງຕອນເຊົ້າຈົນເຖິງບ່າຍ 4:30 ໂມງ ແລະ
ຕອນກາງຄືນຈະເລີ້ມຂຶ້ນຕອນ 7 ໂມງແລງ ຫາ 1 ໂມງເຊົ້າ ຂອງມື້ຕໍ່ໄປ.

ພະສິດນໍ້າມົນອວຍພອນໃຫ້ພວກສີພາຍ ຍິງທີມນຶ່ງທີ່ເຂົ້າຮ່ວມຊ່ວງເຮືອ
ພະສິດນໍ້າມົນອວຍພອນໃຫ້ພວກສີພາຍ ຍິງທີມນຶ່ງທີ່ເຂົ້າຮ່ວມຊ່ວງເຮືອ

ໃນຕອນກາງເວັນນັ້ນ ກ່ອນຈະເລີ້ມຊ່ວງເຮືອ ກໍຈະມີພິທີສວດມົນ ແລະຂໍພອນຈາກ
ຄູບາອາຈານໃນຂົງເຂດນັ້ນ, ຕິດຕາມມາດ້ວຍຂະບວນແຮ່ເຮືອຊ່ວງຂອງຄະນະສີ
ພາຍຈາກທຸກທີມ ທີ່ເຂົ້າຮ່ວມຊ່ວງເຮືອ ຊຶ່ງຂະບວນແຫ່ນີ້ ແມ່ນປະ ກອບດ້ວຍສຽງ
ຮ້ອງ, ສຽງໂຮ, ສຽງລໍາ ແລະຟ້ອນເຊີ້ງບຸນຊ່ວງເຮືອ ຢ່າງຄຶກຄື້ນ ແລະນໍາໜ້າໂດຍ
ເຖົ້າແກ່ຮາກບ້ານ ຮາກເມືອງ, ຜູ້ອາວຸໂສ, ທ່ານຜູ້ຊົງຄຸຸນນະວຸດທິ ແລະການເຂົ້າຮ່ວມ
ຂອງຍິງຊາຍນ້ອຍໃຫຍ່ ພາຍໃນເມືອງແຊນດີເອໂກ ແລະຈາກເມືອງອ້ອມຂ້າງຕ່າງໆ
ຢູ່ໃນລັດນັ້ນ ອີກດ້ວຍ. ຈາກນັ້ນ ກໍຈະມີການກ່າວເປີດງານຢ່າງເປັນທາງການໂດຍ
ປະທານຄະນະກໍາມະການຈັດງານບຸນຊ່ວງເຮືອ ແລະການມອບໃບຍ້ອງຍໍ ຊົມເຊີຍ
ຫລື Certificate of Appreciation ຈາກເຈົ້າເມືອງແຊນດິເອໂກ ໃຫ້ແກ່ສູນກາງ
ວັດະທນະທໍາລາວ. ເສັດແລ້ວໃນເວລາປະມານ 9 ໂມງ 30 ຕອນເຊົ້າ ກໍຈະມີພິທີ
ແຫ່ນາງເຮືອ ແລະນາງດໍາ, ນາງດ່ອນ ຕາມຮີດຄອງໃນການຊ່ວງເຮືອ ຊຶ່ງທ່ານນາງ
ໂປແລັດ ຫລວງວິເສດ ຜູ້ບໍລິຫານສູນກາງວັດທະນະທໍາລາວ ກ່າວເຖິງຂັ້ນຕອນ
ເປີດງານຢ່າງລະອຽດດັ່ງນີ້:

ພິທີແຫ່ນາງເຮືອ, ນາງດໍາ-ນາງດ່ອນ ກ່ອນຈະເລີ້ມການຊ່ວງເຮືອ ໂດຍຊາວລາວ- ອາເມຣິກັນ ໃນເມືອງແຊນ ດິເອໂກ
ພິທີແຫ່ນາງເຮືອ, ນາງດໍາ-ນາງດ່ອນ ກ່ອນຈະເລີ້ມການຊ່ວງເຮືອ ໂດຍຊາວລາວ- ອາເມຣິກັນ ໃນເມືອງແຊນ ດິເອໂກ

ສ່ວນທີມທີ່ເຂົ້າຮ່ວມໃນການຊ່ວງເຮືອນັ້ນ ໃນແຕ່ລະປີຈະມີປະມານ 18 ທີມ ແຕ່ສໍາລັບ
ປີນີ້ແມ່ນມີ 17 ທີມ ແລະໃນນັ້ນໄດ້ແບ່ງເປັນສາມພາກສ່ວນ ຫລືສາມປະເພດ ຄືເພດຍິງ,
ເພດຊາຍແລະປະເພດທີ 3 ຫລືປະເພດຄລາສຊິກ ຫລື ດັ້ງເດີມ ທີ່ມີສີພາຍແບບສະໝັກ
ຫລິ້ນ ຊຶ່ງຕາມລະບຽບການແລ້ວຢູ່ໃນປະເພດນີ້ ໃນເຮືອຊ່ວງລໍານຶ່ງທີ່ມີສີພາຍທັງໝົດ
18 ຄົນ ຕ້ອງມີແມ່ຍິງຢ່າງໜ້ອຍ 6 ຄົນ, ດັ່ງທີ່ທ່ານນາງໂປແລັດເລົ່າລາຍລະອຽດເລື້ອງ
ນີ້ສູ່ຟັງວ່າ:

ສີພາຍຍິງທີມນຶ່ງທີ່ຈະເຂົ້າຮ່ວມການຊ່ວງເຮືອ
ສີພາຍຍິງທີມນຶ່ງທີ່ຈະເຂົ້າຮ່ວມການຊ່ວງເຮືອ

ຫລັງຈາກມີການຊ່ວງເຮືອ ແຕ່ເຊົ້າຮອດນຕອນທ່ຽງແລ້ວ ກໍຈະມີການສະແດງສິນລະ
ປະວັນນະຄດີຂອງຫລາຍຊົນຊາດ ຊົນເຜົ່າ ທັງໃນລາວ ແລະສະຫະລັດ ແຕ່ 12 ໂມງ
ຫາບ່າຍ 1 ໂມງ. ທັງນີ້ກໍ ເພື່ອເປັນການສ້າງບັນຍາກາດ ແລະສະຫລັບລາຍການ
ພ້ອມທັງ ເພື່ອໃຫ້ແຂກຕ່າງດ້າວ ທ້າວຕ່າງແດນ ຕະຫລອດທັງປະຊາຄົມລາວໃນທ້ອງ
ຖິ່ນ ແລະເຂດອື່ນໆ ໄດ້ເບິ່ງໄດ້ຊົມ ແລະແລກປ່ຽນວັດທະນະທໍາອັນດີງາມນໍາກັນ ໃນ
ຂະນະທີ່ຮັບປະທານອາຫານທ່ຽງ ແລະລໍຖ້າຊົມການຊ່ວງເຮືອໃນຕອນບ່າຍຢູ່ນັ້ນດັ່ງ
ທີ່ທ່ານນາງ ໂປແລັດໄດ້ເລົ່າສູ່ຟັງວ່າ:

ຟ້ອນພື້ນເມືອງລາວໃນງານບຸນຊ່ວງເຮືອ ໂດຍເຍົາວະຊົນຍິງລາວ-ອາເມຣິກັນ ທີ່ເມືອງ ແຊນ ດິເອໂກ
ຟ້ອນພື້ນເມືອງລາວໃນງານບຸນຊ່ວງເຮືອ ໂດຍເຍົາວະຊົນຍິງລາວ-ອາເມຣິກັນ ທີ່ເມືອງ ແຊນ ດິເອໂກ

ສ່ວນເຮືອທີ່ນໍາເອົາມາໃຊ້ໃນການຊ່ວງນັ້ນ ເປັນເຮືອຍາວ ທີ່ເຊົ່າມາຈາກສະໂມສອນ
ເຮືອຍາວ ຫລື Dragon Boat Club ຂອງເມືອງແຊນ ດິເອໂກ ທີ່ທາງສູນກາງວັດທະ
ນະທໍາລາວ ເມືອງແຊນດິເອໂກ ເປັນສະມາຊິກ ແລະມີຫ້ອງການທີ່ຕັ້ງຢູ່ແຄມນໍ້າຢູ່ໃກ້ໆ
ບ່ອນຊ່ວງເຮືອນັ້ນ.

ເຮືອຊ່ວງຈໍາລອງທີ່ວາງສະແດງໄວ້ໃນງານບຸນຊ່ວງເຮືອ
ເຮືອຊ່ວງຈໍາລອງທີ່ວາງສະແດງໄວ້ໃນງານບຸນຊ່ວງເຮືອ

ເມື່ອເວົ້າເຖິງບັນດາແຂກຄົນເຂົ້າໄປຊົມງານບຸນຊ່ວງເຮືອປະເພນີປະຈໍາປີ ທີ່ເມືອງ
ແຊນດິເອໂກນັ້ນ ແມ່ນມາຈາກຫລາຍເມືອງ ແລະຫລາຍໆລັດ ເຖິງ 2,000 ຄົນ ຊຶ່ງ
ທ່ານນາງໂປແລັດ ພັນລະນາເຖິງພາບອັນໜ້າຕື່ນຕາຕື່ນໃຈຂອງງານນັ້ນວ່າ ມັນ
ຄ້າຍກັບວ່າ ເຂດຈັດງານນັ້ນເປັນໝູ່ບ້ານຂອງຄົນລາວເລີຍ ຊຶ່ງທ່ານນາງໃຫ້ຂໍ້ສັງ
ເກດດັ່ງນີ້

ເໝືອນກັນກັບພວກທີ່ໄປຊົມງານ ສີພາຍຂອງເຮືອຊ່ວງນີ້ ນອກຈາກຈະແມ່ນຄົນຢູ່
ພາຍໃນເມືອງແຊນດິເອໂກແລ້ວ ກໍຍັງມີຄົນມາຈາກລັດອື່ນທີ່ນອກຈາກຢາກມາເບິ່ງ
ມາຊົມແລ້ວ ກໍຍັງຢາກມາຮ່ວມເປັນສີພາຍນໍາ. ຍົກຕົວຢ່າງປີນີ້ ຕາມການບອກເລົ່າ
ຂອງທ່ານນາງໂປແລັດ ກໍແມ່ນວ່າຈະມີຊາວລາວ-ອາເມຣິກັນຈາກລັດຟລໍຣິດາ ແລະ
ລັດຈໍເຈຍ ມາຮ່ວມເປັນສີພາຍຊ່ວງເຮືອນໍາທີມເຮືອຊ່ວງຂອງເມືອງແຊນດິເອໂກອີກ
ແລະໃນບາງປີ ກໍມີທີມເຮືອຊ່ວງຈໍານວນນຶ່ງຈາກຕ່າງລັດເຂົ້າມາຮ່ວມແຂ່ງຂັນນໍາ.

ເບິ່ງວີດິໂອງານບຸນຊ່ວງເຮືອປະຈໍາປີ 2017 ທີ່ ເມືອງ ແຊນ ດິເອໂກ

ຄ້າຍໆກັບງານບຸນຊ່ວງເຮືອປະຈໍາປີທີ່ນະຄອນຫລວງວຽງຈັນທີ່ຈັດໃນຊ່ວງບຸນອອກ
ພັນສານັ້ນ ໃນງານບຸນໃຫຍ່ແບບນີ້ ຂາດບໍ່ໄດ້ກໍຄືການຂາຍອາຫານການກິນພື້ນ
ເມືອງລາວ ແລະປະເພດອື່ນໆ ພ້ອມໆກັນກັບການຂາຍສິນຄ້າປະເພດຕ່າງໆ ທີ່
ວາງຢູ່ຕາມຫ້າງຮ້ານນ້ອຍໆໃນທົ່ວບໍລິເວນຈັດງານບຸນນັ້ນ.

ສ່ວນໃນຕອນກາງຄືນນັ້ນ ແມ່ນເປັນການຈັດງານລາຕີສະໂມສອນຊຶ່ງຈະເລີ້ມຕົ້ນ
ດ້ວຍການມອບຂັນລາງວັນຕ່າງໆ ໃຫ້ແກ່ທີມທີ່ຊະນະໃນການແຂ່ງເຮືອແຕ່ລະປະ
ເພດ ໃນວັນນັ້ນ ຕິດຕາມໄປດ້ວຍການຄົບງັນ ແລະຟ້ອນລໍາຢ່າງຄຶກຄື້ນ.

XS
SM
MD
LG