ຫລາຍກວ່າ 40 ເປີເຊັນຂອງເດັກນ້ອຍໃນລາວ ທີ່ມີອາຍຸຕໍ່າກວ່າ 5 ປີ ຍັງປະເຊີນກັບ
ບັນຫາຂາດແຄນດ້ານໂພສະນາການ ຈຶ່ງເຮັດໃຫ້ເປັນການຍາກທີ່ຈະບັນລຸເປົ້າໝາຍ
ການພັດທະນາຢ່າງຍືນຍົງ ໄດ້ຢ່າງແທ້ຈິງ.
ທ່ານ ລັດທິພອນ ອຸລາ ນັກວິຊາການດ້ານໂພສະນາການ ກະຊວງສາທາລະນະສຸກ
ຢືນຢັນວ່າ ມີເດັກນ້ອຍທີ່ອາຍຸຕໍ່າກວ່າ 5 ປີ ຄິດເປັນອັດຕາສະເລ່ຍເຖິງ 44 ເປີເຊັນ
ໃນທົ່ວປະເທດລາວ ທີ່ຍັງປະເຊີນກັບບັນຫາຂາດແຄນດ້ານໂພສະນາການຢ່າງຊໍາ
ເຮື້ອ ຈຶ່ງເຮັດໃຫ້ເດັກນ້ອຍເຫລົ່ານີ້ ມີສ່ວນສູງ ແລະນໍ້າໜັກຕໍ່າກວ່າເກນ ທັງມີການ
ຈະເລີນເຕີບໂຕດ້ານສະໝອງ ແລະການຮຽນຮູ້ຕ່າງໆ ໃນລະດັບຕໍ່າກວ່າເກນມາດ
ຕະຖານສາກົນອີກດ້ວຍ.
ທັງນີ້ ເດັກນ້ອຍລາວປະເຊີນກັບບັນຫາດັ່ງກ່າວນີ້ ສ່ວນໃຫຍ່ກໍຄືເດັກນ້ອຍທີ່ຢູ່ໃນເຂດ
ຊົນນະບົດ ທີ່ຄອບຄົວມີຖານະຍາກຈົນ ແລະບັນຫາດັ່ງກ່າວນີ້ ກໍຍັງຮຸນແຮງຂຶ້ນຕື່ມ
ອີກ ເມື່ອປາກົດວ່າ ພໍ່-ແມ່ ແລະຜູ້ປົກຄອງຂອງເດັກນ້ອຍເຫລົ່ານີ້ ບໍ່ມີຄວາມຮູ້ ແລະ
ຄວາມເຂົ້າໃຈດ້ານສາທາລະນະສຸກ ແລະໂພສະນາການສໍາລັບເດັກເລີຍ ລວມໄປ
ເຖິງການຂາດແຄນງົບປະມານຂອງລັດຖະບານອີກດ້ວຍນັ້ນ ກໍຍິ່ງເຮັດໃຫ້ຍາກທີ່ຈະ
ແກ້ໄຂບັນຫາດັ່ງກ່າວໄດ້ ດັ່ງທີ່ທ່ານຄໍາຜະຫຍາ ຄົມປັນຍາ ຫົວໜ້າພະແນກສາທາລະ
ນະສຸກແຂວງບໍ່ແກ້ ໄດ້ໃຫ້ການຢືນຢັນວ່າ:
“ຄວາມເຂົ້າໃຈຂອງປະຊາຊົນຕໍ່ວຽກງານສາທາລະນະສຸກ ກະເຫັນວ່າເພີ້ມຂຶ້ນ
ແຕ່ວ່າກໍຍັງບໍ່ທັນດີເທົ່າທີ່ຄວນ. ຄວາມເອົາໃຈໃສ່ທາງດ້ານສຸຂະພາບຂອງຕົນເອງ
ອັນນີ້ໜິ ປະຊາຊົນບາງບ່ອນ ກະຍັງບໍ່ທັນເປັນເຈົ້າການ. ສະນັ້ນ ເພິ່ນຈຶ່ງມີພຶດຕິ
ກໍາທີ່ສ່ຽງຕໍ່ການເກີດພະຍາດ. ທາງດ້ານບຸກຄະລາກອນ ກໍຍັງບໍ່ທັນພຽງພໍ ເປັນ
ຕົ້ນຄືສຸກສາລານີ້ ຕາມມາດຕະຖານຂອງກະຊວງ ມັນຕ້ອງມີ 5 ຫາ 7 ຄົນ ແຕ່ໃນ
ປັດຈຸບັນນີ້ ເຮົາສະເລ່ຍແລ້ວຢູ່ພາຍໃນແຂວງຂອງເຮົາ ແມ່ນມີພຽງແຕ່ 2-3 ຄົນ.
ສະນັ້ນ ມັນຈຶ່ງເຮັດໃຫ້ການບໍລິການຢູ່ບາງບ່ອນ ຍັງບໍ່ທັນໄດ້ດີ. ແລ້ວບາດນີ້ ສຸກ
ສາລາ ມັນຕ້ອງມີແພດປະດຸງຄັນປະຈໍາ ໃຫ້ໄດ້ໝົດທຸກສຸກສາລາ ແຕ່ພວກເຮົາ
ກະໄດ້ພຽງແຕ່ 80 ກວ່າເປີເຊັນ. ສະນັ້ນ ອັນນີ້ ກໍເປັນອັນອ່ອນ ທີ່ເຮົາຍັງຈະຕ້ອງ
ໄດ້ສືບຕໍ່ແກ້ຫັ້ນແຫລະ.”
ສ່ວນທ່ານຝຸ່ນຄຳ ລັດຕະນະວົງ ຮອງຫົວໜ້າກົມແຜນການ ແລະການຮ່ວມມື ກະຊວງສາທາລະ
ນະສຸກ ຍອມຮັບວ່າ ລະບົບການໃຫ້ບໍລິການ
ດ້ານສາທາລະນະສຸກຂອງລັດຖະບານລາວ
ໃນປັດຈຸບັນ ບໍ່ສາມາດຕອບສະໜອງຄວາມຕ້ອງການຂັ້ນພື້ນຖານຂອງແມ່ຍິງລາວທີ່ຖືພາ
ໄດ້ຢ່າງທົ່ວເຖິງ ໂດຍສະເພາະກໍແມ່ນຂໍ້ຈຳກັດ
ທາງດ້ານບຸກຄະລາກອນ ແລະເຄື່ອງມືທາງການ
ແພດ ຖືເປັນບັນຫາທີ່ຫຍຸ້ງຍາກທີ່ສຸດ.
ພາຍໃຕ້ສະພາບການດັ່ງກ່າວນີ້ ຍັງເຮັດໃຫ້ລາວເປັນປະເທດທີ່ມີອັດຕາການເສຍຊີວິດຂອງແມ່
ຍິງລາວ ໃນຂະນະທີ່ເກີດລູກ ແລະການເສຍຊີ
ວິດຂອງເດັກເກີດໃໝ່ ຍັງມີອັດຕາສະເລ່ຍສູງ
ທີ່ສຸດໃນອາຊຽນ. ສ່ວນການຫຼຸດຜ່ອນບັນຫານີ້
ກໍແມ່ນດ້ວຍການພັດທະນາເພື່ອຍົກລະດັບ
ຄຸນນະພາບການໃຫ້ບໍລິການຂອງໂຮງໝໍແລະ
ສຸກສາລາຫຼາຍກວ່າ 1 ພັນ ແຫ່ງ ໃຫ້ໄດ້ມາດຕະຖານ.
ທາງດ້ານອົງການສະຫະປະຊາຊາດເພື່ອການ ພັດທະນາ (UNDP) ປະເມີນວ່າການ
ຈັດຕັ້ງປະຕິບັດແຜນການພັດທະນາເສດຖະກິດ-ສັງຄົມ ໃນປີ 2011-2015 ລັດຖະ
ບານລາວບໍ່ສາມາດບັນລຸເປົ້າໝາຍສະຫັດສະວັດຂອງການພັດທະນາໃນ 6 ດ້ານ ກໍຄື
ເດັກອາຍຸຕ່ຳກວ່າ 5 ປີ ຍັງມີສ່ວນສູງຕ່ຳກວ່າເກນ ເຖິງ 38 ເປີເຊັນ. ສ່ວນເດັກທີ່ມີ
ນ້ຳໜັກຕ່ຳກວ່າເກນ ກໍຍັງມີອັດຕາສະເລ່ຍເຖິງ 27 ເປີເຊັນ ໃນຂະນະທີ່ອັດຕາການ
ເຂົ້າຮຽນແລະຮຽນຈົບຊັ້ນປະຖົມປີທີ 5 ກໍເພີ່ມຂຶ້ນຢ່າງຊັກຊ້າ. ອັດຕາການຕາຍຂອງ
ເດັກອາຍຸຕ່ຳກວ່າ 1 ປີ ຍັງສູງເຖິງ 45 ຄົນຕໍ່ 1 ພັນຄົນ. ອັດຕາການຕາຍຂອງແມ່
ຍິງໃນຂະນະຖືພາກໍຍັງສູງເຖິງ 197 ຄົນ ຕໍ່ 1 ແສນຄົນ. ສ່ວນແມ່ນຍິງທີ່ເກີດລູກ
ໂດຍໄດ້ຮັບການຊ່ວຍເຫຼືອຈາກແພດ ຫຼືພະຍາບານ ກໍຄຶດເປັນອັດຕາສະເລ່ຍເຖິງ
53.9 ເປີເຊັນ ເທົ່ານັ້ນ.
ທາງດ້ານກະຊວງສາທາລະນະສຸກ ກໍລາຍງານວ່າການຈັດຕັ້ງປະຕິບັດເປົ້າໝາຍ
ສະຫັດສະວັດການພັດທະນາທາງດ້ານສາທາລະນະສຸກ ໃນລາວ ຍັງມີບັນຫາທ້າ
ທາຍໃນຫຼາຍດ້ານທີ່ເປັນອຸບປະສັກຕໍ່ການພັດທະນາຄຸນນະພາບໃຫ້ບໍລິການ
ແກ່ປະຊາຊົນໃຫ້ໄດ້ມາດຕະຖານດຽວກັນກັບບັນດາປະເທດ ທີ່ເປັນສະມາຊິກ
ໃນກຸ່ມອາຊຽນດ້ວຍກັນ.
ຕົວຢ່າງກໍຄືບັນຫາການຂາດສານອາຫານຂອງເດັກນ້ອຍອາຍຸຕ່ຳກວ່າ 5 ປີ ກໍເປັນ
ສາເຫດທີ່ເຮັດໃຫ້ການຫຼຸດຈຳນວນເດັກນ້ອຍທີ່ຕົວເຕ້ຍສາມາດດຳເນີນການ ໄດ້
ຢ່າງຊັກຊ້າກໍຄືສາມາດຫຼຸດໄດ້ຈາກ ອັດຕາສະເລ່ຍເຖິງ 40 ເປີເຊັນ ໃນປີ 2006
ມາເປັນ 38 ເປີເຊັນ ໃນປັດຈຸບັນນີ້ ໝາຍຄວາມວ່າຫຼຸດລົງພຽງ 2 ເປີເຊັນ ເທົ່ານັ້ນ
ໃນໄລຍະ 10 ປີທີ່ຜ່ານມາ.
ສ່ວນເດັກນ້ອຍອາຍຸຕ່ຳກວ່າ 5 ປີ ທີ່ມີນ້ຳໜັກຕ່ຳກວ່າເກນ ກໍຍັງສູງເຖິງ32 ເປີເຊັນ
ຂະນະທີ່ ເປົ້າໝາຍສະຫັດສະວັດ ໄດ້ວາງເອົາໄວ້ທີ່ອັດຕາສະເລ່ຍບໍ່ເກີນ 22 ເປີເຊັນ
ຂອງຈຳນວນເດັກນ້ອຍທີ່ອາຍຸຕ່ຳ ກວ່າ 5 ປີ ໃນທົ່ວປະເທດ ຈຶ່ງເປັນອີກບັນຫານຶ່ງທີ່
ບໍ່ສາມາດບັນລຸເປົ້່າໝາຍໄດ້ຢ່າງແທ້ຈິງ.
ສ່ວນສະຖານທູດສະຫະລັດອາເມຣິກາ ທີ່ນະຄອນວຽງຈັນກໍລາຍງານວ່າ ການຈັດຕັ້ງ
ປະຕິບັດໂຄງການປັບປຸງໂພສະນາການສໍາລັບເດັກອາຍຸຕໍ່າກວ່າ 5 ປີໃນລາວ ນັບແຕ່
ປີ 2015 ເປັນຕົ້ນມາ ແລະຍັງຈະຈັດຕັ້ງປະຕິບັດຈົນໄປເຖິງກາງປີ 2018 ດ້ວຍງົບປະ
ມານ 27 ລ້ານໂດລາ ທີ່ລັດຖະບານສະຫະລັດໃຫ້ການຊ່ວຍເຫລືອແກ່ລັດຖະບານລາວ
ຜ່ານອົງການອາຫານໂລກນັ້ນ ສາມາດຕອບສະໜອງດ້ານໂພສະນາການທີ່ດີ ໃຫ້ແກ່
ເດັກນ້ອຍອາຍຸຕໍ່ກວ່າ 5 ປີ ໃນເຂດຊົນນະບົດຂອງລາວໄດ້ແລ້ວ ຫລາຍກວ່າ 170,000 ຄົນ.
ເບິ່ງຄວາມເຫັນ (2)
ໂຫລດຄວາມເຫັນ ຕື່ມອີກ